ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະບານລາວ ຕ້ອງໄດ້ກູ້ຢືມເງິນ ຫຼາຍກວ່າ 15,000 ຕື້ກີບ ເພື່ອຊຳລະໜີ້ສິນຂອງລັດ ໃນປີ 2022


ເງິນຕາໃບຕ່າງໆຂອງຕ່າງປະເທດ.
ເງິນຕາໃບຕ່າງໆຂອງຕ່າງປະເທດ.

ລັດຖະບານລາວ ຈະຕ້ອງກູ້ຢືມເງິນຫຼາຍກວ່າ 15,000 ຕື້ກີບ ເພື່ອນຳໃຊ້ໃນການຊຳລະຄືນໜີ້ສິນຂອງລັດຖະບານ ໃນປີ 2022 ຊຶ່ງເຮັດໃຫ້ຈະຕ້ອງອອກພັນທະບັດ ແລະເກັບຄ່າສຳປະທານຕ່າງໆ ໃຫ້ໄດ້ຫຼາຍຂຶ້ນ ຊົງຣິດ ໂພນເງິນ ລາຍງານຈາກບາງກອງ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນ ເປີດເຜີຍວ່າ ໃນແຜນການງົບປະມານລາຍຈ່າຍປະຈຳປີ 2022 ລັດຖະບານລາວ ຈະຕ້ອງໄດ້ກູ້ຢືມເງິນທັງຈາກສະຖາບັນການເງິນພາຍໃນ ແລະຕ່າງປະເທດໃນມູນຄ່າລວມເກີນກວ່າ 15,000 ຕື້ກີບ ສຳລັບນຳໃຊ້ເພື່ອການຊຳລະຄືນໜີ້ສິນຂອງລັດຖະບານທີ່ຄົບກຳນົດ ແລະບໍ່ສາມາດຂໍເລື່ອນການຊຳລະໄດ້ອີກແລ້ວ ສ່ວນເງິນກູ້ຢືມມູນຄ່າດັ່ງກ່າວນີ້ ກໍທຽບໄດ້ກັບ 8 ເປີເຊັນຂອງຍອດຜະລິດຕະພັນລວມ (GDP) ໃນປີ 2022 ຈຶ່ງບໍ່ແມ່ນເລື້ອງງ່າຍ ທີ່ຈະໄດ້ຮັບການຕອບສະໜອງຈາກສະຖາບັນການເງິນຢ່າງຄົບຖ້ວນ ຈຶ່ງເຮັດໃຫ້ລັດຖະບານລາວ ຈະຕ້ອງຈັດຫາລາຍຮັບຈາກແຫລ່ງອື່ນດ້ວຍ.

ພ້ອມກັນນີ້ ທາງການລາວ ກໍຈະເລັ່ງການເຈລະຈາກັບເຈົ້າໜີ້ ເພື່ອຂໍປັບຫລຸດໜີ້ລົງໃຫ້ໄດ້ຫຼາຍທີ່ສຸດ ໂດຍຈະຈັດຕັ້ງປະຕິບັດໃນ 6 ມາດຕະການດ້ວຍກັນ ຊຶ່ງໃນນີ້ ກໍລວມເຖິງການອອກພັນທະບັດລັດຖະບານ ແລະການຈັດເກັບລາຍຮັບຈາກຄ່າສຳປະທານໂຄງການຕ່າງໆ ໃຫ້ໄດ້ເພີ້ມຂຶ້ນ ໂດຍສະເພາະແມ່ນການຈັດເກັບລາຍຮັບຈາກຄ່າສຳປະທານທີ່ດິນ ເຂື່ອນໄຟຟ້າ ແລະການຂຸດຄົ້ນແຮ່ທາດ ຮວມເຖິງການຫັນໜີ້ແລະສິນຊັບຂອງລັດເປັນທຶນດ້ວຍນັ້ນ ດັ່ງທີ່ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການແລະການລົງທຶນ ໄດ້ໃຫ້ການຢືນຢັນວ່າ:

“ຈະສຸມໃສ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ຢ່າງເປັນລະບົບ ອັນທີ 1 ແມ່ນໜີ້ສິນໂຄງການລົງທຶນຂອງລັດທີ່ຕິດພັນກັບການຜະລິດເພື່ອຮັບປະກັນສະບຽງອາຫານແລະການຜະລິດເປັນສິນຄ້າ ສອງແມ່ນແກ້ໄຂໜີ້ສິນ ທີ່ຍັງຄ້າງຊຳລະຕໍ່ຜູ້ປະກອບການລາຍໃຫຍ່ ສາມ ແມ່ນໜີ້ສິນກັບຜູ້ປະກອບການ ທີ່ມີຄວາມປະສົງຈະປະກອບສ່ວນພັນທະເພີ້ມເຕີມໃຫ້ແກ່ລັດ ຖ້າໄດ້ຮັບນະໂຍບາຍແກ້ໄຂໜີ້ສິນ ອັນທີສ່່ ແມ່ນແກ້ໄຂໜີ້ມີສ່ວນລົດ ຊຶ່ງຈະຊຳລະສະສາງເປັນເງິນ ສົດ ເປັນຕົ້ນແມ່ນການສົ່ງອອກແຮ່ທາດ ຫ້າແມ່ນການຫັນໜີ້ເປັນທຶນ ແລະຫົກແມ່ນການອອກພັນທະບັດ.”

ນອກຈາກນີ້ ລັດຖະບານລາວ ຈະໃຫ້ການສົ່ງເສີມເອກະຊົນລາວແລະຕ່າງປະ ເທດ ເພື່ອໃຫ້ເຂົ້າມາລົງທຶນໃນໂຄງການພັດທະນາຕ່າງໆ ຂອງລັດຖະບານໃຫ້ຫຼາຍຂຶ້ນ ເພາະວ່າ ລັດຖະບານລາວ ບໍ່ມີງົບປະມານຢ່າງພຽງພໍອັນເປັນຜົນກະ ທົບຈາກການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ການຈັດເກັບລາຍຮັບບໍ່ໄດ້ຕາມແຜນການແລະຕ້ອງໂຈະໂຄງການພັດທະນາຂະໜາດໃຫຍ່ເຖິງ 184 ໂຄງການໃນປີ 2021 ດັ່ງນັ້ນ ເພື່ອເຮັດໃຫ້ມີການຈັດຕັ້ງປະຕິບັດໂຄງການຢ່າງເປັນຮູບປະທຳ ນາຍົກລັດຖະມົນຕີລາວ ຈຶ່ງມີຄຳສັ່ງແຕ່ງຕັ້ງຄະນະສະເພາະກິດສົ່ງເສີມການລົງທຶນ ທັງໃນຮູບແບບການຮ່ວມທຶນລະຫວ່າງລັດກັບເອກະຊົນ (PPP) ແລະຮູບແບບເອກະຊົນລົງທຶນແລະເກັບເອົາາຜົນປະໂຫຍດຈົນຄົບສັນຍາແລ້ວ ຈຶ່ງໂອນໃຫ້ລັດ (BOT) ໂດຍສະເພາະແມ່ນການສົ່ງເສີມການລົງທຶນດ້ານ Logistics ຕາມເສັ້ນທາງລົດໄຟລາວ-ຈີນ ໃນລາວນັ້ນ ດັ່ງທີ່ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ ໃຫ້ການຢືນຢັນວ່າ:

“ຕ້ອງໄດ້ເລັ່ງພັດທະນາ ແລະນຳໃຊ້ເສັ້ນທາງລົດໄຟ ຕາມຍຸດທະສາດແຫ່ງຊາດ ສືບຕໍ່ຍົກລະດັບເສັ້ນທາງຄົມມະນາຄົມ-ທາງບົກຕາບັນດາແລວເສດຖະ ກິດ ແລະກຳນົດມາດຕະຖານເທັກນິກ ເພື່ອໃຫ້ໂຄງລ່າງມີຄວາມທົນທານ ປັບປຸງຂະແໜງ Logistic ໃຫ້ມີຄວາມເຂັ້ມແຂງ ກໍ່ສ້າງສາງພັກ ເຄື່ອນຖ່າຍສິນຄ້າ ສົ່ງເສີມທຸລະກິດດ້ວຍຮູບແບບການລົງທຶນແບບສຳປະທານກໍ່ສ້າງ-ເປັນເຈົ້າຂອງ-ມອບໂອນ (BOT) ແລະການລົງທຶນແບບຫຸ້ນສ່ວນລະຫວ່າງລັດກັບເອກະຊົນ (PPP) ແນໃສ່ໃຫ້ສາມາດແຂ່ງຂັນກັບຕ່າງປະເທດ ດ້ວຍການຫລຸດ ຜ່ອນຂັ້ນຕອນ ໃຫ້ມີຄວາມສະດວກແກ່ Logistic ແລະສອດຄ່ອງກັບອາຊຽນ.”

ໂດຍເປົ້າໝາຍທີ່ລັດຖະບານລາວ ຕ້ອງການໃຫ້ເຂົ້າຮ່ວມລົງທຶນຫຼາຍທີ່ສຸດກໍຄື ບັນດາບໍລິສັດຈາກຈີນ ຊຶ່ງໃນໄລຍະ 10 ເດືອນ ຂອງປີ 2021 ກໍປາກົດວ່າ ບໍລິສັດຈາກຈີນ ໄດ້ລົງທຶນໃນໂຄງການພັດທະນາຂອງລັດຖະບານລາວ 28 ໂຄງການມີມູນຄ່າລົງທຶນລວມກວ່າ 2,500 ລ້ານໂດລາ ຈຶ່ງເຮັດໃຫ້ຈີນຍັງເປັນຜູ້ລົງທຶນລາຍໃຫຍ່ສຸດໃນລາວ ທີ່ມີມູນຄ່າລົງທຶນສະສົມເກີດກວ່າ 15,800 ລ້ານໂດລາ ໃນ 813 ໂຄງການ ທີ່ກວມເອົາທັງດ້ານພະລັງງານ ຂຸດຄົ້ນແຮ່ທາດ ກະສິກຳ ອຸດສາາຫະກຳ ການຂົນສົ່ງ ການຄ້າແລະບໍລິການຄົບວົງຈອນ.

XS
SM
MD
LG