ລັດຖະບານລາວ ຫລຸດຜ່ອນບັນຫາຂາດແຄນທຶນສຳຮອງເງິນຕາຕ່າງປະເທດຢ່າງໜັກດ້ວຍການອະນຸຍາດສຳປະທານການຂຸດຄົ້ນແຮ່ທາດເຖິງ 50 ແຫ່ງທີ່ເຮັດໃຫ້ລັດຖະບານ ມີລາຍຮັບເກີນກວ່າ 100 ລ້ານໂດລາ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.
ທ່ານດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ຖະແຫລງວ່າ ມາດຕະການນຶ່ງທີ່ໄດ້ມີການຈັດຕັ້ງປະຕິບັດ ເພື່ອຫລຸດຜ່ອນບັນຫາຂາດແຄນທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ໃນໄລຍະທີ່ຜ່ານມາ ກໍຄືການອະນຸຍາດສຳປະທານ ການຂຸດຄົ້ນແຮ່ທາດຈຳນວນເຖິງ 50 ແຫ່ງ ໃຫ້ກັບບໍລິສັດເອກະຊົນລາວ ແລະຕ່າງຊາດ ຊຶ່ງຖືເປັນມາດຕະການທົດລອງເພື່ອສ້າງລາຍຮັບຢ່າງຮີບດ່ວນໃຫ້ກັບລັດຖະບານລາວ ໃນທ່າມກາງສະພາວະການຂາດແຄນດ້ານເງິນຕາຕ່າງປະເທດຢ່າງໜັກໜ່ວງ ທັງຍັງຄາດຫວັງດ້ວຍວ່າ ລັດຖະ ບານລາວຈະມີລາຍຮັບຈາກການອະນຸຍາດສຳປະທານການຂຸດຄົ້ນແຮ່ທາດເພີ້ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ເພາະວ່າລາຄາແຮ່ທາດໃນຕະຫຼາດຕ່າງປະເທດນັ້ນ ກໍຍັງມີທ່າອ່ຽງເພີ້ມຂຶ້ນນັບມື້ນັ້ນເອງດັ່ງທີ່ທ່ານດາວວົງ ໄດ້ໃຫ້ການຢືນຢັນວ່າ:
“ປັດຈຸບັນກະມີ 50 ບໍລິສັດທີ່ໄດ້ເຮັດການທົດລອງ ທີ່ໄດ້ເລີ້ມມາແຕ່ເດືອນ 6 ປີກາຍ ຊຶ່ງເຮົາຈະເຫັນວ່າມີຜົນສຳເລັດດ້ານດີໃນຫຼາຍອັນ ຈຸດປະສົງເປົ້າໝາຍໃນການເຮັດຂຸດຄົ້ນແຮ່ທາດແບບທົດລອງນີ້ ກະແມ່ນເພື່ອສ້າງລາຍຮັບໃຫ້ກັບລັດຖະບານ ເພື່ອເຮັດໃຫ້ມີງົບປະມານໄປໃຊ້ໜີ້ ແລ້ວກະເພື່ອບໍ່ໃຫ້ເສດຖະກິດຂອງພວກເຮົາກ້າວໄປສູ່ວິກິດຫັ້ນແຫລະ ກະຖືວ່າ ຂະແໜງການແຮ່ທາດນີ້ ກໍເປັນທ່າແຮງອັນນຶ່ງທີ່ຈະຊ່ອຍໃຫ້ການສ້າງລາຍຮັບຄ້ອນຂ້າງໄວ ພ້ອມກັນນັ້ນ ກໍເປັນກາລະໂອກາດນຶ່ງ ເນື່ອງຈາກວ່າ ໃນໄລຍະດັ່ງກ່າວ ລາຄາແຮ່ທາດໜີ້ ກະມີທ່າອ່ຽງສູງຂຶ້ນ ເຮັດໃຫ້ການສົ່ງອອກມີຜົນດີຕໍ່ພວກເຮົາ.”
ສ່ວນທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ບັນຫາດ້ານເສດຖະກິດ ແລະການເງິນທີ່ລາວ ກຳລັງປະເຊີນໃນປັດຈຸບັນ ຖືເປັນສະພາບການທີ່ມີຄວາມຫຍຸ້ງຍາກຢ່າງທີ່ສຸດ ໂດຍສະເພາະແມ່ນບັນຫາດ້ານການເງິນ ເຊັ່ນພາລະໜີ້ສິນສາທາລະນະຂອງລັດຖະບານທີ່ເພີ້ມຂຶ້ນ ການຂາດດຸນດ້ານເງິນຕາ ບັນຫາໜີ້ດ້ອຍຄ່າໃນລະບົບທະນາຄານ (NPL) ທີ່ເພີ້ມຂຶ້ນ ແລະອັດຕາແລກປ່ຽນເງິນທີ່ແຕກຕ່າງກັນເພີ້ມຂຶ້ນ ລະຫວ່າງທະນາຄານກັບຕະຫຼາດທີ່ເຮັດໃຫ້ລັດຖະບານລາວ ຕ້ອງກຳນົດໃຫ້ບັນຫາເຫຼົ່ານີ້ ເປັນວາລະແຫ່ງຊາດດ້ານເສດຖະກິດ ທີ່ຈະຕ້ອງດຳເນີນມາດຕະການແກ້ໄຂໃຫ້ໄດ້ຢ່າງແທ້ຈິງພາຍໃນປີ 2023.
ໂດຍລັດຖະບານລາວ ໄດ້ວາງເປົ້າໝາຍຂອງວາລະແຫ່ງຊາດທາງດ້ານເສດຖະ ກິດການເງິນໄວ້ໃນ 4 ດ້ານດ້ວຍກັນ ກໍຄືການລົດພາລະໜີ້ສາທາລະນະ ຂອງລັດຖະບານໃຫ້ຢູ່ທີ່ລະດັບ 64.2 ເປີເຊັນຂອງຍອດຜະລິດຕະພັນລວມ (GDP) ພາຍໃນປີ 2023 ໃນນີ້ແບ່ງເປັນໜີ້ຕ່າງປະເທດ 55.3 ເປີເຊັນ ແລະໜີ້ພາຍໃນ 8.9 ເປີເຊັນຂອງ GDP ການເພີ້ມທຶນສຳຮອງເງິນຕາຕ່າງປະເທດ ເພື່ອຮັບປະກັນການນຳເຂົ້າສິນຄ້າຕ່າງປະເທດ ໃຫ້ໄດ້ 3 ເດືອນ ການຄວບຄຸມອັດ ຕາແລກປ່ຽນເງິນຕາລະຫວ່າງທະນາຄານກັບຕະຫຼາດ ໃຫ້ແຕກຕ່າງກັນ ບໍ່ເກີນ 2 ເປີເຊັນຂອງມູນໜີ້ທັງໝົດ.
ໂດຍລັດຖະບານລາວ ປະເຊີນກັບການຂາດດຸນຊຳລະບັນຊີເງິນຕາຕ່າງປະເທດໃນລະດັບສູງກວ່າ 10 ເປີເຊັນ ຂອງຜະລິດຕະພັນລວມພາຍໃນ (GDP) ໃນປັດຈຸບັນ ຊຶ່ງເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ລົດລົງຈາກ 1,263 ລ້ານໂດລາ ໃນທ້າຍປີ 2021 ເຫຼືອພຽງແຕ່ 1,068 ລ້ານໂດລາ ຫຼືເທົ່າກັບການນຳເຂົ້າສິນຄ້າໄດ້ພຽງ 1 ເດືອນເຄິ່ງເທົ່ານັ້ນໃນໄຕມາດທີ 1 ຂອງ ປີ 2022 ເຮັດໃຫ້ລັດຖະບານລາວ ຕ້ອງກູ້ຢືມຈາກຕ່າງປະເທດເພີ້ມຂຶ້ນ ເພື່ອນຳມາໃຊ້ດຸ່ນດ່ຽງການຂາດດຸນຊຳລະບັນຊີເງິນຕາຕ່າງປະເທດດັ່ງກ່າວ ແລະການທີ່ມີລາຍຈ່າຍສູງກວ່າລາຍຮັບ ກໍຈະເຮັດໃຫ້ລັດຖະບານລາວ ມີໜີ້ເພີ້ມຂຶ້ນ ຈາກ 15,500 ລ້ານໂດລາຫຼືຄິດເປັນ 70 ເປີເຊັນຂອງ GDP ປີ 2021 ເປັນສູງກວ່າ 75 ເປີເຊັນຂອງ GDP ປີ 2022 ນີ້ ເພາະວ່າ ລັດຖະບານລາວ ຍັງຈະຕ້ອງກູ້ຢືມ 1,275 ລ້ານໂດລາ ສຳລັບຊຳລະໜີ້ຕ່າງປະເທດໃນປີ 2022 ນີ້ ໂດຍບໍ່ລວມໜີ້ພາຍໃນປເທດ ມູນຄ່າ 15,000 ຕື້ກີບ ທີ່ຈະຕ້ອງຊຳລະຄືນໃນປີ 2022 ເຊັ່ນດຽວກັນ ໂດຍໜີ້ສິນດັ່ງກ່າວສ່ວນໃຫຍ່ກໍແມ່ນມູນໜີ້ທີ່ເກີດຈາກໂຄງ ການພັດທະນາຕ່າງໆ ທີ່ລັດຖະບານລາວອະນຸຍາດໃຫ້ພາກເອກະຊົນເປັນຜູ້ລົງ ທຶນໃຫ້ກ່ອນ ແລ້ວຈຶ່ງຊຳລະຄືນໃຫ້ ໃນພາຍຫຼັງ ຊຶ່ງສ່ວນໃຫຍ່ ກໍຍັງເປັນໂຄງ ການພັດທະນນາທີ່ບໍ່ໄດ້ມາດຕະຖານຕາມແຜນການອີກດ້ວຍ ເພາະວ່າ ມີການທຸຈະລິດເກີດຂຶ້ນໃນທຸກຂັ້ນຕອນນັ້ນເອງ.