ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຍັງບໍ່ທັນໄດ້ຮັບຄ່າສຳປະທານ ຂຸດຄົ້ນແຮ່ທາດຕ່າງໆ ໃນມູນຄ່າຫຼາຍກວ່າ 128 ລ້ານໂດລາ ຈາກບັນດາບໍລິສັດຈີນ


ໂຄງການຂຸດຄົ້ນແຮ່ທາດຂະໜາດໃຫຍ່ ທີ່ບໍລິສັດຈີນ ໄດ້ຮັບສຳປະທານ ຢູ່ໃນແຂວງອັດຕະປື, ສປປ ລາວ
ໂຄງການຂຸດຄົ້ນແຮ່ທາດຂະໜາດໃຫຍ່ ທີ່ບໍລິສັດຈີນ ໄດ້ຮັບສຳປະທານ ຢູ່ໃນແຂວງອັດຕະປື, ສປປ ລາວ

ລັດຖະບານລາວ ຍັງບໍ່ທັນໄດ້ຮັບຄ່າສຳປະທານໃນມູນຄ່າຫຼາຍກວ່າ 128 ລ້ານໂດລາ ຈາກບັນດາບໍລິສັດຈີນ ທີ່ໄດ້ຮັບອະນຸຍາດສຳປະທານການຂຸດຄົ້ນ ແຮ່ທາດແບບເລັ່ງດ່ວນທີ່ລວມເຖິງບໍ່ຂຸດຄົ້ນເງິນ Crypto ອີກດ້ວຍ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດຈີນໃນລາວ ໃຫ້ການຢືນຢັນວ່າ ມີບໍລິສັດຈີນ ຈຳນວນນຶ່ງທີ່ດຳເນີນ ທຸລະກິດບໍ່ໂປ່ງໃສຢູ່ລາວໃນປັດຈຸບັນ ໂດຍສະເພາະແມ່ນບໍລິສັດທີ່ຢູ່ໃນ ກຸ່ມທີ່ໄດ້ ຮັບສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນນັ້ນ ເພາະວ່າ ການອະນຸຍາດໃຫ້ ສຳປະທານດັ່ງກ່າວ ໄດ້ເຮັດໃຫ້ບັນດາບໍລິສັດທີ່ຕ້ອງການຈະໄດ້ຮັບສຳປະທານ ບໍ່ຕ້ອງຈັດທຳບົດວິພາກເສດຖະກິດ ແລະແຜນການປ້ອງກັນຜົນກະທົບຕໍ່ສິ່ງ ແວດລ້ອມທຳມະຊາດ ທັງຍັງບໍ່ຕ້ອງກໍ່ສ້າງໂຮງງານໃນລາວ ອີກດ້ວຍ ເພາະສາມາດຂຸດຄົ້ນ ແລະຂົນສົ່ງໄປຕ່າງປະເທດໄດ້ເລີຍ ຊຶ່ງເປັນໄດ້ຈາກ ການຂຸດຄົ້ນແຮ່ທາດຫາຍາກ (Rare Earth) ສ່ວນກໍລະນີບໍ່ຂຸດ ແລະຄ້າເງິນ Crypto ທີ່ມີ 13 ບໍລິສັດຈີນທີ່ໄດ້ຮັບສຳປະທານນັ້ນ ຖືເປັນກໍລະນີທີ່ແຕກຕ່າງ ເພາະນອກຈາກຈະຍາກໃນການກວດກາແລ້ວ ລັດຖະບານລາວ ກໍຍັງຂາດບຸກ ຄະລາກອນທີ່ມີຄວາມຮູ້ໃນດ້ານນີ້ອີກດ້ວຍ ສະນັ້ນ ຈຶ່ງຕົກເປັນຝ່າຍທີ່ເສຍປຽບ ໃຫ້ກັບບໍລິສັດຈີນທີ່ດຳເນີນທຸລະກິດບໍ່ໂປ່ງໃສນັ້ນເອງ ດັ່ງທີ່ນັກທຸລະກິດຈີນ ໄດ້ໃຫ້ການຢືນຢັນວ່າ:

“ດຽວນີ້ ພື້ນຖານໂຄງລ່າງຂອງລາວ ຖືວ່າ ຍັງອ່ອນແອຫຼາຍ ບໍ່ວ່າ ຈະເປັນທາງ ດ້ານອຸດສາຫະກຳເບົາ ຫຼືວ່າ ອຸດສາຫະກຳໜັກ ແນ່ນອນທຶນຮອນເປັນດ້ານນຶ່ງ ແລ້ວກະປະສົບການກໍເປັນດ້ານນຶ່ງ ມັນຂຶ້ນກັບພື້ນຖານປະຊາກອນ ອັນນີ້ ສຳຄັນສຸດ ຄົນລາວ ມີແຕ່ 7 ລ້ານຄົນເນາະ ຊ່ຳກັບປະຊາກອນເມືອງນຶ່ງຂອງຈີນ ສະນັ້ນ ມັນປຽບທຽບບໍ່ໄດ້ເລື້ອງຈຸດອ່ອນເນາະ ຄົນລາວ ປະຊາກອນຫນ້ອຍ ແຕ່ເບິ່ງອີກດ້ານນຶ່ງ ເປັນຫຍັງປະເທດພັດທະນາແລ້ວເນາະ ຄືພວກປະເທດ ຢູໂຣບປະຊາກອນນ້ອຍ ແຕ່ວ່າ ເຂົາຣວຍເນາະ ລາວນີ້ ຖ້າຢາກຣວຍນີ້ ຕ້ອງຫັນ ມາເນັ້ນຊັບພະຍາກອນ ແຕ່ຕ້ອງໃຫ້ເປັນປະໂຫຍດຂອງລາວແທ້ໆ.”

ໂດຍໃນປີ 2022 ທີ່ຜ່ານມາ ລັດຖະບານລາວ ໄດ້ອະນຸຍາດສຳປະທານ ການຂຸດຄົ້ນແຮ່ທາດແບບເລັ່ງດ່ວນໃຫ້ບໍລິສັດຈີນເຖິງ 98 ລາຍ ໃນນີ້ ໄດ້ຂຸດຄົ້ນ ແຮ່ທາດສົ່ງອອກໄປຕ່າງປະເທດແລ້ວ ເຖິງ 89 ລາຍ ຊຶ່ງສ່ວນໃຫຍ່ເປັນການ ຂຸດຄົ້ນແຮ່ເຫຼັກ ແຮ່ຄຳ ແລະແຮ່ຫາຍາກ ທີ່ມີລາຄາແພງ ແຕ່ວ່າ ລັດຖະບານ ລາວ ກໍມີລາຍຮັບຈາກການອະນຸຍາດສຳປະທານພຽງ 85 ລ້ານໂດລາເທົ່ານັ້ນ ຊຶ່ງຖືເປັນລາຍໄດ້ທີ່ຕ່ຳຫຼາຍ ເມື່ອທຽບກັບແຮ່ທາດທີ່ຖືກຂຸດຄົ້ນ ແລະສົ່ງໄປຈີນ ຫຼາຍກວ່າ 1 ລ້ານໂຕນ ທັງປາກົດວ່າ ລັດຖະບານລາວ ຍັງຈັດເກັບຄ່າສຳ ປະທານບໍ່ໄດ້ ຄິດເປັນມູນຄ່າເກີນກວ່າ 128 ລ້ານໂດລາອີກດ້ວຍ ດັ່ງທີ່ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຖະແຫລງຍອມຮັບຕໍ່ກອງ ປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາແຫ່ງຊາດລາວ ເມື່ອບໍ່ນານມານີ້ວ່າ:

“ຈະສືບຕໍ່ເກັບລາຍຮັບ ແລະຕິດຕາມການມອບພັນທະຕ່າງໆຕາມສັນຍາ ແລະເລັ່ງທວງໜີ້ຕ້ອງຮັບ ຈາກຫົວໜ່ວຍທຸລິກິດຂຸດຄົ້ນເງິນ Crypto ແລະສູນຊື້ຂາຍ Crypto ທີ່ຍັງຄ້າງຊຳລະປີ 2022 ຈຳນວນ 7 ຫົວໜ່ວຍ ເປັນຈຳນວນ 19.5 ລ້ານໂດລາ, ບໍ່ແຮ່ 94 ລ້ານໂດລາ ແລະ ຈະເຈລະຈາ ໃຫ້ບໍລິສັດດັ່ງກ່າວມອບ 159 ຕື້ກີບ ແລະປະມານ 7 ລ້ານໂດລາ ເນື່ອງຈາກບໍ່ ສອດຄ່ອງກັລລະບຽບການຫັນຊັບສິນເປັນທຶນ ແລະກໍລະນີຫາກບໍ່ມອບ ຈະສະເໜີ ໃຫ້ພິຈາລະນາລົບລ້າງໃບຕາດິນ.”

ທັງນີ້ ລັດຖະບານລາວ ໄດ້ວາງເປົ້າໝາຍຈະຊຸກຍູ້ການຂຸດຄົ້ນແຮ່ທາດ ເພື່ອສົ່ງອອກໄປຕ່າງປະເທດໃຫ້ໄດ້ ໃນມູນຄ່າລວມ 1,525 ລ້ານໂດລາ ໃນປີ 2023 ນີ້ ຊຶ່ງກໍຖືວ່າ ມີຄວາມເປັນໄປໄດ້ສູງ ເພາະມີພື້ນຖານຮອງຮັບທີ່ຕໍ່ເນື່ອງ ຈາກການອະນຸຍາດສຳປະທານການຂຸດຄົ້ນແຮ່ທາດແບບເລັ່ງດ່ວນດັ່ງກ່າວ ແຕ່ບັນຫາທີ່ໜ້າເປັນຫ່ວງ ຄືລັດຖະບານລາວ ກໍຍັງຈະໄດ້ຮັບຜົນປະໂຫຍດ ໃນລະດັບທີ່ຕ່ຳຫຼາຍ ເມື່ອທຽບກັບປະລິມານທີ່ຖືກຂຸດຄົ້ນສົ່ງໄປຈີນ ຊຶ່ງເຫັນໄດ້ ຈາກການສົ່ງອອກແຮ່ທາດໃນປີ 2022 ທີ່ມີມູນຄ່າລວມ 8,534 ຕື້ກີບນັ້ນ ປາກົດວ່າລັດຖະບານລາວ ມີລາຍຮັບຈາກຄ່າສຳປະທານແບບເລັ່ງດ່ວນພຽງແຕ່ 9.93 ເປີເຊັນເທົ່ານັ້ນ.

ນອກຈາກນັ້ນ ການທີ່ລັດຖະບານລາວ ກໍຍັງບໍ່ມີຖານຂໍ້ມູນທີ່ກ່ຽວກັບການສຳຫຼວດ ດ້ານຊັບພະຍາກອນແຮ່ທາດອີກດ້ວຍນັ້ນ ກໍນັບເປັນອີກປັດໄຈນຶ່ງທີ່ເຮັດໃຫ້ ລັດຖະບານລາວ ຕົກເປັນຝ່າຍທີ່ເສຍປຽບໃຫ້ແກ່ບັນດາບໍລິສັດຈີນ ທີ່ມີຖາຂໍ້ມູນ ດີກວ່າທາງການລາວນັ້ນເອງ.

XS
SM
MD
LG