ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຖະ​ບານ ລາວ ມີ​ລາຍ​ຮັບ​ຈາກ​ພາ​ສີ​ທີ່​ດິນ ແລະ ຄ່າ​ສຳ​ປະ​ທານ​ໂຄງ​ການ​ຕ່າງໆ​ ໃນ​ລະ​ດັບ​ທີ່​ຕ່ຳຫຼາຍ


​ລາວ​ສຳ​ປະ​ທານ​ທີ່​ດິນ, ປ່າ ເພື່ອ​ການ​ພັດ​ທະ​ນາ​ເຂື່ອນ​ໄຟ​ຟ້າ.
​ລາວ​ສຳ​ປະ​ທານ​ທີ່​ດິນ, ປ່າ ເພື່ອ​ການ​ພັດ​ທະ​ນາ​ເຂື່ອນ​ໄຟ​ຟ້າ.

ລັດ​ຖະ​ບານ ລາວ ມີ​ລາຍ​ຮັບ​ຈາກ​ພາ​ສີ​ທີ່​ດິນ ແລະ ຄ່າ​ສຳ​ປະ​ທານ​ໂຄງ​ການ​ຕ່າງໆ​ໃນ​ລະ​ດັບ​ທີ່​ຕ່ຳຫຼາຍ ຊຶ່ງ​ເປັນ​ຍ້ອນ​ການ​ທຸ​ຈະ​ລິດ​ຂອງ​ພະ​ນັກ​ງານ​ລັດ ທີ່​ປະ​ເມີນ​ພາ​ສີ ແລະ ຄ່າ​ສຳ​ປະ​ທານ​ທີ່​ຕ່ຳ​ກວ່າ​ສະ​ພາບ​ຕົວ​ຈິງ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ເປີດ​ເຜີຍ​ວ່າ​ໄດ້​ມີ​ການ​ສຳຫຼວດ​ພົບ​ແຫຼ່ງ​ແຮ່​ທາດ 570 ກວ່າ​ແຫ່ງ​ທີ່ກວມ​ເອົາ​ພື້ນ​ທີ່ກວ້າງ​ກວ່າ 162,104 ກິ​ໂລ​ແມັດ​ມົນ​ທົນ ຄິດ​ເປັນ 68 ເປີ​ເຊັນ​ຂອງ​ພື້ນ​ທີ່​ທັງ​ໝົດ​ຂອງ​ລາວ​ໂດຍ​ລັດ​ຖະ​ບານ​ໄດ້​ອະ​ນຸ​ມັດ​ສຳ​ປະ​ທານ​ໃຫ້​ກັບ​ເອ​ກະ​ຊົນ​ລາວ ແລະ ຕ່າງ​ຊາດ​ໄປ​ແລ້ວ 649 ລາຍ​ໃນ 942 ກິດ​ຈະ​ການ ພ້ອມ​ກັນ​ນີ້​ກໍ​ໄດ້​ອະ​ນຸ​ມັດ​ສຳ​ປະ​ທານ​ທີ່​ດິນ 1,758 ໂຄງ​ການ​ຄິດ​ເປັນ​ພື້ນ​ທີ່​ລວມກວ່າ 11 ລ້ານ​ເຮັກ​ຕາ ແຕ່​ກໍ​ມີ​ການ​ນຳ​ໃຊ້​ຕົວ​ຈິງ​ພຽງ 549,248 ເຮັກ​ຕາຫຼື​ໜ້ອຍກວ່າ 5 ເປີ​ເຊັນ​ຂອງ​ພື້ນ​ທີ່​ສຳ​ປະ​ທານ​ທັງ​ໝົດ​ເນື່ອງ​ຈາກວ່າ​ການ​ອະ​ນຸ​ຍາດ​ໂດຍ​ອຳ​ນາດ​ການ​ປົກ​ຄອງ​ໃນ​ລະ​ດັບ​ທ້ອງ​ຖິ່ນ​ທີ່​ມີເຖິງ 1,331 ໂຄງ​ການ​ນັ້ນ​ໄດ້​ເຮັດ​ໃຫ້​ເກີດ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການກວດ​ກາ​ກ່ຽວ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ທີ່​ດິນ​ທີ່ ອ​ະ​ນຸ​ມັດ​ໃຫ້​ສຳ​ປະ​ທານ​ໄປ​ນັ້ນ​ທັງ​ຍັງ​ບໍ່​ໄດ້​ຮັບ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ຈາກ​ທ້ອງ​ຖິ່ນ​ອີກ​ດ້ວຍ.

ສ່ວນ​ໃນ​ດ້ານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ນັ້ນ​ໃນ​ປັດ​ຈຸ​ບັນ​ນີ້​ກໍ​ມີ​ບໍ​ລິ​ສັດ​ຕ່າງ​ຊາດ 308 ລາຍ​ທີ່​ໄດ້​ຍື່​ຄຳ​ຮ້ອງຂໍ​ອະ​ນຸ​ຍາດ​ສຳ​ປະ​ທານ​ຈາກ​ລັດ​ຖະ​ບານ​ຊຶ່ງ​ຄາດ​ວ່າ​ຈະ​ພິ​ຈາ​ລະ​ນາ​ສຳ​ເລັດ​ໃນ​ທ້າຍ​ປີ 2022 ນີ້​ໂດຍ​ສ່ວນ​ໃຫຍ່​ກໍ​ຄື​ບໍ​ລິ​ສັດ​ຂຸດ​ຄົ້ນ​ແຮ່​ທາດ​ຈາກ​ຈີນ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກົມ​ໃຫຍ່​ສຳຫຼວດ​ທໍ​ລະ​ນີ​ສາດ ແລະ ບໍ່​ແຮ່​ຂອງ​ລັດ​ຖະ​ບານ ຈີນ ທີ່​ໄດ້​ດຳ​ເນີນ​ການ​ສຳຫຼວດ​ຫາ​ແຫຼ່ງ​ແຮ່​ທາດ​ໃນ​ລາວ​ໃນ​ຊ່ວງ​ປີ 2017-2021 ທີ່​ຜ່ານ​ມາ​ໂດຍ​ພົບ​ວ່າ​ໃນ​ລາວ​ມີ​ປະ​ລິ​ມານ​ສຳ​ຮອງ​ຂອງ​ແຮ່​ຄຳຫຼາຍກວ່າ 17 ລ້ານ​ໂຕນ, ແຮ່​ທອງ​ແດງກວ່າ 182 ລ້ານ​ໂຕນ ແລະ ຖ່ານ​ຫີນຫຼາຍກວ່າ 375 ລ້ານ​ໂຕນ​ຈຶ່ງ​ເຮັດ​ໃຫ້​ບັນ​ດາ​ບໍ​ລິ​ສັດ ຈີນ ໄດ້​ມອງ​ເຫັນ​ຜົນ​ປະ​ໂຫຍດ​ຢ່າງຫຼວງຫຼາຍ ແລະ ຢ່າງ​ຍາວ​ນານ​ໃນ​ການ​ລົງ​ທຶນ​ຂຸດ​ຄົ້ນ​ແຮ່​ທາດ​ໃນ​ລາວ​ດັ່ງ​ກ່າວ ແຕ່​ວ່າ​ລັດ​ຖະ​ບານ​ລາວ​ກໍ​ຍັງ​ຄົງ​ບໍ່​ສາ​ມາດ​ເກັບ​ລາຍ​ຮັບ​ໄດ້​ຢ່າງ​ສົມ​ຄູ່​ກັບ​ການ​ອະ​ນຸ​ຍາດ​ສຳ​ປະ​ທານ​ຕົວ​ຈິງ ເພາະ​ວ່າບໍ່​ໄດ້​ຮັບ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ຈາກ​ອຳ​ນາດ​ທ້ອງ​ຖິ່ນ​ນັ້ນ​ເອງ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ໄດ້​ຢືນ​ຢັນ​ວ່າ

“ເລື່ອງ​ເກັບ​ລາຍ​ຮັບ​ນີ້​ມັນ​ຈະ​ຕ້ອງ​ໄດ້​ມີ​ການ​ປັບ​ປຸງ​ຫຼາຍ​ດ້ານ ເພາະ​ຍັງ​ເປັນ​ບັນ​ຫາ​ທີ່​ຈະ​ຕ້ອງ​ໄດ້​ສຸມ​ໃສ່​ຢ່າງ​ ຈິ​ງ​ຈັງ​ເພາະ​ວ່າ​ຖານ​ຂອງ​ເຮົາ​ຍັງ​ມີ​ຢູ່​ແຕ່​ວ່າ​ການ​ເກັບ​ບໍ່​ໝົດ​ຍັງ​ມີຫຼາຍ​ຄື​ຄ່າ​ເຊົ່າ, ຄ່າ​ສຳ​ປະ​ທານເປັນ​ຕົ້ນ​ລາຍ​ຮັບ​ຈາກ​ພາ​ສີ​ທີ່​ດິນ​ນີ້​ຍັງ​ມີຫຼາຍ​ທີ່​ສຸດ​ເປັນ​ຊ່ອງ​ຫວ່າງ ແລະ ມາ​ສັງ​ເກດ​ເຫັນ​ວ່າ​ຖ້າ​ວ່າ​ເມືອງ​ໃດ​ອຳ​ນາດ​ການ​ປົກ​ຄອ​ງ​ບ້ານ​ໄດ້​ຈິງ​ຈັງ​ຕໍ່​ກັບ​ບັນ​ຫານີ້​ກໍ​ເຮັດ​ໃຫ້​ລາຍ​ຮັບ​ຂອງ​ເມືອ​ງ​ຫັ້ນ​ເພີ່ມ​ຂຶ້ນ​ໂລດ ແຕ່​ວ່າ​ໄລ​ຍະ​ທີ່​ຜ່ານ​ມາພວກ​ເຮົາ​ນີ້​ຖື​ວ່າ​ວຽກ​ຂອງ​ພາກ​ສ່ວນ​ນຶ່ງ​ຕ່າງ​ຫາກບໍ່​ທັນ​ເຂົ້າ​ໃຈ​ວ່າ​ເປັນ​ວຽກ​ຂອງ​ອົງ​ການ​ປົກ​ຄອງ​ຂັ້ນ​ນັ້ນ​ຕ້ອງ​ໄດ້​ເປັນ​ເຈົ້າ​ການ ອັນ​ນີ້​ລະ​ຈຶ່ງ​ເປັນ​ບັນ​ຫາ.”

ທັງ​ນີ້​ລັດ​ຖະ​ບານ​ລາວ​ຄາດ​ວ່າ​ຈະ​ມີ​ລາຍ​ຮັບ​ຈາກ​ການ​ອະ​ນຸ​ຍາດ​ສຳ​ປະ​ທານ​ການ​ຂຸດ​ຄົ້ນ​ແຮ່​ທາດຫຼາຍກວ່າ 1,000 ລ້ານ​ໂດ​ລາ​ສຳ​ລັບ​ນຳ​ໃຊ້​ໃນ​ການ​ຊຳ​ລະ​ໜີ້​ຕ່າງ​ປະ​ເທ​ດ​ໃນ​ປີ 2025 ໂດຍ​ທີ່​ຜ່ານ​ມາ​ລັດ​ຖະ​ບານ​ລາວ​ກໍ​ໄດ້​ທົດ​ລອງ​ອະນຸຍາດ​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ​ແບບ​ເລັ່ງ​ດ່ວນ​ໃຫ້​ກັບ 50 ບໍ​ລິ​ສັດ​ຈາກ​ຈີນ ໂດຍ​ສ້າງ​ລາ​ຍ​ຮັບ​ໃຫ້​ລັດ​ຖະ​ບານ​ໄດ້​ໃນ​ມູນ​ຄ່າ​ລວມ 100 ລ້ານ​ໂດ​ລາ​ສ່ວນ​ບໍ​ລິ​ສັດ​ຈີນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ດັ່ງ​ກ່າວ​ກໍ​ໄດ້​ຂຸດ​ຄົ້ນ​ແຮ່​ເຫຼັກ ແລະ ສົ່ງ​ໄປ​ຈີນ​ແລ້ວ 765,000 ໂຕນ ແລະ ຍັງ​ຈະ​ສົ່ງ​ເພີ່ມ​ອີກກວ່າ 250,000 ໂຕນ​ໃນ​ທ້າຍ​ປີນີ້.

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ການ​ເງິນ​ໃຫ້​ການ​ຢືນ​ຢັນ​ວ່າ​ລັດ​ຖະ​ບານ​ລາວ​ໄດ້​ຮັບ​ສ່ວນ​ແບ່ງ​ລາຍ​ຮັບ ແລະ ຜົນ​ປະ​ໂຫຍດ​ພຽງ​ສ່ວນ​ນ້ອຍ​ຈາກ​ການ​ອະ​ນຸ​ມັດ​ສຳ​ປະ​ທານ​ທີ່​ດິນ ແລະ ການ​ຂຸດ​ຄົ້ນ​ແຮ່​ທາດ​ຊຶ່ງ​ມີ​ສາ​ເຫດ​ມາ​ຈາກ​ການ​ຈັດ​ຕັ້​ງ​ປະ​ຕິ​ບັດ​ທີ່ບໍ່​ມີ​ປະ​ສິດ​ທິ​ພາບ​ຂອງ​ພະ​ນັກ​ງານ​ລັດ​ທີ່​ເຫັນ​ແກ່​ຜົນ​ປະ​ໂຫຍດ​ສ່ວນ​ຕົວ ແລະ ປະ​ເມີນ​ລາຍ​ຮັບ​ໃຫ້​ແກ່​ລັດ​ຖະ​ບານ​ຕ່ຳ​ກວ່າ​ສະ​ພາບ​ຕົວ​ຈິງ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ຕິດ​ຕັ້ງ​ລະ​ບົບ​ກວດ​ກາ​ທີ່​ດິນ​ທີ່​ທັນ​ສະ​ໄໝ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ບັນ​ລຸ​ຕາມ​ຄາດ​ໝາຍ​ທີ່​ວາງ​ໄວ້​ກະ​ຊວງ​ໄດ້​ມີ​ໂຄງ​ການ​ສ້າງ​ຖານ​ຂໍ້​ມູນ​ທີ່​ດິນ ແລະ ການ​ຄຸ້ມ​ຄອງ​ທີ່​ດິນ​ຫັນ​ເປັນ​ທັນ​ສະ​ໄໝ​ນອກ​ນັ້ນ​ຍັງ​ມີ​ແຜນ​ຈະ​ສ້າງ​ໜ່ວຍ​ງານ​ເຄື່ອນ​ທີ່​ຈຳ​ນວນ 5 ໜ່ວຍ​ງານ​ເພື່ອ​ດຳ​ເນີນ​ການ​ຕິດ​ຕາມ, ກວດ​ກາ, ຊຸກ​ຍູ້​ວຽກ​ງານ IT, ການ​ສຳຫຼວດ​ວັດ​ແທກ ແລະ ວຽກ​ງານ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ທີ່​ດິນ.”

ປັດ​ຈຸ​ບັນ​ລັດ​ຖະ​ບານ​ລາວ​ໄດ້​ອະ​ນຸ​ຍາດ​ສຳ​ປະ​ທານ​ການ​ຂຸດ​ຄົ້ນ​ແຮ່​ທາດ 319 ກິດ​ຈະ​ການ​ໃຫ້​ກັບ 214 ບໍ​ລິ​ສັດ​ຕ່າງ​ຊາດ ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ມີ​ລາຍ​ຮັບ​ຈາກ​ຄ່າ​ສຳ​ປ​ະ​ທານ ແລະ ​ພັນ​ທະ​ຕ່າງໆ​ກວ່າ 1,000 ລ້ານ​ໂດ​ລາ​ໃນ​ຊ່ວງ​ປີ 2016-2021 ທີ່​ຜ່ານ​ມາ.

XS
SM
MD
LG