ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວມີພັນທະທີ່ຈະຕ້ອງຊຳລະຂັ້ນຕໍ່າ 50 ລ້ານ​ໂດ​ລາ ຕໍ່ປີ ສຳລັບໜີ້ທີ່ເກີດຈາກການກູ້ຢືມຈາກຈີນ ທີ່ນຳໃຊ້ໃນການຮ່ວມລົງທຶນກໍ່ສ້າງທາງລົດໄຟ


ບັນດາຜູ້ໂດຍສານລໍຖ້າທີ່ຈະຂຶ້ນລົດໄຟຄວາມໄວສູງ ລາວ-ຈີນ ຢູ່ທີ່ສະຖານີແຫ່ງນຶ່ງ.
ບັນດາຜູ້ໂດຍສານລໍຖ້າທີ່ຈະຂຶ້ນລົດໄຟຄວາມໄວສູງ ລາວ-ຈີນ ຢູ່ທີ່ສະຖານີແຫ່ງນຶ່ງ.

ລັດຖະບານລາວມີພັນທະທີ່ຈະຕ້ອງຊຳລະຂັ້ນຕໍ່າ 50 ລ້ານຕໍ່ປີສຳລັບໜີ້ທີ່ເກີດຈາກການກູ້ຢືມຈາກຈີນ ທີ່ນຳໃຊ້ໃນການຮ່ວມລົງທຶນກໍ່ສ້າງທາງລົດໄຟ ໂດຍເງິນທີ່ໄດ້ຈາກສຳປະທານຕ່າງໆຂອງຈີນໃນລາວ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ດຣ. ປິຕິ ສຣີແສງນາມ ຜູ້ອຳນວຍການສູນເສດຖະກິດລະຫວ່າງປະເທດແຫ່ງ ຈຸລາລົງກອນມະຫາວິທະຍາໄລໃຫ້ທັດສະນະວ່າ ການເຊື່ອມຕໍ່ທາງລົດໄຟລະ ຫວ່າງລາວກັບຈີນ ຖືເປັນພື້ນຖານ ແລະໂອກາດທີ່ສຳຄັນຂອງ ສປປ. ລາວ ທີ່ຈະພັດທະນາໄປສູ່ເປົ້າໝາຍການເປັນສູນກາງການເຊື່ອມຕໍ່ດ້ານຄົມມະນາຄົມ ຂົນສົ່ງໃນລຸ່ມແມ່ນໍ້າຂອງໃຫ້ໄດ້ຢ່າງເປັນຮູບປະທຳ ທັງນີ້ໂດຍການນຳໃຊ້ສະຖາ ນະພາບທີ່ເປັນຫຸ້ນສ່ວນຍຸດທະສາດ ຄູ່ຮ່ວມສະຕາກຳໃນການພັດທະນາຮອບດ້ານຮ່ວມກັນກັບຈີນນັ້ນໃຫ້ເກີດຜົນປະໂຫຍດສູງສຸດ ເພາະວ່າການເຊື່ອມຕໍ່ທາງ ລົດໄຟລາວຈີນນັ້ນ ກໍຄືປັດໃຈທີ່ຈະຊຸກຍູ້ໃຫ້ ສປປ. ລາວ ມີບົດບາດຫລາຍຂຶ້ນ ໃນຕ່ອງໂສ້ອຸບທານ (Supply Chain) ຂອງການຄ້າທັງໃນລະດັບພາກພື້ນ ແລະລະດັບໂລກ ດັ່ງທີ່ ດຣ. ປິຕິ ຢືນຢັນວ່າ:

“ສປປ ລາວ ສາມາດທີ່ຈະເຂົ້າສູ່ບະບົບ ໂລຈິສຕິກ ທີ່ເຊື່ອມໂຍງກັບຕ່ອງໂສ້ ມູນຄ່າທັງໃນລະດັບພູມີພາກແລ້ວກໍໃນລະດັບໂລກ ແລ້ວກໍດົນໄປນີ້ ສປປ ລາວ ຈະມີປະສິດທິພາບໃນການທີ່ຈະກຳໜົດກົດເກນຕ່າງໆໃນການທີ່ຈະເຊື່ອມ ໂຍງຕ່ອງໂສ້ອຸບປະທານເຫລົ່ານີ້ ເພາະສະນັ້ນ ກົດລະບຽບ-ກົດເກນທາງດ້ານ ການຄ້ານີ້ ເປັນຈຸບັນ ກໍຈະເປັນການກຳໜົດຮ່ວມກັນລະຫວ່າງຈີນ ກັບ ສປປ ລາວ ແລ້ວໄທເຮົາເອງຊຶ່ງໃນທີ່ສຸດພໍເມື່ອມີຄວາມພ້ອມຂຶ້ນມາ ແລະໄປເຊື່ອມໂຍງ ກັບເຂົາໄດ້ ກໍຈະຕ້ອງຫລິ້ນຕາມກະຕິການນັ້ນ.”

ແຕ່ຢ່າງໃດກໍຕາມ ການກໍ່ສ້າງທາງລົດໄຟລາວຈີນໃນລາວ ກໍໄດ້ສົ່ງຜົນກະທົບ ເຮັດໃຫ້ຕ້ອງເວນຄືນ ແລະສິ່ງປູກສ້າງຂອງປະຊາຊົນລາວຈຳນວນ 6,853 ຄອບຄົວ ຊຶ່ງໃນນີ້ສາມາດຕົກລົງ ແລະຈ່າຍເງິນຊົດເຊີຍແລ້ວ 5,837 ຄອບຄົວ ຄິດເປັນມູນຄ່າລວມກວ່າ 1,436 ຕື້ກີບ ຈຶ່ງຍັງເຫລືອອີກ 1016 ຄອບຄົວທີ່ ຍັງບໍ່ຍອມຮັບເອົາການຊົດເຊີຍໃນມູນຄ່າລວມ 279,98 ຕື້ກີບ ເພາະເຫັນວ່າ ເປັນຄ່າຊົດເຊີຍທ່ີ່ຕໍ່າກວ່າສະພາບໂຕຈິງໃນປັດຈຸບັນນີ້ກໍຄືເກີນວ່າ 600 ຕືຶ້ກີບ ໃນຂະນະທີ່ບໍລິສັດທາງລົດໄຟລາວຈີນໄດ້ປະເມີນລາຄາທີ່ດິນກັບສິ່ງປູກສ້າງຕາມກົດໝາຍທີ່ດິນປີ 2003 ຈຶ່ງເຮັດໃຫ້ເກີດບັນຫາດັ່ງກ່າວ.

ທັງນີ້ໂຄງການທາງລົດໄຟລາວຈີນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ 6,853 ຄອບຄົວໃນເຂດ 13 ເມືອງຂອງແຂວງຫລວງນໍ້າທາ, ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະນະຄອນຫລວງວຽງຈັນ ໂດຍທມີທີດິນຖືກເວນຄືນ 3,832 ເຮັກຕາ ສິ່ງປູກສ້າງ 3,346 ຫລັງ ຕົ້ນໄມ້ກວ່າ 1 ລ້ານຕົ້ນ ຫາກແຕ່ວ່າກໍຍັງປາກົດມີ ການຊັກຊ້າໃການຈ່າຍເງິນຊົດເຊີຍເລື້ອຍມາ ໂດຍການຊົດເຊີຍຢູ່ທີ່ແຂວງ ຫລວງນໍ້າທາ, ອຸດົມໄຊ, ຫລວງພຣະບາງ ຈະມີອັດຕາສະເລ່ຍລະຫວ່າງ 11,000-80,000 ກີບຕໍ່ຕາແມັດ ສ່່ວນທີ່ແຂວງວຽງຈັນ ແລະນະຄອນຫລວງ ວຽງຈັນ ຈະຊົດເຊີຍ 15,000-137,000 ກີບຕໍ່ຕາແມັດ ຊຶ່ງກຸ່ມແລກປ່ຽນຂໍ້ມູນ ດ້ານທີ່ດິນ ລາຍງານວ່າທີ່ດິນຢູ່ເຂດເມືອງນາຊາຍທອງມີລາຄາສະເລ່ຍທີີ່ລະດັບ 1.3 ລ້ານກີບຕໍ່ຕາແມັດ ແຕ່ກໍມີການຊົດເຊີຍລາຄ່າສະເລ່ຍ 137,000 ກີບຕໍ່ຕາ ແມັດ ຊຶ່ງຄິດເປັນ 10 ເປີເຊັນ ເທົ່ານັ້ນຂອງລາຄ່າທີີ່ເປັນຈິງໃນປັດຈຸບັນ.

ສ່ວນເຈົ້າໜ້າທີ່ໃນກະຊວງແຜນການ ແລະການລົງທຶນເປີດເຜີຍວ່າບໍລິສັດ ທາງລົດໄຟລາວຈີນ ຍັງມີສິດໃນການເປັນຜູ້ລົງທຶນພັດທະສະຖານີລົດໄຟ ແລະພື້ນທີ່ຕໍ່ເນື່ອງກັບສະຖານີລົດໄຟ 4 ແຫ່ງດ້ວຍກໍຄືສະຖານີນະຄອນ ຫຼວງວຽງຈັນ ສະຖານີວັງວຽງ ສະຖານີຫລວງພຣະບາງ ແລະສະຖານນີເມືອງໄຊ ໃນແຂວງອຸດົມໄຊ ແລະລັດຖະບານລາວກໍມີພັນທະຈະຕ້ອງຊຳລະໜີ້ຄືນໃຫ້ຈີນ 50 ລ້ານໂດລາສະຫະລັດຕໍ່ປີ ດັ່ງທີ່ເຈົ້າ ໜ້າທີ່ລາວຢືນຢັນວ່າ:

“ລາວໄປກູ້ຢືມນຳຈີນ 480 ລ້ານ USA ແລະລາວເຮົາຈະມີທຶນເອງ 250 ລ້ານ USA ແລະລາວສະເໜີຈ່າຍປີໜຶ່ງ 50 ລ້ານ ໃຊ້ໜີ້ສິນ ຊຶ່ງເອົາມາຈາການເກັບ ພາສີຈາກບໍລິສັດຂອງຈີນ ທີີ່ມາລົງທຶນຢູ່ລາວ ແລະປີໜຶ່ງເຮົາສາມາດຕອບສະ ໜອງໃຫ້ຝ່າຍຈີນໃຊ້ໜີ້ເພິີ້ມປະມານ 50 ລ້ານ US ໂດລາຕໍ່ປີ.”

ທັງນີ້ໂດຍບໍລິສັດຮ່ວມລົງທຶນທາງລົດໄຟລາວຈີນຈຳກັດ ຍັງໄດ້ສິດໃນການ ເວນຄືນທີ່ດິນຕໍ່ເນື່ອງກັບສະຖານີນະຄອນວຽງຈັນ 1,000 ເຮັກຕາ ສະຖານີເມືອງໄຊ 1,000 ເຮັກຕາ, ສະຖານີວັງວຽງ 500 ເຮັກຕາ ແລະ ສະຖານີຫລວງພຣະບາງ 500 ເຮັກຕາ

XS
SM
MD
LG