ລິ້ງ ສຳຫລັບເຂົ້າຫາ

ລັດຖະບານລາວ ເປັນໜີ້ສິນກາຍ 70 ເປີເຊັນ ຂອງຍອດຜະລິດຕະພັນລວມ ແລະຈະເພີ້ມຂຶ້ນໃນປີ 2021


ເງິນຕາຕ່າງປະເທດ.

ລັດຖະບານລາວເປັນໜີ້ເງິນກູ້ຕ່າງປະເທດ ຄິດເປັນສັດສ່ວນເກີນກວ່າ 70 ເປີເຊັນ
ຂອງຍອດຜະລິດຕະພັນໃນປະເທດ ແລະຄາດວ່າຍັງເພີ້ມຂຶ້ນອີກ ໃນປີ 2021 ເພາະວ່າ
ລັດຖະບານລາວຍັງຈະຕ້ອງກູ້ຢືມເພີ້ມຂື້ນອີກ ຊຶ່ງຊົງລິດ ໂພນເງິນ ມີລາຍງານ ຈາກ
ບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດລາວເປີດເຜີຍວ່າ ລັດຖະບານລາວປະ ເຊີນກັບການຂາດດຸນບັນຊີເງິນຕາຕ່າງປະເທດ ເຖິງ 9.4 ເປີເຊັນ ຂອງຍອດ ຜະລິດຕະພັນລວມພາຍໃນ (GDP) ໃນປີ 2020 ໂດຍເຮັດໃຫ້ທຶນສຳລອງເງິນ ຕາຕ່າງປະເທດຂອງລັດຖະບານລາວ ມີມູນຄ່າຕໍ່າກວ່າ 1,000 ລ້ານໂດລາສະ ຫະລັດ ເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດບໍ່ເຖິງ 2 ເດືອນ ຈຶ່ງເຮັດ ໃຫ້ລັດຖະບານລາວ ຕ້ອງກູ້ຢືມຈາກຕ່າງປະເທດຫຼາຍຂຶ້ນ ເພື່ອນຳມາດຸນດ່ຽງ ລາຍຈ່າຍທີ່ສູງກວ່າລາຍຮັບ ໂດຍລັດຖະບານລາວ ມີໝີ້ເຖິງ 13,491 ລ້ານ ໂດລາສະຫະລັດ ຄິດເປັນ 68 ເປີເຊັນ ຂອງ GDP ໃນປີ 2019 ແລະເພີິ້ມ ຂຶ້ນເປັນເກີນກວ່າ 70 ເປີເຊັນ ຂອງ GDP ໃນປີ 2020 ທັງຈະເພີ້ມຂຶ້ນອີກ ໃນປີ 2021 ນີ້ເພາະວ່າລັດຖະມບານລາວ ຕ້ອງການເງິນຕາຕ່າງປະເທດ ບໍ່ ໜ້ອຍກວ່າ 1,900 ລ້ານໂດລາສະຫະລັດນັ້ນເອງ.

ສ່ວນທ່ານສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງຊາດ ຖະແຫຼງຢືນຢັນ ວ່າລັດຖະບານລາວມີຄວາມຕ້ອງການເງິນຕາຕ່າງປະເທດບໍ່ໜ້ອຍກວ່າ 4,000 ລ້ານໂດລາສະຫະລັດ ໃນແຕ່ລະປີ ຫາກແຕ່ກໍສາມາດປະຕິບັດໄດ້ແທ້ພຽງ 50 ເປີເຊັນ

ເພາະສາມາດແລກເງິນຕາຕ່າງປະເທດ ຈາກຜູ້ສົ່ງອອກສິນຄ້າ ໄດ້ໃນ ມູນຄ່າສະເລ່ຍພຽງແຕ່ 2,000 ລ້ານໂດລາສະຫະລັດເທົ່ານັ້ນ ເຮັດໃຫ້ຕ້ອງ ຂາດແຄນເງິນຕາຕ່າງປະເທດເຖິງ 2,000 ລ້ານໂດລາສະຫະລັດ ໃນປີຜ່ານມາ ຊຶ່ງເປັນສາເຫດທີ່ເຮັດໃຫ້ສະຖາບັນ Moody’s Investors Service ໄດ້ປັບ ລົດລະດັບໜີ້ສິນຂອງລັດຖະບານລາວຈາກລະດັບທີ່ມີຄວາມຫວັງວ່າຈະພັດທະ ນາດີຂຶ້ນລົງມາເປັນລະດັບທີ່ຕິດລົບ ຫຼືຂີ້ຮ້າຍກວ່າເກົ່າ.

ທາງດ້ານທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດຖະແຫຼງ ວ່າ ການເສີມຂະຫຍາຍການພົວພັນທາງການທູດ ກັບຕ່າງປະເທດ ໃຫ້ໄດ້ຢ່າງ ກວ້າງຂວາງຂຶ້ນ ຖືເປັນເປົ້າໝາຍສຳຄັນທີ່ສຸດ ໃນນະໂຍບາຍການຕ່າງປະເທດ ຂອງລັດຖະບານລາວໃນປີ 2021 ຫາ 2025 ດ້ວຍຫວັງວ່າ ການເສີມຂະ ຫຍາຍການພົວພັນທາງການທູດດັ່ງກ່າວ ກໍຈະເຮັດໃຫ້ສະຖານະ ແລະບົດບາດ ຂອງລາວໂດດເດັ່ນຂຶ້ນ ໃນເວທີສາກົນ ອັນຈະເຮັດໃຫ້ລາວມີໂອກາດ ໄດ້ຮັບ ການຊ່ວຍເຫຼືອລ້າ ຈາກຕ່າງປະເທດເພີ້ມຂຶ້ນດ້ວຍ ຊຶ່ງເປົ້າໝາຍກໍຄື ການຍາດ ແຍ່ງເອົາການຊ່ວຍເຫຼືອ ໃຫ້ໄດ້ເຖິງ 800 ລ້ານໂດລາສະຫະລັດຕໍ່ປີ ດັ່ງທີ່ທ່ານ ສະເຫຼີມໄຊ ຢືນຢັນວ່າ:

“ເພີ້ມທະວີເຄື່ອນໄຫວການທູດເສດຖະກິດ ລະດົມຂົນຂວາຍການຊ່ວຍເຫຼືອເພື່ອ ການພັດທະນາ ຫຼື ODA ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນ ພັດທະນາເສດຖະກິດ 5 ປີ ຄັ້ງທີ 9 ຄາດຄະເນໃຫ້ໄດ້ປະມານ 700 ເຖິງ 800 ລ້ານໂດລາສະຫະລັດຕໍ່ປີ ສູ້ຊົນປັບປຸງກົງຈັກການຈັດຕັ້ງ ໃຫ້ກະທັດຣັດ ມີປະສິດທິພາບມີແບບແຜນ ມີວິທີເຮັດວຽກທີ່ທັນສະໄໝແລະປັບປຸງລະບົບນີຕິກໍາກອງກະຊວງຕ່າງປະເທດ ໃຫ້ຄົບຖ້ວນສົມບູນໂດຍພື້ນຖານ ພາຍໃນປີ 2025.”

ສ່ວນທ່ານນາງເປຣມຣືດີ ດາວເຣືອງ ຜູ້ປະສານງານກຸ່ມຕິດຕາມການລົງທຶນກໍ່ ສ້າງເຂື່ອນໃນລາວ ຢືນຢັນວ່າ ໂຄງການຂະໜາດໃຫຍ່ ເຊັ່ນການກໍ່ສ້າງເຂື່ອນ ໄດ້ສົ່ງຜົນກະທົບ ທີ່ມີລັກສະນະຂ້າມແດນຫຼາຍຂຶ້ນ ເຮັດໃຫ້ຕ້ອງມີການເຄື່ອນ ໄຫວຄັດຄ້ານຕໍ່ໄປ ດັ່ງທີ່ີທ່ານນາງເປຣມລືດີ ຢືນຢັນວ່າ.

“ຂໍ້ຮຽກຮ້ອງເຖິງຄວາມເປັນຫ່ວງກ່ຽງກັບເລື້ອງຄວາມຢັ້ງຢືນ ໃນເລື້ອງສິ່ງແວດ ລ້ອມຊັບພະຍາກອນທຳມະຊາດ ຊື່ງມີສາມເລື້ອງໃຫຍ່ກໍຄື ເລື້ອງການເກີດຂຶ້ນ ຂອງໂຄງການຂະໜາດໃຫຍ່ມາກມາຍໃນພູມີພາກ ຕັ້ງແຕ່ເລື້ອງເຂື່ອນການຂຸດ ເຈາະຊັບພະຍາກອນທໍາມະຊາດ ເລື້ອງຂອງໂຄງການຂະໜາດໃຫຍ່ຕ່າງໆ ສາທາລະນູປະໂພກພື້ນຖານທັງຫຼາຍ ອັນທີ 2 ກໍຄື ເລື້ອງການປ່ຽນແປງສະ ພາບອາກາດ ຊຶ່ງຢິ່ງເຮັດໃຫ້ອາຊຽນມີຄວາມອ່ອນແອຫຼາຍຂຶ້ນໃນການທີ່ຈະ ສູ້ກັບເລື້ອງຕ່າງໆແລະອັນທີ 3 ເປັນເລື້ອງຂອງການສູນເສຍຄວາມຫຼາກຫຼາຍ ທາງຊີວະພາບ ຊຶ່ງກ່ຽວຂ້ອງກັບເລື້ອງຂອງການເກີດຂຶ້ນຂອງໂຄງການຂະໜາດ ໃຫຍ່.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມາທິການແມ່ນໍ້າຂອງ (MRC) ເປີດເຜີຍວ່າ ການກໍ່ສ້າງເຂື່ອນໃນລາວ ເຮັດໃຫ້ຕ້ອງຍົກຍ້າຍປະຊາຊົນ 80,000 ກວ່າຄົນ ໃນ 280 ກວ່າບ້ານ ໄປຢູ່ເຂດຈັດສັນໃໝ່ໂດຍຜູ້ລົງທຶນໃຊ້ເງິນກວ່າ 500 ລ້ານ

ໂດລາສະຫະລັດ ເພື່ອຊົດເຊີຍຄ່າເສຍຫາຍ ແລະພັດທະນາທີຢູ່ອາໄສໃໝ່ ດັ່ງກ່າວ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG