ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດຖະບານລາວ ໄດ້ຮັບຜົນປະໂຫຍດພຽງສ່ວນນ້ອຍຈາກການອະນຸຍາດສຳປະທານການຂຸດຄົ້ນແຮ່ທາດ


ພະນັກງານຄົນນຶ່ງ ກຳລັງປະຕິບັດໜ້າທີ່ຢູ່ທີ່ບໍ່ແຮ່ເຊໂປນ ຢູ່ເມືອງວີລະບູລີ ແຂວງສະຫວັນນະເຂດ
ພະນັກງານຄົນນຶ່ງ ກຳລັງປະຕິບັດໜ້າທີ່ຢູ່ທີ່ບໍ່ແຮ່ເຊໂປນ ຢູ່ເມືອງວີລະບູລີ ແຂວງສະຫວັນນະເຂດ

ລັດຖະບານລາວ ໄດ້ຮັບຜົນປະໂຫຍດພຽງສ່ວນນ້ອຍຈາກການອະນຸຍາດສຳປະທານການຂຸດຄົ້ນແຮ່ທາດໃນທົ່ວປະເທດ ເພາະທີ່ຜ່ານມາໄດ້ມີການປະເມີນຄ່າສຳປະທານ ທີ່ຕ່ຳກວ່າຄວາມເປັນຈິງ ຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ຖະແຫລງວ່າ ລັດຖະບານລາວ ໄດ້ຮັບສ່ວນແບ່ງລາຍຮັບແລະຜົນປະໂຫຍດພຽງສ່ວນນ້ອຍຈາກການອະນຸຍາດສຳປະທານການຂຸດຄົ້ນແຮ່ທາດໃນທົ່ວປະເທດ ໂດຍມີສາເຫດມາຈາກການຈັດຕັ້ງປະຕິບັດ ທີ່ບໍ່ມີປະສິດທິພາບຂອງພະນັກງານລັດ ທີ່ເຫັນແກ່ຜົນປະໂຫຍດສ່ວນຕົວເປັນສຳຄັນ ຈຶ່ງເຮັດໃຫ້ປະເມີນລາຍຮັບ ແລະຜົນຕອບແທນໃຫ້ລັດຖະບານໃນລະດັບທີ່ຕ່ຳກວ່າຄວາມເປັນຈິງ ດັ່ງຈະເຫັນໄດ້ຈາກການອະນຸຂາດສຳປະທານຂຸດຄົ້ນແຮ່ທາດ 82 ໂຄງການ ກັບ 66 ກິດຈະການທີ່ໄດ້ສົ່ງອອກແຮ່ທາດໄປຕ່າງປະເທດແລ້ວນັ້ນ ແຕ່ກໍປາກົດວ່າ ລັດຖະບານລາວ ໄດ້ຜົນຕອບແທນປີລະບໍ່ເກີນ 100 ລ້ານໂດລາເທົ່ານັ້ນ ດັ່ງທີ່ ທ່ານບຸນໂຈມ ຢືນຢັນວ່າ:

“ກ່ຽວກັບການຂຸດຄົ້ນຊັບພະຍາກອນທຳມະຊາດນີ້ ທາງກະຊວງການເງິນ ກໍຢືນຢັນວ່າ ຜົນປະໂຫຍດທີ່ລັດເຮົາໄດ້ ມັນບໍ່ທັນສົມຄູ່ກັບບັນດາກິດຈະການ ທີ່ລັດໄດ້ອະນຸຍາດຂຸດຄົ້ນ-ປຸງແຕ່ງ-ສົ່ງອອກ ພວກເຮົາໄດ້ລາຍຮັບແຕ່ລະປີ ຄ່າຊັບພະຍາກອນທຳມະຊາດທັງໝົດ 82 ໂຄງການ 66 ກິດຈະການທີ່​ໄດ້ຂຸດຄົ້ນ ປຸງແຕ່ງ-ສົ່ງອອກແລ້ວ ເຮົາໄດ້ປະມານ 40 ລ້ານໂດລາຕໍ່ປີ ອາກອນນີ້ຢູ່ໃນລະດັບ 600 ຕື້ກີບ ກໍຖືວ່າຢູ່ໃນລະດັບ 100 ລ້ານໂດລາ ຜົນປະໂຫຍດລັດເຮົາໄດ້ ກະຖືວ່າ ບໍ່ທັນຕອບສະໜອງໄດ້ຕາມທີ່ພວກເຮົາຢາກໄດ້ ກະມີຫຼາຍປັດໄຈດອກອັນນັ້ນນ່ະ ແຕ່ເບື້ອງກະຊວງການເງິນເກັບນີ້ ກໍແມ່ນໄດ້ແຕ່ພຽງເທົ່ານັ້ນແຫລະ.”

ທັງນີ້ ຈາກການສຳຫຼວດໃນຊ່ວງປີ 2017-2021 ໂດຍກົມໃຫຍ່ສຳຫຼວດທໍລະນີສາດແລະບໍ່ແຮ່ຂອງລັດຖະບານຈີນ ພົບວ່າ ໃນລາວມີປະລິມານສຳຮອງຂອງແຮ່ຄຳຫຼາຍກວ່າ 17 ລ້ານໂຕນ ແຮ່ທອງແດງ ຫຼາຍກວ່າ 182 ລ້ານໂຕນ ແລະຖ່ານຫີນຫຼາຍກວ່າ 375 ລ້ານໂຕນ ຊຶ່ງນອກຈາກຈະເຮັດໃຫ້ບັນດາບໍລິສັດຈີນ ໄດ້ເລັງເຫັນຜົນປະໂຫຍດທີ່ຈະໄດ້ຮັບຢ່າງຫຼວງຫຼາຍ ແລະຍາວນານແລ້ວ ທາງດ້ານລັດຖະບານລາວ ກໍຫວັງວ່າ ຈະມີລາຍຮັບເຖິງ 1,000 ລ້ານໂດລາ ເພື່ອຊຳລະໜີ້ຕ່າງປະເທດ ພາຍໃນປີ 2025.

ໂດຍລັດຖະບານລາວ ໄດ້ອະນຸຍາດສຳປະທານການຂຸດຄົ້ນແຮ່ທາດແລ້ວ 319 ກິດຈະການ ໃຫ້ກັບບັນດາຜູ້ລົງທຶນ ຈາກຕ່າງປະເທດ 214 ບໍລິສັດ ທີ່ເຮັດໃຫ້ລັດຖະບານລາວ ມີລາຍຮັບຈາກຄ່າສຳປະທານເກີນກວ່າ 1,000 ລ້ານໂດລາ ໃນຊ່ວງປີ 2016-2021 ຊຶ່ງຍັງບໍ່ລວມລາຍຮັບຈາກພາກພະລັງງານໄຟຟ້າ 1,225 ລ້ານໂດລາ ໃນໄລຍະດຽວກັນ ນອກຈາກນັ້ນ ລັດຖະບານລາວ ກໍຍັງມີລາຍຮັບຈາກຄ່າສຳປະທານບໍ່ແຮ່ເຊໂປນ ຢູ່ເມືອງວີລະບູລີ ແຂວງສະຫວັນນະເຂດ ຄິດເປັນມູນຄ່າລວມ 1,500 ລ້ານໂດລາໃນຊ່ວງປີ 2003-2020.

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງພະລັງງານແລະບໍ່ແຮ່ ເປີດເຜີຍວ່າ ບັນດາບໍລິສັດຈາກຈີນ ໄດ້ລົງທຶນໃນພາກການຂຸດຄົ້ນແຮ່ທາດເພີ້ມຂຶ້ນຢ່າງຕໍ່ເນື່ອງ ເພາະມອງເຫັນເຖິງຜົນປະໂຫຍດທີ່ຈະໄດ້ຫຼາຍຂຶ້ນຈາກການຂົນສົ່ງແຮ່ທາດຈາກລາວ ໄປຈີນ ດ້ວຍລົດໄຟລາວ-ຈີນ ທີ່ສະດວກວ່ອງໄວ ແລະປະຢັດກວ່າການຂົນສົ່ງດ້ວຍລົດບັນທຸກ ທັງຍັງສາມາດຂົນສົ່ງເພີ້ມຂຶ້ນໄດ້ຕະຫຼອດ 24 ຊົ່ວໂມງອີກດ້ວຍ ໂດຍສະເພາະແມ່ນແຮ່ຄຳ ທອງແດງ ແລະຖ່ານຫີນ ທີ່ມີຢູ່ໃນລາວ ຢ່າງຫຼວງຫຼາຍນັ້ນ ກໍຄືເປົ້າໝາຍຂອງບໍລິສັດຈີນ ທີ່ຂຸດຄົ້ນແຮ່ທາດໃນລາວ ກວ່າ 140 ລາຍໃນປັດຈຸບັນນີ້.

ແຕ່ຢ່າງໃດກໍຕາມ ທາງດ້ານບໍລິສັດ Phoubia Mining ຜູ້ລົງທຶນຂຸດຄົ້ນແຮ່ຄຳ ທອງແດງ ແລະເງິນທີ່ບໍ່ແຮ່ພູຄຳແລະບ້ານຫ້ວຍຊາຍໃນແຂວງໄຊສົມບູນນັ້ນ ໄດ້ແຈ້ງຄວາມປະສົງຢ່າງຊັດເຈນແລ້ວວ່າ ຈະຍຸຕິການດຳເນີນກິດຈະ ການທັງໝົດໃນລາວ ເມື່ອສິ້ນສຸດອາຍຸສຳປະທານການລົງທຶນໃນປີ 2025 ທັງຍັງຈະບໍ່ມີການຕໍ່ສຳປະທານອີກດ້ວຍ ໂດຍໃນປັດຈຸບັນ ບໍລິສັດ Phoubia Mining ກໍໄດ້ເລີ້ມສົ່ງຄືນບາງພື້ນທີ່ໃນເຂດສຳປະທານທີ່ຈະບໍ່ມີການຂຸດຄົ້ນແຮ່ທາດຢ່າງແນ່ນອນແລ້ວນັ້ນ ເພາະການສຳຫຼວດພົບວ່າ ມີປະລິມານແຮ່ທາດເຫຼືອໜ້ອຍ ຈຶ່ງບໍ່ຄຸ້ມຄ່າທີ່ຈະລົງທຶນຂຸດຄົ້ນຕໍ່ໄປ.

ໂດຍບໍລິສັດ Phoubia Mining ໄດ້ເລີ້ມການຂຸດຄົ້ນແລະຜະລິດແຮ່ຄຳ-ທອງແດງ ແລະແຮ່ເງິນຢູ່ໃນເຂດສຳປະທານກວ້າງກວ່າ 2,600 ກິໂລແມັດມົນທົນນັບຈາກປີ 1994 ເປັນຕົ້ນມາ ຊຶ່ງເປັນການລົງທຶນ 100 ເປີເຊັນ ໂດຍກຸ່ມບໍລິສັດ Pan Australia ຈົນເຖິງປີ 2015 ຈຶ່ງໄດ້ຂາຍສຳປະທານໃຫ້ບໍລິສັດ Guangdong Rising Holding ຈາກຈີນ ດ້ວຍເຊັ່ນກັນ.

XS
SM
MD
LG