ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານລາວ ເລັ່ງດໍາເນີນການພິຈາລະນາ ເພື່ອທົບທວນການອະນຸຍາດ ໃຫ້ສໍາປະທານການຂຸດຄົ້ນແຮ່ຫາຍາກ ແລະແຮ່ເຫຼັກ


ຂົງເຂດຂຸດຄົ້ນບໍ່ແຮ່ແຫ່ງນຶ່ງຂອງຈີນ.
ຂົງເຂດຂຸດຄົ້ນບໍ່ແຮ່ແຫ່ງນຶ່ງຂອງຈີນ.

ລັດຖະບານລາວ ເລັ່ງດໍາເນີນການພິຈາລະນາ ເພື່ອທົບທວນການອະນຸຍາດໃຫ້ສໍາປະທານການຂຸດຄົ້ນແຮ່ຫາຍາກ Rate Earth ແລະແຮ່ເຫຼັກເພາະໄດ້ຮັບຜົນຕອບແທນທີ່ບໍ່ຄຸ້ມຄ່າ ຫຼື 30 ໂດລາ ຕໍ່ 1 ຕັນເທົ່ານັ້ນ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ສືບເນື່ອງຈາກການທີ່ບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄວາມເຫັນໃນກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພະແຫ່ງຊາດລາວ ທີ່ດໍາເນີນກອງປະຊຸມໃນຊ່ວງວັນທີ 5 ຫາ 30 ທັນວາ ປີ 2022 ວ່າ ລັດຖະບານລາວໄດ້ຮັບຜົນຕອບແທນທີ່ບໍ່ຄຸ້ມຄ່າຈາກການໃຫ້ສໍາປະທານການຂຸດຄົ້ນແຮ່ຫາຍາກ Rare Earth ຢູ່ໃນ 2 ພື້ນທີ່ ຂອງແຂວງຊຽງຂວາງ ແລະການຂໍອະນຸຍາດໃຫ້ 13 ບໍ ລິສັດຈີນດໍາເນີນທຸລະກໍາແລະຂຸດຄົ້ນ Crypto ເຊິ່ງລວມເຖິງການໃຫ້ສໍາປະທານຂຸດຄົ້ນແຮ່ແບບຮີບດ່ວນແກ່ 50 ບໍລິສັດຈີນ ທີ່ລັດຖະບານລາວໄດ້ຮັບຜົນຕອບແທນພຽງ 100 ກວ່າລ້ານໂດລາເທົ່ານັ້ນ ໃນຕະຫຼອດປີ 2022 ທີ່ຜ່ານມາ ກໍໄດ້ເປັນຜົນເຮັດໃຫ້ລັດຖະບານລາວໄດ້ມີຄໍາສັ່ງໃຫ້ໂຈະການດໍາເນີນກິດຈະການເໝືອງແຮ່ຂອງບັນດາບໍລິສັດຈີນ ທີ່ໄດ້ຮັບສິດສໍາປະທານດັ່ງກ່າວ ເປັນການຊົ່ວຄາວແລ້ວໃນປັດຈຸບັນ ພາຍໃຕ້ເປົ້າໝາຍເພື່ອດໍາເນີນການພິຈາລະນາແລະທົບທວນຄືນກ່ຽວ ກັບລະດັບລາຍໄດ້ ທີ່ເໝາະສົມ ທີ່ລັດຖະບານລາວຄວນຈະໄດ້ຮັບ ເພາະທີ່ຜ່ານມາລັດຖະບານລາວໄດ້ຮັບຜົນຕອບແທນ ໂດຍສະເລ່ຍ ພຽງແຕ່ 30 ໂດລາເທົ່ານັ້ນຕໍໍ່ການຂຸດຄົ້ນແຮ່ທາດໃນປະລິມານ 1 ໂຕນ, ດັ່ງທີ່ທ່ານດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາກໍາລັງຄົ້ນຄວ້າ ເລື້ອງພິຈາລະນາການມອບເໝົາພັນທະ ກໍມີການຊີ້ນໍາຈາກທາງລັດຖະບານແລ້ວວ່າໃຫ້ຄົ້ນຄວ້າເບິ່ງວ່າ ການເກັບພັນທະນີ້ ສິເອົາ 30 ໂດລາຄືເກົ່າບໍ ຫຼືສິເຮັດຈັງໃດນັ້ນ ກໍໄດ້ມີການຄົ້ນຄວ້າຫຼາຍໆໂຕເລກ ແຕ່ວ່າສຸດທ້າຍນີ້ກໍຕ້ອງໄດ້ມີການປຶກສາຫາລືວ່າ ພວກເຮົາໄປເຊີນບັນດາບໍລິສັດເຂົາມາແລ້ວ ເພື່ອວ່າສິກໍານົດນໍາກັນ ໃຫ້ສາມາດປະຕິບັດໄດ້ທັງຜູ້ລົງທຶນເອງ ກັບເບື້ອງລັດຖະ ບານ ກະໃຫ້ມີລາຍຮັບຢ່າງສົມເຫດສົມຜົນ, ສະນັ້ນລະ ກໍຫຍຸ້ງຍາກຢູ່ ເພາະວ່າບາງຈຸດກໍມີແຮ່ທາດທີ່ມີຄຸນນະພາບສູງ ບາງຈຸດກໍຄຸນນະພາບຕ່ຳາ ຢູ່ເຂດ​ຫ່າງໄກ.”

ຍິ່ງໄປກວ່ານັ້ນກໍຍັງປາກົດດ້ວຍວ່າ ໃນປັດຈຸບັນ 13 ບໍລິສັດຈີນໄດ້ຢຸດການດໍາເນີນທຸລະກໍາໃນການຂຸດຄົ້ນ ແລະຊື້ຂາຍເງິນ Crypto ໄປແລ້ວ, ສ່ວນບັນດາບໍລິສັດຈີນທີ່ຂຸດຄົ້ນແຮ່ທາດ ໂດຍສະເພາະແມ່ນການຂຸດຄົ້ນແຮ່ເຫຼັກເພື່ອສົ່ງອອກໄປຈີນ ແລະຕ່າງປະເທດນັ້ນ ກໍໄດ້ພາກັນຢຸດເຊົາການຂຸດຄົ້ນແລ້ວ ເຊັ່ນດຽວກັນ ໂດຍເຊື່ອວ່າ ເປັນຍ້ອນລາຄາແຮ່ເຫຼັກຕົກຕໍ່າ ທີ່ສົມທົບດ້ວຍຄ່າຂົນສົ່ງ ທີ່ເພີ້ມຂຶ້ນຈາກລາຄານໍ້າມັນໃນຕະຫຼາດໂລກທີ່ປັບໂຕສູງຂຶ້ນ ພ້ອມກັນນີ້ ຍັງປາກົດດ້ວຍວ່າ ມີຫຼາຍບໍລິສັດທີ່ບໍ່ໄດ້ປະຕິບັດຕາມສັນຍາສໍາປະທານແລະຫຼາຍບໍລິສັດກໍຍັງບໍ່ມີປະ ສົບການໃນດ້ານການຂຸດຄົ້ນແຮ່ທາດອີກດ້ວຍ, ສະນັ້ນ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງທີ່ລັດຖະບານລາວ ຈະຕ້ອງທົບທວນຄືນວ່າ ການທີ່ອະນຸຍາດໃຫ້ສໍາປະທານດັ່ງ ກ່າວມັນຄຸ້ມຄ່າຫຼືບໍ່, ດັ່ງທີ່ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວຢືນ ຢັນວ່າ:

“ຫຼາຍໂຄງການສໍາປະທານທີ່ເປັນທ່າແຮງດ້ານງົບປະມານພວກເຮົາ ຍັງບໍ່ທັນໄດ້ປະຕິບັດໂຄງການຢ່າງເປັນມືອາຊີບແທ້, ເປັນຕົ້ນກໍຄື ໂຄງການແຮ່ທາດຕ່າງໆກໍເຫັນວ່າ ບໍ່ທັນມີການສໍາຫຼວດຈະແຈ້ງ ຜູ້ລົງທຶນກໍບໍ່ມີປະສົບການໂຕຈິງ, ສາເຫດ ທີ່ພາໃຫ້ມີດ້ານອ່ອນໃນການປະຕິບັດໂຕຈິງດ້ານຂໍ້ມູນຕ່າງໆ ທີ່ຮັບໃຊ້ໃຫ້ແກ່ການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະແມ່ນການຕິດພັນກັບບັນດາການນໍາໃຊ້ທີ່ດິນ ຫຼືວ່າການພັດທະນາແຮ່ທາດແບບທົດລອງ ຍັງບໍ່ທັນຮັດກຸມ, ການສົມ ທົບລະຫວ່າງຂັ້ນສູນກາງ ແລະທ້ອງຖິ່ນ ຍັງບໍ່ທັນໄດ້ເລິກເຊິ່ງ ບໍ່ທັນໄດ້ເປັນລວງດຽວກັນ.”

ພ້ອມກັນນີ້, ໂດຍສໍາລັບການຂຸດຄົ້ນແຮ່ທາດຫາຍາກນັ້ນ ເຖິງແມ່ນວ່າບໍລິສັດຊຸນຕ້າພັດທະນາບໍ່ແຮ່ຈໍາກັດ ເຊິ່ງໄດ້ຮັບອະນຸຍາດໃຫ້ຂຸດຄົ້ນ ໃນພື້ນທີ່ 3 ກິ ໂລແມັດມົນທົນຢູ່ເຂດບ້ານປຸງ ແລະບ້ານຜາຂີ່ ເມືອງຜາໄຊ, ແລະບໍລິສັດຕົງ ຫຼີເຊິງພັດທະນາບໍ່ແຮ່ຈໍາກັດ ທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນໃນພື້ນທີ່ 25.28 ກິ ໂລແມັດທົນ ຢູ່ເຂດບ້ານໃໝ່ ແລະບ້ານຜາສາບແຂວງຊຽງຂວາງນັ້ນ ທັງສອງບໍລິສັດຈະໄດ້ຂຸດເຈາະ ເພື່ອສໍາຫຼວດຫາແຮ່ດັ່ງກ່າວແລ້ວ ເຖິງ 30 ກວ່າຂຸມກໍຕາມ ຫາກແຕ່ວ່າກໍຍັງບໍ່ມີລາຍງານຜົນຄືບໜ້າແຕ່ຢ່າງໃດ ໃນຂະນະທີ່ ສໍາປະ ທານດັ່ງກ່າວນີ້ມີອາຍຸເຖິງທ້າຍປີ 2025 ຈຶ່ງຍັງບໍ່ຈະແຈ້ງວ່າ ລັດຖະບານລາວຈະໄດ້ຮັບຜົນຕອບແທນເທົ່າໃດ, ເຊິ່ງກໍເຊັ່ນດຽວກັນກັບການທົດລອງໃຫ້ຂຸດຄົ້ນແຮ່ເຫຼັກໃນໄລຍະທີ່ຜ່ານມາກໍເຮັດໃຫ້ລັດຖະບານລາວມີລາຍຮັບລວມພຽງ 100 ກວ່າລ້ານໂດລາ ແລະ 1,100 ກວ່າຕື້ກີບເທົ່ານັ້ນ ໃນຂະນະທີ່ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະເສີມສ້າງລາຍຮັບ ຈາກພາກການຂຸດຄົ້ນແຮ່ທາດໃຫ້ໄດ້ຫຼາຍກວ່າ 1,000 ລ້ານໂດລາ ເພື່ອນໍາໄປໃຊ້ຊໍາລະຄືນໜີ້ຕ່າງປະເທດໃນຊ່ວງປີ 2022 ຫາ 2025 ນັ້ນ.

XS
SM
MD
LG