ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜີ້ຕ່າງປະເທດ ຂອງລັດຖະບານ ລາວ ມີມູນຄ່າລວມ ເທົ່າກັບ 52 ເປີເຊັນຂອງ GDP


ເຈົ້າໜ້າທີ່ທະນາຄານ ນັບເງິນຢູ່ທະນາຄານແຫ່ງໜຶ່ງໃນ ລາວ.
ເຈົ້າໜ້າທີ່ທະນາຄານ ນັບເງິນຢູ່ທະນາຄານແຫ່ງໜຶ່ງໃນ ລາວ.

ໜີ້ຕ່າງປະເທດຂອງລັດຖະບານ ລາວ ມີມູນຄ່າລວມເທົ່າກັບ 52 ເປີເຊັນຂອງຍອດຜະ
ລິດຕະພັນລວມ (GDP) ໃນປີ 2016 ແລະ ຄາດວ່າ ຈະເພີ່ມສູງຂຶ້ນອີກໃນປີ 2017
ເພາະຕ້ອງກູ້ຢືມມາດຸ່ນດ່ຽງງົບປະມານລາຍຈ່າຍ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນ
ຖະແຫຼງຍອມຮັບວ່າ ລັດຖະບານ ລາວ ຈະຕ້ອງປະເຊີນໜ້າກັບສະພາວະການເປັນໜີ້
ຕ່າງປະເທດເພີ່ມຂຶ້ນເລື້ອຍໆ ໂດຍມີສາເຫດຈາກການກູ້ຢືມເງິນທຶນມາດຸ່ນດ່ຽງງົບປະ
ມານລາຍຈ່າຍ ທີ່ນຳໃຊ້ເຂົ້າໃນໂຄງການພັດທະນາຕ່າງໆທີ່ເປັນການລົງທຶນຂອງລັດຖະ
ບານໃນແຕ່ລະປີ.

ໂດຍໃນທ້າຍປີ 2016 ກໍປາກົດວ່າລັດຖະບານ ລາວ ມີໜີ້ຕ່າງປະເທດຄິດເປັນມູນຄ່າ
ລວມ 6,900 ກວ່າລ້ານໂດລາ ເທົ່າກັບ 52 ເປີເຊັນ ຂອງຍອດຜະລິດຕະພັນລວມ
(GDP) ແລະ ໃນຂະນະດຽວກັນກໍມີໜີ້ສິນພາຍໃນປະເທດອີກໃນມູນຄ່າ 836 ກວ່າ
ລ້ານໂດລາ ຄິດເປັນ 6.3 ເປີເຊັນຂອງ GDP, ສ່ວນໃນປີ 2017 ກໍຄາດວ່າຈະເພີ່ມຂຶ້ນ
ອີກທັງໜີ້ຕ່າງປະເທດ ແລະ ໜີ້ສິນພາຍໃນ ເພາະໃນໄຕມາດທີ 1 ຂອງປີ 2017 ນີ້ລັດ
ຖະບານ ລາວ ກໍໄດ້ປະເຊີນກັບການຂາດດຸນດ້ານງົບປະມານລາຍຮັບ-ລາຍຈ່າຍແລ້ວ ດັ່ງທີ່ທ່ານ ສົມດີ ໄດ້ຖະແຫຼງຍອມຮັບວ່າ.

"ຈາກການປະຕິບັດລາຍຮັບເຮັດໃຫ້ມີການຂາດດຸນໃນງວດໜຶ່ງນີ້ 957.7 ຕື້ກີບ ພ້ອມ
ນີ້ຍັງມີລາຍຈ່າຍຊໍາລະກະຕຸ້ນທຶນເງິນກູ້ ແລະ ພັນທະບັດພາຍໃນ ແລະ ຕ່າງປະເທດ
ທີ່ຢູ່ໃນແຫຼ່ງດຸ່ນດ່ຽງ ຈຳນວນ 1,462 ຕື້ກີບ ຖ້າວ່າລວມກັນເຂົ້າກໍປະມານ 2,420 ຕື້
ກີບ ສຳລັບການລະດົມແຫຼ່ງດຸ່ນດ່ຽງໃນງວດໜຶ່ງນີ້ ສາມາດຈັດຕັ້ງປະຕິບັດໄດ້ຕາມ
ແຜນລະດົມເງິນກູ້ເປັນໂຄງການໄດ້ 592 ຕື້ ລະດົມທຶນພາຍໃນໄດ້ 1,850 ຕື້ ລວມ
ເປັນ 2,442 ຕື້."

ທັງນີ້ໂດຍອີງຕາມສະຖິຕິຂອງທະນາຄານແຫ່ງ ສປປ ລາວ ລະບຸວ່າໜີ້ຕ່າງປະເທດຂອງ
ລັດຖະບານ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 10 ປີມານີ້ ກໍຄືເພີ່ມຂຶ້ນຈາກ 2,470 ກວ່າລ້ານໂດລາໃນປີ 2006 ເປັນຫຼາຍກວ່າ 5,627 ລ້ານໂດລາໃນປີ 2015 ແລະ 6,900 ກວ່າລ້ານໂດລາໃນປີ 2016 ສ່ວນໃນປີ 2017 ນີ້ກໍຄາດວ່າຈະເພີ່ມຂຶ້ນເປັນ 8,000 ລ້ານ
ກວ່າໂດລາແນ່ນອນ ເພາະລັດຖະບານ ລາວ ໄດ້ວາງຄາດໝາຍການຂະຫຍາຍຕົວທາງ
ເສດຖະກິດໄວ້ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 7 ເປີເຊັນຕໍ່ປີໃນຊ່ວງປີ 2016-2020 ຊຶ່ງຈະ
ເຮັດໃຫ້ GDP ຖົວສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ໄດ້ເຖິງ 24.8 ລ້ານກີບ ຫຼື
ປະມານ 3,100 ໂດລາຕໍ່ຄົນໃນປີ 2020.

ຫາກແຕ່ວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນກໍບໍ່ແມ່ນເລື່ອງງ່າຍເພາະວ່າ
ລັດຖະບານ ລາວ ຈະຕ້ອງຊຸກຍູ້ພາກກະສິກຳ-ປ່າໄມ້ໃຫ້ຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາ ສະເລ່ຍບໍ່ຕໍ່າກວ່າ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະ ພາກບໍໍລິການຈະຕ້ອງ ຂະຫຍາຍຕົວເພີ່ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີຕາມລຳດັບ ຊຶ່ງເຮັດໃຫ້ຈະຕ້ອງ ລະດົມທຶນທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆ ໃນມູນຄ່າລວມເຖິງ 27,000 ລ້ານ ໂດລາໃນຊ່ວງປີ 2016-2020 ດັ່ງກ່າວ.

ສ່ວນໃນດ້ານງົບປະມານລາຍຮັບນັ້ນ ລັດຖະບານ ລາວ ກໍໄດ້ວາງເປົ້າໝາຍທີ່ຈະຈັດເກັບ ໃຫ້ໄດ້ເພີ່ມຂຶ້ນເຖິງ 50 ເປີເຊັນ ໃນຊ່ວງປີ 2016 ຫາ 2020 ທຽບໃສ່ຊ່ວງປີ 2011-2015 ຊຶ່ງກໍຈະເຮັດໃຫ້ລັດຖະບານມີລາຍຮັບລວມເຖິງ 149,600 ຕື້ກີບຄິດເປັນ 19-20 ເປີເຊັນ
ຂອງ GDP ໃນຊ່ວງ 5 ປີດັ່ງກ່າວ ໂດຍໃນນີ້ຈະເປັນລາຍຮັບພາຍໃນ 131,800 ຕື້ກີບ ເພີ່ມຂຶ້ນເຖິງ 72 ເປີເຊັນທຽບໃສ່ຊ່ວງປີ 2011-2015 ພ້ອມກັນນີ້ ລັດຖະບານ ລາວ ກໍຈະ ຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 176,400 ຕື້ກີບ ໂດຍເພີ່ມຂຶ້ນເຖິງ 48.7 ເປີເຊັນ ທຽບໃສ່ຊ່ວງປີ 2011-2015 ແຕ່ກໍຄິດເປັນສັດສ່ວນບໍ່ເກີນ 25 ເປີເຊັນຂອງ GDP ໃນ ຕະຫຼອດຊ່ວງປີ 2016-2020.

ແຕ່ຢ່າງໃດກໍຕາມ ທ່ານ ສົມດີ ກໍຍອມຮັບວ່າການຈັດເກັບລາຍຮັບຂອງລັດຖະບານ ລາວ ໃນຊ່ວງ 3 ເດືອນທຳອິດຂອງແຜນການປີ 2017 ສາມາດປະຕິບັດໄດ້ຕໍ່າກວ່າຄາດໝາຍ
ຄື ຈັດເກັບລາຍຮັບໄດ້ພຽງ 4,621.58 ຕື້ກີບ ຊຶ່ງຄິດເປັນ 19.3 ເປີເຊັນຂອງແຜນການ
ຕະຫຼອດປີ 2017 ເທົ່ານັ້ນ ໂດຍໃນນີ້ ກໍແບ່ງເປັນລາຍຮັບພາຍໃນ 4,183.37 ຕື້ກີບ ແລະ ການຊ່ວຍເຫຼືອລ້າຈາກຕ່າງປະເທດ 438.2 ຕື້ກີບ.

ໂດຍການຊ່ວຍເຫຼືອລ້າຈາກຕ່າງປະເທດດັ່ງກ່າວ ກໍຍັງຖືເປັນການຊ່ວຍເຫຼືອທີ່ຫຼຸດລົງ
ຈາກໄລຍະດຽວກັນໃນປີ 2016 ຄິດເປັນອັດຕາເກີນກວ່າ 57 ເປີເຊັນອີກດ້ວຍ ສ່ວນສາ ເຫດທີ່ເຮັດໃຫ້ການຈັດເກັບລາຍຮັບພາຍໃນໄດ້ຫຼຸດລົງນັ້ນ ກໍຍ້ອນວ່າລະບົບການຈັດ
ເກັບລາຍຮັບຍັງບໍ່ໂປ່ງໃສ.

XS
SM
MD
LG