ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດ​ຖະ​ບານ​ລາວ ກຳ​ລັງ​ປະ​ເຊີນ ​ບັນ​ຫາ​ຂາດ​ແຄນ​ງົບ​ປະ​ມານ ເພື່ອ​ຍຸ​ຕິ​ການ​ຕິດເ​ຊື້ອ HIV-AIDS


ລັດ​ຖະ​ບານ​ລາວ​ກຳ​ລັງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ແຄນ​ງົບ​ປະ​ມານ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​
ແຜນ​ການ​ເພື່ອ​ຍຸຕິການ​ຕິດ​ເຊື້ອ HIV-AIDS ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ​ຕາມ​ເປົ້າ ​ໝາຍ​ທີ່ວ​າງ
​ໄວ້ພາຍ​ໃນ​ປີ 2030 ເປັນ​ຢ່າງ​ຊ້າ ຊຶ່ງ​ຊ​ົງ​ລິດ ໂພນ​ເງິນ ມີ​ລາຍງ​ານ​ຈາກ​ບາ​ງ​ກອກ.

ທ່ານ​ພູ​ທອນ ສຸດ​ທະ​ຈັກ ຫົວ​ໜ້າ​ສູນ​ຕ້ານ​ໂຣກ​ເອດສ໌ແຫ່ງ​ຊາດ ຖະ​ແຫຼງຍອມ​ຮັບ​ວ່​າ ການ
​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ ​ເພື່ອ​ຍຸ​ຕິ​ການ​ຕິດ​ເຊື້ອ​ໄວ​ຣັ​ສ HIV-AIDS ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ ​
ຕາມ​ເປົ້າ​ໝາຍທີ່ວ​າງ​ໄວ້ ພາຍໃນ​ປີ 2030 ເປັນ​ຢ່າງ​ຊ້າ​ນັ້ນ ຍັງ​ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ
ແລະ​ອຸບ​ປະ​ສັກ​ໃນ​ຫຼາຍໆ​ດ້ານໂດຍ​ສະ​ເພາະ​ແມ່ນ​ການ​ຂາດ​ແຄນ​ງົບ​ປະ​ມານແລະ​ການ
​ໄດ້​ຮັບຄວາມ​ຊ່ວຍ​ເຫຼືອ​ຈາກ​ທຸກ​ພາກ​ສ່ວນ​ນັ້ນ ຖື​ເປັນ​ບັນ​ຫາ​ອຸບ​ປະ​ສັກ​ທີ່​ສຳ​ຄັນ​ທີ່​ສຸດ
ໃນ​ປັດ​ຈຸ​ບັນ​ນີ້ ດັ່ງ​ທີ່​ທ່ານພູທອນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

ຄັນ​ເຮົາ​ຊິ​ເຮັດ​ໄດ້​ແນວ​ນີ້​ນະ​ຈະ​ມີ​ແຕ່​ກະ​ຊວງ​ສາ​ທາ​ເຮັດ ກະ​ຊວງ​ດຽວ​ນີ້​ກະ​ບໍ່​ສຳ​ເລັດ
ເພາະ​ສະ​ນັ້ນ ທຸກໆ​ຄົນ​ໃນ​ສັງ​ຄົມ​ຊຸ​ມຊົນແລ້ວ​ກະ​ທຸກ​ກະ​ຊວງ ທຸກ​ພາກ​ສ່ວນ ຈົ່ງ​ຮວມ​
ແຮງ​ຮວມ​ໃຈ​ກັນ​ສະ​ກັດ​ກັ້ນ ແລະ​ຕ້ານ HIV ແລ້ວ​ກະ​ພະ​ຍາດ AIDS ນີ້​ຮ່ວມ​ກັນ ແຕ່​ວ່າ
​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ນີ້ ​ກະ​ເຫັນ​ວ່າ​ຫຼາຍ​ພາກ​ສ່ວນ​ເພີ່ນ​ກະ​ຍັງ​ຖື​ວ່າ​ວຽກ​ງານ​ຕ້ານ AIDS
ນີ້​ແມ່ນ​ວຽກ​ງານ​ຂອງ​ກະ​ຊວງສາ​ທາ ແຕ່​ໂຕ​ຈິງແລ້ວ​ມັນ​ບໍ່​ແມ່ນ ມັນ​ຈະຕ້ອງໄດ້​ຊ່ວຍ​ກັນ
ຄັນ​ເຮົາ​ບໍ່​ຊ່ວຍ​ກັນໃຫ້​ພ​າກ​ສ່ວນ​ໃດ ພາກ​ສ່ວນ​ນຶ່ງ​ເຮັດ​ນີ້ ເຮົາຈະ​ບໍ່​ສາ​ມາດສະ​ກັດ​ກັ້ນ
ແລະ​ຕ້ານ HIV ນີ້.”

ສ່ວນ​ທ່ານ​ຂັນ​ທະ​ໂນ​ວຽງ ໄຊ​ຍະ​ບຸນ​ທະ​ວົງ ຮອງ​ຫົວ​ໜ້າ​ສູນ​ຕ້ານ​ໂຣກ AIDS ແຫ່ງ​ຊາດ
ຖະ​ແຫຼງວ່າ​ການ​ດຳ​ເນີນ​ວຽກ​ງານປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໂຣກ HIV-AIDS
ໃນ​ລາວ​ກຳ​ລັງ​ປະ​ເຊີນ​ບັນ​ຫາ​ຂາດ​ແຄນ​ງົບ​ປະ​ມານ​ຢ່າງ​ໜັກ ເນື່ອງ​ຈາກວ່າ ຕ່າງ​ປະ​ເທດ​
ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ ລົດ​ລົງ​ເລື້ອຍໆ ຄືລົດ​ລົງ​ຈາກ​ສັດ​ສ່ວນ 70 ເປີ​ເຊັນ ມາ​ເປັນ 30
ເປີ​ເຊັນ ຂອງ​ງົບ​ປະ​ມານ​ທັງ​ໝົດ​ໃນ​ແຕ່​ລະ​ປີ ຈຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ ​ຕ້ອງ​ໃຫ້​ການ​
ສະ​ໝັບ​ສະ​ໜູນ​ດ້ານ​ງົບ​ປະ​ມານ​ເຂົ້າ​ໃນ​ວຽກ​ງານ​ຕ້ານ HIV-AIDS ຫຼາຍ​ຂຶ້ນ ຫາກ​ບໍ່​
ສະ​ນັ້ນ​ແລ້ວ​ກໍ​ຈະ​ກະ​ທົບ​ຕໍ່​ເປົ້າໝາຍ​ທີ່​ວາງ​ໄວ້ຢ່າງ​ຫລີກ​ຫລ່ຽງ​ບໍ່​ໄດ້ ດັ່ງ​ທີ່ທ່ານ​ຂັນ​ທະ
ໂນ​ວຽງ ຢືນ​ຢັນ​ວ່າ.

“ສິ່ງ​ສຳ​ຄັນ​ໃນ​ປັດ​ຈຸ​ບັນ ກະ​ໝາຍ​ຄວາມ​ວ່າ ​ງົບ​ປະ​ມານ​ໃນ​ພາກ​ລັດ​ຈະ​ຕ້ອງ​ໄດ້​ມີ​
ການ​ລະ​ດົມ​ຄົນ​ຊ່ວຍ​ປະ​ກອບ​ສ່ວນ​ເຂົ້າ​ຕື່ມ ​ການ​ຊ່ວຍ​ເຫຼືອ​ຂອງ​ສາ​ກົນ​ຫັ້ນ​ມັນ​ຄ່ອຍ​
ຫລຸດ​ລົງໆ​ ໃນຜ່ານ​ມາ​ນີ້​ການ​ຊ່ວຍ​ເຫຼືອສາ​ກົນ​ກວມ​ເຖິງ 70 ເປີ​ເຊັນ ຈັ່ງ​ເຊັ່ນ​ດຽວ​ນີ້
ມັນ​ຊິ​ປິ້ນ​ກັນ​ ສາ​ກົນ​ມັນ​ຫລຸດ​ລົງ ​ລັດເຮົາ​ຈະ​ຕ້ອງ​ໄດ້​ເຮັດ​ຂຶ້ນ ຄັນ​ບໍ່​ຊັ້ນ​ວຽກ​ງານ
HIV-AIDS ນີ້​ ກະ​ນອນ​ຢູ່​ໃນ​ວຽກ​ງານ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ຄັນ​ເວົ້າ​ລວມ​
ແລ້ວ​ພວກ​ເຮົາ​ຍັງ​ບໍ່​ທັນ​ບັນ​ລຸ​ໂຕ​ນັ້ນ.”

ໂດຍ​ນັບ​ແຕ່​ປີ 1990 ເປັນ​ຕົ້ນ​ມາ ທາງ​ການ​ລາວ​ໄດ້​ກວດ​ພົບ​ຜູ້​ຕິດ​ເຊື້ອ HIV ຈຳ​ນວນ
13,000 ກວ່າ​ຄົນ​ ຈາກ​ການ​ຊຸ່ມກວດ​ເລືອດ​ພົ​ລ​ລ​ະ​ເມືອ​ງ​ລາວ

140,000 ກວ່າ​ຄົນ​ໃນ​ທົ່ວ​ປະ​ເທດ ໃນ​ນີ້​ກໍ​ເປັນຜູ້​ຕິດ​ເຊື້ອ​ເພດ​ຊາຍ 7,300 ກວ່າ​ຄົນ
ເພດ​ຍິງ 5,700 ກ​ວ່າຄົນ ​ແລະ​ມີ​ຜູ້​ທີ່​ເສຍ​ຊີວິດຍ້ອນ​ໂຣກ​ AIDS ​ຫຼາຍກວ່າສອງ​ພັນ​ຄົນ
ແຕ່​ຈາກ​ສະ​ພາບ​ໂຕ​ຈີງ​ກໍ​ເຊື່ອ​ວ່າມີ​ຜູ້​ຕິດ​ເຊື້ອ HIV-AIDS ໃນ​ລາວ​ຫຼາຍກວ່າ​ທີ່​ປາ​ກົດ​
ໃນ​ສະຖິ​ຕິ​ດັ່ງ​ກ່າວ ເພາະ​ວ່າ​ສະ​ພາ​ວະ​ການ​ຕິດ​ເຊື້ອ HIV-AIDS ໃນ​ກຸ່ມ​ປະ​ຊາ​ກອນ​
ລາວ​ທີ່​ອາ​ຍຸ 15 ຫາ 49 ປີ້​ນັ້​ນເຖິງ​ແມ່ນ​ວ່າ​ຈະມີ​ອັດ​ຕາ​ສະ​ເຫຼ່ຍ​ພຽງ 0.3 ເປີ​ເຊັນ ແລະ
​ເປັນ​ການ​ຕິດ​ເຊື້ອຕ່ຳທີ່​ສຸດ​ໃນ​ອາ​ຊຽນກໍ​ຕາມ ຫາກ​ແຕ່​ກໍ​ເປັນ​ການ​ຕິດ​ເຊື້ອ​ທີ່​ເພີ້ມ​ຂຶ້ນ​
ຈາກ​ລະ​ດັບ 0.16 ເປີ​ເຊັນ​ໃນ​ປີ 2003 ຊຶ່​ງ​ເພີ້ມ​ຂຶ້ນ​ເກືອບ​ນຶ່ງ​ເທົ່າ​ໂຕ.

ໂດຍ​ອີງ​ຕາມລາຍ​ງານ​ຂອງ​ອົງ​ການ​ຄວບ​ຄຸມໂຣກ AIDS ແຫ່ງສະ​ຫະ​ປະ​ຊາ​ຊາດ ລະ​ບຸ​
ວ່າ ໃນ​ປັດ​ຈຸ​ບັນ​ມີ​ປະ​ຊາ​ຊົນລາວ​ຕິດ​ເຊື້ອ HIV ຫຼາຍກວ່າ 13,000 ຄົນ ໃນ​ນີ້ 88 ເປີ​
ເຊັນ ຕິດ​ເຊື້ອ​ຈາກ​ການ​ມີ​ເພດ​ສຳ​ພັນ ແລະ​ກຸ່ມທີ່​ມີ​ຄວາມສ່ຽງ​ສູງ​ສຸດ ​ກໍ​ຄືກຸ່ມ​ຮັກ​ຮ່ວມ​
ເພດ​ດຽວ​ກັນ ຕິດ​ຕາມ​ດ້ວຍ​ກຸ່ມ​ຂາຍ​ບໍ​ລິ​ການ​ທາງ​ເພດ ທີ່​ມີ​ຫຼາຍກວ່າ 15,340 ຄົນ ໃນ
​ນີ້ 70 ເປີ​ເຊັນ ໄດ້​ເຂົ້າ​ຮັບ​ການກວດ​ເລືອດ​ເປັນ​ປະ​ຈຳ ໃນ​ຂະ​ນະ​ດຽວ​ກັນ​ກໍ​ມີ​ຜູ້​ຊາຍກວ່າ 58,320 ຄົນ ທີ່​ຮັກ​ຮ່ວມ​ເພດ​ດຽວ​ກັນ ສ່ວນ​ອີກ 50,000 ກວ່າ​ຄົນ​ຢູ່​ໃນ​ກຸ່ມ​ທີ່​ຊົມ​ໃຊ້ຢາ
ເສບ​ຕິດເປັນ​ປະ​ຈຳ ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ​ນີ້​ກໍ​ຍັງ​ເຮັດ​ໃຫ້​ທາງ​ການ​ລາວ​ຈະ​
ຕ້ອງ​ເພີ້ມ​ປະ​ສິດ​ທິ​ພາບ​ຂອງ​ການ​ບໍ​ລິ​ຫານ ປິ່ນ​ປົວ​ຜູ້​ຕິດ​ເຊື້ອ HIV ໃຫ້​ທົ່ວ​ເຖິງ ແລະ​
ພຽງ​ພໍກັບ​ບັນ​ຫາ​ໂຕ​ຈິງ ເພາະ​ວ່າ​ໃນ​ປັດ​ຈຸ​ບັນ​ນີ້​ມີ​ຜູ້​ຕິ​ເຊື້ອ HIV ພຽງ​ແຕ່ 50 ເປີ​ເຊັນ
ເທົ່າ​ນັ້ນ ທີ່​ມີ​ໂອ​ກາດ​ໄດ້​ຮັບ​ຢາ​ຕ້ານ ໂຣກ AIDS ຈາກ​ທາງ​ການ​ລາວ.

ທັງ​ນີ້​ໂດຍ​ນະ​ຄອນ​ວຽງ​ຈັນ​ເປັນ​ເຂດ​ທີ່​ມີ​ຜູ້​ຕິດ​ເຊື້ອ HIV-AIDS ຫຼາຍ​ທີ່​ສຸດ​ໃນ​ລາວ ຄຶດ
​ເປັນ 40.5 ເປີ​ເຊັນ ຕິດ​ຕາມດ້ວຍ ສະ​ຫວັນ​ນະ​ເຂດ ຈຳ​ປາ​ສັກ ຫຼວງ​ພະ​ບາງ ຄຳ​ມ່ວນ
ແລ​ະ​ແຂວງວຽງ​ຈັນ ຕາມ​ລຳ​ດັບ ໂດຍ​ໃນ​ປີ 2014 ຫາ 2018 ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂຣກ
AIDS ໂດຍ​ສະ​ເຫຼ່ຍ 500 ຄົນ​ຕໍ່​ປີ ແລະ​ຫລຸດ​ລົງ​ມາ​ເປັນ 300 ກວ່າ​ຄົນ​ໃນ​ປີ 2019 ຊຶ່ງ
​ຖ້າ​ຫາກ​ລັດ​ຖະ​ບານ​ລາວ​ສາ​ມາດ​ຂະ​ຫຍາຍ​ໂອ​ກາດ​ໃຫ້​ຜູ້​ຕິດ​ເຊື້ອ HIV ໄດ້​ຮັບ​ຢາ​ຕ້ານ
AIDS ເພີ້ມ​ຂຶ້ນ​ກໍ​ຍອມ​ຈະ​ເຮັດ​ໃຫ້​ອັດ​ຕາ​ການ​ເສຍ​ຊີ​ວິດ​ຈາກໂຣກ AIDS ຫລຸດ​ລົງ​
ດ້ວຍ​ເຊັ່ນ​ກັນ.

XS
SM
MD
LG