ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ລາວ ໝັ້ນໃຈວ່າ ຮ່າງແຜນແມ່ບົດ ສະບັບໃໝ່ ຈະຢຸດ ການຄອບຄອງ ແລະ ນຳໃຊ້ທີ່ດິນ ຂອງລັດຢ່າງຜິດກົດໝາຍ


ກຳມະກອນຂັບລົດດຸດຕົ້ນໄມ້ ອອກຈາກທີ່ດິນທີ່ຖືກສຳປະທານ
ໃຫ້ນັກທຸລະກິດ.
ກຳມະກອນຂັບລົດດຸດຕົ້ນໄມ້ ອອກຈາກທີ່ດິນທີ່ຖືກສຳປະທານ ໃຫ້ນັກທຸລະກິດ.

ລັດຖະມົນຕີ ລາວ ໝັ້ນໃຈວ່າຮ່າງແຜນແມ່ບົດການຈັດສັນທີ່ດິນແຫ່ງຊາດສະບັບໃໝ່
ຈະສາມາດຢຸດຢັ້ງການຄອບຄອງ ແລະ ນຳໃຊ້ທີ່ດິນຂອງລັດໂດຍຜິດກົດໝາຍໄດ້ຢ່າງ
ມີປະສິດທິຜົນຫຼາຍຂຶ້ນ.

ທ່ານ ບຸນມີ ພຸດທະວົງ ລັດຖະມົນຕີຊ່ວຍວ່າການກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມຖະແຫຼງຢືນຢັນວ່າ ແຜນແມ່ບົດການຈັດສັນທີ່ດິນແຫ່ງຊາດທີ່ກຳລັງ
ທຳການຮ່າງຂຶ້ນໃໝ່ຢູ່ໃນປັດຈຸບັນນີ້ຖືເປັນມາດຕະການສຳຄັນທີ່ແນໃສ່ການເສີມເພີ່ມ
ປະສິດທິພາບໃນການຄຸ້ມຄອງການນຳໃຊ້ທີ່ດິນໃຫ້ເກີດຜົນປະໂຫຍດສູງສຸດຕໍ່ການພັດ
ທະນາທາງເສດຖະກິດໃນ ລາວ ດ້ວຍການຢຸດຢັ້ງການເຂົ້າມຄອບຄອງ ແລະ ນຳໃຊ້ທີ່
ດິນຂອງລັດໂດຍຜິດກົດໝາຍໃຫ້ໄດ້ຢ່າງສິ້ນເຊີງ.

ໂດຍແຜນແມ່ບົດການຈັດສັນທີ່ດິນແຫ່ງຊາດສະບັບໃໝ່ນີ້ຈະມີການກຳນົດພື້ນທີ່ຢ່າງ
ຄັກແນ່ວ່າ ຈະນຳໃຊ້ປະໂຫຍດເພື່ອຮອງຮັບໂຄງການພັດທະນາໃນດ້ານໃດເປັນການ
ສະເພາະເຊັ່ນ ເຂດສຳປະທານການຂຸດຄົ້ນແຮ່ທາດ, ເຂດສຳປະທານການປູກພືດ
ເສດຖະກິດ, ເຂດພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ, ເຂດກະສິກຳປອດສານເຄ
ມີ, ເຂດທ່ອງທ່ຽວທຳມະຊາດ ແລະ ທາງວັດທະນະທຳ, ເຂດພັດທະນາຕົວເມືອງ, ເຂດ
ພັດທະນາເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ເປັນຕົ້ນ. ທັງນີ້ກໍເພາະວ່າ
ໃນໄລຍະທີ່ຜ່ານມາຍັງບໍ່ມີການກຳນົດເຂດເຫຼົ່ານີ້ຢ່າງຊັດເຈນ ຈຶ່ງເຮັດໃຫ້ມີບັນຫາຂັດ
ແຍ້ງ ກ່ຽວກັບ ທີ່ດິນເກີດຂຶ້ນຢ່າງກວ້າງຂວາງໃນທົ່ວປະເທດ ລາວ ດັ່ງທີ່ທ່ານ ບຸນມີ ໄດ້
ໃຫ້ການຢືນຢັນວ່າ.

"ຍ້ອນວ່າວຽກທີ່ດິນມີການພົວພັນກັບການດຳລົງຊີວິດຂອງທຸກຊັ້ນຄົນໃນສັງຄົມ ແລະ
ທັງພົວພັນກັບລະບົບນິເວດ ແລະ ຊີວະນາໆພັນຢ່າງສະໜິດແໜ້ນ ການສ້າງແຜນແມ່
ບົດຈັດສັນທີ່ດິນແຫ່ງຊາດ ແລະ ການວາງແຜນນຳໃຊ້ທີ່ດິນ ຍັງບໍ່ທັນໄດ້ສຳເລັດ ພາ
ໃຫ້ມີການນຳໃຊ້ທີ່ດິນມີລັກສະນະຟຸມເຟືອຍ ມີການຈັບຈອງດິນ-ປ່າສາທາລະນະຢ່າງ
ຊະຊາຍ ມີການຕົກລົງແບ່ງດິນຂອງລັດໃຫ້ບຸກຄົນຖືສິດທິນຳໃຊ້ຂາດຕົວທີ່ບໍ່ຖືກຕ້ອງ
ຕາມກົດໝາຍ ແລະ ລະບຽບການໄດ້ເກີດຂຶນຢ່າງແຜ່ຫຼາຍ."

ກ່ອນໜ້ານີ້ ທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳ
ມະຊາດ ແລະ ສິ່ງແວດລ້ອມໄດ້ສັ່ງການໄປເຖິງອຳນາດການປົກຄອງລະດັບທ້ອງຖິ່ນ
ໃນທົ່ວປະເທດ ເພື່ອໃຫ້ດຳເນີນການຈັດທຳລາຍງານ ກ່ຽວກັບ ທີ່ດິນທີ່ອະນຸຍາດໃຫ້
ສຳປະທານແກ່ບໍລິສັດເອກະຊົນ ລາວ ແລະ ຕ່າງຊາດໄປແລ້ວໃນທຸກໂຄງການຢ່າງ
ລະອຽດ ເພາະຈາກການກວດກາໃນໄລຍະຜ່ານມາ ພົບວ່າມີຫຼາຍເຂດທີ່ເປັນການອະ
ນຸຍາດສຳປະທານຢ່າງບໍ່ຖືກຕ້ອງຕາມກົດໝາຍ ທັງຍັງມີການຮ້ອງຮຽນຈາກປະຊາຊົນ
ລາວ ທີ່ໄດ້ຮັບຜົນກະທົບຈາກການອະນຸຍາດສຳປະທານທີ່ດິນດັ່ງກ່າວຢ່າງກວ້າງຂວາງ
ອີກດ້ວຍ.

ທາງດ້ານ ດຣ. ວາດສະໜາ ລະອອງປລິວ ນັກວິຊາການ ມະຫະວິທະຍາໄລທຳມະສາດ
ຂອງ ໄທ ກໍໄດ້ໃຫ້ຂໍ້ມູນ ກ່ຽວກັບ ການເກັບຂໍ້ມູນພາກສະໜາມຢູ່ເຂດເມືອງລອງ, ແຂວງ
ຫຼວງນໍ້າທາ ເມື່ອບໍ່ດົນມານີ້ວ່າ ປະຊາຊົນ ລາວ ກຳລັງປະເຊີນກັບການສູນເສຍທີ່ດິນ
ຂອງພວກເຂົາເຈົ້າໃຫ້ກັບນັກທຸລະກິດ ຈີນ ເພີ່ມຂຶ້ນນັບມື້ໂດຍມີສາເຫດມາຈາກການ
ເຂົ້າຮ່ວມໂຄງການກະເສດພັນທະທີ່ທາງການ ລາວ ສະໜັບສະໜູນບັນດານັກທຸລະກິດ
ຈີນ ໃຫ້ເຂົ້າມາລົງທຶນໃນເຂດແຂວງຫຼວງນໍ້າທາ ຫຼາຍຂຶ້ນນັບມື້.

ທັງນີ້ ສາເຫດສຳຄັນທີ່ເຮັດໃຫ້ປະຊາຊົນ ລາວ ຕ້ອງສູນເສຍທີ່ດິນໃຫ້ກັບນັກທຸລະກິດ
ຈີນ ກໍເພາະວ່າ ພວກເຂົາເຈົ້າຖືກບັງຄັບໃຫ້ເຂົ້າຮ່ວມໃນໂຄງການກະເສດພັນທະເຊັ່ນ
ການປູກຢາງພາລາ ໂດຍທີ່ພວກເຂົາເຈົ້າບໍ່ມີເງິນລົງທຶນ ຈຶ່ງຕ້ອງກູ້ຢືມຈາກນັກທຸລະກິດ
ຈີນ ແລະ ໃຊ້ທີ່ດິນຄໍ້າປະກັນ ເມື່ອປາກົດວ່າຢາງພາລາໃນຕະຫຼາດຕົກຕໍ່າລົງຢ່າງຕໍ່
ເນື່ອງຈຶ່ງເຮັດໃຫ້ປະຊາຊົນ ລາວ ບໍ່ມີເງິນຊຳລະໜີ້ ແລະ ຜົນທີ່ຕາມມາກໍຄືການຖືກຍຶດ
ທີ່ດິນໂດນນາຍທຶນ ຈີນ.

ດຣ. ວາສະໜາ ຢືນຢັນດ້ວຍວ່າ ປະຊາຊົນ ລາວ ຢູ່ເມືອງ ລອງ ຍັງຈະຕ້ອງສູນເສຍທີ່
ດິນໃຫ້ກັບນາຍທຶນ ຈີນ ເພີ່ມຂຶ້ນເລື້ອຍໆ ເພາະວ່າມີທີ່ດິນຫຼາຍກວ່າ 3 ແສນເຮັກຕາທີ່
ໄດ້ເຮັດສັນຍາກະເສດພັນທະກັບນັກທຸລະກິດ ຈີນ ໄວ້ແລ້ວນັ້ນເອງ.

XS
SM
MD
LG