ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ລາວ ກຳນົດ 10 ຂໍ້ຫ້າມ ສຳລັບ ພະນັກງານພາສີ ເພື່ອປ້ອງກັນ ການຮົ່ວໄຫຼ


ເຈົ້າໜ້າທີ່ກຳລັງນັບເງິນກີບ ເຊິ່ງແມ່ນສະກຸນເງິນຂອງ ສປປ ລາວ.
ເຈົ້າໜ້າທີ່ກຳລັງນັບເງິນກີບ ເຊິ່ງແມ່ນສະກຸນເງິນຂອງ ສປປ ລາວ.

ລັດຖະບານ ລາວ ກຳນົດ 10 ຂໍ້ຫ້າມ ສຳລັບພະນັກງານພາສີ ແລະ ພະນັກງານທີ່ກ່ຽວ
ຂ້ອງກັບການຈັດເກັບລາຍຮັບ ຈະຕ້ອງປະຕິບັດຕາມຢ່າງເຂັ້ມງວດ ເພື່ອປ້ອງກັນການ
ຮົ່ວໄຫຼດ້ານລາຍຮັບຂອງລັດຖະບານ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນ ຖະແຫຼງຢືນຢັນວ່າ 10 ຂໍ້ຫ້າມທີ່ລັດຖະບານໄດ້ກຳນົດໃຫ້ພະນັກງານພາສີ ແລະ ພະນັກ
ງານທີ່ກ່ຽວຂ້ອງກັບການຈັດເກັບລາຍຮັບຂອງລັດຈະຕ້ອງປະຕິບັດຕາມຢ່າງເຂັ້ມງວດ
ປະກອບດ້ວຍ ການຫ້າມສ້າງ ແລະ ລາຍງານຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ບໍ່ມີມູນຄວາມຈິງ,
ຫ້າມສ້າງກຸ່ມກ້ອນປັ່ນປ່ວນແບ່ງແຍກຄວາມສາມັກຄືພາຍໃນ ກໍ່ໃຫ້ເກີດຄວາມເສຍຫາຍ
ຕໍ່ການຈັດຕັ້ງ ຫຼື ບຸກຄົນອື່ນ, ຫ້າມສົມຮູ້ຮ່ວມຄິດເພື່ອເຊື່ອງອຳການກະທຳຜິດຂອງຜູ້ລະ
ເມີດກົດໝາຍ ແລະ ລະບຽບກ່ຽວກັບພາສີ, ຫ້າມສ້າງຄວາມຫຍຸ້ງຍາກຖ່ວງດຶງແກ່ຍາວ
ໃນການຄົ້ນຄວ້າແກ້ໄຂເອກະສານຕ່າງໆ ເພື່ອຫາຜົນປະໂຫຍດສ່ວນຕົວ, ຫ້າມເປັນ
ນາຍໜ້າ ຫຼື ທີ່ປຶກສາໃນດ້ານບັນຊີໃຫ້ແກ່ຫົວໜ່ວຍທຸລະກິດ.

ພ້ອມກັນນັ້ນ ກໍຍັງຫ້າມປອມແປງເອກະສານ, ຖານຂໍ້ມູນ ແລະ ໃບຮັບເງິນຕ່າງໆ ເພື່ອ
ສະແຫວງຫາຜົນປະໂຫຍດສ່ວນຕົວ, ຫ້າມຍັກຍອກ ສໍ້ໂກງເອົາຊັບສິນຂອງລັດ, ຫ້າມ
ສວຍໃຊ້ໜ້າທີ່ເພື່ອຕົກລົງ ຫຼື ປອມແປງສັນຍາສຳປະທານ ຫຼື ນິຕິກຳຕ່າງໆທີ່ບໍ່ຖືກຕ້ອງ
ຕາມກົດໝາຍ, ຫ້າມປະຕິເສດຕໍ່ຂໍ້ຕົກລົງ ກ່ຽວກັບ ການມອບໝາຍໜ້າທີ່-ຊັບຊ້ອນວຽກ
ງານ ແລະ ຫ້າມເລືອກວຽກອີກດ້ວຍ. ຊຶ່ງທັງໝົດນີ້ ກໍເພື່ອເປັນການປ້ອງກັນການຮົ່ວໄຫຼ
ດ້ານລາຍຮັບ ແລະ ລາຍຈ່າຍຂອງລັດເປັນສຳຄັນ ເພາະການປະຕິບັດໃນໄລຍະຜ່ານ
ມາຍັງຂາດປະສິດທິພາບໃນທຸກດ້ານ ດັ່ງທີ່ທ່ານ ສົມດີ ໃຫ້ການຢືນຢັນວ່າ.

"ການປະຕິບັດວິໄນການເງິນຂອງບາງຂະແໜງການ ແລະ ທ້ອງຖິ່ນ ຍັງບໍ່ທັນເຂັ້ມງວດ
ເທົ່າທີ່ຄວນ ຊຶ່ງສະແດງອອກໃນການປະຕິບັດລາຍຈ່າຍບໍ່ຖືກຕ້ອງຕາມເປົ້າໝາຍ ບໍ່ຖືກ
ຕ້ອງຕາມສາລະບານງົບປະມານ ມີການຈ່າຍລ່ວງໜ້າ ແລະ ອື່ນໆ ການຄຸ້ມຄອງບັນດາ
ກອງທຶນລັດເຖິງແມ່ນວ່າຈະໄດ້ອອກແຈ້ງການໃຫ້ບັນດາຫົວໜ່ວຍງົບປະມານທີ່ມີກອງ
ທຶນຂອງລັດລວມສູນເຂົ້າໃນງົບປະມານ ເປີດບັນຊີຢູ່ຄັງເງິນແຫ່ງຊາດກໍຕາມ ແຕ່ກະຍັງ
ບໍ່ທັນສາມາດສັງລວມເອົາເຂົ້າໃນລະບົບງົບປະມານໄດ້ທັງໝົດ ການໃຊ້ຈ່າຍຂອງບັນ
ດາກອງທຶນຕ່າງໆນີ້ກະບໍ່ທັນສັງລວມຢ່າງລວມສູນໄດ້."

ການຈັດຕັ້ງປະຕິບັດທີ່ບໍ່ເປັນໄປຕາມລະບຽບກົດໝາຍຂອງພະນັກງານທີ່ກ່ຽວຂ້ອງໃນ
ການຈັດເກັບລາຍຮັບຈາກພາສີອາກອນຕ່າງໆ ຖືເປັນສາເຫດສຳຄັນທີ່ເຮັດໃຫ້ເກີດການ
ຮົ່ວໄຫຼດ້ານລາຍຮັບຂອງລັດຖະບານ ລາວ ຫຼາຍທີ່ສຸດ ໂດຍສະເພາະກໍແມ່ນ ການຮົ່ວ
ໄຫຼຈາກຂັ້ນຕອນໃນການປະເມີນພາສີ ແລະ ການປັບໄໝໃນກໍລະນີຜູ້ເສຍພາສີອາກອນ
ບໍ່ໄດ້ປະຕິບັດຢ່າງຖືກຕ້ອງຕາມລະບຽບກົດໝາຍນັ້ນ ຍັງເປັນຂັ້ນຕອນທີ່ເກີດການຮົ່ວ
ໄຫຼຫຼາຍທີ່ສຸດ ເພາະພະນັກງານບໍ່ໄດ້ສົ່ງມອບລາຍຮັບໃຫ້ລັດເລີຍນັ້ນເອງ.

ໂດຍການກວດກາໜ່ວຍງານຂອງລັດຖະບານ ລາວ ໃນໄລຍະ 5 ປີຜ່ານມາໄດ້ກວດພົບ
ການທຸຈະລິດ ແລະ ການຍັກຍອກເອົາງົບປະມານ ແລະ ຊັບສິນຂອງລັດ ໂດຍບັນດາພະນັກງານລັດຖະບານໄປຫຼາຍກວ່າ 5,000 ຕື້ກີບ ພ້ອມກັບເງິນຕາຕ່າງປະເທດອີກ
90 ກວ່າລ້ານໂດລາ ແລະ 40 ກວ່າລ້ານບາດ ໂດຍອົງການກວດກາແຫ່ງລັດ ກໍສາມາດ
ຕິດຕາມຍຶດຄືນມາໄດ້ບາງສ່ວນ ກໍຄືການຍຶດທີ່ດິນຂອງລັດທີ່ຖືກລັກລອບຂາຍໃຫ້ກັບ
ບັນດານາຍທຶນ ລາວ ແລະ ຊາວຕ່າງຊາດກັບຄືນມາໄດ້ໃນເນື້ອທີ່ລວມກວ້າງກວ່າ
10,000 ເຮັກຕາ ພ້ອມດ້ວຍເງິນ 1,000 ກວ່າຕື້ກີບ, 70 ກວ່າລ້ານໂດລາ ແລະ 30
ກວ່າລ້ານບາດ.

ກ່ອນໜ້ານີ້ອົງການເພື່ອຄວາມໂປ່ງໄສສາກົນ (Transparency International) ໄດ້
ດຳເນີນການສຳຫຼວດຄວາມຄິດເຫັນຂອງນັກທຸລະກິດ ກ່ຽວກັບ ສະພາບການສໍ້ລາດບັງ
ຫຼວງຢູ່ໃນ 176 ປະເທດທົ່ວໂລກ ໂດຍໄດ້ຈັດໃຫ້ ລາວ ຢູ່ອັນດັບທີ 123 ໃນປີ 2016
ຊຶ່ງກໍເປັນການເລື່ອນອັນດັບທີ່ດີຂຶ້ນເຖິງ 16 ອັນດັບທຽບກັບປີ 2015 ທີ່ ລາວ ໄດ້ຖືກ
ຈັດໃຫ້ຢູ່ໃນອັນດັບທີ 139 ຂອງໂລກ ເພາະເຫັນວ່າລັດຖະບານ ລາວ ຊຸດປັດຈຸບັນໄດ້
ປາບປາມການສໍ້ລາດບັງຫຼວງຢ່າງຈິງຈັງ ດັ່ງຈະເຫັນໄດ້ຈາກການຫ້າມສົ່ງໄມ້ທ່ອນໄປ
ຕ່າງປະເທດ ແລະ ບໍ່ໃຫ້ສຳປະທານຂຸດຄົ້ນແຮ່ທາດລາຍໃໝ່ຢ່າງສິ້ນເຊີງເປັນຕົ້ນ.

XS
SM
MD
LG