ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານ ລາວ ບັນຈຸ 17 ເປົ້າໝາຍ ໄວ້ ໃນວິໄສທັດພັດທະນາ ລາວ ປີ 2030


ເດັກນ້ອຍນັກຮຽນ ລາວ ທີ່ໂຮງຮຽນແຫ່ງໜຶ່ງໃນເຂດຊົນນະບົດ
ຂອງ ລາວ.
ເດັກນ້ອຍນັກຮຽນ ລາວ ທີ່ໂຮງຮຽນແຫ່ງໜຶ່ງໃນເຂດຊົນນະບົດ ຂອງ ລາວ.

ລັດຖະບານ ລາວ ບັນລຸ 17 ເປົ້າໝາຍການພັດທະນາຢ່າງຍືນຍົງໄວ້ໃນວິໄສທັດພັດທະ
ນາ ລາວ ເຖິງປີ 2030 ໂດຍຍັງບໍ່ລວມເຖິງເປົ້າໝາຍທີ 18 ກ່ຽວກັບ ບັນຫາລະເບີດບໍ່
ທັນແຕກທີ່ຕົກຄ້າງໃນ ລາວ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຖະແຫຼງຢືນຢັນວ່າ ລັດຖະບານ ລາວ ໄດ້
ບັນຈຸເປົ້າໝາຍການພັດທະນາຢ່າງຍືນຍົງ (Sustainable Development Goal -
SDG) ໄວ້ໃນແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດແລ້ວເຖິງ 17 ເປົ້າ
ໝາຍຈາກທັງໝົດ 18 ເປົ້າໝາຍທີ່ລັດຖະບານ ລາວ ໄດ້ຕົກລົງໄວ້ກັບອົງການສະຫະ
ປະຊາຊາດ ແລະ ລັດຖະບານ ລາວ ເຊື່ອໝັ້ນວ່າຈະສາມາດຈັດຕັ້ງປະຕິບັດໃຫ້ບັນລຸ
ຜົນສຳເລັດທັງ 17 ເປົ້າໝາຍໄດ້ຕາມວິໄສທັດການພັດທະນາ ລາວ ເຖິງປີ 2030
(Vision 2030) ດັ່ງທີ່ທ່ານ ທອງລຸນ ໄດ້ໃຫ້ການຢືນຢັນວ່າ.

"ໃນຫຼັກການພວກເຮົາຮັບເອົາໝາຍການພັດທະນາແບບຍືນຍົງເຊື່ອມເຂົ້າກັບແຜນ
ພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ຕາມຄວາມເໝາະສົມຂອງແຕ່ລະ
ໄລຍະຢ່າງມີຄວາມສອດຄ້ອງ ແລະ ມີຄວາມສາມາດປະຕິບັດໄດ້ 17 ເປົ້າໝາຍ
ນອກຈາກເປົ້າໝາຍທີ 18 ນັ້ນ ອ່ານເບິ່ງຫົວຂໍ້ມັນນີ້ກໍຄິດວ່າ 17 ເປົ້າໝາຍເອົາເຂົ້າ
ໃນແຜນການພັດທະນາເສດຖະກິດ-ສັງຄົມ ແຜນຍຸດທະສາດ ແລະ ວິໄສທັດແຕ່ນີ້
ຮອດປີ 2030 ນີ້ໝົດແລ້ວ."

ໂດຍ 17 ເປົ້າໝາຍການພັດທນາຢ່າງຍືນຍົງຂອງລັດຖະບານ ລາວ ດັ່ງກ່າວປະກອບ
ດ້ວຍ ການລົບລ້າງຄວາມຍາກຈົນ, ລົບລ້າງຄວາມອຶດຫິວ, ການຮັບປະກັນສຸຂະພາບ
ອະນາໄມທີ່ດີ, ຮັບປະກັນຄວາມສະເໝີພາບໃນດ້ານການສຶກສາ, ຄວາມສະເໝີພາບ
ລະຫວ່າງຍິງ-ຊາຍ ການຕອບສະໜອງນໍ້າສະອາດພະລັງງານສະອາດ ຮັບປະກັນການ
ມີງານທຳ, ຊຸກຍູ້ອຸດສາຫະກຳທີ່ຍືນຍົງ, ຫຼຸດຜ່ອນຄວາມບໍ່ເທົ່າທຽມ, ສ້າງຕັ້ງເຂດທີ່ຢູ່
ອາໄສທີ່ປອດໄພ, ຕອບສະໜອງຄວາມຕ້ອງການໃນຊີວິດປະຈຳວັນຢ່າງພຽງພໍ, ສະ
ກັດກັ້ນສະພາວະໂລກຮ້ອນ, ການນຳໃຊ້ຊັບພະຍາກອນທຳມະຊາດຢ່າງຍືນຍົງ, ຟື້ນ
ຟູສະພາບປ່າໄມ້ ແລະ ລະບົບນິເວດທຳມະຊາດ ການສົ່ງເສີມຄວາມຍຸຕິທຳທາງສັງຄົມ
ແລະ ການປະກອບສ່ວນຂອງປະຊາຊົນ ລາວ ບັນດາເຜົ່າເຂົ້າໃນການພັດທະນາຢ່າງ
ຍືນຍົງຕາມລຳດັບ.

ສ່ວນເປົ້າໝາຍທີ​ 18 ຄືການຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງໃນ
ລາວ ຫຼື UXO ຊຶ່ງຍັງບໍ່ສາມາດບັນຈຸເຂົ້າໃນວິໄສທັດການພັດທະນາ ລາວ ເຖິງປີ 2030
ໄດ້ນັ້ນກໍຍ້ອມວ່າ ລັດຖະບານ ລາວ ຍັງບໍ່ເຊື່ອໝັ້ນວ່າຈະຈັດຕັ້ງປະຕິບັດເພື່ອໃຫ້ສາ
ມາດບັນລຸເປົ້າໝາຍໄດ້ຈິງ ຫຼື ບໍ່ ເພາະຈະຕ້ອງນຳໃຊ້ງົບປະມານຢ່າງຫຼວງຫຼາຍ ເພື່ອ
ການເກັບກູ້ UXO ທີ່ຍັງຕົກຄ້າງໃນ ລາວ ຫຼາຍກວ່າ 80 ລ້ານກວ່າໜ່ວຍ ໃນຂະນະທີ່
ການເກັບກູ້ໃນໄລຍະ 20 ປີທີ່ຜ່ານມາສາມາດເກັບກູ້ UXO ໄດ້ພຽງແຕ່ 1 ລ້ານກວ່າ
ໜ່ວຍເທົ່ານັ້ນ ໝາຍຄວາມວ່າຖ້າຫາກການເກັບກູ້ UXO ຍັງເປັນຄືຜ່ານມາກໍຈະຕ້ອງ
ໃຊ້ເວລາອີກຫຼາຍຮ້ອຍປີ ຈຶ່ງຈະສາມາດເກັບກູ້ UXO ໃຫ້ໝົດໄປຈາກ ລາວ ໄດ້ຢ່າງ
ແທ້ຈິງນັ້ນເອງ.

ທາງດ້ານທ່ານ ກອງແກ້ວ ວົງປະເສີດ ຫົວໜ້າຫ້ອງການພັດທະນາຊົນນະບົດ ແລະ ລົບ
ລ້າງຄວາມທຸກຍາກແຫ່ງຊາດ ຖະແຫຼງວ່າ ລັດຖະບານ ລາວ ຍັງໄດ້ວາງເປົ້າໝາຍຈະ
ເຮັດໃຫ້ ລາວ ຫຼຸດພົ້ນຈາກສະພາບດ້ອຍພັດທະນາໃນປີ 2020 ເພື່ອກ້າວສູ່ການເປັນ
ປະເທດກຳລັງພັດທະນາ ທີ່ປະຊາຊົນມີລາຍໄດ້ລະດັບປານກາງຫາສູງໃຫ້ໄດ້ຕາມວິ
ໄສທັດການພັດທະນາ ລາວ ຈາກປັດຈຸບັນເຖິງປີ 2030 ອີກດ້ວຍ.

ຫາກແຕ່ຈາກການປະເມີນຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ
(UNDP) ກ່ຽວກັບ ຜົນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ
ໃນລາວ ໃນຊ່ວງປີ 2011-2015 ກໍພົບວ່າ ລັດຖະບານ ລາວ ບໍ່ສາມາດບັນລຸເປົ້າໝາຍ
ສະຫັດສະວັດການພັດທະນາໃນ 6 ດ້ານຈາກທັງໝົດ 9 ດ້ານທີ່ໄດ້ຕົກລົງໄວ້ກັບ
UNDP ວ່າຈະຈັດຕັ້ງປະຕິບັດໃຫ້ບັນລຸເປົ້າໝາຍພາຍໃນປີ 2015 ທີ່ຜ່ານມາ.

ໂດຍທັງ 6 ດ້ານດັ່ງກ່າວນີ້ປະກອບດ້ວຍ ການທີ່ເດັກນ້ອຍອາຍຸຕໍ່າກວ່າ 5 ປີຍັງມີສ່ວນ
ສູງ ແລະ ນໍ້າໜັກຕໍ່າກວ່າເກນມາດຕະຖານ, ອັດຕາການຕາຍຂອງເດັກນ້ອຍທີ່ອາຍຸຕໍ່າ
ກວ່າ 1 ປີກໍຍັງສູງ ສ່ວນອັດຕາການຕາຍຂອງແມ່ຍິງຂະນະຖືພາກໍຍັງສູງເຊັ່ນດຽວກັນ
ໃນຂະນະທີ່ການເພີ່ມອັດຕາການປົກຫຸ້ມຂອງປ່າໄມ້ກໍຍັງປະຕິບັດໄດ້ໃນລະດັບຕໍ່າ
ສ່ວນອັດຕາການເຂົ້າໂຮງຮຽນ ແລະ ສືບຕໍ່ການຮຽນຈົນຈົບຊັ້ນປະຖົມປີທີ 5 ກໍຍັງບໍ່ເປັນ
ໄປຕາມເປົ້າໝາຍທີ່ວາງໄວ້ເລີຍ.

XS
SM
MD
LG