ລັດຖະບານລາວໄດ້ເລື່ອນເປົ້າໝາຍການລົບລ້າງບັນຫາທຸກຍາກຂອງປະຊາຊົນຈາກເດີມໃນປີ 2024 ໄປເປັນພາຍໃນປີ 2026 ຍ້ອນຜົນກະທົບຢ່າງໜັກໜ່ວງຈາກວິກິດການທາງເສດຖະກິດ ແລະ ການເງິນ.
ເຈົ້າໜ້າທີ່ກະຊວງແຜນການແລະການລົງທຶນເປີດເຜີຍວ່າ ດ້ວຍສະພາບການທີ່ປະຊາຊົນລາວຕ້ອງປະເຊີນກັບສະພາວະເງິນເຟີ້ໃນອັດຕາສູງ ແລະ ຄ່າເງິນກີບຕົກຕ່ຳລົງຢ່າງຮຸນແຮງນັບຈາກປີ 2020 ເປັນຕົ້ນມາ ຊຶ່ງເຮັດໃຫ້ດັດຊະນີລາຄາການຊົມໃຊ້ໄດ້ປັບຕົວສູງຂຶ້ນເກີນກວ່າ 200 ເປີເຊັນໃນຂະນະທີ່ລາຍໄດ້ຂອງປະຊາຊົນ ລາວ ສ່ວນໃຫຍ່ຍັງຄົງເດີມໃນປັດຈຸບັນນີ້ ຈຶ່ງບໍ່ພຽງແຕ່ຈະສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງເທົ່ານັ້ນ ແຕ່ວ່າຍັງເຮັດໃຫ້ລັດຖະບານລາວຕ້ອງໄດ້ເລື່ອນເປົ້າໝາຍການລົບລ້າງບັນຫາຍາກຈົນໃນລາວໃຫ້ໄດ້ຢ່າງສິ້ນເຊີງພາຍໃນປີ 2024 ອອກໄປເປັນພາຍໃນປີ 2026 ທັງຍັງຈະມີການປະຊຸມຮ່ວມກັນອີກຄັ້ງລະຫວ່າງ ລັດຖະບານ ລາວ ກັບອົງການສະຫະປະຊາຊາດເພື່ອການພັດທະນາ ຫຼື UNDP ໃນຕົ້ນປີນີ້ເພື່ອພິຈາລະນາວ່າຄວນທີ່ຈະເລື່ອນເປົ້າໝາຍການລົບລ້າງບັນຫາທຸກຍາກໃນລາວອອກໄປຫຼືບໍ່ອີກດ້ວຍ ໂດຍຈະພິຈາລະນາຈາກປະສິດທິຜົນຂອງການແກ້ໄຂວິກິດການທາງເສດຖະກິດ ແລະ ການເງິນເປັນສຳຄັນ ດັ່ງທີ່ເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນໄດ້ໃຫ້ການຢືນຢັນວ່າ
“ການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນານີ້ກະເປັນອີກວຽກນຶ່ງທີ່ພວກເຮົາຈະໄດ້ສືບຕໍ່ ເຖິງວ່າຈະມີການປະເມີນຈາກຄະນະກຳມະການຂອງອົງການສະຫະປະຊາຊາດແລ້ວວ່າພວກເຮົາມີເງື່ອນໄຂທີ່ຈະຫຼຸດພົ້ນ ແຕ່ເຖິງຢ່າງໃດກໍ່ຕາມ ຍ້ອນວ່າຄວາມຫຍຸ້ງຍາກຫຼາຍອັນອົງການສະຫະປະຊາຊາດເພິ່ນກະໄດ້ເລື່ອນໄລຍະການຫຼຸດພົ້ນນີ້ຈາກ 2024 ເປັນ 2026 ແຕ່ວ່າທັງນີ້ທັງນັ້ນເພິ່ນກະສິໄດ້ມາປະເມີນຄືນຄວາມສາມາດຕົວຈິງຂອງພວກເຮົາ ຄວາມພ້ອມຂອງພວກເຮົາສິເປັນຄືແນວໃດ ກໍຄືສິ່ງທ້າທາຍ.”
ທັງນີ້ເຖິງແມ່ນອັດຕາເງິນເຟີ້ໃນລາວໄດ້ປັບຕົວຫຼຸດລົງຢ່າງຕໍ່ເນື່ອງກໍຄືຈາກລະດັບສູງສຸດທີ 41.26 ເປີເຊັນເມື່ອເດືອນກຸມພາ 2023 ລົງມາຢູ່ທີ່ລະດັບ 24.44 ເປີເຊັນເມື່ອເດືອນມັງກອນ 2024 ນັ້ນກໍບໍ່ໄດ້ເຮັດໃຫ້ລະດັບຄ່າຄອງຊີບໃນລາວຫຼຸດລົງແຕ່ຢ່າງໃດ ຊຶ່ງເຫັນໄດ້ຈາກດັດຊະນີລາຄາສິນຄ້າ ຍັງປັບຕົວສູງຂຶ້ນເກີນກວ່າ 200 ເປີເຊັນໂດຍສະເພາະແມ່ນໃນດ້ານການຄົມມະນາຄົມ ແລະ ຂົນສົ່ງທີ່ປັບຕົວສູງຂຶ້ນ 232.48 ເປີເຊັນຕາມດ້ວຍອາຫານ ແລະ ເຄື່ອງດື່ມ, ໝວດຮັກສາສຸຂະພາບ ແລະ ຢາ, ເຄື່ອງນຸ່ງຫົ່ມ, ໂຮງແຮມ, ຮ້ານອາຫານ ແລະ ບໍລິການຕ່າງໆນັ້ນລ້ວນແຕ່ປັບຕົວສູງຂຶ້ນເກີນກວ່າ 200 ເປີເຊັນໂດຍລັດຖະບານ ລາວ ບໍ່ສາມາດຄວບຄຸມໄດ້ເລີຍເພາະວ່າເປັນສິນຄ້າທີ່ລາວຜະລິດໄດ້ບໍ່ພຽງພໍ ຈຶ່ງຕ້ອງນຳເຂົ້າຈາກຕ່າງປະເທດເປັນດ້ານຫຼັກ.
ບັນຫາອັດຕາເງິນເຟີ້ສູງ ແລະ ຄ່າເງິນກີບຕົກຕ່ຳລົງດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ລະດັບລາຍໄດ້ສະເລ່ຍຂອງປະຊາກອນລາວໃນທົ່ວປະເທດ ເມື່ອທຽບໃສ່ເງິນໂດລາ ສະຫະລັດ ກໍຄືສຳລັບປະຊາຊົນໃນເຂດນະຄອນຫຼວງວຽງຈັນ ທີ່ເຄີຍມີລາຍໄດ້ສະເລ່ຍ 64 ລ້ານກີບ ຫຼື 6,379 ໂດລາຕໍ່ຄົນໃນປີ 2022 ນັ້ນກໍຈະຄິດເປັນພຽງແຕ່ 3,063 ໂດລາຕໍ່ຄົນເທົ່ານັ້ນໃນປັດຈຸບັນ ຊຶ່ງຫຼຸດລົງເກີນກວ່າ 52 ເປີເຊັນທຽບໃສ່ປີ 2022.
ສ່ວນປະຊາຊົນລາວທີ່ຢູ່ເຂດຕ່າງແຂວງທີ່ມີລາຍໄດ້ຕ່ຳກວ່າເຂດນະຄອນຫຼວງຈັນເຊັ່ນ ປະຊາຊົນໃນແຂວງບໍລິຄຳໄຊທີ່ມີລາຍໄດ້ສະເລ່ຍບໍ່ເຖິງ 1,300 ໂດລາຕໍ່ຄົນນັ້ນກໍມີທ່າອຽງທີ່ຈະທຸກຍາກເພີ່ມຂຶ້ນອີກໂດຍລວມເຖິງກຸ່ມປະຊາກອນທີ່ໄດ້ພົ້ນຈາກຄວາມທຸກຍາກໄປແລ້ວນັ້ນກໍຍັງມີທ່າອຽງທີ່ຈະກັບຄືນສູ່ສະພາບທຸກຍາກອີກເທື່ອໃໝ່ດ້ວຍເຊັ່ນກັນກໍຍ້ອນວ່າມີລາຍໄດ້ທີ່ບໍ່ໝັ້ນຄົງ ສ່ວນການເສີມສ້າງລາຍຮັບດ້ວຍການສົ່ງເສີມການຜະລິດສິນຄ້າກະສິກຳໃຫ້ໄດ້ເພີ່ມຂຶ້ນໂດຍສະເພາະແມ່ນກະສິກອນລາວໃນເຂດຊົນນະບົດນັ້ນຍັງບໍ່ສາມາດປະຕິບັດໄດ້ຈິງ ດັ່ງທີ່ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໃຫ້ການຢືນຢັນວ່າ
“ການກຳນົດເຂດການຜະລິດ, ການຈັດສັນເຂດການຜະລິດກະສິກຳຍັງບໍ່ທັນສຳເລັດ ຍັງມີການບຸກລຸກດິນປ່າໄມ້ຂອງປະຊາຊົນ ເພື່ອປູກເພື່ອລ້ຽງແລ້ວກໍທັງສຳປະທານຂອງບໍລິສັດຕ່າງໆເກີດມີໄຟໄໝ້ລາມປ່າຫຼາຍ ຄວາມຈິງແລ້ວການກຳນົດເຂດການຜະລິດຫຼາຍແຂວງກໍໄດ້ເຮັດສຳເລັດແລ້ວ ແຕ່ວ່າຂອດການປະຕິບັດຕົວຈິງຍັງພົບກັບບັນຫາຫຍຸ້ງຍາກຫຼາຍ ໂດຍສະເພາະແມ່ນການເຂົ້າເຖິງແຫຼ່ງທຶນ, ການກຳນົດຄຸນນະພາບການເກັບຊື້ ແລະ ການເກັບມ້ຽນຕ່າງໆ ອັນນີ້ພວກເຮົາບໍ່ທັນມີໂຄງຮ່າງພື້ນຖານພໍ.”
ພາຍໃຕ້ສະພາບການດັ່ງກ່າວກໍຍັງໄດ້ສົ່ງຜົນເຮັດໃຫ້ຄ່າເງິນກີບຍັງສືບຕໍ່ຜັນຜວນອີກດ້ວຍ ເພາະວ່າສິນຄ້າທີ່ນຳເຂົ້າຈະຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດ ໂດຍສະເພາະແມ່ນເງິນບາດ ແລະ ໂດລາສະຫະລັດນັ້ນກໍຄືເງິນຕາຕ່າງປະເທດທີ່ພາກທຸລະກິດການຄ້າໃນລາວຕ້ອງການຫຼາຍທີ່ສຸດ ເມື່ອສົມທົບກັບການທີ່ລາວຂາດດຸນການຄ້າຕ່າງປະເທດດ້ວຍແລ້ວ ຍັງເຮັດໃຫ້ເງິນກີບອ່ອນຄ່າລົງກວ່າ 234 ເປີເຊັນ ແລະ 235 ເປີເຊັນທຽບໃສ່ເງິນບາດ ແລະ ໂດລາສະຫະລັດ ຊຶ່ງກໍເຮັດໃຫ້ອຳນາດການຊື້ສິນຄ້າຂອງປະຊາຊົນ ລາວ ຫຼຸດລົງເກີນກວ່າ 2 ເທົ່າຕົວໃນປັດຈຸບັນນີ້ ເມື່ອທຽບໃສ່ກັບໄລຍະດຽວກັນໃນປີ 2020 ທີ່ຜ່ານມາ.
ຟໍຣັມສະແດງຄວາມຄິດເຫັນ