ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວໃຫ້ບູລິມະສິດເປັນອັນດັບນຶ່ງໃນການຈັດສັນງົບປະມານ ເພື່ອການປ້ອງກັນປະເທດ ແລະ ການຮັກສາຄວາມສະຫງົບພາຍໃນ


ລົດຖັງຂອງກອງທັບລາວ.
ລົດຖັງຂອງກອງທັບລາວ.

ລັດຖະບານລາວໃຫ້ບູລິມະສິດເປັນອັນດັບນຶ່ງໃນການຈັດສັນງົບປະມານເພື່ອການປ້ອງກັນປະເທດ ແລະ ການຮັກສາຄວາມສະຫງົບພາຍໃນ ສ່ວນດ້ານການສຶກສາ ແລະ ສາທາລະນະສຸກເປັນບູລິມະສິດອັນດັບຮອງ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະ ການລົງທຶນເປີດເຜີຍວ່າລັດຖະບານ ລາວ ໄດ້ກຳນົດໃຫ້ງົບປະມານເພື່ອການປ້ອງກັນຊາດ ແລະ ການປ້ອງກັນຄວາມສະຫງົບພາຍໃນເປັນພາກສ່ວນງົບປະມານທີ່ປິດລັບ ແລະ ບໍ່ຕ້ອງສະແດງລາຍລະອຽດການໃຊ່ຈ່າຍງົບປະມານຕໍ່ສະພາແຫ່ງຊາດນັບແຕ່ປີ 2015 ເປັນຕົ້ນມາແລ້ວ ເນື່ອງຈາກວ່າການປ້ອງກັນຊາດ ແລະ ການປ້ອງກັນຄວາມສະຫງົບດັ່ງກ່າວຖືເປັນວຽກງານສຳຄັນທີ່ສຸດຕໍ່ສະຖຽນລະພາບທາງການເມືອງ ແລະ ຄວາມໝັ້ນຄົງແຫ່ງຊາດຈຶ່ງຕ້ອງມີການປິດລັບດ້ວຍການບໍ່ສະແດງລາຍງານຢ່າງເປີດເຜີຍຕໍ່ໜ່ວຍງານໃດ ນອກຈາກການສະແດງລາຍງານຢ່າງປິດລັບຕໍ່ພັກ-ລັດ ແລະ ສະພາແຫ່ງຊາດລາວເທົ່ານັ້ນ ພ້ອມກັນນີ້ການຈັດສັນງົບປະມານໃຫ້ກະຊວງປ້ອງກັນຊາດ (ປກຊ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ກໍ່ຖືກຍັງເປັນບູລິມະສິດອັນດັບນຶ່ງຂອງລັດຖະບານອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຢືນຢັນວ່າ

“ກະຊວງແຜນການ ແລະ ການລົງທຶນຊຶ່ງເປັນເສນາທິການໃຫ້ແກ່ລັດຖະບານໃນການຈັດສັນງົບປະມານເຂົ້າໃສ່ໃນໂຄງການລົງທຶນແມ່ນອີງໃສ່ການຂຶ້ນແຜນງົບປະມານຂອງກະຊວງ ປກສ ແລະ ປກຊ ຊຶ່ງກະຊວງແຜນການແລະການລົງທຶນແມ່ນໄດ້ປະຕິບັດຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ລະບຽບການໃນການຈັດສັນງົບປະມານໃຫ້ແກ່ບັນດາໂຄງການທີ່ເປັນບູລິມະສິດທີ່ເຫັນວ່າມີຄວາມຈຳເປັນໃນວຽກງາານດັ່ງກ່າວ.”

ທັງນີ້ໂດຍສະຖາບັນ Global Fire Power ໄດ້ຈັດລະດັບກຳລັງ ແລະ ອາວຸດຂອງກອງທັບປະຊາຊົນລາວໃຫ້ຢູ່ອັນດັບ 121 ຈາກ 142 ປະເທດທົ່ວໂລກໃນປີ 2022 ມີກຳລັງທະຫານປະຈຳການ 75,000 ກວ່າຄົນ ເຮືອບິນທະຫານ 32 ລຳ, ລົດຖັງ ແລະ ລົດຫຸ້ມເກາະ 330 ຄັນ, ປືນໃຫຍ່ກັບລະບົບຕໍ່ສູ້ເຮືອບິນ 185 ເຄື່ອງ, ເຮືອລາດຕະເວນ 40 ລຳ ແລະ ໄດ້ຮັບການຈັດສັນງົບປະມານເກີນກວ່າ 82​ ລ້ານໂດລາ ຊຶ່ງລວມງົບປະມານທີ່ຈັດສັນໃຫ້ການປ້ອງກັນຄວາມສະຫງົບພາຍໃນດ້ວຍກໍ່ຄືເຈົ້າໜ້າທີ່ຕຳຫຼວດຫຼືພະນັກງານປ້ອງກັນຄວາມສະຫງົບ ທີ່ມີຈຳນວນຫຼາຍກວ່າ 65,000 ຄົນໃນທົ່ວປະເທດ ຊຶ່ງເປັນກຳລັງສຳຄັນໃນການປາບປາມການຄ້າຢາເສບຕິດຂ້າມຊາດໃນ ລາວ ທີ່ເປັນຂະບວນການທີ່ຂະຫຍາຍໃຫຍ່ຂຶ້ນນັບມື້ນັ້ນ.

ສ່ວນກອງທັບປະຊາຊົນລາວກໍໄດ້ປະຕິບັດການສະກັດກັ້ນການເຄື່ອນໄຫວທີ່ເປັນບໍລະປັກຕໍ່ພັກລັດຢ່າງຕໍ່ເນື່ອງໃນຕະຫຼອດ 5 ປີທີ່ຜ່ານມາ ໂດຍສ້າງຕັ້ງບ້ານປ້ອມໝັ້ນໄດ້ 717 ບ້ານ ແລະ ສ້າງຕັ້ງກຸ່ມບ້ານສູ້ລົບຕິດລຽນໄດ້ 204 ກຸ່ມບ້ານທັງໄດ້ວາງກຳລັງທະຫານປະຈຳການຢູ່ 27 ຈຸດໃນ 190 ບ້ານ,​ 23 ເມືອງໃນເຂດ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍການສ້າງຕັ້ງ 8 ກອງພັນໃຫຍ່ເພື່ອຍົກລະດັບທິດສະດີການເມືອງ ແລະ ແນວຄິດ ລວມເຖິງການຍົກລະດັບໂຮງຮຽນຂຶ້ນເປັນວິທະຍາຄານ 5 ແຫ່ງໃນ 5 ແຂວງເພື່ອການຝຶກແອບສິລະປະຍຸດ ແລະ ຍຸດທະວິທີໃນການປາບປາມການກໍ່ເຫດການບໍ່ສະຫງົບອີກດ້ວຍ.

ການຈັດຕັ້ງປະຕິບັດດັ່ງກ່າວຖືເປັນພາກສ່ວນສຳຄັນໃນຍຸດທະສາດ 2 ໜ້າທີ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດທີ່ຮັບຜິດຊອບໂດຍກອງທັບປະຊາຊົນ ລາວ ນັບແຕ່ປີ 2000 ເປັນຕົ້ນມາ ເພື່ອໃຫ້ສາມາດຮັບປະກັນສະຖຽນລະພາບທາງການເມືອງ ແລະ ຄວາມໝັ້ນຄົງແຫ່ງຊາດໄດ້ຢ່າງຄັກແນ່ ດ້ວຍການຄວບຄຸມ ແລະ ກຳຈັດການເຄື່ອນໄຫວຂອງກຸ່ມກຳລັງປະກອບອາວຸດທີ່ຕໍ່ຕ້ານອຳນາດພັກ ແລະ ລັດຖະບານລາວໃຫ້ໄດ້ຢ່າງສິ້ນ ເຊີງ ໂດຍສະເພາະແມ່ນເຂດ 5 ແຂວງເປົ້າໝາຍກໍຄືແຂວງວຽງຈັນ, ໄຊສົມບູນ, ຊຽງຂວາງ, ບໍລິຄຳໄຊ ແລະ ຫຼວງພະບາງ ທີ່ປາກົດມີການເຄື່ອນໄຫວຂອງກຸ່ມຄົນບໍ່ດີໃນລັກສະນະທີ່ເປັນການຕໍ່ຕ້ານພັກ-ລັດນັ້ນ ກໍ່ສາມາດຮັບປະ ກັນຄວາມປອດໄພໄດ້ທັງໝົດແລ້ວກໍຄືໃນທຸກເຂດແຂວງທົ່ວປະເທດລາວໃນປັດຈຸບັນ.

ກ່ອນໜ້ານີ້ສະພາແຫ່ງຊາດລາວກໍໄດ້ຮັບຮອງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ເມື່ອເດືອນພະຈິກ 2021 ແນໃສ່ການເພີ່ມປະສິດທິພາບການປາບປາມອາຊະຍາກຳທຸກຮູບແບບຢູ່ຊາຍແດນລາວກັບເພື່ອນບ້ານ ລວມເຖິງການພັດທະນາເສດຖະກິດການຄ້າ, ການລົງທຶນທີ່ປາສະຈາກບັນຫາອາຊະຍາກຳໃຫ້ໄດ້ຢ່າງແທ້ຈິງ ທັງນີ້ແກັ່ງອາຊະຍາກຳ ຈີນ ຖືເປັນແກັ່ງອາຊະຍາກອນທີ່ຖືກຈັບກຸມໃນລາວຫຼາຍທີ່ສຸດນັບແຕ່ປີ 2018 ເປັນຕົ້ນມາໂດຍຜະ ແນກປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ແລະ ຫຼວງນໍ້າທາ ໄດ້ສົ່ງຕົວຊາວ ຈີນ ໃຫ້ກັບຕຳຫຼວດຈີນທີ່ແຂວງຢຸ່ນໜານຫຼາຍກວ່າ 1,000 ຄົນທີ່ພົວພັນກັບແກັ່ງຄ້າຢາເສບຕິດ-ຄ້າມະນຸດ, ແກັ່ງການພະນັນອອນໄລນ໌ ແລະ ຟອກເງິນຂ້າມຊາດ ຊຶ່ງເຮັດໃຫ້ລັດຖະບານ ລາວ ຕ້ອງນຳໃຊ້ງົບປະມານເຂົ້າໃນການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບດັ່ງກ່າວນີ້ຫຼາຍກວ່າງົບປະມານທີ່ນຳໃຊ້ເພື່ອພັດ ທະນາດ້ານການສຶກສາ ແລະ ບໍລິການດ້ານສາທາລະນະສຸກ ຄິດເປັນສັດສ່ວນເກີນກວ່າ 2 ເທົ່າຕົວໃນຕະ ຫຼອດ 5 ປີທີ່ຜ່ານມາ.

XS
SM
MD
LG