ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ຕົກລົງໃຫ້ສິດທິ ພິເສດເຖິງ 6 ດ້ານແກ່ບັນດາບໍລິສັດຈາກ ຈີນ


ປະທານປະເທດ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ ພົບປະກັບປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ
ປະທານປະເທດ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ ພົບປະກັບປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ

ລັດຖະບານ ລາວ ຕົກລົງໃຫ້ສິດທິພິເສດເຖິງ 6 ດ້ານແກ່ບັນດາບໍລິສັດຈາກ ຈີນ ເພື່ອໃຫ້ ເລັ່ງລົງມືດຳເນີນການກໍ່ສ້າງທາງລົດໄຟເຊື່ອມຕໍ່ລະຫວ່າງ ລາວ-ຈີນ ໃຫ້ແລ້ວສຳເລັດຢ່າງ ເປັນຮູບປະທຳໃຫ້ໄວທີ່ສຸດ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ການຢືນຢັນວ່າລັດຖະບານ ລາວ ໄດ້ຕົກລົງໃຫ້ສິດທິພິເສດແກ່ບັນດາບໍລິສັດຈາກ ຈີນ ທີ່ຮ່ວມລົງທຶນໃນໂຄງການກໍ່ ສ້າງທາງລົດໄຟເຊື່ອມຕໍ່ ລາວ ກັບ ຈີນ ເຖິງ 6 ດ້ານດ້ວຍກັນ ຊຶ່ງນອກຈາກຈະເປັນການ ຕອບແທນລັດຖະບານ ຈີນ ທີ່ໄດ້ອະນຸມັດເງິນກູ້ໃນມູນຄ່າ 480 ລ້ານໂດລາໃຫ້ທາງການ ລາວ ນຳໃຊ້ສຳລັບການຮ່ວມລົງທຶນໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ດັ່ງກ່າວ ແລ້ວ ຍັງຕ້ອງການຊຸກຍູ້ໃຫ້ມີການລົງມືດຳເນີນການກໍ່ສ້າງທາງລົດໄຟ ລາວ ໃຫ້ແລ້ວສຳ ເລັດຢ່າງເປັນຮູບປະທຳໃຫ້ໄວ້ທີ່ສຸດອີກດ້ວຍ.

ໂດຍສິດທິພິເສດທັງ 6 ດ້ານທີ່ລັດຖະບານ ລາວ ໄດ້ຕົກລົງມອບໃຫ້ກັບບັນດາບໍລິສັດ ເອກະຊົນ ຈີນ ຄັ້ງນີ້ປະກອບດ້ວຍການນຳໃຊ້ ແລະ ສະແຫວງຫາຜົນປະໂຫຍດຈາກທີ່ ດິນຕະຫຼອດແລວທາງລົດໄຟໃນ ລາວ ໂດຍບໍ່ຕ້ອງເສຍພາສີອາກອນ ແລະ ຄ່າສຳປະ ທານຊຶ່ງແບ່ງເປັນດິນໃນ 3 ປະເພດດ້ວຍກັນດັ່ງທີ່ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີວ່າ ການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃຫ້ການອະທິບາຍວ່າ.

"ລັດຖະບານ ລາວ ໄດ້ກຳນົດນະໂຍບາຍພິເສດເພື່ອສະໜັບສະໜູນໂຄງການດັ່ງກ່າວ ຄືລັດຖະບານ ລາວ ເຫັນດີອະນຸຍາດໃຫ້ບໍລິສັດຮ່ວມທຶນນຳໃຊ້ດິນທີ່ເປັນຂອງລັດຈຳ ນວນ 3 ປະເພດ ໂດຍບໍ່ເສຍຄ່າສຳປະທານຄືດິນໃນຂອບເຂດແລວທາງ ລວມທັງ ຂອບເຂດສະຖານີ ແລະ ຂົວຂ້າມແມ່ນ້ຳ, ດິນໃນຂອບເຂດສະໜາມກໍ່ສ້າງໃນໄລຍະ ກໍ່ສ້າງ ແລະ ທາງຊອຍເຂົ້າ-ອອກສະໜາມການກໍ່ສ້າງ, ດິນໃນຂອບເຂດເຊື່ອມຕໍ່ເຂົ້າ ຫາສາທາລະນຸປະໂພກ ເຊັ່ນໄຟຟ້າ, ນ້ຳປະປາ, ໂທລະສັບ ແລະ ຂອບເຂດເຊື່ອມຕໍ່ ກັບລະບົບເສັ້ນທາງຫຼວງແຫ່ງຊາດທີ່ມີຢູ່ໃນປະຈຸບັນ."

ນອກຈາກນີ້ ບັນດາບໍລິສັດຈາກ ຈີນ ກໍຍັງໄດ້ຮັບການຍົກເວັ້ນພາສີອາກອນທຸລະກິດ ແລະ ພາສີມູນຄ່າເພີ່ມໃນຕະຫຼອດໄລຍະຂອງການກໍ່ສ້າງ ການຍົກເວັ້ນຄ່າທຳນຽມ ຊັບພະຍາ ກອນ ແລະ ວັດສະດຸພາຍໃນ ລາວ ທີ່ມີການນຳໃຊ້ໃນການກໍ່ສ້າງເຊັ່ນ ດິນ ຫີນແຮ່ ແລະ ຊາຍ ການຍົກເວັ້ນພາສີການນຳເຂົ້າຍານພາຫະນະ, ກົນຈັກ, ນຳ້ມັນເຊື້ອ ໄຟ, ເຄື່ອງອາ ໄຫຼ່ ແລະ ວັດສະດຸປະກອນຕ່າງໆທີ່ນຳເຂົ້າຈາກຕ່າງປະເທດ ສ່ວນຄ່າ ທຳນຽມການພັກ ເຊົາ ແລະ ເຮັດວຽກຂອງຊາວຕ່າງຂາດກໍຈັດເກັບພຽງ 50 ເປີເຊັນ ເທົ່ານັ້ນ ແລະ ຫຼັງຈາກ ການກໍ່ສ້າງທາງລົດໄຟໃນ ລາວ ສຳເລັດແລ້ວນັ້ນ ຈຶ່ງຈະມີ ການເຈລະຈາກັນເພື່ອກຳນົດ ມາດຕະການດ້ານພາສີອາກອນ ແລະ ຄ່າທຳນຽມ ຕ່າງໆທີ່ເໝາະສົມຕໍ່ໄປ.

ທັງນີ້ໂດຍໂຄງການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ຈາກດ້ານບໍ່ເຕັນມາ ທີ່ນະຄອນຫຼວງວຽງຈັນ ຈະມີການນຳໃຊ້ທີ່ດິນໃນຕະຫຼອດ 2 ຂ້າງທາງກວ້າງເບື້ອງລະ 50 ແມັດຊຶ່ງກໍເຮັດໃຫ້ຈຳເປັນຕ້ອງເວນຄືນທີ່ດິນຂອງປະຊາຊົນໃນຫຼາຍພື້ນທີ່ ຊຶ່ງການດຳ ເນີນງານໃນປະຈຸບັນນີ້ກໍຢູ່ໃນໄລຍະຂອງການສຳຫຼວດວ່າຈະຕ້ອງມີການເວນຄືນທີ່ດິນ ຕອນໃດແນ່ ແລະ ຈະຕ້ອງໃຊ້ງົບປະມານເທົ່າໃດເພື່ອຊົດເຊີຍຄ່າທີ່ດິນໃຫ້ກັບປະຊາຊົນ ທີ່ຈະຕ້ອງຖືກເວນ ຄືນດັ່ງກ່າວ

ທາງການ ລາວ ແລະ ຈີນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືໃນໂຄງການກໍ່ສ້າງ ທາງລົດໄຟເມື່ອວັນທີ 13 ພະຈິກ 2015 ຢູ່ທີ່ ປັກກິ່ງ ແລະ ໄດ້ສ້າງຕັ້ງວິສາຫະກິດຮ່ວມ ທຶນ ລາວ-ຈີນ ຂຶ້ນມາຮັບຜິດຊອບໂຄງການທີ່ສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນຂອງ ມູນຄ່າລົງທຶນລວມ 38,700 ລ້ານຢວນ ຫຼື ປະມານ 6,000 ລ້ານໂດລາ ຊຶ່ງກ່ອນໜ້ານີ້ ທະນາຄານເພື່ອການສົ່ງອອກ ແລະ ນຳເຂົ້າຂອງ ຈີນ ກໍໄດ້ຕົກລົງໃຫ້ເງິນກູ້ແກ່ລັດຖະ ບານ ລາວ ໃນມູນຄ່າລວມ 480 ລ້ານໂດລາເພື່ອນຳໃຊ້ໃນການຮ່ວມລົງທຶນ ໂດຍມີໄລຍະ ຜ່ອນຜັນຊຳລະຄືນໃນ 5 ປີ ດ້ວຍອັດຕາດອກເບ້ຍ 2.3 ເປີເຊັນຕໍ່ປີ ແລະ ລັດຖະບານ ລາວ ຍັງຈະຕ້ອງຮັບປະກັນໜີ້ເງິນກູ້ດ້ວຍລາຍໄດ້ຈາກ 5 ບໍ່ແຮ່ Potash ທີ່ລົງທຶນໂດຍ ບໍລິສັດ ຈີນ ໃນ ລາວ ອີກດ້ວຍ.

ໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ ລາວ ກັບ ຈີນ ມີໄລຍະທາງຍາວ 427.2 ກິໂລແມັດ ຈາກດ່ານຊາຍແດນບໍ່ເຕັນ-ບໍ່ຫານ ມາທີ່ນະຄອນຫຼວງວຽງຈັນ ດ້ວຍລາງລົດໄຟຂະໜາດ ກວ້າງ 1.435 ແມັດທີ່ແຍກກັນ ລະຫວ່າງ ຂະບວນໂດຍສານ ແລະ ຂະບວນຂົນສົ່ງສິນ ຄ້າທີ່ມີຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວໂມງຕາມລຳດັບ.

XS
SM
MD
LG