ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງລາວຈຳ​ນວນ​ນຶ່ງຕົກເປັນເຫຍື່ອ ຂອງການຄ້າມະນຸດຂ້າມ​ຊາດໄປ​ຈີນ ເນື່ອງ​ຈາກ​ການ​ຂາດ​ວຽກ​ເຮັດ​ງານ​ທຳ​


​ຍິງ​ສາວ​ລາວ​ທີ່​ເຮັດ​ວຽກ​ບໍ​ລິ​ການ​ໃນ​ຮ້ານ​ອາ​ຫານ​ແຫ່ງ​ນຶ່ງ​ໃນ​ພາກ​ເໜືອ​ຂອງ​ລາວ
​ຍິງ​ສາວ​ລາວ​ທີ່​ເຮັດ​ວຽກ​ບໍ​ລິ​ການ​ໃນ​ຮ້ານ​ອາ​ຫານ​ແຫ່ງ​ນຶ່ງ​ໃນ​ພາກ​ເໜືອ​ຂອງ​ລາວ

ສະພາບເສດຖະກິດຝືດເຄືອງທີ່ມີຕົ້ນເຫດມາຈາກການຂາດວຽກເຮັດງານທໍາຢູພາຍໃນປະເທດ ໄດ້ຜັກດັນ ໃຫ້ມີແມ່ຍິງລາວຫລາຍຄົນໄປຊອກຫາວຽກເຮັດໃນປະເທດໃກ້ຄຽງແບບຜິດກົດໝາຍ ແລະ ຕົກຢູ່ໃນຄວາມສ່ຽງຕໍ່ການກາຍເປັນເຫຍື່ອຂອງການຄ້າມະນຸດຂ້າມຊາດ. ນາງສອນ (ນາມສົມມຸດ) ທີ່ເປັນຜູ້ນຶ່ງໃນຈໍານວນແຮງງານກັບມາຈາກໄທຫລາຍພັນຄົນເມື່ອຕົ້ນປີນີ້ຕົກຢູ່ໃນສະພາບແບບນີ້. ຍ້ອນຄວາມຍາກຈົນນາງຈຶ່ງໄດ້ໜີຈາກຄອບຄົວທີ່ມີແມ່ ແລະນ້ອງສາວ ທີ່ອີງອາໄສຕໍ່ລາຍໄດ້ຂອງນາງເພື່ອຈຸນເຈືອຄອບຄົວນັ້ນ. ທ້າຍເດືອນເມສາຜ່ານມາ ນາງດັ້ນດົ້ນໄປຫາວຽກເຮັດຢູ່ໃນເຂດເສດຖະ ກິດພິເສດໃນເມືອງບໍ່ເຕັນ, ແຂວງຫລວງນໍ້າທາທີ່ມີຊາຍແດນຕິດກັບຈີນນັ້ນ. ແຕ່ຫລັງຈາກເຫັນວ່າໂອກາດທີ່ຈະໄດ້ວຽກເຮັດງານທໍາທີ່ມີລາຍໄດ້ດີກວ່າຢູ່ຈີນ ນາງກໍເລີຍຂ້າມຊາຍແດນໄປເຮັດວຽກຢູ່ຈີນກັບໝູ່ເພື່ອນຈໍານວນນຶ່ງທັງໆທີ່ນາງບໍ່ມີໃບໜັງ ສືຜ່ານແດນ ຫລືປັສປອດເລີຍ. ຫລັງຈາກໄປໄດ້ປະມານສອງເດືອນ ນາງກໍຖືຕໍາຫລວດຈີນຈັບ ໄປຂັງຢູ່ໃນຄຸກໄດ້ 3 ເດືອນກວ່າແລ້ວ, ອີງຕາມແມ່ຂອງນາງຢູ່ເມືອງ ຫາດຊາຍຟອງທີ່ກໍາລັງດີ້ນຮົນຫາທາງຊ່ວຍນາງກັບມາບ້ານຢູ່. ແມ່ຂອງນາງເລົ່າສູ່ຟັງວ່າ:

ບັນຫາການຄ້າມະນຸດໃນເຂດຊາຍແດນຂອງໄທ, ລາວແລະປະເທດເພື່ອນບ້ານ ອື່ນໃນເຂດແຄມແມ່ນໍ້າຂອງເປັນບັນຫາກໍ່ອາດຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງທີ່ໜ້າເປັນຫ່ວງອັນນຶ່ງ ອີງຕາມທ່ານ ເຈເຣມມີ ດັກກລາສ (Jeremy Douglas), ຜູ້ຕາງໜ້າຂອງຫ້ອງການກ່ຽວກັບຢາເສບຕິດ ແລະການກໍ່ອາດຊະຍາກໍາຂອງອົງການສະຫະປະຊາຊາດ ຫລື UNODC ປະຈໍາຂົງເຂດເອເຊຍຕາເວັນອອກສຽງໃຕ້. ທ່ານກ່າວໃນກອງປະຊຸມຂອງ UNODC ເພື່ອທົບທວນ ການຮ່ວມມືຂ້າມຊາຍແດນເພື່ອຕ້ານການກໍ່ອາດຊະຍາກໍາທີ່ມີການຈັດຕັ້ງທີ່ຈັດຂຶ້ນໃນ ບາງກອກເມື່ອເດືອນມີນາປີນີ້ວ່າ:
“ລາຍຮັບຂອງ ກຸ່ມກໍ່ອາດຊະຍາກໍາຂ້າມຊາດແມ່ນສືບຕໍ່ເພີ້ມຂຶ້ນ” ທັງນີ້ ກໍເພາະວ່າ ລະດັບການພັດທະນາທີ່ແຕກຕ່າງກັນໃນບັນດາປະເທດທີ່ຕິດກັບແມ່ນໍ້າຂອງຊຶ່ງໄດ້ພາໃຫ້ມີຄວາມແຕກຕ່າງກັນໃນດ້ານຄວາມສາມາດໃນການສ້າງລາຍໄດ້ຢູ່ໃນເທດເຫລົ່ານີ້ ແລະຄວາມແຕກຕ່າງກັນແບບນີ້ ແມ່ນເຫັນໄດ້ຢ່າງຈະແຈ້ງທີ່ສຸດຢູ່ເຂດຊາຍແດນ, ອີງຕາມເວັບໄຊທ໌ ຂອງອົງການດັ່ງກ່າວ.

XS
SM
MD
LG