ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ລາວຈະບໍ່ສາມາດ ບັນລຸເປົ້າໝາຍ ການພັດທະນາ ຄວາມສະເໝີພາບ ລະຫວ່າງຍິງຊາຍ


NASA's Hubble Space Telescope has unveiled a small section of the expanding remains of a massive star that exploded about 8,000 years ago.​ Called the Veil Nebula, the debris is one of the best-known supernova remnants, deriving its name from its delicate, draped filamentary structures. (Image Credit: NASA/ESA/Hubble Heritage Team)
NASA's Hubble Space Telescope has unveiled a small section of the expanding remains of a massive star that exploded about 8,000 years ago.​ Called the Veil Nebula, the debris is one of the best-known supernova remnants, deriving its name from its delicate, draped filamentary structures. (Image Credit: NASA/ESA/Hubble Heritage Team)
ການຈັດຕັ້ງປະຕິບັດ ແຜນການພັດທະນາ ເພື່ອຄວາມສະເໝີ
ພາບລະຫວ່າງຍິງຊາຍໃນສັງຄົມການເມືອງລາວຈະບໍ່ສາມາດ
ບັນລຸເປົ້າໝາຍ ທີ່ວາງໄວ້ໃນປີ 2015 ເພາະວ່າ ແນວຄິດຝ່າຍ
ຊາຍຍັງບໍ່ເປີດກວ້າງ.


ເຈົ້າໜ້າທີ່ຂັ້ນສູງ ໃນສູນກາງສະຫະພັນແມ່ຍິງລາວ ໄດ້ຍອມຮັບວ່າ ການຈັດຕັ້ງປະຕິບັດ
ແຜນການພັດທະນາ ເພື່ອຄວາມສະເໝີພາບ ລະຫວ່າງຍິງຊາຍ ທີ່ໄດ້ເລີ້ມການຈັດຕັ້ງ
ປະຕິບັດ ດ້ວຍການສ້າງຕັ້ງ ຄະນະກຳມະການລະດັບຊາດ ເພື່ອການພັດທະນາຄວາມ
ກ້າວໜ້າ ຂອງແມ່ຍິງລາວ ນັບແຕ່ປີ 2003 ເປັນຕົ້ນມາ ຈົນເຖິງປັດຈຸບັນນີ້ ຍັງຖືວ່າມີຄວາມ
ຄືບໜ້າ ໃນລະດັບທີ່ຕ່ຳຫຼາຍ ເມື່ອທຽບກັບເປົ້າໝາຍ ທີ່ວາງໄວ້.

ທັງນີ້ໂດຍມີສາເຫດມາຈາກ ການປະຕິບັດງານ ໃນຊ່ວງກວ່າ 10 ປີມານີ້ ສ່ວນໃຫຍ່ຈະ
ເປັນການປະຕິບັດງານ ໃນດ້ານເອກະສານ ແລະ ພິທີການຕ່າງໆ ຫຼາຍກວ່າການຈັດຕັ້ງ
ປະຕິບັດໃນພາກຕົວຈິງ ຊຶ່ງຈະເຫັນໄດ້ ຈາກການດັດແກ້ ລັດຖະທຳມະນູນ ເພື່ອຢັ້ງຢືນ
ເຖິງການເຄົາລົບ ຕໍ່ຫຼັກການສາກົນວ່າດ້ວຍ ຄວາມສະເໝີພາບ ລະຫວ່າງຍິງຊາຍໃນປີ 2003 ທີ່ຕາມດ້ວຍການບັງຄັບໃຊ້ ກົດໝາຍວ່າດ້ວຍການພັດທະນາ ແລະ ການປົກປ້ອງ
ແມ່ຍິງໃນປີ 2004 ແລະ ການປະກາດເປົ້າໝາຍ ສະຫັດສະວັດ ທີ່ຈະເພີ້ມສັດສ່ວນຂອງ
ແມ່ຍິງລາວ ໃຫ້ມີຖານະຕຳແໜ່ງ ໃນທາງການເມືອງ ໃຫ້ໄດ້ເຖິງ 30 ເປີເຊັນ ຂອງຕຳແໜ່ງ
ທັງໝົດໃນປີ 2015.
ແມ່ຍິງລາວ ສ່ວນໃຫຍ່ ແມ່ນມີໜ້າທີ່ຮັບຜິດຊອບເລື້ອງ ວຽກບ້ານ ການເຮືອນ ໂດຍພື້ນຖານ.
ແມ່ຍິງລາວ ສ່ວນໃຫຍ່ ແມ່ນມີໜ້າທີ່ຮັບຜິດຊອບເລື້ອງ ວຽກບ້ານ ການເຮືອນ ໂດຍພື້ນຖານ.

ຫາກແຕ່ວ່າຜົນຂອງການຈັດຕັ້ງປະຕິບັດ ໃນພາກຕົວຈິງນັ້ນ ກັບຍັງດຳເນີນໄປຢ່າງຊ້າໆ ແລະ ການທີ່ຈະສາມາດບັນລຸເປົ້າ
ໝາຍ ທີ່ວາງໄວ້ດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ກໍຄົງຈະເປັນໄປ
ໄດ້ຍາກຢ່າງຍິ່ງ ເຊັ່ນດຽວກັນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ
ໄດ້ໃຫ້ການຊີ້ແຈງວ່າ:

“ການປະຕິບັດ ສິດສະເໝີພາບຍິງຊາຍນີ້ ກໍຄືການສົ່ງເສີມ
ຄວາມກ້າວໜ້າ ຂອງແມ່ຍິງກໍໄດ້ອີງໃສ່ແຜນພັດທະນາ
ຂອງລັດຖະບານຫັ້ນໃນການສ້າງພະນັກງານເພດຍິງເຂົ້າ
ໃນອົງການຈັດຕັ້ງພັກລັດ ອົງການຈັດຕັ້ງມະຫາຊົນ ຄາດ
ໝາຍສູ້ຊົນ 20 ເປີເຊັນຂຶ້ນໄປ ກ່ຽວກັບສະມາຊິກສະພາຫັ້ນ
ໃຫ້ໄດ້ 30 ເປີເຊັນ ເຫັນວ່າການຈັດຕັ້ງປະຕິບັດນີ້ ພວກຂ້າ
ພະເຈົ້າແມ່ນປະຕິບັດໄດ້ 15 ເປີເຊັນ.”


ໂດຍຈາກການສຳຫຼວດ ຂອງສະຫະພັນແມ່ຍິງລາວ ພົບວ່າແຂວງ
ເຊກອງ ເປັນເຂດທີ່ຍັງຫລ້າຫຼັງທີ່ສຸດ ໃນການພັດທະນາຄວາມສະ
ເໝີພາບ ລະຫວ່າງຍິງຊາຍ ເພາະມີແມ່ຍິງບໍ່ເຖິງ 3 ເປີເຊັນ ທີ່ຢູ່
ໃນຕຳແໜ່ງລະດັບ ຜູ້ບໍລິຫານຂັ້ນສູງ ຂອງແຂວງເຊກອງ ນັ້ນເອງ.

ນອກຈາກບັນຫາຄວາມບໍ່ສະເໝີພາບ ລະຫວ່າງຍິງຊາຍ ດັ່ງກ່າວ ທາງການລາວກໍຍອມຮັບດ້ວຍວ່າ ເປັນການຍາກຢ່າງສູງ ທີ່ຈະສາ
ມາດບັນລຸເປົ້າໝາຍ ສະຫັດສະວັດ ການພັດທະນາ ດ້ານສຸຂະພາບອານາໄມ ແລະ ໂພຊະ
ນາການ ຂອງແມ່ ແລະ ເດັກໃນລາວໄດ້ພາຍໃນປີ 2015 ເຊັ່ນດຽວກັນ.

ໂດຍສະເພາະແມ່ນເປົ້າໝາຍ ສະຫັດສະວັດ ດ້ານໂພຊະນາການ ຂອງເດັກນ້ອຍ ແລະ
ການເສຍຊີວິດຂອງແມ່ຍິງ ໃນຂະນະຖືພານັ້ນ ນັບເປັນບັນຫາ ທີ່ມີຄວາມຄືບໜ້າ ຢ່າງຊ້າ
ທີ່ສຸດ ເຊັ່ນກ່ຽວກັບ ການຂາດສານອາຫານ ຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ກໍເຮັດໃຫ້
ຍັງມີເດັກນ້ອຍຕົວເຕ້ຍເຖິງ 38 ເປີເຊັນ ໃນປັດຈຸບັນ ແລະ 32 ເປີເຊັນ ກໍມີນ້ຳໜັກຕ່ຳກວ່າ
ມາດຕະຖານ ໃນຂະນະທີ່ເປົ້າໝາຍ ສະຫັດສະວັດ ໄດ້ວາງໄວ້ທີ່ລະດັບ 22 ເປີເຊັນ.

ສ່ວນການເສຍຊີວິດ ຂອງແມ່ຍິງໃນຂະນະຖືພານັ້ນ ເຖິງແມ່ນວ່າຈະລົດລົງຈາກ 650 ຕໍ່ໜຶ່ງແສນຄົນໃນປີ 1995 ມາເປັນ 339 ຄົນໃນປັດຈຸບັນນີ້ກໍຕາມ ແຕ່ວ່າ ການທີ່ຈະບັນລຸ
ໃຫ້ໄດ້ເຖິງ 260 ຄົນຕໍ່ໜຶ່ງແສນຄົນ ພາຍໃນປີ 2015 ກໍຍັງເປັນບັນຫາທ້າທາຍ.

ຍິ່ງໄປກວ່ານັ້ນ ການເສຍຊີວິດຂອງແມ່ຍິງລາວ ຂະນະຖືພາຍັງສູງທີ່ສຸດ ໃນອາຊ່ຽນອີກດ້ວຍ
ກໍຄືໃນຂະນະທີ່ອັດຕາ ການເສຍຊີວິດ ຂອງແມ່ຍິງລາວຢູ່ທີ່ລະດັບ 339 ຕໍ່ໜຶ່ງແສນຄົນ
ກໍປະກົດວ່າ ໃນມຽນມາຢູ່ທີ່ລະດັບ 250 ຄົນ ກຳປູເຈຍ 206 ຄົນ ຫວຽດນາມ 56 ຄົນ ແລະ ໄທ 48 ຄົນຕໍ່ໜຶ່ງແສນຄົນ ສ່ວນການມີຜະດຸງຄັນ ທີ່ໃຫ້ການຊ່ວຍເຫຼືອ ແມ່ຍິງລາວຂະນະ
ອອກລູກ ກໍມີພຽງ 41 ເປີເຊັນ ໂດຍທີ່ມຽນມາ ຢູ່ທີ່ລະດັບ 64 ເປີເຊັນ ກຳປູເຈຍ 71 ເປີເຊັນ
ຫວຽດນາມ 88 ເປີເຊັນ ໄທ 99 ເປີເຊັນ ແລະ ສິງກະໂປ 100 ເປີເຊັນ ຕາມລຳດັບ.
XS
SM
MD
LG