ເສດຖະກິດລາວຍັງຈະຂະຫຍາຍຕົວເພີ່ມຂື້ນຢ່າງຕໍ່ເນື່ອງ ແຕ່
ໃນຂະນະດຽວກັນກໍເຮັດໃຫ້ສະພາບຊີວິດການເປັນຢູ່ຂອງປະ
ຊາຊົນລາວໃນເຂດຕົວເມືອງແລະເຂດຊົນນະບົດ ມີຄວາມ
ແຕກໂຕນກັນຫຼາຍຂຶ້ນນັບມື້.
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ໄດ້ຖະແຫຼງ
ຢືນຢັນວ່າການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ
ແລະສັງຄົມແຫ່ງຊາດ 5 ປີ ຄັ້ງທີ 7 ໃນລະຍະເຄິ່ງແຜນ ການທີ່ຜ່ານມານີ້ ໄດ້ມີໝາກຜົນທີ່ພົ້ນເດັ່ນເກີດຂຶ້ນໃນຫຼາຍໆດ້ານ ເຊັ່ນດ້ານເສດຖະກິດ ກໍໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະໝັ້ນທ່ຽງ ໂດຍເຮັດໃຫ້ຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນໃນອັດ ຕາສະເລ່ຍເຖິງ 8.2% ຕໍ່ປີ ແລະສາມາດໄລ່ສະເລ່ຍເປັນລາຍຮັບ ຂອງປະຊາກອນລາວໄດ້ເຖິງ 1,500 ໂດລ່າ ຕໍ່ຄົນ ໃນປັດຈຸບັນ.
ສ່ວນໃນດ້ານການເງິນນັ້ນ ລັດຖະບານລາວກໍສາມາດເພີ່ມມູນຄ່າ
ຂອງທຶນສໍາຮອງເງິນ ຕາຕ່າງປະເທດ ໄດ້ທຽບເທົ່າກັບການນໍາເຂົ້າ
ສິນຄ້າ ຈາກຕ່າງປະເທດ ເປັນເວລາ 5 ເດືອນ ແລະລະດົມການລົງທຶນ ໄດ້ໃນມູນຄ່າລວມເຖິງ 85,147 ຕື້ກີບ ຫຼືເທົ່າກັບ 67.05% ຂອງແຜນ ການ 5 ປີ ທີ່ເລີ່ມລົງມືຈັດຕັ້ງປະຕິບັດນັບແຕ່ເດືອນຕຸລາປີ 2011 ເປັນຕົ້ນມາ ແລະຍັງຈະຈັດຕັ້ງປະຕິບັດຕໍ່ໄປຈົນເຖິງເດືອນກັນຍາປີ 2015.
ສໍາລັບໃນດ້ານງົບປະມານນັ້ນ ທ່ານ ທອງສິງ ກໍໄດ້ເນັ້ນຢໍ້າວ່າ
ລັດຖະບານລາວສາມາດສ້າງລາຍຮັບເຂົ້າງົບປະມານໄດ້ ໃນ
ມູນຄ່າລວມ 41,832 ຕື້ກີບ ຫຼືເທົ່າກັບ 19.6% ຂອງ GDP ແຕ່ໃນຂະນະດຽວ ລັດຖະ
ບານລາວກໍໄດ້ໃຊ້ຈ່າຍງົບປະມານໄປໃນມູນຄ່າລວມເຖິງ 47,302 ຕື້ກີບ ເທົ່າກັບ 22.2% ຂອງ GDP ຈຶ່ງເຮັດໃຫ້ລັດຖະບານລາວຂາດດຸນງົບປະມານໃນສັດສ່ວນພຽງ
ແຕ່ 2.6% ຂອງ GDP ເທົ່ານັ້ນ.
ຍິ່ງໄປກວ່ານັ້ນ ດ້ວຍການຈັດຕັ້ງ ປະຕິບັດແຜນການໃນລະຍະ
ທີ່ຜ່ານມາດັ່ງກ່າວນີ້ ກໍຍັງເຮັດໃຫ້ອັດຕາສະເລ່ຍຄວາມທຸກຍາກ
ຂອງປະຊາຊົນລາວລົດລົງມາ ຢູ່ທີ່ລະດັບ 19% ຂອງຈໍານວນ
ປະຊາກອນທັງໝົດ ຫຼືບໍ່ເກີນ 14.8% ຂອງຈໍານວນຄົວເຮືອນ
ທັງໝົດ ໃນທ້າຍປີ 2013 ທີ່ຜ່ານມາອີກດ້ວຍ.
ແຕ່ຢ່າງໃດກໍຕາມ ຈາກສະພາບການດັ່ງກ່າວນີ້ ກໍເຮັດໃຫ້ສະມາ
ຊິກສະພາແຫ່ງຊາດລາວຈໍານວນບໍ່ໜ້ອຍ ທີ່ໄດ້ຕັ້ງຂໍ້ສົງໄສວ່າ
ໃນສະພາບຕົວຈິງແລ້ວ ໄດ້ເປັນໄປຕາມການລາຍງານ ດັ່ງກ່າວ
ຢ່າງແທ້ຈິງຫຼືບໍ່ ເນື່ອງຈາກວ່າການພັດທະນາເສດຖະກິດ ທີ່ຂະຫຍາຍຕົວເພີ່ມຂຶ້ນຢ່າງ ຕໍ່ເນື່ອງດັ່ງກ່າວນັ້ນ ກໍໄດ້ເຮັດໃຫ້ລະດັບລາຍຮັບ ແລະສະພາບຊີວິດຄວາມເປັນຢູ່ຂອງປະຊາ
ຊົນລາວ ທີ່ຢູ່ໃນເຂດຕົວເມືອງກັບເຂດຊົນນະບົດ ມີຄວາມແຕກໂຕນກັນຫຼາຍຂຶ້ນນັບມື້
ດ້ວຍເຊັ່ນກັນ ດັ່ງທີທ່ານສີວັນ ອຸດທະຈັກ ສະມາຊິກສະພາແຫ່ງຊາດ ຈາກເຂດແຂວງຈໍາ
ປາສັກ ໄດ້ຖະແຫຼງຊີ້ແຈງວ່າ:
“ຄວາມທຸກຍາກຂອງປະຊາຊົນຢູ່ໃນເຂດຊົນນະບົດຫ່າງ
ໄກສອກຫຼີກ ຖ້າທຽບໃສ່ຢູ່ຕົວເມືອງເຫັນວ່າຍັງມີຄວາມ
ຜິດໂຕນກັນຫຼາຍ ຈາກສະພາບດັ່ງກ່າວນັ້ນ ພວກເຮົາ
ເຫັນວ່າ ລູກຫຼານຂອງປະຊາຊົນ ທີ່ທຸກຍາກແມ່ນຂາດ
ການສຶກສາຮໍ່າຮຽນ ໝາຍຄວາມວ່າ ລູກຫຼານທີ່ຢູ່ໃນໄວ
ອາຍຸໄດ້ຮໍ່າຮຽນ ກໍໄດ້ອອກຈາກໂຮງຮຽນ.”
ໂດຍລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະລົບລ້າງບັນຫາ
ຄວາມຍາກຈົນຂອງປະຊາຊົນບັນດາເຜົ່າໃຫ້ໄດ້ໂດຍພື້ນຖານ
ພາຍໃນປີ 2015 ກໍຄືການລົດບັນຫາຄວາມຍາກຈົນຂອງປະຊາຊົນລາວສູ່ລະດັບບໍ່ເກີນ
10% ຂອງຈໍານວນປະຊາກອນທັງໝົດໃນປີ 2015 ດັ່ງກ່າວ ທັງນີ້ກໍເພື່ອໃຫ້ເປັນພື້ນຖານ
ຮອງຮັບເປົ້າໝາຍທີ່ພັກປະຊາຊົນປະຕິວັດແລະລັດຖະບານລາວ ຈະນໍາພາປະເທດຊາດ
ໄປສູ່ການຫຼຸດພົ້ນຈາກສະພາບດ້ອຍພັດທະນາ ໃຫ້ໄດ້ພາຍໃນປີ 2020 ຕໍ່ໄປ ຊຶ່ງໃນສະ
ພາບການຕົວຈິງ ກໍຄົງຈະເປັນໄປໄດ້ຍາກ ໂດຍມີສາເຫດມາຈາກບັນຫາທີ່ກ່ຽວກັບຄວາມ
ແຕກໂຕນກັນ ໃນລະດັບຂອງການພັດທະນາດັ່ງກ່າວ.
ທັງນີ້ໂດຍຈະເຫັນໄດ້ ຢ່າງຊັດເຈນຈາກກໍລະນີຂອງເຂດນະຄອນ
ວຽງຈັນ ທີ່ປະຊາຊົນມີລາຍໄດ້ສະເລ່ຍເຖິງ 27 ລ້ານກີບ ຫຼືປະມານ
3,346 ໂດລ່າຕໍ່ຄົນໃນປັດຈຸບັນນີ້ ຫາກແຕ່ວ່າສໍາລັບປະຊາຊົນໃນ
ແຂວງຜົ້ງສາລີກັບຍັງຄົງມີລາຍໄດ້ສະເລ່ຍພຽງ 6 ລ້ານກີບ ຫຼື 745
ໂດລ່າ ຕໍ່ຄົນເທົ່ານັ້ນ ໃນຂະນະທີ່ອັດຕາຄວາມຍາກຈົນຂອງປະຊາ
ຊົນລາວໃນແຂວງດັ່ງກ່າວກໍຍັງສູງ ກວ່າ 45% ຂອງປະຊາກອນທັງ
ໝົດໃນເວລານີ້ ເພາະສະນັ້ນ ຈຶ່ງເປັນການຍາກທີສຸດ ທີ່ ແຂວງຜົ້ງ
ສາລີ ຈະສາມາດລົບລ້າງບັນຫາຄວາມຍາກຈົນໄດ້ ຕາມເປົ້າໝາຍ
ທີ່ລັດຖະບານໄດ້ ກໍາໜົດໄວ້ໃນປີ 2015 ດັ່ງກ່າວ.