ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສົ່ງອອກ ຜ​ະ​ລິດ​ຕະ​ພັນຕັດ​ຫຍິບ ​ຂອງ ລາວຫຼຸດລົງຢ່າງ​ຕໍ່​ເນື່ອງແຕ່ປີ 2020 ເປັນຕົ້ນມາ ແລະ ການເປີດໂຮງງານຄືນໃໝ່ ກໍ່ຍັງປະສົບບັນ​ຫາຂາດແຄນແຮງງານ


ກຳ​ມະ​ກອນ​ໂຮງ​ງານ​ຕັດ​ຫຍິບ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ວຽງ​ຈັນຂອງ​ລາວ
ກຳ​ມະ​ກອນ​ໂຮງ​ງານ​ຕັດ​ຫຍິບ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ວຽງ​ຈັນຂອງ​ລາວ

ການສົ່ງອອກຜ​ະ​ລິດ​ຕະ​ພັນຕັດ​ຫຍິບ​ຂອງລາວຍັງຫຼຸດລົງຢ່າງ​ຕໍ່​ເນື່ອງນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ແລະ ການເປີດໂຮງງານເພື່ອເລີ້ມການຜະລິດຄືນໃໝ່ ກໍ່ຍັງປະສົບກັບບັນ​ຫາຂາດແຄນແຮງງານຫຼາຍກວ່າ 5,000 ຄົນ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງນີ້ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານໄຊບັນດິດ ລາດຊະ​ພົນ, ປະທານສະມາຄົມຕັດຫຍິບແຫ່ງຊາດລາວ ຖະ​ແຫຼ​ງການ​ຢືນຢັນ​ວ່າ ການ​ສົ່ງ​ອອກຜະ​ລິດຕະ​ພັນ​ເສື້ອ​ຜ້າ​ຂອງ​ລາວ ຍັງ​ມີ​ທ່າ​ອ່ຽງ​ຫຼຸດ​ລົງ​ໃນ​ປີ 2022 ໂດຍ​ມີ​ສາ​ເຫດສຳ​ຄັນມາ​ຈາກ​ການ​ລະບາດ​ຂອງ​ພະ ຍາດ​ໂຄ​ວິດ-19 ທີ່ເຮັດ​ໃຫ້ໂຮງງານຕັດຫຍິບທັງໝົດ 85 ແຫ່ງ ໃນລາວຕ້ອງຢຸດການຜະລິດ ເພື່ອ​ປ​ະ​ກອບ​ສ່ວນ​ເຂົ້າໃນ​ການ​ສະ​ກັດ​ກັ້ນການລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ນັບແຕ່ເດືອນເມສາປີ 2020 ເປັນຕົ້ນມານັ້ນ ໄດ້​ເຮັດ​ໃຫ້ບັນດາໂຮງງານຕັດ​ຫຍິບໃນລາວບໍ່​ມີ​ຜະ​ລິດ​ຕະ​ພັນ ເພື່ອສົ່ງມອບໃຫ້ແກ່ຜູ້ສັ່ງຊື້ໃນຕ່າງປະເທດໄດ້ຕາມສັນຍາ ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ທັງ​ຍັງ​ເຮັດໃຫ້ຜູ້ປະກອບການໃນລາວຕ້ອງຖືກປັບໃໝ ຍ້ອນ​ການຜິດສັນຍາການ ສົ່ງມອບສິນຄ້າດັ່ງກ່າວອີກ​ດ້ວຍ ແລະໃນປັດຈຸບັນ ​ເຖິງແມ່ນ​ວ່າ​ໂຮງງານ​ສ່ວນ​ໃຫຍ່​ ຈະໄດ້ເປີດ​ການ​ຜະລິດໃໝ່​ແລ້ວກໍ​ຕາມ ແຕ່ວ່າ ບັນຫາໃຫຍ່ທີ່ຜູ້ປະກອບການ ກໍາລັງປະເຊີນໃນເວ​ລານີ້ ກໍ​ຄືການຂາດແຄນແຮງງານຢ່າງ ຫນ້ອຍ 5,000 ຄົນ ດັ່ງທີ່ທ່ານ​ໄຊ​ບັນ​ດິດຢືນຢັນວ່າ:

“ໃນ​ໄລ​ຍະເດືອນ 9 ຫາ ເດືອນ 12 ປີ 2021 ໂຮງງານກໍ​ມີ​ການປິດໆ ເປີດໆ, ຜົນຜະລິດ ອອກ​ມາບໍ່ໄດ້ເຕັມເມັດ​ເຕັມ​ໜ່ວຍ ໃນເມື່ອ​ເປັນ​ຈັ່ງ​ຊັ້ນມາ​ແລ້ວ ແນ່ນອນ ມັນກະ​ເກີດຜົນ ກະທົບຕໍ່ການສົ່ງອອກບໍ່ໄດ້ຕາມການສັ່ງຊື້, ເຮັດ​ໃຫ້ຖືກການປັບໃໝ, ຖືກຍົກເລີກ Order ສໍາລັບມູນຄ່າການສົ່ງອອກ ປີ 2021 ກະ​ແມ່ນ 189,777,000 ໂດ​ລາ ຖືວ່າ ແມ່ນຫຼຸດລົງເມື່ອທຽບໃສ່ປີ 2020 ກໍ​ຄືໃນປີ 2020 ພວກ​ເຮົາສົ່ງອອກ 192,354,000 ໂດລາ ແລ້ວ​ກະບັນຫາເລື້ອງແຮງງານຍັງຕ້ອງການອີກ 5.000 ຄົນ.”

ຍິ່ງໄປກວ່ານັ້ນ ການລະບາດພະຍາດໂຄວິດ-19 ຍັງໄດ້ສົ່ງຜົນກະທົບເຮັດໃຫ້ລັດຖະບານລາວຈັດເກັບລາຍຮັບ ໄດ້ຕໍ່າກວ່າແຜນການທີ່ວາງໄວ້ ອັນໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ລັດຖະບານລາວຕ້ອງປະເຊີນກັບການຂາດ ແຄນງົບປະມານ ສຳລັບນໍາໃຊ້ໃນການຈັດຕັ້ງປະຕິບັດໂຄງການພັດທະນາ ເພື່ອລົບລ້າງບັນຫາຍາກຈົນຂອງປະ ຊາຊົນໃນເຂດຊົນນະບົດທັງຍັງປາກົດມີຈຳນວນປະຊາກອນລາວທີ່ທຸກຍາກເພີ້ມຂຶ້ນອີກດ້ວຍ ເພາະວ່າ ຖືກເລີກຈ້າງໂດຍບັນດາຫົວໜ່ວຍທຸລະກິດ ທີ່ຖືກກະທົບຈາກການລະບາດພະຍາດໄວຣັສໂຄວິດ-19 ຈຳນວນ ນັບລ້ານຄົນ ຮວມເຖິງແຮງງານລາວ ກວ່າ 6 ແສນຄົນ ທີ່ຖືກເລີກຈ້າງໃນໄທ ແລະເດີນທາງກັບມາລາວ ອີກດ້ວຍ ຊຶ່ງເຮັດໃຫ້ລັດຖະບານລາວ ຕ້ອງເລື່ອນຄາດໝາຍການລົບລ້າງບັນຫາຍາກຈົນຈາກກຳນົດເດີມ ໃນປີ 2020 ໄປເປັນປີ 2025.

​ແຮງ​ງານ​ລາວກຳ​ລັງ​ກັບ​ຈາກ​ໄທ​ຫລັງ​ຈາກ​ຖືກ​ເລີກ​ຈ້າງ​ງານຍ້ອນ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19
​ແຮງ​ງານ​ລາວກຳ​ລັງ​ກັບ​ຈາກ​ໄທ​ຫລັງ​ຈາກ​ຖືກ​ເລີກ​ຈ້າງ​ງານຍ້ອນ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

ໂດຍໃນປີ 2020 ຫາ 2021 ລັດຖະບານລາວ ສາມາດສະນັບສະໜູນງົບປະມານ ໃຫ້ແກ່ກອງທຶນລົບລ້າງຄວາມ ທຸກຍາກແຫ່ງຊາດລາວໄດ້ພຽງ 120 ຕຶ້ກີບ ຊຶ່ງພຽງພໍສຳລັບການຈັດຕັ້ງປະຕິບັດໂຄງການພັດທະນາ ຊົນນະບົດ ເພືຶ່ອລົບລ້າງຄວາມຍາກຈົນ ໃນ 144 ຈຸດສຸມເທົ່ານັ້ນຈາກເປົ້າໝາຍທີ່ວາງໄວ້ທັງໝົດ 449 ຈຸດ ສຸມໃນທົ່ວປະເທດ ສ່ວນເຂດຈຸດສຸມທີ່ບໍ່ສາມາດຈັດຕັ້ງປະຕິບັດໂຄງການໄດ້ ໃນປີ 2020 ຫາ 2021 ນັ້ນ ກໍຕ້ອງເລື່ອນມາຈັດຕັ້ງປະ ຕິບັດໃນປີ 2021 ຫາ 2022 ທີ່ຍັງມີຂໍ້ຈຳກັດທາງດ້ານງົບປະມານເຊັ່ນກັນ ຈຶຶ່ງເຮັດໃຫ້ ບັນຫາຍາກຈົນໃນລາວ ຕົກຢູ່ໃນສະພາບການທີ່ຮຸນແຮງກວ່າໃນປີ 2019 ຊຶ່ງຜົນຈາກສຳຫຼວດພົບວ່າ ຍັງມີປະຊາຊົນລາວຍາກຈົນເກີນ ກວ່າ 23 ເປີເຊັນ ຂອງຈຳນວນປະຊາກອນທັງໝົດ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ເປີດເຜີຍວ່າ ການຫລຸດ ຜ່ອນບັນຫາຍາກຈົນໃນລາວ ສາມາດຈັດຕັ້ງປະຕິບັດໄດ້ ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ຊຶ່ງເຫັນໄດ້ຈາກປະຊາຊົນ ລາວ 632,909 ຄົນ ທີີ່ມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງ ຫຼືມີລາຍໄດ້ຕໍ່າກວ່າ 1.9 ໂດລາຕໍ່ຄົນຕໍ່ວັນ ຄິດເປັນ 9 ເປີເຊັນຂອງປະຊາກອນ ລາວທັງໝົດ ຊຶ່ງໃນນີ້ກໍຍັງແບ່ງເປັນກຸ່ມ ທີ່ອາໄສຢູ່ເຂດໂຕເມືອງ 153,184 ຄົນ ແລະ ກຸ່ມທີ່ອາໄສຢູ່ໃນ ຊົນນະບົດ 479,729 ຄົນ.

ສ່ວນກະຊວງແຜນການ ແລະການລົງທຶນຄາດວ່າ ຍອດຜະລິດຕະພັນລວມ ຫຼື (GDP) ໃນປີ 2022 ຈະຄິດສະ ເລ່ຍເປັນລາຍຮັບຂອງປະຊາຊົນລາວ ທີ່ລະດັບ 2,496 ໂດລາຕໍ່ຄົນ ຕໍ່ປີ ຊຶ່ງ ຫລຸດລົງຈາກລະດັບ 2,597 ໂດລາ ຕໍ່ຄົນໃນປີ 2021 ແລະສະພາອຸດສາຫະກຳການຄ້າສະຫະພາບຢູໂຣບ (EU) ກໍຄາດວ່າ ການລະບາດໂຄວິດ-19 ຈະເຮັດໃຫ້ເກີນກວ່າ 80​ ເປີເຊັນ ຂອງໜ່ວຍທຸລະກິດ ທັງໝົດໃນລາວສູນເສຍລາຍໄດ້ຫຼາຍກວ່າ 80 ເປີເຊັນໃນປີ 2022. ຍິ່ງ​ໄປ​ກວ່ານັ້ນ ການ​ທີ່ກອງ​ປະ​ຊຸມ​ຄະ​ນະກຳ​ມະ​ການ 3 ຝ່າຍ​ດ້ານ​ແຮງ​ງານ​ໃນ​ລາວ ໄດ້​ມີ​ມະ​ຕິບໍ່​ອະ​ນຸ​ຍາດ​ໃຫ້​ປັບ​ຂຶ້ນ​ອັດ​ຕາຄ່າ​ຈ້າງ​ຂັ້ນ​ຕ່ຳ​ຈາກ 1 ລ້ານ 1 ແສນ​ກີບ​ຕໍ່​ເດືອນເປັນ 1 ລ້ານ 5 ແສນ​ກີບຕໍ່​ເດືອນຈົນ​ກວ່າ​ວ່າ ຈະ​ເຖິງ​ເດືອນ​ພຶດ​ສະ​ພາ 2023 ຍ້ອນ​ຜົນ​ກະ​ທົບ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໄວ​ຣັ​ສ​ໂຄ​ວິດ-19ນັ້ນ ຈຶ່ງ​ຄາດ​ວ່າ​ແຮງ​ງານ​ລາວ ຈະ​ພາ​ກັນ​ລັກ​ລອບ​ເດີນ​ທາງ​ໄປ​ທຳ​ງານ​ໃນ​ໄທ​ເພີ້ມ​ຂຶ້ນອີກ​ດ້ວຍ.

XS
SM
MD
LG