ອັດຕາການປົກຫຸ້ມຂອງປ່າໄມ້ໃນລາວ ຫຼຸດລົງເຫຼືອພຽງແຕ່ 58 ເປີເຊັນຂອງພື້ນທີ່ທັງໝົດເທົ່ານັ້ນ ເພາະການລັກລອບຕັດໄມ້ ເພື່ອການຄ້າຜິດກົດໝາຍຍັງບໍ່ທັນໄດ້ຮັບການແກ້ໄຂ ແລະປາບປາມຢ່າງແທ້ຈິງ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.
ນັກທຸລະກິດໃນສະພາອຸດສາຫະກໍາ ແລະການຄ້າແຫ່ງຊາດເປີດເຜີຍວ່າ ຄະນະຜູ້ຕາງໜ້າທາງການຄ້າ ຂອງສະຫະພາບຢູໂຣບ (EU) ຍັງບໍ່ອະນຸຍາດການນໍາເຂົ້າຜະລິດຕະພັນໄມ້ ຈາກລາວຈົນເຖິງປັດຈຸບັນນີ້ ເພາະເຫັນວ່າການລັກລອບຕັດໄມ້ເພື່ອການຄ້າເຖື່ອນ ຍັງເກີດຂຶ້ນໃນລາວຢ່າງກວ້າງຂວາງ ເຊິ່ງນອກຈາກເຮັດໃຫ້ບໍ່ໝັ້ນໃຈ ໃນຜະລິດຕະພັນໄມ້ລາວວ່າ ບໍ່ມີສ່ວນປະກອບໃດ ທີ່ມາຈາກໄມ້ທີ່ຖືກລັກ ລອບຕັດໂດຍຂະບວນການຄ້າເຖື່ອນແລ້ວ ຍັງເຮັດໃຫ້ຄະນະຜູ້ຕາງໜ້າຂອງ EU ບໍ່ເຊື່ອໝັ້ນ ໃນມາດຕະການປາບປາມການລັກລອບຕັດໄມ້ຂອງທາງການລາວອີກດ້ວຍ ໂດຍເຫັນໄດ້ຈາກການທີ່ທາງການລາວ ອະນຸຍາດເປັນກໍລະນີພິເສດ ເພື່ອໃຫ້ສົ່ງອອກໄມ້ທ່ອນໄປຕ່າງປະເທດໄດ້ໃນປະລິມານລວມກວ່າ 6 ແສນແມັດກ້ອນ ທີ່ຢຶດໄດ້ຈາກຂະບວນການລັກລອບຕັດໄມ້ຜິດກົດໝາຍ ໃນຊ່ວງປີ 2021-2022 ທີ່ຜ່ານມາ.
ໂດຍເຖິງແມ່ນວ່າ ຄະນະກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ອອກຄໍາສັ່ງ ໃຫ້ເພີ້ມມາດຕະການເຂັ້ມງວດເຂົ້າ ໃນການກວດກາບັນດາໂຮງງານປຸງແຕ່ງໄມ້ໃນທົ່ວປະເທດ ແລະປະຕິບັດຄຽງຄູ່ ກັບການເສີມສ້າງການມີສ່ວນຮ່ວມຂອງປະຊາຊົນລາວ ເຂົ້າໃນການປົກປັກຮັກສາປ່າໄມ້ ເພື່ອການນໍາໃຊ້ປະໂຫຍດແບບຍືນຍົງເຊັ່ນ: ການສ້າງລາຍຮັບຈາກສິນເຊື່ອ Carbon ແລະການ ທ່ອງທ່ຽວທໍາມະຊາດ ເພື່ອຈະເປັນການສ້າງອາຊີບ ໃຫ້ແກ່ປະຊາຊົນ ໃນລະດັບທ້ອງຖິ່ນເປັນສໍາຄັນກໍຕາມ ແຕ່ວ່າກໍຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ແລະການລັກລອບເຜົາປ່າໄມ້ເພື່ອເຮັດໄຮ່ເລື່ອນລອຍ ຍັງຄົງເກີດຂຶ້ນຢ່າງກວ້າງຂວາງ ໃນທຸກປີ, ດັ່ງທີ່ນັກທຸລະກິດລາວໄດ້ໃຫ້ການຢືນຢັນວ່າ:
“ບັນທີ 1 ນີ້ກໍຍ້ອນແມ່ນ ຄົນຄົນມີການບຸກລຸກປ່າໄມ້ ເພື່ອເຮັດກິດຈະການຕ່າງໆ ປູກເຂົ້າບໍ ມັນຕົ້ນບໍ ປູກຢາງພາລາບໍ ມີການບຸກເບີກເພື່ອການຜະລິດ ໂດຍທີ່ບຸກ ເບີກໄປແລ້ວ ກໍການຈູດ-ການຖາງ ບໍ່ສາມາດຊິສາມາດຮັກສາໄດ້ ມັນລາມໄປ, ອັນທີ 2 ນີ້ ກໍສະພາບດິນຟ້າອາກາດ ເກີດໄພແຫ້ງແລ້ງ ປະລິມານນໍ້າຝົນໃນເມື່ອກ່ອນນີ້ໄດ້ 400 ກວ່າມີລີລິດ, ແຕ່ປີນີ້ມີແຕ່ 40-50 ມີລີລິດ ເຮັດໃຫ້ປ່າໄມ້ນີ້ມັນແຫ້ງແລ້ງຫຼາຍ ສຸດທ້າຍນີ້ ມັກກໍມີກຸ່່ມຄົນສວຍໂອກາດ ແລະຈູດລາມໄປເພື່ອຢາກໄດ້ດິນແດນທີ່ຖືກໄຟໄໝ້ນີ້.”
ນອກຈາກນັ້ນ, ການສໍາຫຼວດສະຖານະການໄຟໄໝ້ປ່າໃນ 5 ປະເທດລຸ່ມແມ່ນໍ້າຂອງຕອນລຸ່ມໂດຍດາວທຽມໄທຄົມ ໃນເດືອນເມສາ 2023 ພົບວ່າ ມີບໍລິເວນທີ່ເກີດໄຟໄໝ້ປ່າເຖິງ 23,836 ພື້ນທີ່ ໂດຍເຂດທີ່ເກີດໄຟໄໝ້ປ່າຫຼາຍທີ່ສຸດກໍຄື ລາວ 9,661 ພື້ນທີ່, ຕິດຕາມດ້ວຍມຽນມາ 6,143 ພື້ນທີ່, ໄທ 4,215 ພື້ນທີ່, ຫວຽດນາມ 1,078 ພື້ນທີ່ ແລະກໍາປູເຈຍ 739 ພື້ນທີ່ຕາມລໍາດັບ.
ທາງດ້ານກະຊວງກະສິກໍາແລະປ່າໄມ້ ໄດ້ວາງເປົ້າໝາຍຈະປູກຕົ້ນໄມ້ໃນຕະຫຼອດປີ 2023 ໃຫ້ໄດ້ 37,000 ກວ່າເຮັກຕ້າໃນທົ່ວປະເທດ ໃນນີ້ຈະເປັນການປູກໃນພື້ນທີ່ປ່າສະຫງວນ ແລະປ່າປ້ອງກັນ ໃຫ້ໄດ້ 7,400 ເຮັກຕ້າ, ປ່າອຸດສາຫະກໍາ 24,800 ເຮັກຕ້າ ແລະປ່າໄມ້ເອກະຊົນ 5,000 ເຮັກຕ້າ, ໂດຍເປັນສ່ວນນຶ່ງຂອງແຜນການຍຸດທະສາດການຮັກສາພື້ນທີ່ປ່າໄມ້ໃຫ້ໄດ້ເຖິງ 16 ລ້ານເຮັກຕ້າ ທີ່ຄິດເປັນອັດຕາການປົກຫຸ້ມປ່າໄມ້ 70 ເປີເຊັນ ຂອງພື້ນທີ່ທັງໝົດຂອງລາວ ໃນປີ 2025, ແຕ່ບັນຫາກໍຄືການຄຸ້ມຄອງປ່າໄມ້ດັ່ງກ່າວບໍ່ສາມາດປະຕິບັດໄດ້ຈິງ ແລະປ່າໄມ້ໃນລາວຍັງເຫຼືອພຽງ 58 ເປີເຊັນເທົ່ານັ້ນ ເພາະວ່າຍັງບໍ່ມີການລົງໂທດຢ່າງເດັດຂາດຕໍ່ບັນດາພະນັກງານ ພັກ-ລັດ ທີ່ມີສ່ວນກ່ຽວຂ້ອງໃນການກະທໍາຜິດກົດໝາຍນັ້ນເອງ, ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ທັດສະນະວ່າ:
“ພວກເຮົາບໍ່ທັນສາມາດອັດຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານ ທັງລາຍຮັບ ແລະລາຍຈ່າຍ, ແລະຮ້າຍແຮງໄປກວ່ານັ້ນ ກໍເກີດມີປາກົດການຫຍໍ້ທໍ້ຫຼາຍຢ່າງ ເປັນຕົ້ນແມ່ນການສໍ້ລາດບັງຫຼວງ, ເຊິ່ງເຫັນວ່າແຜ່ຫຼາຍຫັ້ນລະ ທັງໃນລະດັບສູນກາງ ແລະລະດັບທ້ອງຖິ່ນ, ພ້ອມດ້ວຍການໃຊ້ສິດອໍານາດຂອງເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງ ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ອັນນີ້ກໍບໍ່ສາມາດແກ້ໄຂໄດ້, ອັນແກ້ໄດ້ ກໍແກ້ແຕ່ບ່ອນອ່ອນ, ບ່ອນແຂງແກ້ບໍ່ໄດ້.”
ໃນນີ້, ນາຍົກລັດຖະມົນຕີລາວ ໄດ້ອອກຄໍາສັ່ງເລກທີ 15/ນຍ ເພື່ອຫ້າມສົ່ງໄມ້ທ່ອນ ໄປຕ່າງປະເທດຢ່າງເດັດຂາດ ນັບຕັ້ງແຕ່ເດືອນພຶດສະພາ ປີ 2016 ເປັນ ຕົ້ນມາ ໂດຍໄດ້ຈັດຕັ້ງໜ່ວຍສະເພາະກິດເພື່ອກວດກາໂຮງງານໄມ້ 3,454 ແຫ່ງໃນຊ່ວງປີ 2016-2019 ພົບວ່າ ມີໂຮງງານແປຮູບໄມ້ເຖິງ 2,464 ແຫ່ງ ໄດ້ຮັບຊື້ໄມ້ຈາກຂະບວນການລັກລອບຕັດໄມ້ເຖື່ອນ ຈຶ່ງສັ່ງໃຫ້ຢຸດກິດຈະການໂຮງງານໄມ້ທັງ 2,364 ແຫ່ງດັ່ງກ່າວ.