ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທອງລຸນ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສປຊ


ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດ ສປປ ລາວ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສປຊ ທີ່ນະຄອນນິວຢອກ
ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດ ສປປ ລາວ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສປຊ ທີ່ນະຄອນນິວຢອກ
ໃນຄຳປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາ
ຊາດສະໄໝທີ 68 ໃນມື້ວັນເສົາສັບປະດາແລ້ວນີ້ ທ່ານທອງລຸນ
ສີສຸລິດ ຮອງນາຍົກລັດຖະມົນຕີ ພ້ອມທັງເປັນລັດຖະມົນຕີການ
ຕ່າງປະເທດ ສປປ ລາວໄດ້ກ່າວເຖິງຫຼາຍໆເລື່ອງຮວມທັງການ ຊຸກຍູ້ການຮ່ວມມືຂອງນາໆຊາດໃນການພັດທະນາເພື່ອຫຼຸຜ່ອນ
ຄວາມທຸກຍາກ ການແກ້ໄຂບັນຫາປາແລສໄຕນ໌ ການຍົກເລີກ ການລົງໂທດທາງດ້ານເສດຖະກິດຕໍ່ຄິວບາແລະບັນຫາທ້າທາຍ
ອື່ນໆ. ໄພສານມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີການຕ່າງປະເທດ ສປປ ລາວ ໄດ້ເລີ້ມຕົ້ນຄຳປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດໂດຍ ໄດ້ສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຄັນຢາ ແລະປະນາມການໂຈມຕີ ທີ່ສູນການຄ້ານະ ຄອນໄນໂຣບີ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 70 ກວ່າຄົນນັ້ນ.

ທ່ານທອງລຸນເວົ້າວ່າ "ລັດຖະບານລາວ ຂໍສະແດງຄວາມເສົ້າສະຫຼົດໃຈ ມາຍັງ ລັດຖະບານ ແລະປະຊາຊົນຊາວເຄັນຢາ ກ່ຽວກັບການສູນເສຍຊີວິດ ອັນເປັນ
ຜົນເນື່ອງມາຈາກການໂຈມຕີ ຂອງພວກກໍ່ການຮ້າຍ ທີ່ນະຄອນຫຼວງໄນໂຣບີ ເມື່ອສັບປະດາແລ້ວ ແລະພ້ອມດຽວກັນຂ້າພະເຈົ້າກໍແມ່ນຮ່ວມກັບປະຊາຄົມ ນາໆຊາດ ປະນາມການໂຈມຕີ ທີ່ໄຮ້ມະນຸດສະທຳດັ່ງກ່າວ."


ທ່ານທອງລຸນເວົ້າວ່າ ປີ 2013 ແມ່ນຂີດໝາຍ ຂອງບາດລ້ຽວໃໝ່ ໃນການຊຸກຍູ້ການ ຮ່ວມມືນາໆຊາດໃນການພັດທະນາແລະແກ້ໄຂບັນຫາຄວາມທຸກຍາກຂອງໂລກ. ທ່ານ ເວົ້າວ່າ ກອງປະຊຸມສຸດຍອດຂອງໂລກ ກ່ຽວກັບການພັດທະນາແບບຍືນຍົງ ທີ່ນະຄອນ
Rio De Janairo ປະເທດບຣາຊິລໃນປີກາຍນີ້ພວກຜູ້ນຳຂອງໂລກໄດ້ລິເລີ້ມຂັ້ນຕອນ ການໃຫ້ຄຳປຶກສາຫາລືເພື່ອກຳນົດວິໄສທັດແລະການເອົາບາດກ້າວອັນໜັກແໜ້ນເພື່ອ ປັບປຸງການພັດທະນາແບບຍືນຍົງ ໃນຍຸກຫລັງປີ 2015.

ທ່ານທອງລຸນເວົ້າວ່າ "ນີ້ແມ່ນຈະແຈ້ງພິສູດໃຫ້ເຫັນວ່າ ການລຶບລ້າງຄວາມທຸກ
ຍາກ ແລະການພັດທະນາແບບຍືນຍົງຍັງເປັນບູລິມະສິດອັນສຳຄັນຂອງພວກ
ເຮົາ ຍ້ອນໃນໄລຍະຫລາຍໆທົດສະວັດຜ່ານມານີ້ ເຖິງແມ່ນໄດ້ມີການດຳເນີນ ຄວາມພະຍາຍາມຢ່າງໃຫຍ່ຫຼວງ ຂອງປະຊາຄົມນາໆຊາດ ເພື່ອໃຫ້ບັນລຸເປົ້າ ໝາຍໃນການລຶບລ້າງຄວາມທຸກຍາກ ແລະການພັດທະນາກໍຕາມ ແຕ່ຍັງມີ 1
ພັນ 200 ລ້ານຄົນ ຫລື 22 ເປີເຊັນຂອງປະຊາກອນໂລກ ດຳລົງຊີວິດຢູ່ດ້ວຍ ຄວາມທຸກຍາກ."


ທ່ານທອງລຸນເວົ້າວ່າ ຍິ່ງໄປກວ່ານັ້ນ ທຳມະຊາດແວດລ້ອມຍັງສືບຕໍ່ໄດ້ຮັບການຂົ່ມຂູ່ ແລະໄດ້ຮັບຄວາມເສຍຫາຍທີ່ພາໃຫ້ເກີດຄວາມບໍ່ກໍ້າເກິ່ງຂອງດິນຟ້າອາກາດ ພາໃຫ້ ເກີດໄພທຳມະຊາດເລື້ອຍໆ ຊຶ່ງໄດ້ກາຍເປັນປະກົດການທີ່ບໍ່ເຄີຍພົບເຫັນມາກ່ອນໃນ ຮອບຫຼາຍໆປີ.

ທ່ານທອງລຸນກ່າວວ່າ ນອກນັ້ນຄວາມວຸ້ນວາຍທາງການເມືອງແລະສັງຄົມ ຕະຫລອດ ທັງບັນຫາຂັດແຍ້ງທາງດ້ານອາວຸດ ທີ່ເກີດຂຶ້ນຢູ່ໃນຫລາຍໆເຂດຂອງໂລກຍັງສືບຕໍ່ໄດ້ ຮັບການແກ່ຍາວ ແລະກໍບໍ່ມີຮ່ອງຮອຍວ່າ ຈະໄດ້ຮັບການແກ້ໄຂໃນໄວໆນີ້ ແຕ່ຢ່າງໃດ
ເລີຍ.

ສະພາບການດັ່ງກ່າວ ກ່ຽວກັບການພັດທະນາທາງດ້ານການເມືອງ ສັງຄົມເສດຖະກິດ ແລະສະຖານະການທາງດ້ານສະພາບແວດລ້ອມ ຍັງສືບຕໍ່ຂັດຂວາງທຸກໆປະເທດ ຕໍ່ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຮວມທັງເປົ້າໝາຍສະຫັດສະວັດ ນຳ
ດ້ວຍ.

ທ່ານທອງລຸນກ່າວວ່າ ສະຖຽນລະພາບທາງດ້ານການເມືອງແລະຄວາມໝັ້ນຄົງແມ່ນ ປະກອບເປັນພາກສ່ວນທີ່ສຳຄັນໃນການຊຸກຍູ້ໃຫ້ເກີດສະພາບແວດລ້ອມແລະເງື່ອນ ໄຂເພື່ອກ້າວໄປສູ່ການພັດທະນາແບບຍືນຍົງ. ແຕ່ແນວໃດກໍຕາມ ຢູ່ໃນຫລາຍໆເຂດ ຂອງໂລກ ພວມປະເຊີນກັບ ຄວາມວຸ້ນວາຍທາງສັງຄົມ ການຂັດແຍ້ງທາງການເມືອງ ແລະການປະເຊີນໜ້າທາງທະຫານ ແລະທັງໝົດນີ້ ແມ່ນເປັນໄພຂົ່ມຂູ່ທີ່ສຳຄັນຕໍ່ສັນ ຕິພາບແລະຄວາມໝັ້ນຄົງຂອງໂລກ.

ຕໍ່ບັນຫາປາແລສໄຕນ໌ນັ້ນ ທ່ານທອງລຸນກ່າວວ່າ "ການແກ້ໄຂບັນຫາປາແລສໄຕນ໌ ໂດຍອີງຕາມຫລັກການສ້າງຕັ້ງສອງລັດເອກກະລາດ ປາແລສໄຕນ໌ແລະອິສຣາ ແອລ ຢູ່ຄຽງຄູ່ກັນ ຢ່າງມີສັນຕິພາບ ແມ່ນຕ້ອງໄດ້ຮັບການເອົາໃຈໃສ່ ຢ່າງຮີບ ດ່ວນຈາກປະຊາຄົມນາໆຊາດ."

ທ່ານເວົ້າວ່າ ສປປ ລາວຂໍຍົກຍ້ອງການດຳເນີນຄວາມພະຍາຍາມຂອງອິສຣາແອລແລະ
ປາແລສໄຕນ໌ ທີ່ໄດ້ຟື້ນຟູການເຈລະຈາສັນຕິພາບ ຊຶ່ງເປັນຂີດໝາຍອັນສໍາຄັນ ໃນການ
ຊຸກຍູ້ສັນຕິພາບຢູ່ໃນພູມີພາກ.

ຕໍ່ບັນຫາຄິວບານັ້ນ ທ່ານທອງລຸນກ່າວວ່າ ເຖິງເວລາແລ້ວ ທີ່ຈະຕ້ອງຍົກເລີກການລົງ ໂທດຫຼືຂວໍ້າບາດ ທີ່ເຫັນວ່າບໍ່ເປັນທຳແລະຂັດຕໍ່ກົດໝາຍຂອງນາໆຊາດ ຕໍ່ປະເທດດັ່ງ
ກ່າວ.

ທ່ານທອງລຸນກ່າວວ່າ ສປປ ລາວໃຫ້ຄວາມສຳຄັນເປັນພິເສດຕໍ່ການສ້າງບັນຍາກາດທີ່ ມີແຕ່ຄວາມສະຫງົບສຸກ ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ເພື່ອໃຫ້ມີ ການພັດທະນາປະເທດ ແລະຫຼຸດພົ້ນຈາກຖານະການເປັນປະເທດດ້ອຍພັດທະນາເທື່ອ ລະກ້າວ.

ພ້ອມນີ້ ທ່ານທອງລຸນຍັງກ່າວວ່າ ໃນລະດັບພູມີພາກນັ້ນ ສປປ ລາວໄດ້ມີບົດບາດຫຼາຍ ຂຶ້ນໃນຂັ້ນຕອນການສ້າງປະຊາຄົມອາຊ່ຽນທີ່ປະກອບດ້ວຍ 3 ເສົາຄໍ້າຄືປະຊາຄົມການ ເມືອງຄວາມໝັ້ນຄົງ ປະຊາຄົມເສດຖະກິດ ແລະປະຊາຄົມສັງຄົມວັດທະນະທຳ ຊຶ່ງຈະ ເລີ້ມໃນວັນທີ 31 ທັນວາ ປີ 2015. ພວກເຮົາເຊື່ອວ່າ ຄວາມເຂັ້ມແຂງທາງດ້ານການ ເມືອງແລະເສດຖະກິດຂອງອາຊ່ຽນ ຈະສ້າງພື້ນຖານອັນແຂ່ງແກ່ນ ໃຫ້ແກ່ການຮ່ວມມື ພູມີພາກ ດ້ວຍເຫດນີ້ ຈຶ່ງເປັນການປະກອບສ່ວນ ຕໍ່ການຮັກສາ ແລະ ຊຸກຍູ້ສັນຕິພາບ ຄວາມໝັ້ນຄົງ ແລະການພັດທະນາຢູ່ໃນຂົງເຂດ ແລະໃນໂລກນຳດ້ວຍ.

ນອກນັ້ນທ່ານຍັງເວົ້າເຖິງການເອົາບົດບາດອັນສຳຄັນຂອງ ສປປ ລາວໃນການເປັນເຈົ້າ ພາບຈັດກອງປະຊຸມສຸດຍອດເອເຊຍຢູໂຣບຫລືອາແຊັມຄັ້ງ 9 ຢ່າງສຳເລັດຜົນ.

ທ່ານທອງລຸນເວົ້າວ່າ ເຖິງແມ່ນ ສປປ ລາວ ໄດ້ບັນລຸຜົນ ໃນການພັດທະນາສັງຄົມເສດ ຖະກິດຫລາຍໆຢ່າງກໍຕາມ ແຕ່ ສປປ ລາວຊຶ່ງເປັນທັງປະເທດທີ່ດ້ອຍພັດທະນາແລະບໍ່ ມີທາງອອກສູ່ທະເລນຳນັ້ນ ແມ່ນຍັງສືບຕໍ່ເປັນປະເທດທີ່ມີຄວາມຫລໍ່ແຫຼມແລະປະເຊີນ ກັບບັນຫາທ້າທາຍຫຼາຍໆຢ່າງໃນການລຶບລ້າງຄວາມທຸກຍາກແລະການດຳເນີນຄວາມ ພະຍາຍາມໃນການພັດທະນາຕ່າງໆ.

ທ່ານທອງລຸນເວົ້າວ່າ "ສປປ ລາວເປັນນຶ່ງໃນບັນດາປະເທດທີ່ໄດ້ຮັບຜົນກະທົບ ຮ້າຍແຮງທີ່ສຸດຈາກລະເບີດລູກຫວ່ານແລະລະເບີດທີ່ບໍ່ທັນແຕກ ຊຶ່ງຍັງສືບຕໍ່ ເປັນອຸບປະສັກຂັດຂວາງ ທີ່ສຳຄັນ ຕໍ່ການພັດທະນາ ສັງຄົມເສດຖະກິດແຫ່ງ
ຊາດແລະການຫລຸດຜ່ອນຄວາມທຸກຍາກ.
"

ດ້ວຍເຫດນີ້ ສປປ ລາວ ຂໍຮຽກຮ້ອງໃຫ້ທຸກໆປະເທດພິຈາລະນາລົງນາມໃນສົນທິສັນ ຍາວ່າດ້ວຍລະເບີດລູກຫວ່ານ ດ້ວຍວິໄສທັດເພື່ອການຫ້າມຢ່າງສິ້ນເຊີງຕໍ່ການໃຊ້ອາ ວຸດດັ່ງກ່າວນີ້ ຕະຫລອດທັງຊ່ອຍແກ້ໄຂຜົນກະທົບຂອງລະເບີດລູກຫວ່ານຢູ່ໃນບັນດາ ປະເທດທີ່ໄດ້ຮັບເຄາະ.

ທ່ານທອງລຸນເວົ້າວ່າ ໃນປີ 2014 ກຸ່ມປະເທດທີ່ກຳລັງພັດທະນາບໍ່ມີຊາຍແດນຕິດທະ
ເລ ຈະຈັດກອງປະຊຸມທົບທວນໃນຮອບ 10 ປີ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ອານມາຕີ ເພື່ອແກ້ໄຂບັນຫາຕ່າງໆ ແລະຄວາມຕ້ອງການເປັນການສະເພາະ ຂອງບັນ ດາປະເທດທີ່ກຳລັງພັດທະນາບໍ່ມີຊາຍແດນຕິດທະເລ. ທ່ານເວົ້າວ່າ ບໍ່ວ່າການພັດທະ ນາຈະຢູ່ໃນລະດັບໃດກໍຕາມ ບັນດາປະເທດເຫຼົ່ານີ້ ຈະບໍ່ສາມາດແກ້ໄຂຜົນກະທົບ ໃນ ການເປັນປະເທດທີ່ບໍ່ມີທາງອອກສູ່ທະເລໄດ້ໂດຍທີ່ບໍ່ໄດ້ຮັບການຮ່ວມມືຈາກນາໆຊາດ ສະເພາະແລ້ວແມ່ນປະເທດທີ່ສົ່ງສິນຄ້າຜ່ານ ແລະພາຄີໃນການພັດທະນາ.

ທ່ານທອງລຸນ ໄດ້ມ້ວນທ້າຍຄຳປາໄສຂອງທ່ານ ໂດຍເວົ້າວ່າ ຍັງອີກ 2 ປີເທົ່ານັ້ນທີ່ຈະ ຕ້ອງໄດ້ບັນລຸ ເປົ້າໝາຍສະຫັດສະວັດ ແຕ່ແນວໃດກໍຕາມ ຍັງມີບັນຫາທ້າທາຍຫຼາຍໆ ຢ່າງສຳລັບພວກເຮົາ ດັ່ງນັ້ນຂັ້ນຕອນການພັດທະນາໃນຍຸກຫລັງ ປີ 2015 ຈຶ່ງມີຄວາມ ສຳຄັນສຳລັບທຸກໆປະເທດ. ທ່ານເຊື່ອໝັ້ນວ່າ ພາຍໃຕ້ຈິດໃຈຂອງການຮ່ວມມືແບບມີ ປະສິດທິຜົນແລະຢ່າງຈິງຈັງແລ້ວ ພວກເຮົາຈະສາມາດບັນລຸເປົ້າໝາຍຕ່າງໆ ທີ່ໄດ້ຕັ້ງ
ໄວ້ ແລະເອົາຊະນະບັນຫາທ້າທາຍແລະຂໍ້ຈຳກັດທີ່ພວກເຮົາປະເຊີນຢູ່.
XS
SM
MD
LG