ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານທອງລຸນ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ


ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີການຕ່າງປະເທດ ສປປ ລາວ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 69 (ພາບໂດຍ ສປຊ)
ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີການຕ່າງປະເທດ ສປປ ລາວ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 69 (ພາບໂດຍ ສປຊ)

​ໃນ​ມື້ວັນຈັນ ຜ່ານມານີ້ ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດ​
ຖະມົນຕີພ້ອ​ມ​ທັງ​ເປັນລັດຖະມົນຕີ​ການ​ຕ່າງປະ​ເທດຂອງ ສປປ
ລາວ ​ໄດ້​ກ່າວຄຳ​ປາ​ໄສ​ຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່ອົງການ​ສະ
ຫະ​ປະຊາ​ຊາດ ຄັ້ງທີ 69​ ຊຶ່ງ​ທ່ານ​ໄດ້​ເວົ້າເຖິງ​ຫຼາຍໆເລື່ອງ ຮວມ
ທັງ​ການ​ບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ ການ ຈັດຕັ້ງປະຕິບັດສົນທິສັນຍາອັອສໂລ ການ​ແກ້​ໄຂບັນ​ຫາ​ປາ​ແລ​ສ
​ໄຕ​ນ໌ ການຍົກ​ເລີກ​ການ​ລົງ​ໂທດທາງ​ດ້ານ​ເສດ​ຖະ​ກິດຕໍ່​ຄິວ​ບາແລະ​ບັນ​ຫາ​ທ້າ​ທາຍອື່ນໆ. ​ໄພສານມີ​ລາຍ​ລະອຽດມາສ​ະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ບັນຫາ​ທຳ​ອິດ ທີ່ທ່ານ​ທອງ​ລຸນ ສີ​ສຸ​ລິດຮອງ​ນາຍົກລັດຖະມົນຕີ​ພ້ອມທັງເປັນ​ລັດຖະມົນຕີ​
ການ​ຕ່າງປະ​ເທດ ສປປ ລາວ ​ໄດ້ກ່າວ​ເຖິງ​ ຢູ່​ໃນຄຳ​ປາ​ໄສ ຕໍ່​ກອງ​ປະຊຸມ​ສະມັດ​ຊາ​ໃຫຍ່
​ອົງການສະຫະ​ປະຊາ​ຊາດຄັ້ງທີ 69 ​ກໍ​ຄື​ເລື້ອງ​ເປົ້າ​ໝາຍ​ສະຫັດ​ສະ​ວັດຂອງ​ສະຫະ​ປະຊາ
​ຊາດ ຊຶ່ງ​ທ່ານກ່າວວ່າ ຍັງເຫຼືອເວລາອີກບໍ່ດົນປານໃດ ສຳຫລັບການບັນລຸເປົ້າໝາຍດັ່ງ
ກ່າວ ຊຶ່ງບາງປະເທດກໍເຮັດໄດ້ດີ ແຕ່ບາງປະເທດກໍຍັງມີການຊັກຊ້າ. ທ່ານທອງລຸນເວົ້າ ວ່າ.

“ພວກເຮົາຍັງເຫຼືອເວລາແຕ່ພຽງ 450 ກວ່າວັນ ໃນການບັນລຸເປົ້າໝາຍສະຫັດ ສະວັດດ້ານການພັດທະນາ. ໃນຂະນະທີ່ຫລາຍປະເທດມີຄວາມຄືບໜ້າແລະຈະ ສາມາດບັນລຸໄດ້ຕາມຄາດໝາຍ ແຕ່ກໍຍັງມີຫລາຍປະເທດທີ່ມີຄວາມລ່າຊ້າແລະ ປະສົບກັບຄວາມຫຍຸ້ງຍາກ ໃນການບັນລຸ ເປົ້າໝາຍດັ່ງກ່າວ ຕາມກຳນົດເວລາ ເປັນຕົ້ນແມ່ນປະເທດດ້ອຍພັດທະນາ. ຍິ່ງໄປກວ່ານີ້ ສະພາບສາກົນແລະພາກ ພື້ນທີ່ສືບຕໍ່ຜັນແປຢ່າງສະລັບຊັບຊ້ອນ ເປັນຕົ້ນການປະທະກັນດ້ວຍກຳລັງກໍຄື ຄວາມຂັດແຍ້ງດ້ານການເມືອງ ການແຜ່ລະບາດ ຂອງພະຍາດຕິດແປດຕ່າງໆ ສະພາບແວດລ້ອມທີ່ເຊື່ອມໂຊມແລະອື່ນໆໄດ້ເພີ້ມອຸບປະສັກໃຫ້ແກ່ການຈະບັນ ລຸເປົ້າໝາຍສະຫັດສະວັດດ້ານການພັດທະນາຢ່າງຫຼີກລ່ຽງບໍ່ໄດ້. ຕໍ່ໜ້າສະພາບ ການດັ່ງກ່າວນີ້ອີງໃສ່ປະສົບການຕົວຈິງແລ້ວ ການພັດທະນາເສດຖະກິດສັງຄົມ
ຢູ່​ໃນປະເທດໃດກໍຕາມ ຈະມີຜົນສຳເລັດໄດ້ ກໍຕໍ່ເມື່ອມີເງື່ອນໄຂ ຂອງສະພາບ ແວດລ້ອມທີ່​ມີສັນຕິພາບແລະຄວາມສະຫງົບໝັ້ນທ່ຽງທີ່ຍາວນານ ມີແຕ່ພາຍ​ໃຕ້ ເງື່ອນໄຂດັ່ງກ່າວນີ້​ເທົ່າ​ນັ້ນ ພວກ​ເຮົາຈຶ່ງຈະສາມາດສຸມທຸກກຳລັງ ພາຍໃນຊາດ ລວງທັງການນຳໃຊ້ຊັບພະຍາກອນຕ່າງໆເຂົ້າໃສ່ການພັດທະນາຢ່າງຄຸ້ມຄ່າແລະ ຍືນຍົງໄດ້."

ທ່ານ​ທອງ​ລຸນ​ກ່າວວ່າ ຕະຫລອດ​ໄລຍະ 39 ປີ ແຫ່ງການຄົງຕົວຂອງປະເທດ ພາຍຫລັງ ສົງຄາມສິ້ນສຸດລົງນັ້ນ ສປປ ລາວມີຄວາມພະຍາຍາມປັບຕົວເອງ ຈາກສະພາບຮຳບາດ ແຜສົງຄາມກ້າວຂຶ້ນສູ່ການວາງແນວທາງພັດທະນາຮອບດ້ານແລະຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດສັງຄົມ 5 ປີ ມາແລ້ວເຖິງ 7 ສະບັບ ຕາມນະໂຍບາຍປ່ຽນແປງໃໝ່ ຂອງພັກປະຊາຊົນປະຕິວັດລາວ. ຜົນສຳເລັດ ທີ່ ສປປ ລາວ ຍາດມາໄດ້ ແຕ່ໄລຍະນັ້ນ ແມ່ນມາຈາກການຖອດຖອນບົດຮຽນຂອງຕົນໂດຍຜ່ານສະພາບການຕົວຈິງໃນການພັດ ທະນາແລະປັບປ່ຽນໄປຕາມສະພາບການຕົວຈິງຢູ່ພາຍໃນປະເທດແລະຈາກພາຍນອກ. ທ່ານທອງລຸນເວົ້າວ່າ ບົດຮຽນທີ່ຖອດຖອນໄດ້ຈາກປະເທດເພື່ອນມິດທັງຢູ່ໃກ້ແລະຢູ່ໄກ ຖືເປັນສິ່ງລ້ຳຄ່າ. ທ່ານເວົ້າວ່າ ສປປ ລາວ ຂໍສະແດງຄວາມຂອບໃຈ ມາຍັງເພື່ອນມິດ ທີ່ ນອກຈາກໄດ້ສະໜັບສະໜູນ ຊ່ວຍເຫຼືອດ້ານຕ່າງໆແລ້ວ ຍັງໄດ້ສົ່ງຄວາມຮູ້ ແລະປະສົບ ການໃຫ້ແກ່ ສປປ ລາວທີ່ໜຸ່ມນ້ອຍໃນແຕ່ລະໄລຍະຮວມທັງບົດຮຽນທີ່ມີຜົນສຳເລັດແລະ ບົດຮຽນທີ່ລົ້ມແຫຼວຄວບຄູ່ກັນໄປສະເໝີມາ.

"ການ​ທົບ​ທວນຄືນ​ກາງ​ສະ​ໄໝຂອງການຈັດຕັ້ງປະຕິບັດ ແຜນພັດທະນາ​ເສດຖະ ກິດສັງຄົມ ແຫ່ງຊາດຄັ້ງທີ 7 ເຫັນໄດ້​ວ່າ ສ​ປ​ປ ລາວ ພວກຂ້າພະເຈົ້າ ໄດ້​ຮັບຜົນ ສຳເລັດໃນຫລາຍໆດ້ານໂດຍ​ສະ​ເພາະສາມາດຮັກສາຈັງຫວະການເຕີບໂຕດ້ານ ເສດຖະກິດໄດ້ຢ່າງຕໍ່ເນື່ອງ ມີສະຖຽນລະພາບທາງການເມືອງ ມີຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມ ປະຊາຊົນບັນດາເຜົ່າໄດ້ໃຊ້ສິດເສລີພາບ ໃນການດຳ ລົງຊີວິດແລະປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຢ່າງກ້ວາງຂວາງ ອັນ​ເປັນ​ປະຖົມ​ປັດ​ໄຈອັນນັກແຫນ້ນເພື່ອກ້າວໄປສູ່​ການບັນລຸ​ເປົ້າໝາຍ​ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາບດ້ອຍ​ພັດ​ທະ​ນາ ໃນ​ປີ 2020. ຜົນສຳເລັດດັ່ງກ່າວ ນອກຈາກ ໄດ້ມາຍ້ອນຄວາມພະຍາຍາມ ຂອງພາຍໃນຊາດແລ້ວ ຍັງແມ່ນ​ຍ້ອນ​ໄດ້​ຮັບ​ການ​ຮ່ວມ​ມື​ ແລະສະ​ຫ​ນັບ​ສະຫ​ນູນ​ຈາກ​ປະ​ເທດ​ເພື່ອນ​ມິດ ລວມທັງຄູ່​ຮ່ວມ​ພັດ​ທະ​ນາ ລວມທັງອົງການຈັດຕັ້ງສາກົນຕ່າງໆໂດຍສະເພາະແມ່ນອົງ​ການ​ເຄືອ​ຂ່າຍສະຫະ ປະຊາຊາດ. ເຖິງແນວໃດກໍຕາມ ສປປ ລາວ ພວກຂ້າພະເຈົ້າກໍຍັງໄດ້ຮັບຜົນກະ ທົບຈາກວິກິດການດ້ານ​ເສດຖະກິດ ​ແລະ ການເງິນຂອງສາກົນ ໃນ​ໄລ​ຍະ​ຜ່ານ​ ມາເຊິ່ງໄດ້ສ້າງອຸປະສັກບໍ່ຫນ້ອຍໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ ແຫ່ງຊາດກໍຄືການປະຕິບັດເປົ້າໝາຍການພັດທະນາດ້ານຕ່າງໆ ແຕ່ລັດຖະບານ ສປປ ລາວກໍໄດ້ເອົາມາດຕະການຢ່າງທັນການເພື່ອ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​
ເສດ​ຖະ​ກິດ​ມະ​ຫາ​ພາກ ແລະແນໃສ່​ຊຸກ​ຍູ້​ຈັງ​ຫວະ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ ຕາມ​
ທິດ​ຍືນ​ຍົງ ໃຫ້ແກ່ຊຸມປີຕໍ່ຫນ້າ.”

ທ່ານທອງລຸນ ເວົ້າວ່າ ນອກຈາກນີ້ ໃນຖານະທີ່ເປັນປະເທດດ້ອຍພັດທະນາ ທີ່ບໍ່ມີຊາຍ ແດນຕິດກັບທະເລນັ້ນ ສປປ ລາວ ຍັງສືບຕໍ່ມີຄວາມອ່ອນໄຫວ ແລະປະເຊີນກັບສິ່ງທ້າ ທາຍຫລາຍດ້ານ ໂດຍສະເພາະໃນການຈັດຕັ້ງປະຕິບັດບາງຄາດໝາຍ ຂອງເປົ້າໝາຍ ສະຫະລັດສະວັດ ດ້ານການພັດທະນາ ເຊັ່ນ ການຫລຸດຜ່ອນ ອັດຕາການຂາດອາຫານ ຫລຸດຜ່ອນອັດຕາການຕາຍຂອງແມ່ແລະເດັກ ການຫລຸດຜ່ອນຜົນກະທົບຂອງລະເບີດ ບໍ່ທັນແຕກທີ່ຍັງຕົກຄ້າງແຕ່ປາງສົງຄາມ. ທ່ານເວົ້າວ່າ ໂດຍເຫັນຄວາມສຳຄັນຕໍ່ບັນຫາ ດັ່ງກ່າວ ສປປ ລາວ ຈຶ່ງສະເໜີເອົາບັນຫາການແກ້ໄຂ ລະເບີດບໍ່ທັນແຕກ ເຂົ້າເປັນບັນ ຫາແຫ່ງຊາດ ເປົ້າໝາຍທີ 9 ເນື່ອງຈາກຍັງມີພາລະອັນໜັກໜ່ວງ ຕໍ່ການແກ້ໄຂລະເບີດ ບໍ່ທັນແຕກ ເພາະມັນເປັນອຸບປະສັກ ຕໍ່ການພັດທະນາ ແລະການຫລຸດຜ່ອນຄວາມທຸກ ຍາກຂອງປະຊາຊົນ.

“ສປປ ລາວ ແມ່ນຫນຶ່ງໃນຈຳນວນປະເທດທີ່ໄດ້ລິເລີ້ມ ຂະບວນການສ້າງສົນທິ ສັນຍາສາກົນ ວ່າດ້ວຍລະເບີດລູກຫວ່ານ. ການປະຕິບັດ ສົນທິສັນຍາດັ່ງກ່າວ ຢ່າງເຕັມສ່ວນຈຶ່ງມີຄວາມໝາຍສຳຄັນຍິ່ງເຊິ່ງຈະນຳໄປສູ່ການເກືອດຫ້າມ ການ ຜະລິດ ການນຳໃຊ້ ແລະການຂາຍ ອາວຸດດັ່ງກ່າວຢ່າງສິ້ນເຊີງ. ບົນຈິດໃຈດັ່ງ ກ່າວນີ້ ​ຂ້າ​ພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ມາ​ຍັງປະ​ເທດເຊັນ​ກິດ​ສ໌ແລະເນ​ວິ​ສ໌ ປະເທດເບ​ລິ​ສ໌ ແລະສາ​ທາ​ລະ​ນາ​ລັດກົງ​ໂກ ທີ່​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ແກ່ສົນ​ທິ​ສັນ​
ຍາ​ດັ່ງ​ກ່າວ ອັນ​ເຮັດ​ໃຫ້​ຈຳນວນປະເທດ​ພາ​ຄີ​ເພີ່ມ​ຂຶ້ນ​ເປັນ 86 ປະ​ເທດ​ໃນ​ປັດ​ຈຸ​ບັນ ແລະຫວັງ​ຢ່າງ​ຍິ່ງ​ວ່າ ປະ​ເທດ​ທີ່ຍັງບໍ່ທັນເປັນພາຄີ ຈະພິຈາລະນາ ​ເຂົ້າ​ເປັນ​ພາຄີ​ຂອງ​ສົນທິສັນຍາສຳຄັນດັ່ງກ່າວ.”

ທ່ານທອງລຸນກ່າວວ່າ ສປປ ລາວມີຄວາມເປັນຫ່ວງຕໍ່ສະພາບການຂັດແຍ້ງທີ່ມີການໃຊ້ ກຳລັງນັບມື້ນັບຮຸນແຮງຂຶ້ນ ໃນພາກສ່ວນຕ່າງໆຂອງໂລກ ທີ່ໄດ້ເປັນບັນຫາທ້າທາຍອັນ ໜັກໜ່ວງກວ່າເກົ່າໃຫ້ແກ່ວົງຄະນາຍາດສາກົນ. ຕໍ່ໜ້າສະພາບການດັ່ງກ່າວ ສປປ ລາວ ຂໍຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຈົ່ງໃຊ້ຄວາມອົດກັ້ນແລະຫລີກລ່ຽງທຸກການກະທຳທີ່ ຈະກໍ່ໃຫ້ເກີດການສູນເສຍຊີວິດແລະຊັບສິນຂອງປະຊາຊົນຜູ້ບໍລິສຸດ. ທ່ານເວົ້າວ່າ ມີແຕ່ ການແກ້ໄຂບັນຫາຂັດແຍ່ງກັນ ດ້ວຍແນວທາງສັນຕິເທົ່ານັ້ນ ຈຶ່ງສາມາດ ສ້າງຄວາມໄວ້ ເນື້ອເຊື່ອໃຈຊຶ່ງກັນລະກັນໄດ້. ຄວາມເປັນປໍລະປັກແລະອະຄະຕິຕໍ່ກັນ ເປັນເຫດພາໃຫ້
ມີການໃຊ້ກຳລັງຮຸນແຮງຂຶ້ນໄປເລື້ອຍໆ ຜົນອອກມາສຸດທ້າຍກໍແມ່ນການສູນເສຍຊີວິດ ແລະຊັບສິນ ທີ່ເຕັມໄປດ້ວຍຄວາມເຈັບປວດໃຫ້ແກ່ປະຊາຊົນຜູ້ບໍລິສຸດ.

ຕໍ່ບັນຫາປາແລສໄຕນ໌ນັ້ນ ທ່ານທອງລຸນກ່າວວ່າ “ສປປ ລາວ ຍັງມີຄວາມເປັນຫ່ວງ ຕໍ່ການປະທະກັນຢ່າງຮຸນແຮງຢູ່ປາແລສຕິນອັນໄດ້ກໍ່ໃຫ້ເກີດການສູນເສຍຊີວິດ ແລະຊັບສິນຂອງປະຊາຊົນຈຳນວນຫຼວງຫຼາຍ. ພວກຂ້າພະເຈົ້າຂໍຮ່ວມກັບວົງຄະ ນາຍາດສາກົນ ຮຽກຮ້ອງໃຫ້ຂຸ້ນຂ້ຽວ ແກ້ໄຂບັນຫາ ປາແລັສຕິນໂດຍດ່ວນ ບົນ ພື້ນຖານຫລັກການ ແຫ່ງການສ້າງ 2 ລັດເອກກະລາດປາແລັສຕິນ ແລະອິສຣາ ແອລຢູ່ຮ່ວມກັນໂດຍສັນຕິ.”

ຕໍ່​ບັນຫາ​ຄິວ​ບານັ້ນ ທ່ານ​ທອງ​ລຸນ​ກ່າວ​ວ່າ ​ການນຳໃຊ້ມາດຕະການປິດລ້ອມ ແລະຂວ້ຳ ບາດຕໍ່ປະເທດໃດກໍຕາມ ບໍ່ອາດຈະນຳຜົນດີມາສູ່ປະຊາຄົມໂລກໄດ້ ກົງກັນຂ້າມກັບຈະ ເຮັດໃຫ້ທຸກຝ່າຍເສຍຜົນປະໂຫຍດແລະເປັນປໍລະປັກຕໍ່ກັນຫຼາຍຂຶ້ນ. ທ່ານເວົ້າວ່າ ການ ດຳເນີນນະໂຍບາຍຂວ້ຳບາດຝ່າຍດຽວຕໍ່ສາທາລະນະລັດຄິວບາທີ່ເປັນເອກກະລາດຊຶ່ງ ໄດ້ແກ່ຍາວ ມາຫລາຍທົດສະວັດແລ້ວນັ້ນ ຍັງສືບຕໍ່ສົ່ງຜົນກະທົບອັນໃຫຍ່ຫຼວງ ຕໍ່ປະຊາ ຊົນຄິວບາຜູ້ຮັກຫອມສັນຕິພາບ. ສະນັ້ນມັນເຖິງເວລາແລ້ວ ທີ່ການຂວ້ຳບາດດັ່ງກ່າວຈະ ຕ້ອງໄດ້ຮັບການຍົກເລີກ.

ພ້ອມນີ້ ທ່ານ​ທອງ​ລຸນ​ ຍັງໄດ້ກ່າວຊົມເຊີຍ ອົງການສະຫະປະຊາຊາດ ແລະເລຂາທິການ ໃຫຍ່ ທ່ານບັນກີມູນ ທີ່ໄດ້ດຳເນີນຄວາມພະຍາມ ຢ່າງບໍ່ຮູ້ອິດເມື່ອຍ ເພື່ອແກ້ໄຂບັນຫາ ຕ່າງໆຂອງໂລກ ສົ່ງເສີມການຮ່ວມມື ເພື່ອການພັດທະນາ ແບບຍືນຍົງ ການຫລຸດຜ່ອນ ຄວາມທຸກຍາກ ການປົກປັກຮັກສາສັນຕິພາບ ສະຖຽນລະພາບແລະຄວາມໝັ້ນຄົງຂອງ ໂລກຮວມທັງການຈັດກອງປະຊຸມສຸດຍອດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ທີ່ຫາ ກໍຜ່ານພົ້ນໄປນັ້ນ. ທ່ານທອງລຸນໄດ້ ຮຽກຮ້ອງໃຫ້ມີການປະຕິຮູບອົງກອນຕ່າງໆຂອງສະ ຫະປະຊາຊາດໃຫ້ມີຄວາມເຂັ້ມ ແຂງຂຶ້ນເພື່ອຮອງຮັບພັນທະໜ້າທີ່ ທີ່ມີການປ່ຽນແປງໃນ ຕໍ່ໜ້າຢ່າງມີປະສິດທິຜົນ.

ກ່ຽວກັບເລື່ອງສະມາຄົມອາຊ່ຽນນັ້ນ ທ່ານທອງລຸນກ່າວວ່າ “ອາຊຽນເປັນອົງການຈັດ ຕັ້ງພາກພື້ນ ທີ່ມີການຂະຫຍາຍຕົວໄວແລະບັນດາກົນໄກຕ່າງໆທີ່ອາຊຽນລິເລີ້ມ ຂຶ້ນກໍ່ກຳລັງຖືກຈັດຕັ້ງປະຕິບັດ ທີ່ເປັນຮູບປະທຳ. ສະນັ້ນ ພວກຂ້າພະເຈົ້າເຊື່ອ ໝັ້ນວ່າ ການສ້າງປະຊາຄົມເສດຖະກິດອາຊຽນ ໃນປີ 2015 ຈະປະກົດເປັນຈິງ ຢ່າງແນ່ນອນ ຊຶ່ງອາຊຽນຈະກາຍເປັນຕະຫຼາດ ແລະ ຖານການຜະລິດໜຶ່ງດຽວ ແລະມີຄວາມສາມາດແຂ່ງຂັນສູງຂຶ້ນກວ່າເກົ່າ ອັນຈະເປັນການສົ່ງເສີມການຄ້າ ການລົງທຶນຢູ່ພາກພື້ນ ແລະມີຄວາມພົວພັນຢ່າງກວ້າງຂວາງຕໍ່ພາຍນອກ ປັດຈຸ ບັນອາຊຽນກຳລັງຂຸ້ນຂ້ຽວສ້າງວິໄສທັດຫລັງ 2015 ແນໃສ່ຊຸກຍູ້ສ້າງຄວາມເຂັ້ມ ແຂງ ແລະຄວາມເປັນປຶກແຜ່ນ ພ້ອມທັງສົ່ງເສີມສັນ​ຕິ​ພາບ ແລະຄວາມຫມັ້ນຄົງ ຢູ່ໃນພາກພື້ນ ແລະສາກົນ.”

ທ່ານທອງລຸນກ່າວ​ໃນ​ທີ່​ສຸດວ່າ ປະເທດກຳລັງພັດທະນາ ທີ່ບໍ່ມີຊາຍແດນຕິດທະເລ ເປັນ ນຶ່ງໃນກຸ່ມປະເທດທີ່ມີສະພາບເງື່ອນໄຂພິເສດທີ່ວົງຄະນາຍາດສາກົນຮັບຮູ້. ການຈັດຕັ້ງ ປະຕິບັດແຜນການ ອານມາຕີ ກ່ຽວກັບການແກ້ໄຂບັນຫາສະເພາະ ຂອງປະເທດກຳລັງ ພັດທະນາທີ່ບໍ່ມີຊາຍແດນຕິດທະເລນັ້ນ ເຫັນວ່າ ມີຫລາຍອັນເຮັດຍັງບໍ່ທັນໄດ້ ຕາມເປົ້າ ໝາຍທີ່ວາງໄວ້. ສະນັ້ນ ຈຶ່ງຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາແລະປະເທດທາງຜ່ານໃຫ້ການ ປະກອບສ່ວນໃນກອງປະຊຸມສະຫະປະຊາຊາດຄັ້ງທີ 2 ວ່າດ້ວຍປະເທດກຳລັງພັດທະນາ ທີ່ບໍ່ມີຊາຍແດນຕິດທະເລຊຶ່ງຈະຈັດຂຶ້ນໃນຕົ້ນເດືອນພະຈິກທີ່ຈະມາເຖິງນີ້ຢູ່ນະຄອນຫຼວງ ວຽນນາ ປະເທດອອສເຕຣຍ.

XS
SM
MD
LG