ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວກະສິກອນລາວຕ້ອງການການຊ່ວຍເຫຼືອຫຼາຍຂຶ້ນ ເພື່ອຈະປັບປຸງການຜະລິດສິນຄ້າໃຫ້ໄດ້ຄຸນນະພາບ


ຊາວນາລາວ.
ຊາວນາລາວ.

ຊາວກະສິກອນລາວຕ້ອງການການຊ່ວຍເຫຼືອຫຼາຍຂຶ້ນ ເພື່ອຈະປັບປຸງການຜະລິດສິນຄ້າໃຫ້ໄດ້ຄຸນນະພາບ ແລະສົ່ງອອກໄປຕ່າງປະເທດໄດ້ຢ່າງແທ້ຈິງ ຖ້າບໍ່ດັ່ງ ນັ້ນ ລາວກໍຍັງຈະຕ້ອງຂາດດຸນການຄ້າຕໍ່ໄປ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ຊາວກະສິກອນລາວຢືນຢັນວ່າ ສາເຫດສໍາຄັນທີ່ເຮັດໃຫ້ລາວຕ້ອງປະເຊີນກັບວິກິດການທາງເສດຖະກິດຢ່າງໜັກໜ່ວງກໍຄື ການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ລາວຕ້ອງປະເຊີນກັບບັນຫາຂາດແຄນເງິນຕາຕ່າງປະເທດຢ່າງຮຸນແຮງ ນັບຈາກເກີດການລະບາດ ພະຍາດໄວຣັສໂຄວິດ-19 ທີ່ສົມທົບດ້ວຍສົງ ຄາມ ຣັດເຊຍກັບ ຢູເຄຣນ ແລະການຕົກຕໍ່າຂອງພາກທ່ອງທ່ຽວນໍານັ້ນ ກໍຍິ່ງໃຫ້ອັດຕາເງິນເຟີ້ ແລະດັດຊະນີລາຄາສິນຄ້າໃນລາວໄດ້ປັບໂຕສູງຂຶ້ນນັບມື້, ສ່ວນການຜະລິດສິນຄ້າໃນລາວກໍມີຄຸນນະພາບຕໍ່າ ຈຶ່ງບໍ່ສາມາດສົ່ງອອກໄປຕ່າງປະ ເທດໄດ້ເລີຍ ທັງຍັງບໍ່ສາມາດຈະຕອບສະໜອງຄວາມຕ້ອງການພາຍໃນໄດ້ຢ່າງພຽງພໍ ໃນຂະນະທີ່ການຊ່ວຍເຫຼືອຈາກລັດຖະບານລາວກໍມີຢ່າງຈໍາກັດນໍານັ້ນ ຈຶ່ງເປັນໄປໄດ້ຍາກທີ່ລາວຈະຫຼຸດພົ້ນຈາກວິກິດການທາງເສດຖະກິດ, ດັ່ງທີ່ຊາວກະສິ ກອນລາວ ຢືນຢັນວ່າ:

“ຢາກໃຫ້ລັດຖະບານລົງທຶນໃສ່ພັດທະນາຊົນນະບົດ ຄັນບໍ່ລົງທຶນສ້າງແທ້ໆນິບໍ່ຈະ ເລີນແລ້ວ ມີບາງບ້ານໄປໄດ້ແຕ່ຍາມແລ້ງ ຍາມຝົນໄປບໍ່ໄດ້ເພາະວ່າມັນມີຫ້ວຍມີຮ່ອງ ບາງບ່ອນກະບໍ່ມີຂົວຂ້າມນໍ້າ ຍາມແລ້ງກະມີແຕ່ຂີ້ຝຸ່ນຫັ້ນແລ້ວ ວິທີພັດທະ ນາກະລັດຈະຕ້ອງໄດ້ລົງທຶນ ຖ້າທຶນບໍ່ພໍກະໄດ້ລະດົມທຶນຈາກປະຊາຊົນບ້ານຕ່າງໆ ອອກເງິນໃສ່ສົມທົບສ້າງທາງເພື່ອຍົກລົດັບການດໍາລົງຊີວິດຂອງປະຊາຊົນ ຫັ້ນແລ້ວ.”

ໃນປີ 2023, ລາວສົ່ງສິນຄ້າກະສິກໍາໄປຕ່າງປະເທດໄດ້ໃນມູນຄ່າລວມຫຼາຍກວ່າ 2,000 ລ້ານໂດລາ, ເພີ້ມຂຶ້ນຫຼາຍກວ່າ 25 ເປີເຊັນ ທຽບໃສ່ປີ 2022, ໃນນີ້ ການສົ່ງອອກພືດ ແລະຜະລິດຕະພັນຈາກພືດທີ່ມີມູນຄ່າລວມຫຼາຍກວ່າ 1,800 ລ້ານໂດລາ ແລະສົ່ງອອກສັດປີກ, ງົວ, ຄວາຍ, ໝູ, ແບ້ ແລະແກະ ໃນມູນຄ່າລວມເກືອບ 200 ລ້ານໂດລາ, ເຖິງແມ່ນລາວຈະໄດ້ຮັບໂຄຕ້າໃນການສົ່ງງົວໄປຈີນຮອດ 5 ແສນໂຕໃນແຕ່ລະປີກໍຕາມ ແຕ່ດ້ວຍລະບົບການລ້ຽງງົວ ທີ່ຍັງບໍ່ໄດ້ມາດຕະຖານຕາມກໍານົດຂອງລັດຖະບານຈີນ ຈຶ່ງບໍ່ສາມາດສົ່ງງົວໄປຈີນໄດ້ຕາມໂຄຕ້າດັ່ງກ່າວ, ສ່ວນການພັດທະນາຊົນນະບົດທີ່ຂາດເຂີນງົບປະມານຢ່າງໜັກນັ້ນ ກໍຍັງເຮັດໃຫ້ບັນຫາຍາກຈົນໃນລາວເພີ້ມຂຶ້ນອີກດ້ວຍ, ດັ່ງທີ່ ທ່ານເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ຖະແຫຼງຢືນຢັນວ່າ:

“ໃນທົ່ວປະເທດມີ 145 ເມືອງ ແລະ 3 ນະຄອນ, ມີ 8,426 ບ້ານ, 1,239,702 ຄອບຄົວ, ມີເມືອງພົ້ນທຸກ 53 ເມືອງ, ບ້ານພົ້ນທຸກ 4,796 ບ້ານ, ຄອບຄົວພົ້ນທຸກ 964,149 ຄອບຄົວ, ຄອບຄົວພັດທະນາມີ 736,996 ຄອບຄົວ, ບ້ານພັດທະນາມີ 747 ບ້ານ, ບ້ານໃຫຍ່ກາຍເປັນໂຕເມືອງຢູ່ໃນເຂດຊົນນະບົດມີ 14 ບ້ານ ແລະມີເມືອງເຂັ້ມແຂງຮອບດ້ານ 5 ເມືອງ.”

ໂດຍກະຊວງການຄ້າຈີນໄດ້ກໍານົດ 12 ເງື່ອນໄຂລວມສໍາລັບການນໍາເຂົ້າງົວຈາກລາວກໍຄື ງົວຕ້ອງມີນໍ້າໜັກ 350 ກິໂລກຣາມຂຶ້ນໄປ, ອາຍຸບໍ່ເກີນ 4 ປີ, ຕ້ອງມາຈາກພື້ນທີ່ທີ່ປາສະຈາກພະຍາດປາກປື່ອຍລົງເລັບ, ຕ້ອງລ້ຽງຢູ່ໃນເຂດທ້ອນໂຮມຢ່າງໜ້ອຍ 45 ມື້, ຕ້ອງມີການລ້ຽງແຍກເພດ, ຈະຕ້ອງກວດບໍ່ພົບພະຍາດຕິດຕໍ່ທຸກຊະນິດ, ຕ້ອງຂຶ້ນທະບຽນສັດ, ກວດການຖືພາ, ສັກຢາກັນໂຣກປາກເປື່ອຍລົງເລັບ 2 ເຂັມ, ຈັດເກັບໂຕຢ່າງ ແລະວິໄຈພະຍາດເປັນປະຈໍາທຸກເດືອນ, ຕິດຕາມການໃຫ້ອາຫານ ແລະຢາປິ່ນປົວ, ຄວບຄຸມການເຂື່ອນຍ້າຍທີ່ໄດ້ມາດຕະຖານ ແລະຕ້ອງກັກສັດ 30 ວັນກ່ອນທີ່ຈະສົ່ງໄປຈີນ.

ສ່ວນການສົ່ງອອກສິນຄ້າກະສິກໍາຂອງລາວໄປຈີນໃນປີ 2023 ມີມູນຄ່າລວມເກີນກວ່າ 1,500 ລ້ານໂດລາ ໃນນີ້ ຄິດເປັນສັດສ່ວນຮອດ 85 ເປີເຊັນທີ່ເປັນໂຄຕ້າພິເສດທີ່ລັດຖະບານຈີນອະນຸຍາດໃຫ້ນໍາເຂົ້າສິນຄ້າກະສິກໍາຈາກລາວຈໍານວນ 18 ຊະນິດ, ສ່ວນໃນປີ 2024 ນີ້ ລັດຖະບານລາວຍັງຄາດຫວັງວ່າ ລັດຖະບານຈີນຈະເພີ້ມໂຄຕ້າໃຫ້ອີກໃນ 91 ຊະນິດ, ເຊິ່ງລັດຖະບານລາວ ໄດ້ສະເໜີຕໍ່ລັດຖະ ບານຈີນໄປແລ້ວ ແຕ່ຍັງບໍ່ມີທ່າທີວ່າທາງການຈີນຈະເພີ້ມໂຄຕ້າ ການນໍາເຂົ້າສິນ ຄ້າກະສິກໍາຈາກລາວຕາມການສະເໜີດັ່ງກ່າວມາແຕ່ແນວໃດເລີຍ.

ສ່ວນນັກທຸລະກິດໃນສະພາການຄ້າ ແລະອຸດສາກະກໍາແຫ່ງຊາດລາວກໍເປີດເຜີຍວ່າ ກະຊວງກະສິກໍາ ແລະປ່າໄມ້ ໄດ້ວາງເປົ້າໝາຍຈະຊຸກຍູ້ການຜະລິດເຂົ້າໃຫ້ໄດ້ໃນປະລິມານລວມເກີນກວ່າ 3.9 ລ້ານໂຕນໃນປີ 2024 ເຊິ່ງຈະເຮັດໃຫ້ລາວມີຜົນຜະລິດເຂົ້າເປັນສິນຄ້າສົ່ງອອກໄປຕ່າງປະເທດໃນປະລິມານລວມ 1.9 ລ້ານໂຕນ ແຕ່ກໍຄົງຈະເປັນໄປໄດ້ຍາກເພາະວ່າ ສະມັດຕະພາບການຜະລິດເຂົ້າຂອງຊາວກະສິກອນລາວຍັງຕໍ່າ ເຊິ່ງຈະເຫັນໄດ້ຈາກການເພີ້ມຜົນຜະລິດດ້ວຍການເພີ້ມພື້ນທີ່ປູກເປັນດ້ານຫຼັກ ເພາະວ່າຊາວກະສິກອນລາວຍັງຂາດເຂີນ ທັງໃນດ້ານເງິນທຶນ ແລະເທັກນິກການຜະລິດທີ່ທັນສະໄໝນັ້ນເອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG