ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຊາວກະສິກອນລາວ ຕ້ອງການໃຫ້ລັດຖະບານລາວຊ່ວຍເຫຼືອ ໃນດ້ານການຫລຸດຕົ້ນທຶນ ການຜະລິດສິນຄ້າ


ຊາວກະສິກອນລາວ ກຳລັງພາກັນດຳນາປູກເຂົ້າ ໃຫ້ທັນກັບລະດູການ.
ຊາວກະສິກອນລາວ ກຳລັງພາກັນດຳນາປູກເຂົ້າ ໃຫ້ທັນກັບລະດູການ.

ຊາວກະສິກອນລາວ ຕ້ອງການໃຫ້ລັດຖະບານລາວຊ່ວຍເຫຼືອ ໃນດ້ານການຫລຸດຕົ້ນທຶນການຜະລິດສິນຄ້າ ເພື່ອເຮັດໃຫ້ສິນຄ້າກະສິກຳຂອງລາວ ສາມາດທີ່ຈະແຂ່ງຂັນດ້ານລາຄາໃນຕະຫຼາດຕ່າງປະເທດໄດ້ຢ່າງແທ້ຈິງ.

ຊາວກະສິກອນລາວ ຢືນຢັນວ່າ ສາເຫດສຳຄັນທີ່ເຮັດໃຫ້ລາວ ຍັງຕ້ອງປະເຊີນກັບວິກິດການທາງເສດຖະກິດຢ່າງໜັກໜ່ວງ ກໍຄືການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ຊຶ່ງເຮັດໃຫ້ລາວຕ້ອງປະເຊີນກັບບັນຫາຂາດແຄນເງິນຕາຕ່າງປະເທດຢ່າງຮຸນແຮງ ສ່ວນການຜະລິດສິນຄ້າໃນລາວ ກໍຍັງມີຄຸນນະພາບຕ່ຳ ແຕ່ກັບມີຕົ້ນທຶນການຜະລິດສູງ ຊຶ່ງນອກຈາກຈະເຮັດໃຫ້ສິນຄ້າກະສິກຳສ່ວນໃຫຍ່ຂອງລາວ ບໍ່ສາມາດສົ່ງອອກໄປຕ່າງປະເທດໄດ້ ແລ້ວກໍຍັງເຮັດໃຫ້ສິນຄ້າທີ່ສົ່ງອອກໄປນັ້ນ ບໍ່ສາມາດແຂ່ງຂັນດ້ານລາຄາໃນຕະຫຼາດຕ່າງປະເທດໄດ້ເລີຍອີກດ້ວຍ ເພາະວ່າ ປັດໄຈການຜະລິດໃນລາວ ມີລາຄາແພງແລະບໍ່ສາມາດຕອບສະໜອງຄວາມຕ້ອງການໃນດ້ານການຜະລິດກະສິກຳໄດ້ຢ່າງພຽງພໍອີກດ້ວຍ ໃນຂະນະທີ່ການຊ່ວຍເຫຼືອຈາກລັດຖະບານລາວ ກໍມີຢ່າງຈຳກັດດ້ວຍນັ້ນ ຈຶ່ງເປັນໄປໄດ້ຍາກທີ່ຊາວກະສິກອນໃນລາວ ຈະສາມາດຫລຸດພົ້ນຈາກວິກິດການດ້ານຕົ້ນທຶນການຜະລິດສູງໄດ້ຢ່າງແທ້ຈິງ ດັ່ງທີ່ຊາວກະສິກອນລາວ ໄດ້ໃຫ້ການຢືນຢັນວ່າ:

“ກະຊວງກະສິກຳຫັ້ນ ຄວນສ້າງສູນກະສິກຳຫັ້ນຫຼາຍຂຶ້ນ ແຕ່ລະແຂວງ ແຕ່ລະເມືອງຫັ້ນ ເພື່ອສະໜອງແນວພັນພືດແລະສັດ ຫຼືວ່າປຸຍຕ່າງໆ ໃຫ້ປະຊາຊົນໄດ້ນຳໃຊ້ ຫຼືວ່າ ການຊື້ແນວພັນຕ່າງໆ ໃຫ້ຫລຸດລົງ ເພື່ອເປັນການສົ່ງເສີມປະຊາຊົນໃນການປູກແລະການລ້ຽງໃຫ້ໄດ້ຫຼາຍຂຶ້ນ ຜ່ານມານີ້ ແມ່ນປະຊາຊົນຍັງຕື່ນຕົວເອງໃນການຜະລິດຫັ້ນນະ ຂະແໜງການກ່ຽວຂ້ອງຍັງບໍ່ທັນລົງໄປຊຸກຍູ້ແລະຊີ້ນຳໃນການຈັດຕັ້ງປະຕິບັດ ໃນການປູກແລະການລ້ຽງນີ້ເທື່ອ.”

ສ່ວນນັກທຸລະກິດໃນສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ ກໍເປີດເຜີຍວ່າ ກະຊວງກະສິກຳແລະປ່າໄມ້ ໄດ້ວາງເປົ້າໝາຍຈະຊຸກຍູ້ການຜະລິດເຂົ້າໃຫ້ໄດ້ໃນປະລິມານລວມເກີນກວ່າ 3.6 ລ້ານໂຕນ ໃນປີ 2024 ຊຶ່ງຈະເຮັດໃຫ້ລາວ ມີຜົນຜະລິິດເຂົ້າເປັນສິນຄ້າສົ່ງອອກໄປຕ່າງປະເທດ ໃນປະລິມານລວມ 1.9 ລ້ານໂຕນ ຫາກແຕ່ກໍຄົງຈະເປັນໄປໄດ້ຍາກເພາະວ່າ ສະມັດຕະພາບການຜະລິດເຂົ້າຂອງຊາວກະສິກອນລາວ ຍັງຕ່ຳ ຊຶ່ງຈະເຫັນໄດ້ຈາກການເພີ້ມຜົນຜະລິດດ້ວຍການເພີ້ມພື້ນທີ່ປູກເປັນດ້ານຫລັກ ເພາະວ່າ ຊາວກະສິກອນລາວ ຍັງມີຄວາມສາມາດຢ່າງຈຳກັດ ທັງໃນດ້ານເງິນທຶນແລະເທັກນິກການຜະລິດທີ່ທັນສະໄໝ ຊຶ່ງເມື່ອສົມທົບກັບຕົ້ນທຶນການຜະລິດສູງດ້ວຍແລ້ວ ກໍຍິ່ງເປັນບັນຫາທີ່ຫຍຸ້ງຍາກຫຼາຍຂຶ້ນໄປອີກ ດັ່ງທີ່ນັກທຸລະກິດລາວ ຢືນຢັນວ່າ:

“ໃນບັນດາສິ່ງທີ່ເຮົາຜະລິດໄດ້ ຝຸ່ນປຸຍຫຼືວ່າອາຫານສັດນີ້ ສັງເກດເຫັນວ່າ ຍັງບໍ່ທັນສາມາດແຂ່ງຂັນດ້ານລາຄາ ຄຸນນະພາບ ແລະປະລິມນໄດ້ ເພາະວ່າ ເຮົາສັງເກດໃນລາຄາຜະລິດຕະພັນທີ່ນຳໃຊ້ເຄື່ອງທີ່ຜະລິດພາຍໃນນີ້ ກໍຍັງບໍ່ທັນເຮັດໃຫ້ລາຄາຕະຫຼາດຫລຸດລົງ ອັນນີ້ ຢາກຖາມວ່າ ທ່ານລັດຖະມົນຕີ ໃນຕໍ່ໜ້ານີ້ ຈະມີວິທີການແນວໃດຕື່ມ? ເພື່ອສົ່ງເສີມໃຫ້ສາມາດແຂ່ງຂັນກັບຕະຫຼາດພາຍນອກໄດ້ ເພາະວ່າ ປຸຍນີ້ ກະສອບລະລ້ານ ຫົວອາຫານກະສອບນຶ່ງ 3 ຫາ 4 ແສນ ເວລາຜະລິດຕະພັນອອກມາ ກໍເທົ່າກັບຊື້ເອົາມາຈາກທາງນອກຄືເກົ່າ.”

ໃນປີ 2023 ລາວສົ່ງສິນຄ້າກະສິກຳໄປຕ່າງປະເທດໄດ້ໃນມູນຄ່າລວມກວ່າ 2,000 ລ້ານໂດລາ ເພີ້ມຂຶ້ນກວ່າ 25 ເປີເຊັນ ທຽບໃສ່ປີ 2022 ໃນນີ້ ເປັນການສົ່ງອອກພືດແລະຜະລິດຕະພັນຈາກພືດທີ່ມູນຄ່າລວມ 1,800 ກວ່າລ້ານໂດລາ ແລະສົ່ງອອກສັດປີກ ງົວ ຄວາຍ ໝູ ແບ້ ແລະແກະໃນມູນຄ່າລວມເກືອບ 200 ລ້ານໂດລາ ເຖິງແມ່ນວ່າ ລາວຈະໄດ້ຮັບໂຄວຕາໃນການສົ່ງງົວໄປຈີນ ເຖິງ 5 ແສນໂຕໃນແຕ່ລະປີກໍຕາມ ແຕ່ດ້ວຍລະບົບການລ້ຽງງົວທີ່ຍັງບໍ່ໄດ້ມາດຕະຖານຕາມກຳນົດຂອງລັດຖະບານຈີນ ຈຶ່ງບໍ່ສາມາດສົ່ງງົວໄປຈີນໄດ້ ຕາມໂຄວຕາດັ່ງກ່າວ:

ສ່ວນການສົ່ງອອກສິນຄ້າກະສິກຳຂອງລາວໄປຈີນ ໃນປີ 2023 ມີມູນຄ່າລວມເກີນກວ່າ 1,500 ລ້ານໂດລາ ໃນນີ້ ຄິດເປັນສັດສ່ວນເຖິງ 85 ເປີເຊັນ ທີເປັນໂຄວຕາພິເສດທີ່ລັດຖະບານຈີນ ອະນຸຍາດໃຫ້ນຳເຂົ້າສິນຄ້າກະສິກຳຈາກລາວ ຈຳນວນ 18 ຊະນິດ ສ່ວນໃນປີ 2024 ນີ້ ລັດຖະບານລາວ ຍັງຄາດຫວັງວ່າ ລັດຖະບານຈີນ ຈະເພີ້ມໂຄວຕາໃຫ້ອີກໃນ 91 ຊະນິດ ຊຶ່ງລັດຖະບານລາວ ໄດ້ສະເໜີຕໍ່ລັດຖະບານຈີນ ໄປແລ້ວ ຫາກແຕ່ກໍຍັງບໍ່ມີທີທ່າທາງການຈີນ ຈະເພີ້ມໂຄວຕາການນຳເຂົ້າສິນຄ້າກະສິກຳຈາກລາວ ຕາມການສະເໜີດັ່ງກ່າວແຕ່ຢ່າງໃດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG