ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວກະສິກອນລາວ ມີງົວພຽງແຕ່ 10,000 ໂຕເທົ່ານັ້ນທີ່ສາມາດສົ່ງໄປຂາຍໃຫ້ຈີນໄດ້


ພາບຂອງງົວ ຢູ່ທີ່ຟາມລ້ຽງງົວແຫ່ງນຶ່ງໃນ ສປປ ລາວ.
ພາບຂອງງົວ ຢູ່ທີ່ຟາມລ້ຽງງົວແຫ່ງນຶ່ງໃນ ສປປ ລາວ.

ກະສິກອນລາວ ມີງົວພຽງແຕ່ 10,000 ໂຕເທົ່ານັ້ນທີ່ສາມາດສົ່ງໄປຂາຍໃຫ້ຈີນໄດ້ຕາມເງື່ອນໄຂທີ່ທາງການຈີນກໍານົດຢ່າງເຂັ້ມງວດ ກ່ຽວກັບມາດຕະການປ້ອງກັນການລະບາດພະຍາດໄວຣັສ-19. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານນາງວິໄລວອນ ວໍລະພິມ, ຫົວໜ້າກົມລ້ຽງສັດ ແລະປະມົງຖະແຫຼງວ່າ ການລະບາດພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍໃນປີ 2021 ໄດ້ສົ່ງຜົນກະທົບເຮັດໃຫ້ກະສິກອນລາວສາມາດສົ່ງອອກງົວ-ຄວາຍໄປ ຈີນ ໄດ້ພຽງ 2,013 ໂຕເທົ່ານັ້ນ ຫຼື ບໍ່ເຖິງ 5 ເປີເຊັນຂອງແຜນການ ຍ້ອນທາງການຈີນໄດ້ເພີ້ມຄວາມເຂັ້ມງວດເຂົ້າໃນການກວດກາສຸຂະພາບງົວ-ຄວາຍ ກ່ອນທີ່ຈະນໍາເຂົ້າຈາກລາວ ນັບແຕ່ເດືອນມິຖຸນາ 2021 ຈົນເຖິງເດືອນເມສາ 2022 ຈຶ່ງໄດ້ເລີ້ມຜ່ອນຜັນໃຫ້ນໍາເຂົ້າງົວ-ຄວາຍຈາກລາວໄດ້ອີກເທື່ອໃໝ່, ແຕ່ວ່າ ຊາວກະສິກອນລາວກໍມີງົວ-ຄວາຍພຽງ 10,000 ກວ່າໂຕເທົ່ານັ້ນ ຈາກທັງໝົດ 30,000 ກວ່າໂຕທີ່ມີຄຸນສົມບັດຕາມເງືື່ອນໄຂທີ່ທາງການ ຈີນ ກໍານົດ, ດັ່ງທີ່ ທ່ານນາງວິໄລວອນ ໄດ້ໃຫ້ການຢືນຢັນວ່າ:

“ເດືອນ 6 ຂອງປີ 2021 ກໍມາຖືກພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍ ຖ້າວ່າເຮົາລາຍງານຕໍ່ອົງການພະຍຸພະຍາດສັດສາກົນຫັ້ນແລ້ວ ເຂົາກໍຈະເຫັນໝົດວ່າປະເທດລາວເກີດພະຍາດນັ້ນ ພະຍາດນີ້ ເກີດຢູ່ໃສກໍຢ່າ ຢຸດການນໍາເຂົ້າ, ໃຊ້ເວລາຈາກເດືອນ 6 ຫາກໍມາເປີດອະນຸຍາດປົດລັອກໃຫ້ລາວທ້າຍເດືອນ 4, ຈັງຊັ້ນ ເວລານີ້ແມ່ນເວລາທີ່ພວກເຮົາກໍາລັງກຽມຊິເອົາງົວອອກໄປເນາະ ຜູ້ປະກອບການມີງົວ ແຕ່ວ່າມັນກໍບໍ່ທັນເຖິງກໍາລັງ ງົວພັນພວກເຮົາທີ່ວ່າຂະໜາດໃຫຍ່ມີ 30,000 ກວ່າໂຕ ປັດຈຸບັນນີ້ສາມາດເອົາອອກໄດ້ 10,000 ກວ່າໂຕ.”

ທັງນີ້ ພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍ ໄດ້ເກີດການລະບາດໃນ 126 ບ້ານຂອງ 30 ເມືອງ ໃນເຂດ 7 ແຂວງພາກກາງ ໂດຍມີງົວ-ຄວາຍຫຼາຍກວ່າ 25,000 ໂຕທີ່ຕິດພະຍາດັ່ງກ່າວ ໃນນີ້ກໍຄິດເປັນເກີນກວ່າ 15 ເປີເຊັນທີ່ຕາຍໄປ ສ່ວນເກີນກວ່າ 80 ເປີເຊັນໄດ້ຮັບການຮັກສາຈົນເຊົາແລ້ວ ຫາກແຕ່ທາງການ ຈີນ ກໍຍັງບໍ່ອະນຸຍາດໃຫ້ນໍາເຂົ້າງົວ-ຄວາຍຈາກລາວຈົນເຖິງປັດຈຸບັນນີ້ ເຮັດໃຫ້ທາງການລາວຕ້ອງດໍາເນີນການເພື່ອເຮັດໃຫ້ທາງການ ຈີນ ໝັ້ນໃຈວ່າບໍ່ມີການລະບາດພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍຢູ່ໃນລາວແລ້ວທັງ 18 ແຂວງ ໂດຍສະເພາະແມ່ນເຂດເມືອງສິງໃນແຂວງຫຼວງນໍ້າທາ ທີ່ເປັນຈຸດສົ່ງງົວ-ຄວາຍຈາກລາວໄປຈີນນັ້ນກໍໄດ້ເພີ້ມມາດຕະການກວດກາຢ່າງເຂັ້ມງວດຫຼາຍຂຶ້ນເປັນພິເສດ ດ້ວຍຄວາມຫວັງວ່າທາງການ ຈີນ ຈະເລີ້ມນໍາເຂົ້າງົວ-ຄວາຍຈາກລາວໃນໄວໆນີ້.

ກະຊວງການຄ້າຂອງ ຈີນ ໄດ້ສະແດງຄວາມຕ້ອງການທີ່ຈະຮັບຊື້ງົວຈາກລາວ 5 ໂຕຕໍ່ປີ ເມື່ອປີ 2019 ທີ່ຜ່ານມາ, ແຕ່ວ່າການລ້ຽງງົວໃນລາວຈະຕ້ອງໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດໃນ ຈີນ, ໂດຍທາງການ ຈີນ ໄດ້ຕັ້ງດ່ານກວດ ແລະຈັດສົ່ງຄະນະຜູ້ຊ່ຽວຊານມາກວດຟາມລ້ຽງງົວໃນລາວທີ່ຈະສົ່ງງົວໄປ ຈີນ, ເພາະການສົ່ງງົວຈາກລາວໄປ ຈີນ ໃນໄລຍະຜ່ານມານັ້ນ ເປັນການລັກລອບຢ່າງຜິດກົດໝາຍ ເຊິ່ງທາງການ ຈີນ ຢ້ານວ່າຈະເຮັດໃຫ້ເກີດພະຍາດໃນສັດ ຈຶ່ງຕ້ອງຕັ້ງດ່ານກວດສັດດັ່ງກ່າວ.

ພາບຂອງຝູງງົວ ຢູ່ທີ່ຟາມລ້ຽງງົວແຫ່ງນຶ່ງໃນ ສປປ ລາວ.
ພາບຂອງຝູງງົວ ຢູ່ທີ່ຟາມລ້ຽງງົວແຫ່ງນຶ່ງໃນ ສປປ ລາວ.

ນອກຈາກນັ້ນ ງົວທີ່ຈະສາມາດສົ່ງໄປ ຈີນ ໄດ້ກໍຍັງຈະຕ້ອງມີນໍ້າໜັກຕັ້ງແຕ່ 350 ກິໂລກຣາມຂຶ້ນໄປ ແລະມີອາຍຸບໍ່ເກີນ 4 ປີ ໂດຍໃນປີ 2019 ລາວໄດ້ສົ່ງງົວ-ຄວາຍໄປ ຈີນ 8 ໝື່ນໂຕ ແລະ 2 ໝື່ນໂຕຕາມລໍາດັບ, ແລະຫຼຸດລົງໃນປີ 2020-2021 ຍ້ອນການລະບາດພະຍາດໄວຣັສໂຄວິດ-19, ແລະໃນລາວມີຟາມລ້ຽງງົວ-ຄວາຍທີ່ໄດ້ມາດຕະຖານພຽງ 290 ແຫ່ງ ມີງົວ 45,000 ໂຕ ກັບຄວາຍ 7,000 ໂຕເທົ່ານັ້ນ.

ທັງນີ້ ກົມຜະລິດກະສິກໍາກອງທັບປະຊາຊົນລາວ ແລະບໍລິສັດສາງຈຽງການລົງທຶນຈາກຈີນ ໄດ້ຕັ້ງບໍລິສັດຮ່ວມທຶນກະສິກໍາຄົບວົງຈອນດ້ວຍເງິນລົງທຶນລວມ 300 ລ້ານໂດລາ ມີໄລຍະດໍາເນີນການ 30 ປີ ສາມາດ​ທີ່ຈະຕໍ່ສັນຍາໄດ້ 2 ຄັ້ງ ຄັ້ງລະ 30 ປີ ໂດຍມີເປົ້າໝາຍເພື່ອພັດທະນາການລ້ຽງສັດໃນລາວໃຫ້ໄດ້ມາດຕະຖານ ແລະສົ່ງງົວໄປຈີນໃຫ້ໄດ້ເຖິງ 4 ແສນໂຕຕໍ່ປີ ຫຼື 80 ເປີເຊັນຂອງໂຄຕ້າທັງໝົດທີ່ ຈີນ ຈະຮັບຊື້ງົວຈາກລາວ 5 ແສນໂຕຕໍ່ປີ, ສ່ວນການພັດທະນາການລ້ຽງງົວຂອງກະສິກອນລາວນັ້ນ ກໍຄາດວ່າລາວຈະສາມາດຕອບສະໜອງຄວາມຕ້ອງການຂອງ ຈີນ ໄດ້ແທ້ໃນໄລຍະ 8-10 ປີຂ້າງໜ້າ ດ້ວຍການຮຽນຮູ້ ແລະຮັບການຖ່າຍທອດວິທະຍາການດ້ານການລ້ຽງສັດຈາກບໍລິສັດສາງຈຽງຂອງ ຈີນ ດັ່ງກ່າວ.

XS
SM
MD
LG