ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຍັງຈະຕ້ອງປະເຊີນກັບ ບັນຫາຂາດດຸນການຄ້າ ຫລາຍຂຶ້ນ


ເງິນຕາຕ່າງປະເທດ
ເງິນຕາຕ່າງປະເທດ

ລາວຍັງຈະຕ້ອງປະເຊີນກັບບັນຫາຂາດດຸນການຄ້າຫລາຍຂຶ້ນ ເນື່ອງຈາກວ່າການຜະລິດສິນຄ້າຂອງລາວ ເພື່ອການສົ່ງອອກນັ້ນ ຍັງບໍ່ຫລາກຫລາຍ ຈຶ່ງບໍ່ສາມາດແຂ່ງຂັນໃນຕະຫລາດການຄ້າສາກົນໄດ້ເລີຍນັ້ນເອງ ຊຶ່ງຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ດຣ. ອັດ ພິສານວານິດ ຜູ້ອຳນວຍການສະຖາບັນສຶກສາວິໄຈການຄ້າຕ່າງປະເທດ ມະຫາວິທະຍາໄລຫໍການຄ້າໄທ ໃຫ້ທັດສະນະວ່າ ປະຊາຊົນລາວ ຍັງຈະຕ້ອງປະເຊີນກັບບັນຫາຄ່າຄອງຊີບ ທີ່ປັບໂຕສູງຂຶ້ນຕໍ່ໄປ ເພາະສາເຫດສຳຄັນທີ່ເຮັດໃຫ້ເກີດບັນຫາດັ່ງກ່າວໃນລາວນັ້ນ ກໍມີທັງປັດໄຈພາຍນອກ ແລະປັດໄຈພາຍໃນ ກໍຄືການລະບາດໄວຣັສໂຄວິດ-19 ສົງຄາມລະຫວ່າງຣັດເຊຍ ກັບຢູເຄຣນ ການຂັດແຍ້ງທາງການຄ້າລະຫວ່າງຈີນ ກັບສະຫະລັດ ອາເມຣິກາ ແລະການຂາດຸນການຄ້າຕ່າງປະເທດ ທີ່ຍັງບໍ່ມີທີທ່າວ່າ ຈະຫລຸດລົງແຕ່ຢ່າງໃດ ຊຶ່ງກໍເປັນຍ້ອນວ່າ ການຜະລິດສິນຄ້າຂອງລາວ ເພື່ອສົ່ງອອກໄປຕ່າງປະເທດນັ້ນ ຍັງບໍ່ມີຄວາມຫລາກຫລາຍ ຈຶ່ງບໍ່ສາມາດແຂ່ງຂັນໃນຕະຫລາດການຄ້າສາກົນໄດ້ເລີຍ ໂດຍບັນຫາທີ່ຕິດຕາມມາກໍຄືອັດຕາເງິນເຟິ້ສູງ ແລະການຕົກຕໍ່າລົງຢ່າງຮຸນແຮງຂອງຄ່າເງິນກີບ ດັ່ງທີ່ ດຣ. ອັດ ໃຫ້ການຢືນຢັນວ່າ:

“ຄ່າເງິນກີບອ່ອນມາຫລາຍ ເຫດຜົນທີ່ສຳຄັນກໍຄື ຖືກທັງໂຄວິດ ຕໍ່ດ້ວຍສົງ ຄາມຣັດເຊຍ-ຢູເຄຣນ ແລ້ວ ສປປ. ລາວ ກໍເປັນປະເທດທີ່ຕ້ອງເພິ່ງພານໍ້າມັນ ປຸຍ ອາຫານການກິນຫັ້ນ 90 ເປີເຊັນ ຈາກຕ່າງປະເທດ ເວລາຊື້ສິນຄ້າຈາກຕ່າງປະເທດ ກໍຈະຕ້ອງໃຊ້ເງິນຕາຕ່າງປະເທດ ແລ້ວກໍທີ່ສຳຄັນ ກໍຄືວ່າ ເປັນຫຍັງ? ສປປ. ລາວ ບໍ່ສາມາດທີ່ຈະເອົາເງິນຕາຕ່າງປະເທດເຂົ້າມາໄດ້ ກໍເພາະວ່າສິນຄ້າໃນການສົ່ງອອກຫັ້ນ ມີບໍ່ມີຫລາກຫລາຍ ລາຍໄດ້ຫລັກໆ ກໍຈະເປັນຈາກໄຟຟ້າ ແຮ່ທາດຕ່າງໆ.”

ສ່ວນນັກທຸລະກິດໃນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ໃຫ້ທັດສະນະວ່າ ການຈັດຕັ້ງປະຕິບັດມາດຕະການຄວບຄຸມລາຄາສິນຄ້າອຸບປະໂພກບໍລິໂພກ ທີ່ບໍ່ມີປະສິດທິພາບ ນອກຈາກຈະກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງໜັກໜ່ວງ ເພາະຕ້ອງແບກຮັບພາລະຄ່າຄອງຊີບທີ່ສູງຂຶ້ນນັບມື້ແລ້ວ ກໍຍັງປາກົດວ່າໄດ້ມີການປ່ອຍປະໃຫ້ມີການລັກລອບນຳເຂົ້າສິນຄ້າຈາກຕ່າງປະເທດໂດຍຜິດກົດໝາຍ ຢ່າງກວ້າງຂວາງອີກດ້ວຍ ໂດຍນອກຈາກຈະກະທົບຕໍ່ສິນຄ້າທີ່ຜະລິດໃນລາວ ແລະເຮັດໃຫ້ລັດຖະບານລາວ ຕ້ອງສູນເສຍລາຍຮັບດ້ານພາສີອາກອນແລ້ວ ກໍຍັງເຮັດໃຫ້ປະຊາຊົນລາວຕ້ອງແບກຮັບພາລະລາຄາສິນຄ້າທີ່ສູງຂຶ້ນອີກດ້ວຍ ຍ້ອນວ່າບໍ່ມີການຄວບຄຸມລາຄາສິນຄ້າໃນການປະຕິບັດໂຕຈິງນັ້ນເອງ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ຕາມທີ່ວ່າ ເຫັນໃນລາຍງານຂອງສະພາແຫ່ງຊາດ ໂຕເລກການເກັບລາຍຮັບງົບປະມານມັນກະເພີ້ມຂຶ້ນ ແຕ່ວ່າໂຕສຳຄັນທີ່ມັນຈຳເປັນ ທີ່ວ່າການດຳລົງຊີວິດຂອງປະຊາຊົນນີ້ນະ ຄືລາຄາສິນຄ້ານີ້ ມັນແພງເກີນຈົນຊິບໍ່ມີເງິນຊື້ກິນ ແລະເງິນກໍເຟີ້ສູງເກີນ ແລະເງິນກີບອ່ອນຄ່າໄປຫລາຍແລ້ວ ຢາກໃຫ້ແກ້ໂຕນີ້ນະ ລາຍໄດ້ມັນກະບໍ່ພໍຊື້ກິນແລ້ວ ຄັນເປັນແນວນີ້ນະ ສິນຄ້າດຽວນີ້ ລາຄາເພີ້ມຂຶ້ນຫລາຍ ບໍ່ວ່າຈະເປັນເຂົ້າກິນ ພືດຜັກ ຊີ້ນສັດຕ່າງໆ ແພງຈົນສິບໍ່ສາມາດຊື້ກິນໄດ້ ໃນປັດຈຸບັນນີ້ນະ ຢາກໃຫ້ແກ້ຈຸດນີ້ນະໃຫ້ດ່ວນທີ່ສຸດ.”

ສ່ວນການຕົກຕໍ່າລົງຂອງຄ່າເງິນກີບນັ້ນ ກໍເປັນຜົນຈາກການທີ່ລາວໄດ້ມີການນຳເຂົ້າສິນຄ້າຫລາຍກວ່າການສົ່ງສິນຄ້າອກກໄປຕ່າງປະເທດ ຊຶ່ງໄດ້ເຮັດໃຫ້ເກີດບັນຫາເງິນເຟິ້ຕາມມາຢ່າງຫລີກລ່ຽງບໍ່ໄດ້ ໂດຍໃນ 6 ເດືອນຕົ້ນປີ 2023 ນີ້ ການຄ້າຕ່າງປະເທດຂອງລາວ ມີມູນຄ່າລວມ 6,690 ລ້ານໂດລາ ໃນນີ້ເປັນການສົ່ງອອກໃນມູນຄ່າ 3,521 ລ້ານໂດລາ ແລະການນຳເຂົ້າສິນຄ້າ 3,170 ລ້ານໂດລາ ຊຶ່ງເຮັດໃຫ້ລາວ ໄດ້ດຸນການຄ້າໃນມູນຄ່າ 351 ລ້ານໂດລາ ໂດຍບໍ່ຮ່ວມການສົ່ງອອກໄຟຟ້າແຕ່ຢາງໃດ ເພາະຖືເປັນສ່ວນລາຍຮັບທີ່ຈະຕ້ອງນຳໃຊ້ເພື່ອຊຳລະໜີ້ຕ່າງປະເທດຂອງບັນດາບໍລິສັດທີ່ລົງທຶນສ້າງເຂື່ອນໃນລາວ.

ທາງດ້ານກະຊວງການຄ້າຂອງໄທ ລາຍງານວ່າ ການຄ້າລະຫວ່າງລາວ ກັບໄທໃນໄລຍະ 6 ເດືອນຕົ້ນປີ 2023 ນີ້ ມີມູນຄ່າລວມ 371,661 ລ້ານບາດ ຊຶ່ງເພີ້ມຂຶ້ນເຖິງ 39.81 ເປີເຊັນ ທຽບໃສ່ຊ່ວງດຽວກັນໃນປີ 2022 ແລະລາວຍັງເປັນຝ່າຍຂາດດຸນການຄ້າຕໍ່ໄທ ໃນມູນຄ່າລວມ 66,302 ລ້ານບາດ.

XS
SM
MD
LG