ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ກຳລັງ ປະເຊີນໜ້າກັບ ອາຊະຍາກຳ ທີ່ກ່ຽວຂ້ອງກັບ ຢາເສບຕິດ ແລະ ມີຄົນຕິດຢາ ເພີ່ມຂຶ້ນ


ຜູ້ຕິດຢາເສບຕິດຟັງການບັນຍາຍທີ່ສູນບຳບັດຢາເສບຕິດ, ນະຄອນຫຼວງວຽງຈັນ.
ຜູ້ຕິດຢາເສບຕິດຟັງການບັນຍາຍທີ່ສູນບຳບັດຢາເສບຕິດ, ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ລາວ ຍອມຮັບວ່າ ລາວ ກຳລັງປະເຊີນໜ້າກັບ
ອາຊະຍາກຳທີ່ກ່ຽວຂ້ອງກັບຢາເສບຕິດ ແລະ ມີຄົນຕິດຢາເພີ່ມຂຶ້ນ ເຮັດໃຫ້ຕ້ອງ
ການຄວາມຊ່ວຍເຫຼືອຈາກຕ່າງປະເທດຫຼາຍຂຶ້ນ.

ທ່ານ ກຸ ຈັນສີນາ ປະທານຄະນະກຳມະການຄວບຄຸມ ແລະ ກວດກາຢາເສບຕິດ
ແຫ່ງຊາດ ໃຫ້ການຢືນຢັນວ່າໃນຮອບປີທີ່ຜ່ານມາ ທາງການ ລາວ ຈັບກຸມແກັງຄ້າ
ຢາເສບຕິດໄດ້ 2,508 ກໍລະນີ ຈັບກຸມຜູ້ຕ້ອງຫາໄດ້ 3,740 ຄົນ ໃນນີ້ເປັນຜູ້ຕ້ອງ
ຫາເພດຍິງ 558 ຄົນ, ຊາວຕ່າງຊາດ 74 ຄົນ, ຍຶດຢາບ້າໄດ້ເຖິງ 1,869 ກິໂລກຣາມ,
ເຮໂຣອິນ 188 ກິໂລກຣາມ, ກັນຊາແຫ້ງ 425 ກິໂລກຣາມ, ຢາໄອສ 144 ກິໂລ
ກຣາມ, ຝິ່ນດິບ 106 ກິໂລກຣາມ, ສານເຄມີ 6,830 ກິໂລກຣາມ, ລົດໃຫຍ່ 97 ຄັນ,
ລົດຈັກ 335 ຄັນ ແລະ ອາວຸດຫຼາຍກວ່າ 180 ລາຍການ ໂດຍພື້ນທີ່ໆຈັບກຸມຜູ້ຕ້ອງ
ຫາໄດ້ຫຼາຍທີ່ສຸດກໍຄືນະຄອນຫຼວງວຽງຈັນ.

ຫາກແຕ່ເປັນທີ່ໜ້າສັງເກດວ່າ ທາງການ ລາວ ສາມາດຍຶດຢາເສບຕິດຂອງກາງໄດ້
ໜ້ອຍລົງເມື່ອທຽບໃສ່ໄລຍະດຽວກັນໃນປີກ່ອນໜ້າທີ່ທາງການ ລາວ ສາມາດຈັບກຸມ
ນັກຄ້າຢາເສບຕິດໄດ້ 2,414 ກໍລະນີ ມີຜູ້ຕ້ອງຫາ 3,528 ຄົນລວມຜູ້ຕ້ອງຫາເພດຍິງ
534 ຄົນກັບຊາວຕ່າງຊາດ 77 ຄົນ ໂດຍຍຶດຢາບ້າໄດ້ເກີນກວ່າ 3,185 ກິໂລກຣາມ,
ເຮໂຣອິນກວ່າ 231 ກິໂລກຣາມ, ກັນຊາແຫ້ງ 2,893 ກິໂລກຣາມ, ຢາໄອສ 150 ກິ
ໂລກຣາມ, ຝິ່ນດິບ 38,95 ກິໂລກຣາມ ແລະ ສານເຄມີຫຼາຍກວ່າ 8,242 ກິໂລກຣາມ.

ທັງນີ້ໂດຍເຂດທີ່ຂະບວນການຄ້າຢາເສບຕິດໄດ້ສວຍໃຊ້ເປັນເສັ້ນທາງລັກລອບຂົນ
ສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄຳໄປຕ່າງປະເທດຫຼາຍຂຶ້ນນັບມື້ຄືຊາຍແດນ ລາວ
ກັບ ຫວຽດນາມ ໂດຍເສັ້ນທາງທີ່ແກັງຄ້າຢາເສບຕິດນຳໃຊ້ຫຼາຍທີ່ສຸດໃນ ລາວ ກໍຄື
ຖະໜົນເລກ 13 ຈາກພາກເໜືອຕໍ່ມາຍັງຖະໜົນເລກ 9 ໃນແຂວງສະຫວັນນະເຂດຕໍ່
ໄປ ຫວຽດນາມ ແລະ ປະເທດທີ 3 ຕາມລຳດັບ ທັງຍັງປາກົດດ້ວຍວ່າ ມີເຍົາວະຊົນ
ລາວ ຫຼາຍກວ່າ 4 ແສນຄົນທີ່ມີຄວາມສ່ຽງສູງທີ່ຈະຕົກເປັນທາດຂອງຢາເສບຕິດ ຊຶ່ງ
ເຮັດໃຫ້ທາງການ ລາວ ຕ້ອງດຳເນີນໂຄງການໂຄສະນາອົບຮົມຢ່າງກວ້າງຂວາງ ທັງ
ຍັງຕ້ອງຂໍການຊ່ວຍເຫຼືອຈາກຕ່າງປະເທດເພື່ອສ້າງຕັ້ງສູນບຳບັດຄົນຕິດຢາໃຫ້ໄດ້
ຫຼາຍຂຶ້ນດ້ວຍ ດັ່ງທີ່ທ່ານ ກຸ ຢືນຢັນວ່າ.

"ພວກເຮົາໄດ້ດຳເນີນການສຶກສາອົບຮົມ ແລະ ໂຄສະນາເຜີຍແຜ່ລະບຽບກົດໝາຍ
ແລະ ຜົນຮ້າຍຂອງຢາເສບຕິດຢ່າງກວ້າງຂວາງ ແລະ ຫຼາຍຮູບປະການ ເພື່ອປູກຈິດ
ສຳນຶກໃຫ້ຄົນໃນສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈລະບຽບກົດໝາຍ ແລະ ຜົນຮ້າຍຂອງ
ຢາເສບຕິດ ໃນແຕ່ລະປີສະເລ່ຍໄດ້ມີຜູ້ເຂົ້າຮ່ວມ 150,000 ເຖິງ 200,000 ເທື່ອຄົນ
ພວກເຮົາໄດ້ຍາດແຍ່ງເອົາການຊ່ວຍເຫຼືອທຶນຈາກສາກົນ ເພື່ອກໍ່ສ້າງ ແລະ ປັບປຸງ
ສູນປິ່ນປົວຜູ້ຕິດຢາເສບຕິດໄດ້ 17 ແຫ່ງ."

ທາງດ້ານພັນເອກ ຄຳແພງ ໄຊຍະລາດ ຫົວໜ້າຫ້ອງການປາບປາມຢາເສບຕິດ ກະ
ຊວງປ້ອງກັນຄວາມສະຫງົບພາຍໃນ ກໍຍອມຮັບວ່າ ການທີ່ ລາວ ຕ້ອງປະເຊີນກັບ
ອາຊະຍາກຳທີ່ກ່ຽວຂ້ອງກັບບັນຫາຢາເສບຕິດຫຼາຍຂຶ້ນນັ້ນ ເພາະມີເຈົ້າໜ້າທີ່ຂັ້ນສູງ
ຈຳນວນບໍ່ນ້ອຍທັງໃນວົງການລັດຖະບານ, ທະຫານ ແລະ ຕຳຫຼວດໄດ້ເຂົ້າໄປພົວ
ພັນກັບການຄ້າຢາເສບຕິດ ໂດຍສະເພາະແມ່ນການຄ້າຢາບ້ານັ້ນ ຖືເປັນສາເຫດສຳ
ຄັນທີ່ເຮັດໃຫ້ການຄ້າຢາບ້າໄດ້ຈັດຕັ້ງເປັນຂະບວນການທີ່ມີເຄືອຂ່າຍຢ່າງກວ້າງ
ຂວາງ.

ທັງນີ້ໂດຍຕາມລາຍງານຂອງຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດ
ແຫ່ງຊາດ ໄທ ລະບຸວ່າ ການຮ່ວມມືລະຫວ່າງທາງການ ຈີນ, ມຽນມາ, ລາວ, ໄທ,
ກຳປູເຈຍ, ຫວຽດນາມ ພາຍໃຕ້ປະຕິບັດການແມ່ນໍ້າຂອງປອດໄພຈາກບັນຫາຢາເສບ
ຕິດ ທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັນໃນຊ່ວງປີ 2013-2017 ຜ່ານມານັ້ນສາມາດປາບ
ປາມການຄ້າຢາເສບຕິດໄດ້ 125,274 ກໍລະນີ ຈັບຜູ້ຕ້ອງຫາໄດ້ຫຼາຍກວ່າ 160,000
ຄົນ, ຍຶດຢາບ້າໄດ້ຫຼາຍກວ່າ 363 ລ້ານເມັດ, ສານເຄມີຫຼາຍກວ່າ 270 ໂຕນ, ຢາ
ໄອສ 13,310 ກິໂລກຣາມ, ເຮໂຣອິນ ກວ່າ 7,553 ກິໂລກຣາມ, ຝິ່ນດິບ 14,400 ກິ
ໂລກຣາມ, ກັນຊາແຫ້ງ 20 ໂຕນ, ທັງຍັງຍຶດອາວຸດສົງຄາມ ແລະ ອຸປະກອນສື່ສານທີ່
ທັນສະໄໝໄດ້ຫຼາຍກວ່າ 10,000 ລາຍການ.

XS
SM
MD
LG