ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ສົ່ງ​ອອກ​ກ້ວຍ​ຫອມ​ໄປ ຈີນ ເພີ່ມ​ຂຶ້ນ​ທຸກ​ປີ ແຕ່​ກະສິ​ກອນ ລາວ ກໍ​ຕ້ອງ​ປະ​ເຊີນ​ກັບ​ ບັນ​ຫາ​ສຸ​ຂະ​ພາບ


ຊາວ​ສວນ ອະ​ນາ​ໄມ​ມາກ​ກ້ວຍ ຢູ່​ສວນ​ກ້ວຍ ຈີນ ໃນ ລາວ.
ຊາວ​ສວນ ອະ​ນາ​ໄມ​ມາກ​ກ້ວຍ ຢູ່​ສວນ​ກ້ວຍ ຈີນ ໃນ ລາວ.

ລາວ ສົ່ງ​ອອກ​ກ້ວມ​ຫອມ​ໄປ ຈີນ ເພີ່ມ​ຂຶ້ນ​ທຸກ​ປີ ແຕ່​ກະ​ສິ​ກອນ ລາວ ກໍ​ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ສຸ​ຂະ​ພາບ ແລະ ສິ່ງ​ແວດ​ລ້ອມ​ເປັນ​ພິດ​ທີ່​ເກີດ​ຈາກ​ສານ​ເຄ​ມີ​ຕ່າງໆ​ທີ່​ນຳ​ໃຊ້​ໃນ​ການ​ປູກ​ກ້ວຍຫຼາຍ​ຂຶ້ນ​ນັບ​ມື້.


ອົງ​ການ Plan International ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານໃນ ລາວ ລາຍ​ງານ​ວ່າ ການ​ປູກ​ກ້ວຍ​ໃນ ລາວ ທີ່​ສ່ວນ​ໃຫຍ່​ເປັນ​ການ​ສຳ​ປະ​ທານ​ທີ່​ດິນ ແລະ ລົງ​ທຶນ​ໂດຍ​ບັນ​ດາ​ນັກ​ທຸ​ລະ​ກິດ ຈີນ ນັ້ນ ໄດ້​ເຮັດ​ໃຫ້ ລາວ ກາຍ​ເປັນ​ແຫຼ່ງ​ຜ​ະ​ລິດ​ກ້ວຍ​ທີ່​ສຳ​ຄັນ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ ຈີນ ທີ່​ເພີ່ມ​ຂຶ້ນ​ນັບ​ມື້ ໂດຍ​ເຫັນ​ໄດ້​ຈາກ​ການ​ທີ່ ລາວ ສົ່ງ​ກ້ວຍ​ຫອມ​ໄປ ຈີນ ເພີ່ມ​ຂຶ້ນ​ຈາກ 112 ລ້ານ​ໂດ​ລາ​ໃນ​ປີ 2017 ເປັນ 169 ລ້ານ​ໂດ​ລາ​ໃນ​ປີ 2018 ແລະ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ເປັນ 210 ລ້ານ​ໂດ​ລາ​ໃນ​ປີ 2019 ນີ້ ທັງ​ຍັງ​ເຮັດ​ໃຫ້​ກ້ວຍ​ຫອມ​ກາຍ​ເປັນ​ສິນ​ຄ້າ​ກະ​ເສດ​ອັນ​ດັບ​ນຶ່ງ​ຂອງ ລາວ ທີ່​ມີ​ມູນ​ຄ່າ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດຫຼາຍ​ທີ່​ສຸດ​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ເຂດ​ທີ່​ສົ່ງ​ອອກ​ກ້ວຍ​ຫອມ​ໄປ ຈີນ ຫຼາຍ​ທີ່​ສຸດ​ກໍ​ຄື​ແຂວງບໍ່​ແກ້ວ ຊຶ່ງ​ມີ​ລາຍ​ໄດ້​ຈາກ​ການ​ສົ່ງ​ອອກ​ກ້ວຍ​ຫອມ​ໄປ ຈີນ ຫຼາ​ຍກວ່າ 100 ລ້ານ​ໂດ​ລາ ຫຼື​ຄິດ​ເປັນ 95 ເປີ​ເຊັນ​ຂອງ​ສິນ​ຄ້າ​ກະ​ເສດ​ທັງ​ໝົດ​ທີ່​ແຂວງບໍ່​ແກ້ວ ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ ສ່ວນ​ແຮ​ງ​ງານ ລາວ ໃນ​ພື້ນ​ທີ່​ສຳ​ປະ​ທານ​ປູກ​ກ້ວຍ​ຂອງ ຈີນ ນັ້ນ ກໍ​ໄດ້​ຮັບ​ຄ່າ​ຈ້າງ​ລະ​ຫວ່າງ 10-18 ໂດ​ລາ​ຕໍ່​ວັນ ຊຶ່ງ​ກໍ​ນັບ​ເປັນ​ອັດ​ຕາ​ຄ່າ​ຈ້າງ​ທີ່​ສູງກວ່າ​ແຮງ​ງານ​ທົ່ວ​ໄປ​ໃນ ລາວ ຫາກ​ແຕ່​ແຮງ​ງານ ລາວ ໃນ​ສວນ​ກ້ວຍ​ຂອງ ຈີນ ເຫຼົ່າ​ນີ້​ກໍ​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເຈັບ​ປ່ວຍ​ທີ່​ເກີດ​ຈາກ​ສານ​ເຄ​ມີ​ຕ່າງໆຫຼາຍກວ່າ 100 ຊະ​ນິດ​ທີ່​ນຳ​ໃຊ້​ໃນ​ການ​ປູກ ແລະ​ ເລັ່ງ​ຜົນ​ຜະ​ລິດ​ກ້ວຍ​ຫອມ​ນັ້ນ.

ຊຶ່ງ​ຕໍ່​ບັນ​ຫາ​ດັ່ງ​ກ່າວນີ້ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ​ຢືນ​ຢັນ​ວ່າ ການ​ລັກ​ລອບ​ນຳ​ເຂົ້າ​ສານ​ເຄ​ມີ​ຜິດ​ກົດ​ໝາຍ​ຍັງ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ໂດຍ​ສະ​ເພາະ​ແມ່ນ​ສານ​ເຄ​ມີ​ທີ່​ໃຊ້​ໃນ​ພາກ​ກະ​ສິ​ກຳ​ນັ້ນ​ຍັງ​ມີ​ການ​ລັກ​ລອບ​ນຳ​ເຂົ້າ​ມາ​ ລາວ ຢ່າງຫຼວງຫຼາຍ ທັງໆ​ທີ່​ໄດ້​ມີ​ຄຳ​ສັ່ງ​ໄປ​ເຖິງ​ພາກ​ສ່ວນ​ກ່ຽວ​ຂ້ອງ ຄື​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ກັບ​ກະ​ຊວງກ​ະ​ສິ​ກຳ ແລະ ປ່າ​ໄມ້ ເພື່ອ​ໃຫ້​ເພີ່​ມາດ​ຕະ​ການ​ເຂັ້ມ​ງວດ​ໃນ​ການ​ຄວບ​ຄຸມ ແລະ ກວດ​ກາ​ການ​ນຳ​ເຂົ້າ​ສານ​ເຄ​ມີ​ຕ້ອງ​ຫ້າມ​ໃນ​ທົ່ວ​ປະ​ເທດ​ແລ້ວ​ກໍ​ຕາມ.

ສ່ວນ​ທ່ານ ບຸນ​ປອນ ສີ​ສຸ​ລາດ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ເທັກ​ໂນ​ໂລ​ຈີ ແລະ ສິ່ງ​ແວດ​ລ້ອມ​ສະ​ພາ​ແຫ່ງ​ຊາດ ລາວ ຖະ​ແຫຼງ​ຜົນ​ການກວດ​ກາ​ການ​ຜະ​ລິດ​ສິນ​ຄ້າ​ກະ​ສິ​ກຳ ແລະ ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ນັບ​ແຕ່​ປີ 2018 ເປັນ​ຕົ້ນ​ມາ​ວ່າ ຍັງ​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບໍ່​ເປັນ​ໄປ​ຕາມ​ລະ​ບຽບ​ກົດ​ໝາຍ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ໂດຍ​ສະ​ເພາະ​ການ​ລັກ​ລອບ​ນຳ​ເຂົ້າ​ຢາ​ປາບ​ສັດ​ຕູ​ພືດ ສານ​ເຄ​ມີ​ອັນ​ຕະ​ລາຍ ແລະ ສິດ​ຄ້າ​ທີ່​ອັນ​ຕະ​ລາຍ​ຕໍ່​ສຸ​ຂະ​ພາບ ທັງ​ຍັງ​ມີ​ການ​ລັກ​ລອບ​ປ່ອຍ​ນ້ຳ​ເປື້ອນ ແລະ ສານ​ເຄ​ມີ​ອັນ​ຕະ​ລາຍ​ລົງ​ສູ່​ແຫຼ່ງ​ນ້ຳ​ທຳ​ມະ​ຊາດ ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ ບຸນ​ປອນ ຖະ​ແຫຼງ​ຢືນ​ຢັນ​ວ່າ

"ການ​ແກ້​ໄຂ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ສັງ​ຄົມ ແລະ ທຳ​ມະ​ຊາດ ທີ່​ເກີດ​ຂຶ້ນ​ຢາກ​ການ​ຜະ​ລິດ​ກະ​ສິ​ກຳ ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ ຍັງ​ບໍ່​ທັນ​ເຂັ້ມ​ງວດ​ເທົ່າ​ທີ່​ຄວນ ສະ​ແດງ​ອອກ​ຄື​ບາງ​ໂຄງ​ການບໍ່​ໄດ້​ສຶກ​ສາ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ສັງ​ຄົມ ແລະ ທຳ​ມ​ະ​ຊາດ ບໍ່​ມີ​ສັນ​ຍາ​ສຳ​ປະ​ທານ ຍັງ​ມີ​ການ​ລັກ​ລອບ​ນຳ​ເຂົ້າ ຈຳ​ໜ່າຍ ແລະ ນຳ​ໃຊ້​ຢາ​ປາບ​ສັດ​ຕູ​ພືດ ສານ​ເຄ​ມີ​ອັນ​ຕະ​ລາຍ​ເກີນ​ຄ່າ​ມາດ​ຕະ​ຖານ ບໍ່​ຖືກ​ຕ້ອງ​ຕາມຫຼັກ​ວິ​ຊາ​ການ ຍັງ​ມີ​ການ​ນຳ​ເຂົ້າ​ຈຳ​ໜ່າຍ​ອາ​ຫານ​ທີ່​ມີ​ສານ​ເຄມ​ີ​ປົນ​ເປື້ອນ ສິນ​ຄ້າ​ປອມ​ແປງ ມົດ​ອາ​ຍຸ​ຈາກນອກ​ປະ​ເທດ ໄດ້​ມີ​ການ​ລັກ​ລອບ​ປ່ອຍນ້ຳ​ເປື້ອນ ສານ​ເຄ​ມີ​ອັນ​ຕະ​ລາຍ​ລົງ​ສູ່​ແມ່​ນ້ຳ​ລຳ​ເຊ ເຮັດ​ໃຫ້​ສັດ​ນ້ຳ ສັດ​ລ້ຽງ​ຂອງ​ປະ​ຊາ​ຊົນ​ຈຳ​ນວນ​ນຶ່ງ​ຕາຍ."

ທາງ​ດ້ານ​ກຸ່ມ​ແລ​ກ​ປ່ຽນ​ຂໍ້​ມູນ​ດ້ານ​ທີ່​ດິນ (Land Information Working Group) ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານໃນ ລາວ ລາຍ​ງານ​ວ່າ ການ​ຜະ​ລິດ​ສິນ​ຄ້າ​ກະ​ສິ​ກຳ​ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ແລະ ສັງ​ຄົມ​ຢ່າງກວ້າງ​ຂວາງ​ທີ່​ສຸດ​ໃນ ລາວ ຄື​ພື້ນ​ທີ່​ສຳ​ປະ​ທານການ​ປູກ​ກ້ວຍ​ຫອມ​ຂອງ​ບັນ​ດາ​ນັກ​ທຸ​ລະ​ກິດ ຈີນ ໂດຍ​ສະ​ເພາະ​ໃນ​ແຂວງບໍ່​ແກ້ວ, ອຸ​ດົມ​ໄຊ ແລະ ຫຼວງ​ນ້ຳ​ທາ ນັ້ນ​ຖື​ເປັນ​ພື້ນ​ທີ່ໆ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ ເພາະ​ວ່າ​ບັນ​ດາ​ນັກ​ທ​ຸ​ລະ​ກ​ິດ ຈີນ ໄດ້​ພາ​ກັນ​ລັກ​ລອບ​ນຳ​ເຂົ້າ ແລະ ນຳ​ໃຊ້​ສານ​ເຄ​ມີ​ປ້ອງ​ກັນ​ໂຣກ​ພືດ​ເຖິງ 28 ຊະ​ນິດ, ຢາ​ປາບ​ສັດ​ຕູ​ພືດ 19 ຊະ​ນິດ ທັງ​ຍັງ​ນຳ​ໃຊ້​ສານ​ເຄ​ມີ​ເພື່ອ​ເລັ່ງ​ຜົນ​ຜະ​ລິດ​ອີກຫຼາຍກວ່າ 50 ຊະ​ນິດນັ້ນ​ຍັງ​ໄດ້​ຄຸກ​ຄາມ​ຕໍ່​ສຸ​ຂະພາບອະ​ນາ​ໄມ​ຂອງ​ປະ​ຊາ​ຊົນ ແລະ ກະ​ທົບ​ຕໍ່​ແຫຼ່ງ​ນ້ຳ​ທຳ​ມະ​ຊາດ, ສັດ​ນ້ຳ, ສັດ​ລ້ຽງ​ ທີ່​ນາ ແລະ ພືດ​ຕ່າງໆ​ຢ່າງກວ້າງ​ຂວາງ​ອີກ​ດ້ວຍ.

XS
SM
MD
LG