ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາຜູ້ປະກອບການ SMEs ໃນລາວ ຕ້ອງຈ່າຍເງິນຄົນລະ 180,000 ກີບ ເພື່ອຈະໄດ້ເຂົ້າຮ່ວມການຝຶກອົບຮົມ ຂອງກອງທຶນ SME


ເງິນກີບ ລາວ.
ເງິນກີບ ລາວ.

ບັນດາຜູ້ປະກອບການ SMEs ໃນລາວຕ້ອງຈ່າຍເງິນຄົນລະ 180,000 ກີບ ເພື່ອຈະໄດ້ເຂົ້າຮ່ວມການຝຶກອົບຮົມຂອງກອງທຶນ SMEs ດ້ວຍຫວັງວ່າຈະໄດ້ມີໂອກາດຮັບເງິນກູ້ຈາກກອງທຶນ SME.


ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢືນຢັນວ່າ ທ່ານໄດ້ຮັບການຮ້ອງຮຽນຈາກບັນດານັກທຸ ລະກິດຫຼືຜູ້ປະກອບການວິສາຫະກິດຂະໜາດນ້ອຍແລະຂະໜາດກາງ (SME) ຈຳນວນນຶ່ງທີ່ຕ້ອງໄດ້ຈ່າຍເງິນຄົນລະ 180,000 ກີບ ໃຫ້ກັບພະນັກງານລັດ ເພື່ອຈະໄດ້ຮັບສິດໃນການເຂົ້າຮ່ວມໃນການຝຶກອົບຮົມທີ່ຮັບຜິດຊອບໂດຍກອງທຶນສະໜັບສະໜຸນ SME ຂອງລັດຖະບານລາວ ດ້ວຍຫວັງວ່າ ຈະໄດ້ຮັບໂອກາດໃນການໄດ້ຮັບເງິນກູ້ຈາກກອງທຶນສະໜັບສະໜຸນ SME ດັ່ງກ່າວ ຊຶ່ງໃນຄວາມເປັນຈິງແລ້ວ ການເຂົ້າຮ່ວມໃນການຝຶກອົບຮົມແລະການຂໍກູ້ຢືມເງິນຈາກກອງທຶນສະ ໜັບສະໜຸນ SME ນັ້ນ ບໍ່ມີການຈັດເກັບຄ່າໃຊ້ຈ່າຍແຕ່ຢ່າງໃດ ເພາະສະນັ້ນ ເມື່ອມີການຮຽກເກັບເອົາເງິນ 180,000 ກີບດັ່ງກ່າວ ຈຶ່ງເປັນການປະຕິບັດທີ່ຜິດລະບຽບກົດໝາຍ ແລະຈາກການກວດສອບໂດຍສະມາຊິກສະພາແຫ່ງຊາດລາວ ກໍພົບວ່າ ບັນຫາດັ່ງກ່າວນີ້ ໄດ້ເກີດຂຶ້ນຈິງ ດັ່ງທີ່ ທ່ານທອງລຸນ ໄດ້ໃຫ້ການຢືນຢັນວ່າ:

“ມີຜູ້ແທນຜູ້ນຶ່ງຍ່າງມາຫາຂ້າພະເຈົ້າ ຊັກໄຊ້ວ່າ ພວກເຮັດໂຄງການຂໍເງິນກູ້ SME ນີ້ ແມ່ນຕ້ອງ ຈ່າຍຜູ້ນຶ່ງ 180,000 ວ່າຊັ້ນ ເອົ້າຈ່າຍເຮັດຫຍັງ ອັນຄອບຄົວນຶ່ງຢາກໆໄດ້ເງິນຈ່າຍ 180,000 ຈ່າຍເຮັດຫຍັງ ຜູ້ແທນຊັກໄຊ້ວ່າ ຈ່າຍໃຫ້ພວກລົງໄປຝຶກອົບຮົມຫັ້ນ ຢ່າເຮັດເດ້ ໂຕນີ້ເດ້ ເພາະວ່າ ມີເງິນໃຫ້ກິນແລ້ວເດ້ ເງິນເດືອນກະມີແລ້ວເດ້ ເງິນອັນອື່ນອີກເສີມໃສ່ ກໍຍັງໄປເອົາກັບປະຊາຊົນອີກ ກະບໍ່ໄດ້ແລ້ວ.”

ທັງນີ້ ການລະບາດຂອງພະຍາດໄວຣັສໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ລາຍໄດ້ຂອງ SMEs ໃນລາວຢ່າງໜັກ ເຖິງແມ່ນວ່າ ລັດຖະບານລາວຈະໄດ້ອອກມາດຕະການເພື່ອຂໍຄວາມຮ່ວມມືຈາກທະນາຄານຕ່າງໆ ເພື່ອຜ່ອນຜັນການຊຳຫລະໜີ້ ແລະດອກເບ້ຍໃຫ້ແກ່ SMEs ເປັນເວລາ 3-12

ເດືອນກໍຕາມ ແຕ່ການປະຕິບັດຕົວຈິງກັບປາກົດວ່າ ມີການຕິດຕາມທວງໜີ້ແລະຍຶດເອົາຊັບສິນຂອງຫົວໜ່ວຍທຸລະກິດເກີດຂຶ້ນຢ່າງກວ້າງຂວາງໃນເວລານີ້ ສ່ວນທະນາຄານທຸລະກິດ 43 ແຫ່ງໄດ້ລາຍງານຕໍ່ທະນາຄານແຫ່ງຊາດລາວວ່າ ມີລູກໜີ້ຂອງທະນາຄານຈຳນວນ 4,918 ລາຍທີ່ຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໄດ້ຂໍເລື່ອນຊຳຫລະໃນມູນຄ່າລວມກວ່າ 13,000 ຕື້ກີບ ຫຼື 1,445 ລ້ານໂດລາ.

ສ່ວນເຈົ້າໜ້າທີ່ຂອງທະນາຄານໂລກໃນລາວ ຢືນຢັນວ່າ ທະນາຄານໂລກ ໄດ້ໃຫ້ການຊ່ອຍເຫຼືອເພື່ອການພັດທະນາ SME ໃນລາວ 20 ລ້ານໂດລາໃນຊ່ວງປີ 2014-2019 ທີ່ຜ່ານມາ ໃນນີ້ເປັນການຊ່ອຍເຫຼືອດ້ານເທັກນິກ 10 ລ້ານໂດລາ ແລະເງິນກູ້ສຳລັບ SME ໃນມູນຄ່າ 10 ລ້ານໂດລາ ແຕ່ກໍປາກົດວ່າ ເຖິງທ້າຍປີ 2019 ໄດ້ມີການປ່ອຍເງິນກູ້ໃຫ້ກັບ SME ພຽງ 42 ລາຍທີ່ຄິດເປັນມູນຄ່າລວມ 4,400,000 ໂດລາເທົ່ານັ້ນ ໂດຍມີສາເຫດມາຈາກການຈັດຕັ້ງປະຕິບັດທີ່ຊັກຊ້າພາຍໃນໜ່ວຍງານຂອງລັດຖະບານລາວເອງ ຊຶ່ງເຮັດໃຫ້ມີ SME ພຽງ 12 ເປີເຊັນ ເທົ່ານັ້ນ ທີ່ມີໂອກາດເຂົ້າເຖິງແຫລ່ງເງິນທຶນກູ້ຢືມເພື່ອນຳໃຊ້ໃນການພັດທະນາສິນຄ້າ ແລະບໍລິການ ສ່ວນອີກ 88 ເປີເຊັນນັ້ນ ກັບຍັງບໍ່ມີໂອກາດເຂົ້າເຖິງແຫລ່ງເງິນທຶນແຕ່ຢ່າງໃດ.

ທາງດ້ານສະພາອຸດສາຫະກຳແລະການຄ້າແຫ່ງຊາດລາວ ກໍປະເມີນວ່າ ທຸລະກິດພາກບໍລິການແລະທ່ອງທ່ຽວໃນລາວ ຈະມີການເລີກຈ້າງພະນັກງານຫຼາຍກວ່າ 8 ໝື່ນຄົນໃນ 3 ເດືອນຕໍ່ໜ້າ ສ່ວນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ຄາດວ່າ ພາກບໍລິການຂອງລາວ ຈະສູນເສຍລາຍໄດ້ຫຼາຍກວ່າ 350 ລ້ານໂດລາ ເນື່ອງຈາກການປິດດ່ານຊາຍແດນໃນທົ່ວປະເທດລາວ ເຮັດໃຫ້ບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາລາວ ນັບຈາກທ້າຍເດືອນມີນາ 2020 ເປັນຕົ້ນມາ ທັງກໍຍັງຈະຕ້ອງສູນເສຍລາຍໄດ້ເພີ້ມຂຶ້ນອີກ ຖ້າຫາກວ່າ ນານາຊາດຍັງບໍ່ສາມາດຄວບຄຸມການລະບາດຂອງໂຄວິດ-19 ໄດ້.

ສ່ວນ ສະພາອຸດສາຫະກຳແລະການຄ້າສະຫະພາບຢູໂຣບ ຄາດວ່າ ການລະບາດຂອງໂຄວິດ-19 ຈະເຮັດໃຫ້ເກີນກວ່າ 70 ເປີເຊັນຂອງໜ່ວຍທຸລະກິດທັງໝົດໃນລາວ ຕ້ອງຂາດລາຍໄດ້ຫລາຍກວ່າ 50 ເປີເຊັນ ຂອງລາຍໄດ້ຕະຫຼອດປີ 2020 ອັນຈະເຮັດໃຫ້ບໍ່ມີເງິນຊຳຫລະໜີ້ໃຫ້ກັບທະນາ ຄານໃນປີນີ້ ທັງຍັງຈະເຮັດໃຫ້ວິສະກິດ 128,690 ກວ່າລາຍ ຊຶ່ງໃນນີ້ 97 ເປີເຊັນ ກໍຄື SME ທີ່ມີມູນຄ່າທາງເສດຖະກິດຄິດເປັນ 16 ເປີເຊັນຂອງ GDP ໃນລາວແລະມີສ່ວນເຖິງ 63 ເປີເຊັນຂອງການຈ້າງງານທັງໝົດໃນລາວດ້ວຍນັ້ນ ຫາກແຕ່ກໍມີຄວາມສ່ຽງສູງທີ່ຈະມີການເລີກຈ້າງເພີ້ມຂຶ້ນ ຫາກບໍ່ໄດ້ຮັບເງິນກູ້ຢ່າງພຽງພໍກັບຄວາມຕ້ອງການ.

XS
SM
MD
LG