ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ປະກອບການ ທຸລະກິດ ດ້ານບໍລິການ ແລະ ທ່ອງທ່ຽວ ປັບຫຼຸດຄ່າບໍລິການ ໃຫ້ເໝາະສົມ ກັບລາຍໄດ້ຂອງຄົນ ລາວ


ຂົວຂ້າມແມ່ນໍ້າຢູ່ເມືອງວັງວຽງ, ແຂວງວຽງຈັນ.
ຂົວຂ້າມແມ່ນໍ້າຢູ່ເມືອງວັງວຽງ, ແຂວງວຽງຈັນ.

ບັນດາຜູ້ປະກອບການໃນພາກທຸລະກິດດ້ານບໍລິການ ແລະ ທ່ອງທ່ຽວປັບຫຼຸດຄ່າບໍລິການຕ່າງໆໃຫ້ມີຄວາມເໝາະສົມກັບລາຍໄດ້ຂອງຄົນ ລາວ ເພື່ອຕອບສະໜອງແຜນການສົ່ງເສີມໃຫ້ຄົນ ລາວ ທ່ຽວ ລາວ.

ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງ ວັງວຽງ ແຂວງວຽງຈັນ ຖະແຫຼງວ່າເພື່ອເປັນການຕອບສະໜອງຕໍ່ແຜນການສົ່ງເສີມໃຫ້ຄົນ ລາວ ເດີນທາງທ່ອງທ່ຽວພາຍໃນ ລາວ ໃຫ້ຫຼາຍຂຶ້ນໃນຕະຫຼອດປີ 2020 ນີ້, ຊຶ່ງຖືເປັນແນວທາງນຶ່ງທີ່ຈະຊ່ວຍຫຼຸດຜ່ອນບັນຫາຜົນກະທົບຈາກການລະບາດຂອງພະຍາດ COVID-19 ທີ່ເຮັດໃຫ້ລັດຖະບານ ລາວ ຕ້ອງດຳເນີນມາດຕະການປິດດ່ານຊາຍແດນທົ່ວປະເທດ ແລະ ເຮັດໃຫ້ນັກທ່ອງທ່ຽວຊາວຕ່າງຊາດບໍ່ສາມາດເດີນທາງເຂົ້າມາໃນ ລາວ ໄດ້ນັບແຕ່ເດືອນເມສາ 2020 ເປັນຕົ້ນມາແລ້ວນັ້ນ ອຳນາດການປົກຄອງຂອງເມືອງວັງວຽງ ກໍໄດ້ເຈລະ ຈາກັບບັນດາຜູ້ປະກອບກິດຈະການດ້ານບໍລິການ ແລະ ທ່ອງທ່ຽວ ເພື່ອຂໍໃຫ້ປັບຫຼຸດອັດຕາຄ່າບໍລິການຕ່າງໆໃຫ້ເໝາະສົມກັບລະດັບລາຍໄດ້ຂອງປະຊາຊົນ ລາວ ໃນທຸກດ້ານແລ້ວ ໂດຍສະເພາະແມ່ນລາຄາທີ່ພັກ, ອາຫານ ແລະ ເຄື່ອງດື່ມນັ້ນ ຈະຕ້ອງເປັນລາຄາທີ່ຕໍ່າກວ່າລາຄາທີ່ຄິດຈາກນັກທ່ອງທ່ຽວຊາວຕ່າງຊາດ ເນື່ອງຈາກວ່າ ລາຍໄດ້ຂອງຄົນ ລາວ ຕໍ່າກວ່າລາຍໄດ້ຂອງຊາວຕ່າງຊາດ ທີ່ເດີນທາງມາທ່ອງທ່ຽວໃນ ລາວ ນັ້ນເອງ.

ແຕ່ຢ່າງໃດກໍຕາມ ບັນດາຜູ້ປະກອບທຸລະກິດດ້ານບໍລິການສ່ວນໃຫຍ່ນັ້ນ ກໍສາມາດຕອບສະໜອງແຜນການສົ່ງເສີມໃຫ້ຄົນ ລາວ ທ່ຽວ ລາວ ໄດ້ສະເພາະໃນສ່ວນຂອງລາຄາຄ່າທີ່ພັກກັບສິ່ອຳນວຍ ຄວາມສະດວກຕ່າງໆເທົ່ານັ້ນ ສ່ວນລາຄາອາຫານ ແລະ ເຄື່ອງດື່ມນັ້ນຍັງເປັນການຍາກທີ່ຈະຄວບ ຄຸມໄດ້ຢ່າງແທ້ຈິງ ເພາະລາຄາອາຫານ ແລະ ເຄື່ອງດື່ມຈະຂຶ້ນຢູ່ກັບແຫຼ່ງຜະລິດເປັນສຳຄັນ ທັງຍັງບໍ່ສາມາດຄວບຄຸມບັນດາຮ້ານກິນດື່ມໄດ້ຢ່າງທົ່ວເຖິງອີກດ້ວຍ ດັ່ງທີ່ທ່ານ ບຸນຈັນ ໄດ້ໃຫ້ການຍອມຮັບວ່າ

“ຈຳນວນນຶ່ງທີ່ເຮັດການບໍລິການຢູ່ຕາມຮ້ານນ້ອຍແຄມທາງ ບາງເທື່ອນີ້ມັນກະຂຶ້ນໆລົງໆ ແລະ ສຳລັບລາຄາບ້ານພັກ, ໂຮງແຮມ ດຽວນີ້ນີ່ພວກເຮົາກະໄດ້ເວົ້າກັບໂຮງແຮມ ລະດັບໂຮງແຮມນີ້ກະໄດ້ຫຼຸດລົງມາ ເພາະວ່າແຕ່ກ່ອນພວກເຮົາພົວພັນເອົາແຕ່ນັກທ່ອງທ່ຽວຕ່າງປະເທດ ດຽວນີ້ນັກທ່ອງ ທ່ຽວຕ່າງປະເທດບໍ່ມາ ເຂົາເຈົ້າກະໄດ້ຫຼຸດໃຫ້ຄົນ ລາວ ພວກເຮົາມາໃຊ້ບໍລິການໄດ້ນີ້ແຫຼະ ແລ້ວສຳລັບເຮືອນພັກທົ່ວໄປນີ້ ລາຄານີ້ກະປົກກະຕິຫັ້ນແຫຼະ ພວກເຮົາກະໄດ້ຕິດຕາມກວດກາ ແລະ ຄວາມຄຸມໄດ້.”

ສ່ວນທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນາທຳ ແລະທ່ອງທ່ຽວ
ຖະແຫຼງວ່າພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ COVID-19 ຢ່າງຮຸນແຮງ ແລະ ຍັງຈະສືບຕໍ່ໄປອີກຈົນກວ່າວ່າ ລາວແລະ ສາກົນຈະສາມາດ ຄວບຄຸມການລະບາດ ຂອງໄວຣັສ COVID-19 ໄດ້ຢ່າງຄັກແນ່ແລ້ວເທົ່ານັ້ນ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ການບໍລິການ ແລະທ່ອງທ່ຽວໃນລາວຕົກຕໍ່າລົງທັງລາຍຮັບ ແລະຈຳນວນນັກທ່ອງທ່ຽວທັງພາຍໃນ ແລະ ທີ່ມາຈາກຕ່າງປະເທດດ້ວຍນັ້ນເອງ.

ໃນຊ່ວງ 3 ເດືອນຕົ້ນປີ 2020 ມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາໃນລາວຈຳນວນທັງ ໝົດ 886,447 ຄົນໂດຍຫຼຸດລົງ 17 ເປີເຊັນທຽບໃສ່ໄລຍະດຽວກັນໃນປີ 2019 ທີີ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນລາວ 1,062,377 ຄົນ, ແຕ່ເມື່ອລັດຖະບານ ລາວ ໄດ້ດຳເນີນມາດຕະການສະກັດກັ້ນໄວຣັສ COVID-19 ດ້ວຍການປິດດ່ານຊາຍແດນໃນທົ່ວປະເທດນັບຕັ້ງ
ແຕ່ເດືອນເມສາ 2020 ເປັນຕົ້ນມາ ກໍໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນ ລາວ ເລີຍ ແລະ ສະພາບການດັ່ງກ່າວນີ້ກໍຍັງສືບຕໍ່ເລື້ອຍມາ ໂດຍເຖິງແມ່ນວ່າລັດຖະບານ ລາວ ຈະໄດ້ມີການຜ່ອນຜັນໃຫ້ຊາວຕ່າງຊາດເດີນທາງເຂົ້າມາໃນ ລາວ ໄດ້ແລ້ວກໍຕາມ ແຕ່ ວ່າດ້ວຍມາດຕະການທີ່ກຳນົດໃຫ້ຊາວຕ່າງຊາດ ຈະຕ້ອງມີໃບຮັບຮອງແພດວ່າໄດ້ຜ່ານການກວດກາສຸຂະພາບທັງບໍ່ພົບການຕິດໄວຣັສ COVID-19 ແລະ ຈະຕ້ອງຖືກກັກຕົວໃນ ລາວ ເປັນເວລາ 14 ວັນດ້ວຍແລ້ວ ຈຶ່ງເປັນການຍາກທີ່ຈະມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາ ລາວ ໃນໄລຍະນີ້.

ດ້ວຍເຫດນີ້ ລັດຖະບານ ລາວ ຈຶ່ງໄດ້ປັບປ່ຽນເປົ້າໝາຍຈາກການດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດມາເປັນການສົ່ງເສີມໃຫ້ຄົນ ລາວ ທ່ຽວ ລາວ ໃຫ້ຫຼາຍຂຶ້ນໃນຕະຫຼອດປີ 2020 ແລະ ກໍໄດ້ແຈ້ງການໄປເຖິງອຳນາດການປົກຄອງແຂວງໃນທົ່ວປະເທດ ເພື່ອໃຫ້ດຳເນີນການພັດທະນາ, ປັບ ປຸງບໍລິການ ແລະ ສະຖານທີ່ຕ່າງໆໃຫ້ເໝາະສົມກັບລາຍໄດ້ຂອງຄົນ ລາວ ດັ່ງກ່າວ ໂດຍຄາດວ່າພາກສ່ວນທີ່ຈະໄດ້ຮັບຜົນປະໂຫຍດຈາກແຜນການນີ້ກໍຄືໂຮງແຮມ-ບ້ານພັກ 2,920 ແຫ່ງ, ບໍລິສັດທ່ອງທ່ຽວ 575 ລາຍ, ສະຖານທີ່ທ່ອງທ່ຽວ 809 ແຫ່ງ, ຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທີງ 2,000 ກວ່າແຫ່ງທົ່ວປະເທດ.

XS
SM
MD
LG