ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນຜະລິດ ດ້ານພະລັງງານ ແລະ ບໍ່ແຮ່ໃນ ລາວ ເພີ່ມຂຶ້ນ 8 ເປີເຊັນໃນປີ 2011-2015


ຜົນຜະລິດໃນພາກພະລັງງານ ແລະ ບໍ່ແຮ່ຄາດວ່າຈະເພີ່ມຂຶ້ນ ເປັນ 20 ເປີເຊັນຂອງ GDP ໃນປີ 2020​
ຜົນຜະລິດໃນພາກພະລັງງານ ແລະ ບໍ່ແຮ່ຄາດວ່າຈະເພີ່ມຂຶ້ນ ເປັນ 20 ເປີເຊັນຂອງ GDP ໃນປີ 2020​

ການຜະລິດໃນພາກພະລັງງານ ແລະ ແຮ່ທາດຂອງ ລາວ ເພີ່ມຂຶ້ນ ສະເລ່ຍ 8 ເປີເຊັນໃນຊ່ວງປີ 2011-2015 ໂດຍມີມູນຄ່າລວມ ຫຼາຍກວ່າ 94,342 ຕື້ກີບ ຄິດເປັນ 12 ເປີເຊັນຂອງຍອດຜະລິດ ຕະພັນລວມພາຍໃນ.

ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ໄດ້ສະເໜີລາຍ ງານວ່າຜົນຜິດຜະລິດໃນພາກພະລັງງານ ແລະ ບໍ່ແຮ່ ໄດ້ເພີ່ມຂຶ້ນໃນອັດຕະສະເລ່ຍ 8 ເປີ ເຊັນຕໍ່ປີໃນແຜນການປີ 2011-2015 ໂດຍມີມູນຄ່າລວມ 94,342.39 ຕື້ກີບຄິດເປັນ 12 ເປີ ເຊັນຂອງຍອດຜະລິດຕະພັນລວມພາຍໃນ (GDP) ເພີ່ມຂຶ້ນ 9.22 ເປີເຊັນທຽບັບແຜນການປີ 2006-2010.

ທາງດ້ານທ່ານ ສຸລິວົງ ດາລາວົງ ອະດີດລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍແຮ່ ສະເໜີລາຍງານວ່າໃນຊ່ວງແຜນການປີ 2014-2015 ການຜະລິດໃນພາກພະລັງງານ ແລະ ການຂຸດຄົ້ນແຮ່ທາດໄດ້ຂະຫຍາຍຕົວເພີ່ມຂຶ້ນ 12 ເປີເຊັນ ເມື່ອທຽບໃສ່ໃນໄລຍະດຽວກັນໃນ ແຜນການປີ 2013-2014 ທີ່ຜ່ານມາຊຶ່ງກໍເປັນຜົນເຮັດໃຫ້ມີລາຍໄດ້ຈາກການສົ່ງອອກໄຟຟ້າ ໃນມູນຄ່າ 385 ລ້ານໂດລາ ແລະ ແຮ່ທາດ 856 ລ້ານໂດລາ.

ພ້ອມກັນນີ້ ທ່ານ ສຸລິວົງ ດາລາວົງ ໄດ້ໃຫ້ການຄາດໝາຍດ້ວຍວ່າຜົນຜະລິດໃນພາກພະລັງ ງານ ແລະ ບໍ່ແຮ່ຈະເພີ່ມຂຶ້ນເປັນ 20 ເປີເັຊນຂອງ GDP ໃນປີ 2020​ ຖ້າຫາກວ່າສາມາດຮັກ ສາອັດຕາການຂະຫຍາຍຕົວໃຫ້ໄດ້ໃນລະດັບ 12 ເປີເຊັນຕໍ່ປີໃນແຜນການປີ 2016-2020 ໂດຍແບ່ງເປັນການຂະຫຍາຍຕົວຂອງຂະແໜງພະລັງງານໃນອັດຕາສະເລ່ຍ 15 ເປີເຊັນ ແລະ ຂະແໜງບໍ່ແຮ່ໃນອັດຕາສະເລ່ຍ 10 ເປີເຊັນຕໍ່ປີຕາມລຳດັບ.

ລົດຈົກກຳລັງຕັກເອົາດິນທີ່ມີຄຳປະປົນໃສ່ລົດຖອກດິນ ທີ່ບໍ່ຄຳແຫ່ງໜຶ່ງໃນ ລາວ.
ລົດຈົກກຳລັງຕັກເອົາດິນທີ່ມີຄຳປະປົນໃສ່ລົດຖອກດິນ ທີ່ບໍ່ຄຳແຫ່ງໜຶ່ງໃນ ລາວ.

​ທ່ານ ສຸລິວົງ ຢືນຢັນວ່າການພັດທະນາພະລັງງານໃນ ລາວ ທີ່ສ່ວນ ໃຫຍ່ເປັນການສ້າງເຂື່ອນໄຟຟ້ານັ້ນຖືເປັນພະລັງງານທີ່ສະອາດສົ່ງ ຜົນກະທົບຕໍ່ສັງຄົມ ແລະ ສະພາບແວດລ້ອມທຳມະຊາດໃນລະດັບ ທີ່ຕ່ຳຫຼາຍ ທັງຍັງຈະສົ່ງຜົນດີຕໍ່ການພັດທະນາເສດຖະກິດເພື່ອຍົກ ລະດັບຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນ ລາວ ໃຫ້ດີຂຶ້ນ ເທື່ອລະກ້າວອີກດ້ວຍ ດັ່ງທີ່ທ່ານ ສຸລິວົງ ໄດ້ເນັ້ນຢ້ຳວ່າ.

"ການພັດທະນາໄຟຟ້າຢູ່ໃນ ສປປ ລາວ ສ່ວນໃຫຍ່ແມ່ນໄຟຟ້າ ນຳ້ຕົກ ຊຶ່ງຈັດເປັນພະລັງງານໃນກຸ່ມແຫຼ່ງພະລັງງານທີ່ ສະອາດ ເປັນພະລັງງານທົດແທນໄດ້ ແລະ ມີຜົນກະທົບໜ້ອຍຕໍ່ສິ່ງແວດ ລ້ອມທຳມະຊາດ ແລະ ສັງຄົມ ພ້ອມກັນນັ້ນພະລັງງານໄຟຟ້ານ້ຳ ຕົກຍັງປະກອບສ່ວນອັນໃຫຍ່ຫຼວງຕໍ່ການພັດ ທະນາທ້ອງຖິ່ນຊົນນະບົດໄປໃນຕົວ ເປັນ ການປະກອບສ່ວນສ້າງລາຍຮັບແຫ່ງຊາດຈາກການຂາຍໄຟຟ້າ ແລະ ເປັນການຊ່ວຍໃຫ້ ຂະແໜງການອື່ນໆໄດ້ຮັບການພັດທະນາອີກດ້ວຍ."

ທັງນີ້ໂດຍຈາກການສຶກສາໃນໄລຍະທີ່ຜ່ານມາພົບວ່າ ການກໍ່ສ້າງເຂື່ອນໃນ ລາວ ຢ່າງເຕັມ ກຳລັງນັ້ນຈະເຮັດໃຫ້ສາມາດຜະລິດພະລັງງານໄຟຟ້າໄດ້ລວມກັນ ລະຫວ່າງ 28,000 ເຖິງ 30,000 ເມກະວັດທັງກໍຍັງຈະສົ່ງຜົນດີຕໍ່ການພັດທະນາ ເພື່ອການລົບລ້າງບັນຫາຄວາມຍາກ ຈົນຂອງປະຊາຊົນ ລາວ ບັນດາເຜົ່າທີ່ຢູ່ເຂດຊົນນະບົດອີກດ້ວຍ.

ແຕ່ຢ່າງໃດກໍຕາມ ສຳລັບໃນດ້ານຂະແໜງບໍ່ແຮ່ນັ້ນ ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ທຳ ການກວດສອບການດຳເນີນງານຂອງ ບັນດາບໍລິສັດທີ່ໄດ້ຮັບສຳປະທານຂຸດຄົ້ນແຮ່ທາດໃນ ທົ່ວປະເທດຊຶ່ງພົບວ່າ ການດຳເນີນງານຂອງບໍລິສັດສ່ວນໃຫຍ່ບໍ່ເປັນໄປຕາມສັນຍາເຊັ່ນການ ຄຸ້ມຄອງໂຄງການບໍໄດ້ມາດຕະຖານ ຈຶ່ງສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ລະບົບນິ ເວດວິທະຍາ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງ.

ສ່ວນການຊົດເຊີຍຕໍ່ຜົນເສຍຫາຍຂອງປະຊາຊົນນັ້ນ ກໍດຳເນີນໄປຢ່າງຊັກຊ້າ ໃນຂະນະດຽວ ກັນກໍຍັງມີການນຳໃຊ້ນິຕິກຳໃນການແຈ້ງຊຳລະພາສີອາກອນທີ່ ກ່ຽວກັບການຂຸດຄົ້ນແຮ່ທາດ ທີ່ບໍ່ໂປ່ງໄສ ແລະ ການປະຕິບັດໜ້າທີ່ຂອງພະນັກງານລັດ ກໍຍັງບໍ່ລວມສູນ ແລະ ບໍ່ເປັນເອກະ ພາບການໃນທົ່ວປະເທດ ຈຶ່ງເຮັດໃຫ້ເກີດມີການສັບສົນໃນການຄຸ້ມຄອງ ແລະ ການຈັດເກັບ ລາຍຮັບຂອງລັດຖະບານ ລາວ ດ້ວຍ.

ໂດຍສຳປະທານທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງພະລັງງານ ມີເຖິງ 226 ບໍລິສັດ ຊຶ່ງ ກວມເອົາພື້ນທີ່ຂຸດຄົ້ນລວມກັນກວ້າງກວ່າ 58,569 ກິໂລແມັດມົນທົນ ໂດຍຄິດເປັນເກືອບ 25 ເປີເຊັນຂອງພື້ນທີ່ທັງໝົດຂອງປະເທດ ລາວ ໃນປະຈຸບັນ.

XS
SM
MD
LG