ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊ້າງປ່າຈໍານວນນຶ່ງ ໜີຈາກ ຝັ່ງລາວ ຂ້າມໄປໄທ


ຊ້າງປ່າໂຕນຶ່ງ ທີ່ຫລົບໜີ ຈາກລາວ ໄປຍັງປະເທດໄທ
ຊ້າງປ່າໂຕນຶ່ງ ທີ່ຫລົບໜີ ຈາກລາວ ໄປຍັງປະເທດໄທ
ຊ້າງປ່າຈໍານວນ 3-4 ໂຕ ໄດ້ພາກັນອົບພະຍົບຂ້າມແມ່ນໍ້າຂອງ
ຈາກຝັ່ງລາວໄປຫາໄທ ໂດຍເຊື່ອວ່າມີສາເຫດທີ່ສໍາຄັນມາຈາກ ການລັກລອບລ່າສັດປ່າເພື່ອການຄ້າຜິດກົດ ໝາຍໃນລາວທີ່
ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ເຈົ້າໜ້າທີ່ຂັ້ນສູງໃນຈັງຫວັດນະຄອນພະນົມຂອງໄທ ໃຫ້ການ
ຢືນຢັນວ່າ ຊ້າງປ່າຈໍານວນຢ່າງໜ້ອຍ 3 ໂຕ ໄດ້ອົບພະຍົບ ຂ້າມແມ່ນໍ້າຂອງຈາກເຂດແຂວງບໍລິຄໍາໄຊຂອງລາວເຂົ້າໄປ ໃນເຂດອໍາເພີບ້ານແພງ ຈັງຫວັດນະຄອນພະນົມໃນພາກຕາ
ເວັນອອກສຽງເໜືອ ຫຼື ພາກອີສານຂອງໄທ ນັບຕັ້ງແຕ່ວັນທີ
11 ມີນາເປັນຕົ້ນ ມາແລ້ວ ແລະໃນຂະນະນີ້ຊ້າງປ່າຈໍານວນ ດັ່ງກ່າວກໍໄດ້ເຂົ້າໄປຢູ່ໃນເຂດອະນຸລັກປ່າໄມ້ພູລັງກາ ຊຶ່ງເປັນ
ເຂດອຸດທິຍານແຫ່ງຊາດທີ່ຕັ້ງຢູ່ລະຫວ່າງຈັງຫວັດນະຄອນພະນົມກັບຈັງຫວັດບຶງການ.

ສາເຫດທີ່ເຮັດໃຫ້ຊ້າງປ່າຈໍານວນດັ່ງກ່າວນີ້ ອົບພະຍົບຂ້າມແມ່ນໍ້າຂອງຈາກຝັ່ງລາວໄປ
ຫາໄທນັ້ນ ກໍຍັງບໍ່ແຈ້ງຂາວວ່າເປັນຍ້ອນສາເຫດອັນໃດແທ້ ຫາກແຕ່ ວ່າເຈົ້າໜ້າທີ່ຂັ້ນສູງ
ໃນຈັງຫວັດນະຄອນພະນົມຂອງໄທກໍເຊື່ອວ່າ ເປັນຍ້ອນຊ້າງປ່າຖືກລ່າຢູ່ໃນຝັ່ງລາວ ດັ່ງທີ່
ທ່ານໄດ້ໃຫ້ການຢືນຢັນກັບວີໂອເອວ່າ:

ເຈົ້າໜ້າທີ່ອຸດທິຍານ ເຂົາກໍມາເຝົ້າລະວັງກັນ ແລ້ວກໍຊ້າງກໍເດີນທາງຕໍ່ໄປ ທາງບຶງໂຂງຫຼົງ ແລ້ວກໍຕໍ່ໄປທາງບຸ່ງຄະລາ. ກໍໄດ້ຂ່າວ ກໍຄືກັນທົ່ວໆໄປ ໄດ້ຂ່າວວ່າ ມີຄົນໄລ່ມັນ ມັນກໍໜີຂ້າມແມ່ນໍ້າມາຝັ່ງໄທ ແຕ່ກໍບໍ່ຮູ້ວ່າ ມັນ ແມ່ນຄວາມຈິງຫຼືບໍ່ ເພາະເປັນຂ່າວ ທີ່ເວົ້າກັນໄປເວົ້າກັນມາ.”

ຝູງຊ້າງປ່າທີ່ໄດ້ຮັບການປົກປ້ອງ
ຝູງຊ້າງປ່າທີ່ໄດ້ຮັບການປົກປ້ອງ

ທາງດ້ານເຈົ້າໜ້າທີ່ອຸດທະຍານແຫ່ງຊາດພູລັງກາຂອງໄທ ກໍ
ເປີດເຜີຍໃຫ້ຮູ້ວ່າ ຊ້າງປ່າເພດຜູ້ທີ່ໂຕໃຫຍ່ທີ່ສຸດ ມີຄວາມສູງ
ເຖິງ 3 ແມັດ ແລະໜັກກວ່າ 3 ໂຕນ ແຕ່ເປັນທີ່ໜ້າສັງເກດວ່າ
ງວງຂອງຊ້າງດັ່ງກ່າວນີ້ ມີບາດແຜ ຄ້າຍກັບຮອຍລູກປືນ ຈຶ່ງມີ
ຄວາມເປັນໄປໄດ້ວ່າ ຊ້າງປ່າເຫຼົ່ານີ້ ໄດ້ພາກັນອົບພະຍົບຂ້າມ
ແມ່ນໍ້າຂອງຈາກຝັ່ງລາວມາໄທ ຍ້ອນຖືກລ່າໂດຍກຸ່ມນັກຄ້າສັດ
ປ່າໃນລາວນັ້ນເອງ.

ກ່ອນໜ້ານີ້ ອົງການອະນຸລັກຊ້າງໃນເອເຊຍ (ElefantAsia) ລາຍງານວ່າຈໍານວນປະຊາກອນຊ້າງຢູ່ໃນລາວ ຍັງຄົງຫລຸດລົງຢ່າງຕໍ່ເນື່ອງ ໂດຍຈາກການ
ເກັບກໍາຂໍ້ມູນຫລ້າສຸດ ເຮັດໃຫ້ສາມາດປະເມີນໄດ້ວ່າ ໃນປັດຈຸບັນ ຍັງມີປະຊາກອນຊ້າງ
ບ້ານ ເຫຼືອຢູ່ໃນລາວພຽງແຕ່ບໍ່ເກີນ 470 ໂຕເທົ່ານັ້ນ ສ່ວນປະຊາກອນຊ້າງປ່ານັ້ນ ກໍເຊື່ອ
ວ່າມີຈໍານວນໜ້ອຍກວ່າຊ້າງບ້ານຢ່າງແນ່ນອນ ເນື່ອງຈາກວ່າຊ້າງປ່າ ຍັງຕ້ອງປະເຊີນກັບ
ການຖືກລ່າ ໂດຍກຸ່ມລັກລອບຄ້າສັດປ່າຢູ່ຕະຫຼອດເວລາ.

ຍີ່ງໄປກວ່ານັ້ນ ເມື່ອປະກອບກັບບັນຫາການຕັດໄມ້ທໍາລາຍປ່າຢ່າງໜັກໜ່ວງຢູ່ໃນທົ່ວປະ
ເທດລາວດ້ວຍແລ້ວ ກໍຍັງໄດ້ທໍາລາຍຖິ່ນຢູ່ ແລະແຫຼ່ງອາຫານຂອງຊ້າງ ແລະສັດປ່ານາໆ
ຊະນິດ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ເນື່ອງເຖິງການຜະສົມພັນຂອງ ສັດປ່າອີກດ້ວຍ ໂດຍຜົນ
ທີ່ຕິດຕາມມາກໍຄືປະຊາກອນຊ້າງປ່າໄດ້ຫລຸດຈໍານວນລົງ ຢ່າງຕໍ່ເນື່ອງ ແລະຖ້າຫາກວ່າ
ບັນຫາດັ່ງກ່າວນີ້ຍັງບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ ກໍເຊື່ອວ່າຊ້າງປ່າໃນລາວ ຈະສູນພັນໄປ
ພາຍໃນ 50 ປີຢ່າງແນ່ນອນ.

ການຊ່ວຍເຫລືອຂອງສະຫະລັດໃນດ້ານການອະນຸລັກ ສັດປ່າໃນລາວ
ການຊ່ວຍເຫລືອຂອງສະຫະລັດໃນດ້ານການອະນຸລັກ ສັດປ່າໃນລາວ

ທາງດ້ານອົງການຄຸ້ມຄອງສັດປ່າ (WCS) ທີ່ໃຫ້ການຊ່ວຍ
ເຫຼືອລັດຖະບານລາວ ໃນການອະນຸລັກເສືອໂຄ່ງໃນເຂດ ປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍໃນພາກເໜືອຂອງ
ລາວນັ້ນ ກໍລາຍງານວ່າ ໃນປັດຈຸບັນນີ້ຍັງຄົງເຫຼືອປະຊາກອນ
ເສືອໂຄ່ງ ໃນເຂດປ່າສະຫງວນດັ່ງກ່າວພຽງບໍ່ເກີນ 30 ໂຕ ແລະຍັງມີທ່າອຽງທີ່ຈະລົດຈໍາ ນວນລົງເລື້ອຍໆ ເນຶ່ອງຈາກ ການລັກລອບລ່າເສືອໂຄ່ງໃນລາວເພື່ອສົ່ງອອກໄປຕ່າງ ປະເທດຍັງຄົງເກີດຂຶ້ນຢູ່ເລື້ອຍມາ ໂດຍເຖິງແມ່ນວ່າ WCS
ຈະຮ່ວມມືກັບ ທາງການລາວທໍາການລາດຕະເວນ ໃນເຂດ ປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍ ນັບແຕ່ປີ 2010 ມາແລ້ວກໍຕາມ ຫາກແຕ່ກໍບໍ່ສາ
ມາດເຮັດໄດ້ຢ່າງທົ່ວເຖິງ ແລະບັນຫານີ້ຍັງໄດ້ເກີດຂຶ້ນໃນທຸກເຂດປ່າສະຫງວນແຫ່ງຊາດ ອີກດ້ວຍ.

ນອກຈາກບັນຫາປະຊາກອນຊ້າງ ເສືອ ແລະສັດປ່າຫລຸດຈໍານວນລົງຢ່າງຕໍ່ເນື່ອງແລ້ວ ກໍຍັງມີບັນຫາກ່ຽວກັບປະຊາກອນປາບຶກໃນແມ່ນໍ້າຂອງທີ່ຫລຸດຈໍານວນລົງຢ່າງຕໍ່ເນື່ອງ
ເຊັ່ນດຽວກັນ ຊຶ່ງຕໍ່ບັນຫາດັ່ງກ່າວ ກໍເຮັດໃຫ້ທາງການສະຫະລັດອະເມຣິກາ ໂດຍມີທ່ານ
ນາງ Karen B. Stewart ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ໄດ້ສົ່ງມອບອຸບ
ປະກອນຕິດຕັ້ງສັນຍານດາວທຽມສໍາລັບນໍາໃຊ້ເຂົ້າໃນການຕິດຕາມ ການເຄຶ່ອນໄຫວຂອງ
ປາບຶກໃນແມ່ນໍ້າຂອງ ທັງນີ້ກໍເນື່ອງຈາກວ່າປະຊາ ກອນປາບຶກໄດ້ຫລຸດຈໍານວນລົງ
ຢ່າງໄວວາໃນຊ່ວງ 20 ປີມານີ້.
XS
SM
MD
LG