ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຜະລິດ ພະລັງໄຟຟ້າ ໃນລາວ ເພີ້ມຂຶ້ນ 7.5 ເປີເຊັນ ແຕ່ຄາດວ່າ ຈະຫຼຸດລົງ ໃນປີ 2019


ພິທີລົງນາມ ໃນສັນຍາຊື້ພະລັງງານໄຟຟ້າ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ໃນສປປ ລາວ ໂດຍບໍລິສັດ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫຼື EGAT.
ພິທີລົງນາມ ໃນສັນຍາຊື້ພະລັງງານໄຟຟ້າ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ໃນສປປ ລາວ ໂດຍບໍລິສັດ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫຼື EGAT.

ການຜະລິດພະລັງງານໄຟຟ້າໃນລາວ ເພີ້ມຂຶ້ນ 7.5 ເປີເຊັນ ໃນຕະຫຼອດປີ 2018 ນີ້
ສ່ວນການສົ່ງພະລັງງານໄຟຟ້າ ໄປຂາຍໃຫ້ໄທ ມີມູນຄ່າເພີ້ມຂຶ້ນ 23 ເປີເຊັນ ທຽບໃສ່
ປີ 2017 ແຕ່ຄາດວ່າ ຈະຂະຫຍາຍຕົວຫລຸດລົງ ໃນປີ 2019.

ທ່ານສຸລິນທອນ ເລືອງຄຳສິງ ນັກຊ່ຽວຊານດ້ານເສດຖະສາດຂອງທະນາຄານພັດທະ
ນາເອເຊຍ ຫຼື (ADB) ປະຈຳລາວ ຢືນຢັນວ່າ ການຜະລິດພະລັງງານໄຟຟ້າໃນຕະຫຼອດ
ປີ 2018 ນີ້ ໄດ້ຂະຫຍາຍຕົວເພີ້ມຂຶ້ນ ຈາກປີ 2017 ຄິດເປັນອັດຕາສະເລ່ຍ 7.5 ເປີເຊັນ
ຊຶ່ງກໍໄດ້ສົ່ງຜົນເຮັດໃຫ້ການສົ່ງອອກພະລັງງານໄຟຟ້າຂອງລາວ ຍັງສືບຕໍ່ເພີ້ມສູງຂຶ້ນ
ໂດຍສະເພາະແມ່ນການສົງພະລັງງານໄຟຟ້າໄປຂາຍໃຫ້ໄທນັ້ນ ກໍຄາດໝາຍວ່າ ຈະ
ປັບຕົວສູງຂຶ້ນ ເຖິງ 23 ເປີເຊັນ ໃນຕະຫຼອດປີ 2018 ນີ້ ຫາກແຕ່ດ້ວຍຜົນກະທົບ ຈາກ
ກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ 23 ກໍລະກົດ 2018 ອັນເປັນຜົນເຮັດ
ໃຫ້ລັດຖະບານລາວ ຕ້ອງດຳເນີນມາດຕະການກວດສອບ ໂຄງການກໍ່ສ້າງເຂື່ອນໄຟຟ້າ
ທຸກໂຄງການໃນລາວ ໃນເວລານີ້ ຍ່ອມຈະສົ່ງຜົນກະທົບຕໍ່ການຜະລິດພະລັງງານໄຟຟ້າ
ຂອງລາວ ໃນປີ 2019 ຢ່າງຫລີກລ່ຽງບໍ່ໄດ້ ດັ່ງທີ່ ທ່ານສຸລິນທອນ ໄດ້ໃຫ້ການຢືນຢັນວ່າ:

“ການກໍ່ສ້າງບັນດາເຂື່ອນໄຟຟ້າຕ່າງໆ ສຳລັບປີ 2018 ກະຍັງໄປຕາມແຜນ ໂດຍ
ສະເພາະ ກະເຫັນວ່າ ເຂື່ອນໄຟຟ້ານ້ຳຂອງຢູ່ໄຊຍະບູລີ ນ້ຳງຽບ-1 ແລະຫຼາຍໆ
ເຂື່ອນ ທີ່ກຳລັງດຳເນີນຢູ່ນັ້ນ ກໍຖືວ່າ ຍັງສືບຕໍ່ ເຖິງວ່າ ອາດຈະເຫັນວ່າ ບາງນະ
ໂຍບາຍ ທີ່ລັດຖະບານ ຈະມີການຍຸຕິ ເພື່ອທົບທວນເບິ່ງຄຸນນະພາບ ຫຼືວ່າ ຄວາມ
ສາມາດຕົວຈິງຂອງບັນດາເຂື່ອນຫັ້ນ ອັນນີ້ ອາດຈະບໍ່ແມ່ນເກີດຂຶ້ນພາຍໃນມື້ນີ້
ມື້ອື່ນ ຫຼືພາຍໃນປີ 2018 ມາດຕະການນັ້ນ ອາດຈະເລີ້ມເຂົ້າມາມີຜົນກະທົບ
ປີ 2019.”

ການ​ສຳ​ຫລວດ ກວດ​ກາ​ຫາ​ສາ​ເຫດ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ ຂອງ​ພວກ​ຊ່ຽວ​ຊານ
ການ​ສຳ​ຫລວດ ກວດ​ກາ​ຫາ​ສາ​ເຫດ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ ຂອງ​ພວກ​ຊ່ຽວ​ຊານ

ທັງນີ້ ໂດຍພາຍໃນປີ 2021 ລາວຈະມີແຫລ່ງຜະລິດພະລັງງານໄຟຟ້າ ເຖິງ 100
ໂຄງການ ທີ່ມີກຳລັງຕິດຕັ້ງລວມຫຼາຍກວ່າ 13,000 ເມກາວັດ ທີ່ສາມາດຜະລິດ
ກະແສໄຟຟ້າໄດ້ 67,000 ລ້ານກິໂລວັດຕໍ່ໂມງຕໍ່ປີ ໃນນີ້ແບ່ງເປັນ ແຫລ່ງຜະລິດ
ພະລັງງານໄຟຟ້າທີ່ມີຢູ່ແລ້ວ 54 ໂຄງການ ມີກຳລັງຕິດຕັ້ງ 7,162 ເມກາວັດ ທີ່
ສາມາດຜະລິດກະແສໄຟຟ້າໄດ້ເຖິງ 37,086 ລ້ານກິໂລວັດຕໍ່ໂມງ ແລະກຳລັງກໍ່ສ້າງ
46 ໂຄງການ ມີລັງຕິດຕັ້ງລວມ 5,900 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້
ເຖິງ 29,914 ລ້ານກິໂລວັດຕໍ່ໂມງ ຊຶ່ງສ່ວນໃຫຍ່ມີກຳນົດການກໍ່ສ້າງແລ້ວເສັດ ໃນ
ປີ 2020 ຫາ 2021 ແລະ 85 ເປີເຊັນ ຂອງພະລັງງານໄຟຟ້າທີ່ຜະລິດໄດ້ທັງໝົດນີ້
ຈະສົ່ງອອກໄປຕ່າງປະເທດ ໂດຍສະເພາະແມ່ນປະເທດໄທ ທີ່ຕົກລົງຮັບຊື້ກະແສ
ໄຟຟ້າ ຈາກລາວ ໃນປະລິມານລວມ 9,000 ເມກາວັດຕໍ່ປີ ນັບຈາກປີ 2019 ຫາ 2044.

ສຳລັບໃນປີ 2017 ຜ່ານມາ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫຼື EGAT ໄດ້ນຳ
ເຂົ້າພະລັງງານໄຟຟ້າຈາກລາວ ໃນມູນຄ່າລວມ 39,217.89 ລ້ານບາດ ຫຼື ປະມານ
1,189 ລ້ານໂດລາ ແລະສະເພາະໃນຊ່ວງ 9 ເດືອນຂອງປີ 2018 ກໍປາກົດວ່າ ໄທ
ໄດ້ນຳເຂົ້າພະລັງງານໄຟຟ້າ ຈາກລາວເພີ້ມຂຶ້ນຈາກໄລຍະດຽວກັນ ໃນປີ 2017 ຄິດ
ເປັນອັດຕາສະເລ່ຍເຖິງ 23 ເປີເຊັນ ຈຶ່ງຄາດວ່າ ໃນຕະຫຼອດປີ 2018 ໄທຈະນຳເຂົ້າ
ພະລັງງານໄຟຟ້າຈາກລາວ ໃນມູນຄ່າລວມເຖິງ 48,238 ລ້ານບາດ ຫຼື້ ປະມານ
1,462 ລ້ານໂດລາ.

ແຕ່ຢ່າງໃດກໍຕາມ ພົນອາກາດເອກ ປຣະຈິນ ຈັ່ນຕອງ ຮອງນາຍົກລັດຖະມົນຕີໄທ
ໃຫ້ການຢືນຢັນວ່າ ລັດຖະບານໄທ ບໍ່ມີແຜນການຈະຮັບຊື້ພະລັງງານໄຟຟ້າຈາກລາວ
ເພີ້ມຂຶ້ນໃນໄລຍະ 7 ຫາ 8 ປີຕໍ່ໜ້າ ໂດຍຈະຍັງຄົງການຮັບຊື້ ພະລັງງານໄຟຟ້າ ຈາກ
ລາວໄວ້ທີ່ລະດັບເດີມຄື 9,000 ເມກາວັດໃນຊ່ວງປີ 2019 ຫາ 2044 ເນື່ອງຈາກວ່າ
ໄທມີພະລັງງານໄຟຟ້າ ສຳຮອງເກີນຄວາມຕ້ອງການທີ່ເປັນຈິງເຖິງ 12,000 ເມກາວັດ
ໂດຍຄິດເປັນ 39 ເປີເຊັນ ທີ່ເກີນລະດັບຂອງການຊົມໃຊ້ພະລັງງານໄຟຟ້າທັງໝົດຂອງ
ໄທ ໃນປັດຈຸບັນ.

ຍິ່ງໄປກວ່ານັ້ນ ລັດຖະບານໄທ ຍັງໄດ້ກຳນົດແຜນການພັດທະນາແຫລ່ງພະລັງງານ
ທາງເລືອກ ທີ່ແນໃສ່ການເສີມສ້າງຄວາມໝັ້ນຄົງດ້ານພະລັງງານ ໃນໄລຍະຍາວ ໄວ້
ເປັນທີ່ຮຽບຮ້ອຍແລ້ວນັ້ນ ໝາຍຄວາມວ່າ ລັດຖະບານໄທ ຈະຫລຸດຜ່ອນການນຳເຂົ້າ
ພະລັງງານໄຟຟ້າ ຈາກຕ່າາງປະເທດລົງຢ່າງຕໍ່ເນື່ອງ ແລະຫັນມາໃຫ້ການສົ່ງເສີມ
ການຜະລິດພະລັງງານທາງເລືອກພາຍໃນປະເທດ ໃຫ້ຫຼາຍຂຶ້ນນັບມື້ ໂດຍສະເພາະ
ແມ່ນການເພີ້ມການຜະລິດພະລັງງານໝຸນວຽນ ທັງພະລັງງານແສງອາທິດ ພະລັງ
ງານລົມ ແລະພະລັງງານຈາກຊີວະມວນນັ້ນ ກໍຍັງຈະເຮັດໃຫ້ໄທ ບໍ່ມີຄວາມຈຳເປັນ
ທີ່ຈະຕ້ອງຊື້ກະແສໄຟຟ້າຈາກລາວ ໃນໄລຍະຍາວອີກດ້ວຍ.

XS
SM
MD
LG