ລັດຖະມົນລາວ ຢືນຢັນວ່າ ຈະບໍ່ມີການປັບຫລຸດພາສີມູນຄ່າເພີ້ມ ແລະຄ່າທໍານຽມການໃຊ້ໄຟຟ້າ ແລະນໍ້າປະປາ ໃຫ້ປະຊາຊົນໃນໄລຍະນີ້ ເຖິງແມ່ນວ່າ ຈະຖືກກະທົບຈາກການລະບາດຂອງເຊື້ອໄວຣັສ Covid-19 ກໍຕາມ. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ ມາສະເໜີທ່ານຈາກບາງກອກ.
ທ່ານຈະເລີນ ເຢຍປາວເຮີ, ລັດຖະມົນ ແລະໂຄສົກລັດຖະບານລາວ ຖະແຫລງຢືນຢັນວ່າ ຄະນະລັດຖະບານ ລາວ ໄດ້ມີມະຕິຕົກລົງໃນທ້າຍເດືອນເມສາ 2020 ດ້ວຍການບໍ່ເຫັນຊອບໃຫ້ມີການປັບຫລຸດອັນຕາພາສີ ມູນຄ່າເພີ້ມ ແລະຄ່າທໍານຽມ ໃນການຊົມໃຊ້ໄຟຟ້າ ແລະນໍ້າປະປາໃຫ້ປະຊາຊົນໃນໄລຍະນີ້ ເຖິງແມ່ນວ່າ ຈະເປັນຊ່ວງທີ່ປະຊາຊົນລາວໃນທົ່ວປະເທດ ຈະຖືກກະທົບຈາກການລະບາດຂອງເຊື້ອໄວຣັສ Covid-19 ກໍຕາມ ຫາກແຕ່ວ່າລັດຖະບານລາວກໍບໍ່ສາມາດທີ່ຈະອອກຄໍາສັ່ງໃຫ້ມີການປັບຫລຸດພາສີມູນຄ່າເພີ້ມ ແລະ ຄ່າທໍານຽມ ດັ່ງກ່າວໄດ້ ເພາະຈະກະທົບຕໍ່ລາຍຮັບຂອງລັດຖະບານຢ່າງຮຸນແຮງ ດັ່ງທີ່ທ່ານ ຈະເລີນ ໄດ້ຢືນຢັນວ່າ:
“ສໍາລັບການສະເໜີຂໍຫລຸດອາກອນມູນຄ່າເພີ້ມໄຟຟ້າ, ນໍ້າປະປານັ້ນ ເນື່ອງຈາກຈະມີຜົນກະທົບ ຕໍ່ການເກັບລາຍຮັບຫລາຍສົມຄວນ ຈຶ່ງເຫັນວ່າ ບໍ່ທັນຕົກລົງໄດ້ເທື່ອ ແລະນໍາໄປຄົ້ນຄວ້າຢ່າງ ລະອຽດ ຈະແຈ້ງຕື່ມ ແລ້ວຈຶ່ງຂໍພິຈາລະນາ ຈຶ່ງຄ່ອຍຕົກລົງຕໍ່ໄປ.”
ສ່ວນທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່ໃຫ້ການ
ຢືນຢັນວ່າ ລັດຖະບານລາວໄດ້ພິຈາລະນາປັບຫລຸດລາຄາການຊົມໃຊ້ພະລັງງານໄຟຟ້າ
ໃນຄົວເຮືອນ ແລະການຜະລິດສິນຄ້າ ຮວມເຖິງບໍລິການຕ່າງໆ ເມື່ອບໍ່ນານມານີ້ ເພື່ອ
ຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍຂອງປະຊາຊົນ ແລະຊ່ວຍຫລຸດຕົ້ນທຶນການຜະລິດສິນຄ້າແລະ
ບໍລິການຕ່າງໆ ທັງໃນພາກກະສິກຳ, ພາກອຸດສາຫະກຳ, ແລະພາກບໍລິການ ທັງນີ້ ໂດຍມີ
ການຫລຸດລາຄາລົງ 50 ເປີເຊັນໃຫ້ກັບຜູ້ທີ່ມີລາຍໄດ້ຕ່ຳທີ່ຊົມໃຊ້ໄຟຟ້າບໍ່ເກີນ 150 ກິໂລ
ວັດ/ໂມງ ໃນແຕ່ລະເດືອນ ໂດຍຈະເລີ້ມການຈັດຕັ້ງປະຕິບັດນັບຈາກເດືອນພຶດສະພາ
2020 ໄປຈົນເຖິງທ້າຍປີ 2025 ແລະຈະມີການປັບລາຄາຂຶ້ນ ໃນອັດຕາສະເລ່ຍ 1 ເປີເຊັນ
ໃນແຕ່ລະປີ.
ໂດຍຄ່າໄຟຟ້າສຳລັບທີ່ຢູ່ອາໄສກໍຄື 355 ກີບ ຕໍ່ກິໂລວັດ/ໂມງ ແຕ່ວ່າຄົວເຮືອນທີ່ໃຊ້ໄຟຟ້າ
ເກີນກວ່າ 150 ຕໍ່ກິໂລວັດ/ໂມງນັ້ນ ຈະຄິດຄ່າໄຟຟ້າໃນອັດຕາ 710 ກີບຕໍ່ກິໂລວັດ/ໂມງ.
ສ່ວນທຸລະກິດບັນເທີງ ຈະມີອັດຕາຄ່າໄຟຟ້າສູງທີ່ສຸດກໍຄື 1,385 – 1,532 ກີບຕໍ່ກິໂລວັດ
/ໂມງ ແລະໂຮງງານອຸດສາຫະກຳຈະຄິດຄ່າອັດຕາສະເລ່ຍ 600 ກີບ ແລະ 761 ກີບຕໍ່ກິ
ໂລວັດ/ໂມງໃນປີ 2020 ແລະປັບເພີ້ມຂຶ້ນ ເປັນ 631 ກີບ ຕໍ່ກິໂລວັດ/ໂມງ ໃນປີ 2025.
ສຳລັບຫົວໜ່ວຍຜະລິດ ກະສິກຳນັ້ນ ຈະຄິດອັດຕາຕໍ່າທີ່ສຸດ ຄື 448- 600 ກີບຕໍ່ກິໂລວັດ
/ໂມງ ໃນຂະນະທີ່ບັນດາສະຖານທູດກັບອົງການສາກົນຈະຄິດຄ່າໄຟຟ້າໃນອັດຕາ 9231
-970 ກີບຕໍ່ກິໂລວັດ/ໂມງ.
ກ່ອນໜ້ານີ້ ລັດວິສາຫະກິດໄຟຟ້າລາວ (EDL) ໄດ້ຈັດແບ່ງການຊົມໃຊ້ໄຟຟ້າເປັນ 7
ປະເພດ ຄືການຊົມໃຊ້ໄຟຟ້າໃນຄົວເຮືອນ ພາກຊົນລະປະທານ ໜ່ວຍງານຂອງລັດ
ຖະບານ ພາກອຸດສາຫະກຳ ພາກທຸລະກິດ ອົງການສາກົນ ສະຖານບັນເທີງ ແລະໄດ້
ແບ່ງການຈັດເກັບຄ່າໄຟຟ້າ ໃນຄົວເຮືອນເປັນ 6 ອັດຕາ ຄືຕັ້ງແຕ່ 348 ກີບ ເຖິງ 999
ກີບຕໍ່ກິໂລວັດ/ໂມງ ສ່ວນນອກນັ້ນ ຈັດເກັບໃນອັດຕາໃນອັດຕາຕັ້ງແຕ່ 516 ກີບ ເຖິງ
1,429 ກີບ ຕໍ່ກິໂລວັດ/ໂມງ. ພ້ອມກັນນັ້ນ ຍັງມີການຈັດເກັບພາສີມູນຄ່າເພີ້ມໃນອັດ
ຕາ 10 ເປີເຊັນ ອີກດ້ວຍ.
ທາງດ້ານ ທ່ານສົມຈັນພິລາລົມ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້າ ໃນນະຄອນວຽງຈັນ
ຢືນຢັນວ່າ ໃນປັດຈຸບັນນີ້ອຳນາດການປົກຄອງເຂດນະຄອນວຽງຈັນຍັງຕິດຄ້າງການຊຳ
ລະຄ່າພະລັງງານໄຟຟ້າ ໃນມູນຄ່າຮວມເກີນກວ່າ 40 ຕື້ກີບ ໂດຍເປັນຄ່າພະລັງງານໄຟ
ຟ້າໃນສ່ວນຂອງໄຟເຍືອງທາງ ທັງລະບົບທີ່ຕິດຕັ້ງ ໃນທົ່ວເຂດນະຄອນວຽງຈັນ ຊຶ່ງການ
ທີ່ບໍ່ມີງົບປະມານສຳລັບຊຳຫລະຄ່າໄຟຟ້າດັ່ງກ່າວ ຈຶ່ງເຮັດໃຫ້ເກີດແນວຄິດທີ່ຈະຂໍການ
ປະກອບສ່ວນຈາກປະຊາຊົນລາວ ໃນເຂດນະຄອນວຽງຈັນ ດ້ວຍການຈັດເກັບເພີ້ມເຂົ້າ
ໃນຄ່າຊົມໃຊ້ໄຟຟ້າລາຍເດືອນ ໃນແຕ່ລະຄົວເຮືອນນັ້ນ.
ໃນປັດຈຸບັນມີແຫຼ່ງຜະລິດພະລັງງານໄຟຟ້າແລ້ວເຖິງ 73 ແຫ່ງ ມີກຳລັງຕິດຕັ້ງລວມ 9,531 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້ 50,438 ລ້ານກິໂລວັດ/ໂມງ ແລະລາວຈະມີແຫລ່ງຜະລິດໄຟຟ້າ ເພີ້ມຂຶ້ນເປັນ 100 ໂຄງການ, ມີກໍາລັງຕິດຕັ້ງລວມເຖິງ 13,000 ເມກາວັດ ທີ່ຜະລິດໄຟຟ້າໄດ້ 67,000 ລ້ານກິໂລວັດ1ໂມງໃນປີ 2021.