ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໔ ກໍລະກົດ ໒໐໒໔

ບັນຫາໄພເງິນເພີ້ ແລະເສດຖະກິດຝືດເຄືອງທີ່ຮ້າຍແຮງຂຶ້ນ ຂະນະທີ່ງົບປະມານການສຶກສາ ກໍເພີ້ມຂຶ້ນ ເຮັດໃຫ້ນັກຮຽນອອກໂຮງຮຽນ


ໂຮງຮຽນ ມັດທະຍົມສຶກສາສົມບູນວຽງຈັນ
ໂຮງຮຽນ ມັດທະຍົມສຶກສາສົມບູນວຽງຈັນ

ບັນຫາໄພເງິນເພີ້ ແລະເສດຖະກິດຝືດເຄືອງທີ່ຮ້າຍແຮງຂຶ້ນ ຂະນະທີ່ມີຂີດຈໍາກັດໃນດ້ານງົບປະມານການສຶກສາ ແລະໂອກາດທີ່ຈະໄດ້ວຽກເຮັດງານທໍາ ເປັນສາເຫດເຮັດໃຫ້ນັກຮຽນ, ນັກສຶກສາມີຄວາມທໍ້ແທ້ໃຈ ແລະອອກໂຮງຮຽນກ່ອນຈົບເພື່ອໄປຊອກຫາອອກແຮງງານຢູ່ຕ່າງປະເທດ ຫລືອອກມາເຮັດວຽກງານ ກະສິກໍາເພື່ອຫາລ້ຽງຊີບຕົນເອງ ຫລືຊ່ວຍພໍ່ແມ່ນັ້ນ ເປັນຈໍານວນຫລາຍ. ນັກຂ່າວຂອງພວກເຮົາມີລາຍງານມາສະເໜີທ່ານໃນອັນດັບຕໍ່ໄປ.

ລັດຖະບານລາວ ໄດ້ມີການເນັ້ນຢໍ້າ ແລະປະກາດຢ່າງຊັດເຈນເຖິງແນວທາງນະໂຍບາຍຂອງຕົນທີ່ມີມາຕະຫລອດເກືອບຮອດ 5 ທົດສະວັດແລ້ວວ່າ ໃນການພັດທະນາປະເທດນັ້ນ ຕ້ອງເອົາການສຶກສາ ໄປກ່ອນບາດກ້າວນຶ່ງ ເມື່ອທຽບໃສ່ຂະແໜງການອື່ນ ແຕ່ໃນສະພາບຕົວຈິງແລ້ວ ຜູ້ຄົນຫລວງຫລາຍ ພາກັນຕັ້ງຄໍາ ຖາມ ແລະ ສົນທະນາກັນຫລາຍຢູ່ໃນສື່ສັງຄົມອອນໄລນ໌ ແລະໃນສະພາກາເຟຕ່າງໆວ່າ ການສຶກສາໃນປະເທດລາວ ມີແນວໂນ້ມທີ່ມີຄຸນນະພາບຫລຸດລົງ ແລະ ນັກຮຽນນັກສຶກສາ ກໍບໍ່ຄ່ອຍສົນໃຈໄປຮຽນຕໍ່ໃນລະດັບສູງ ຫລື ປະລະການຮຽນ ເພື່ອໄປຊອກຫາອອກແຮງງານຢູ່ຕ່າງປະເທດ ໂດຍສະເພາະແມ່ນໃນປະເທດໄທ ຫລືບໍ່ ກໍອອກໂຮງຮຽນເພື່ອໄປເຮັດໄຮ່ເຮັດນາຊ່ວຍພໍ່ແມ່ ແລະຫາລ້ຽງຊີບຕົນເອງ. ສາເຫດຕົ້ນຕໍທີ່ພາໃຫ້ເປັັນເຊັ່ນນັ້ນ ກໍຄືຄວາມເຊື່ອໝັ້ນ ຫລື ຄວາມຫວັງ ທີ່ຈະມີວຽກເຮັດງານທໍາອັນດີຫລັງຈາກຮຽນຈົບຊັ້ນສູງນັ້ນ ໄດ້ເສື່ອມຖອຍລົງໄປນັບມື້ ດັ່ງທີ່ຊາຍໜຸ່ມຜູ້ນຶ່ງທີ່ຫາກໍຮຽນຈົບມັດທະຍົມ ປາຍເມື່ອບໍ່ດົນມານີ້ ຢູ່ເມືອງຄົງເຊໂດນ ແຂວງສາລະວັນ ທີ່ຕັດສິນໃຈ ບໍ່ໄປຮຽນຕໍ່ ໄດ້ເປີດເຜີຍຄວາມຮູ້ສຶກຂອງລາວສູ່ພວກເຮົາຟັງວ່າ:

“ຮຽນໄປກະບໍ່ມີເສັ້ນມີສາຍ ບໍ່ມີເປົ້າໝາຍ ບໍ່ມີເງິນ ພໍ່ກະເສຍແລ້ວ ຍັງແຕ່ແມ່ ແມ່ກະທຸກ, ເງິນກະບໍ່ມີ ກະເລີຍວ່າ ຊິບໍ່ຮຽນ ກະເລີຍອອກມາຊ່ວຍວຽກແມ່.”

ພ້ອມກັນນັ້ນ ຜູ້ກ່ຽວຍັງບອກວ່າ ຕົນກໍາລັງຊອກຫາໂອກາດທີ່ຈະໄປເຮັດວຽກໃນປະເທດໄທເພື່ອຫາເງິນມາຈຸນເຈືອຄອບຄົວອີກດ້ວຍ.

ເຊັ່ນດຽວກັນ, ບັນດາຄູອາຈານກໍເຫັນວ່າ ເສດຖະກິດຝືດເຄືອງເນື່ອງຈາກໄພເງິນເຟີ້ ແລະໂອກາດທີ່ຈະມີວຽກເຮັດງານທໍາ ທີ່ຈໍາກັດຄືສາເຫດ ສໍາຄັນທີ່ພາໃຫ້ນັກສຶກສາຫລາຍຄົນບໍ່ຢາກຮຽນຕໍ່ໃນຂັ້ນສູງ ດັ່ງທີ່ອະດີດພະນັກງານ ທ່ານນຶ່ງໃນກະຊວງສຶກສາໃຫ້ເຫດຜົນວ່າ:

“ເງິນເຟີ້ ສອງຈົບມາບໍ່ມີວຽກໃຫ້ເຮັດ ຈັກຊິເຮັດແນວໃດ ມາຮຽນນີ້ ກະເປັນພາລະໃຫ້ພໍ່ແມ່ຫລາຍ ເງິນຊິເອົາມາແຕ່ໃສ ເງິນເຟີ້ຄືສູ່ມື້ນີ້ ”.

ສະພາບການນີ້ ເຮັດໃຫ້ໂຮງຮຽນຫຼາຍແຫ່ງມີຈໍານວນນັກຮຽນຫນ້ອຍລົງຢ່າງຜິດປົກກະຕິ ໂດຍສະເພາະແມ່ນໃນເຂດຊົນນະບົດ. ອີກດ້ານນຶ່ງ ທ່າອ່ຽງທີ່ວ່ານີ້ ໄດ້ ສະແດງອອກໃນຕົວເລກຂອງນັກສຶກສາຈົດທະບຽນເຂົ້າສອບເສັງ ເພື່ອຮຽນໃນມະຫາວິທະຍາໄລຕ່າງໆ ທົ່ວປະເທດຫລຸດລົງ ຢ່າງ ຫລວງຫລາຍຊຶ່ງບໍ່ພຽງພໍກັບຄວາມຕ້ອງການຂອງແຜນການຮອງຮັບຂອງມະຫາວິທະຍາໄລ. ສໍາລັບສົກສຶກສາ ປີ 2023-2024 ທີ່ເປີດຂຶ້ນໃນເດືອນກັນຍາຜ່ານມາ ມີຄວາມແຕກໂຕນກັນ ໃນມະຫາວິທະະຍາໄລ 4 ແຫ່ງຂອງລາວ ມີຄື :

  1. ມະຫາວິທະຍາໄລສຸພານຸວົງ ຢູ່ຫລວງພະບາງ: ລົງທະບຽນຮຽນ 484 ຄົນ ຂະນະທີ່ມີຄວາມຕ້ອງການ 1566 ຄົນ
  2. ມະຫາວິທະຍາໄລ ສະຫວັນນະເຂດ : ລົງທະບຽນ 271 ຄົນ, ທີ່ຈິງມີຄວາມຕ້ອງການ 1516 ຄົນ
  3. ມະຫາວິທະຍາໄລ ຈໍາປາສັກ : ລົງທະບຽນ 221 ຄົນ, ຕ້ອງການ 1405. ຄົນ
  4. ມະຫາວິທະຍາໄລແຫ່ງຊາດ : ລົງທະບຽນ 7440 ຄົນ ຂະນະທີ່ມີຄວາມຕ້ອງການ 6688 ຄົນ


ເຖິງແມ່ນວ່າ ມະຫາວິທະຍາໄລແຫ່ງຊາດທີ່ເປັນມະຫາວິທະຍາໄລໃຫຍ່ທີ່ສຸດຂອງ ລາວຈໍານວນນັກສຶກສາລົງທະບຽນເພື່ອເຂົ້າສອບເສັງເຂົ້າຮຽນແມ່ນຫລຸດລົງເລື້ອຍໆ ນັບແຕ່ສົກຮຽນປີ 2020-2021 ທີ່ມີ 16,700 ກວ່າຄົນ ຫລຸດລົງມາເປັນ 9,000 ກວ່າຄົນ ໃນສົກຮຽນປີ 2021-2022.

ແຕ່ກົງການຂ້າມ ຕົວເລກຂອງຊາວໜຸ່ມລາວທີ່ລົງທະບຽນຂໍໄປເຮັດວຽກໃນຕ່າງປະເທດເຊັ່ນເກົາຫລີໃຕ້ ແລະຍີ່ປຸ່ນ ຜັດມີຫລາຍສິບພັນຄົນ ໃນເດືອນຜ່ານມາ ເຖິງແມ່ນວ່າ ການຮັບເອົາກໍາມະກອນໄປເຮັດວຽກໃນປະເທດເຫລົ່ານີ້ ແມ່ນມີ ພຽງແຕ່ 2,000 ຫາ 3,000 ຄົນຕໍ່ປີກໍຕາມ, ອີງຕາມແຫລ່ງຂ່າວທ້ອງຖິ່ນ.

ແຕ່ຢ່າງໃດກໍຕາມ ໃນມຸມມອງຂອງບາງຄົນກັບເຫັນວ່າ ສາເຫດທີ່ພາໄດ້ນັກຮຽນອອກໂຮງງານກ່ອນຈົບຊັ້ນຮຽນ ຫລືບໍ່ສົນໃຈທີ່ຈະຮຽນໃນຊັ້ນສູງນັ້ນ ແມ່ນເປັນຍ້ອນຄວາມຝັກໄຝ່ ແລະເລັງເຫັນຄວາມສໍາຄັນໃນການສຶກສາຂອງນັກຮຽນເອງ ດັ່ງທີ່ພະນັກງານຜູ້ອະວຸດໂສ ທີ່ເປັນຄະນະບ້ານທີ່ຮັບຜິດຊອບດ້ານການສຶກສາໃນເຂດຊົນນະບົດແຫ່ງນຶ່ງໃນແຂວງຈໍາປາສັກໃຫ້ຄໍາເຫັນວ່າ:

ຍ້ອນໂຕເອງ ຊິວ່າ ພໍ່ແມ່ບໍ່ມີເງິນສົ່ງເສີມຊຸກຍູ້ຫັ້ນ ບໍ່ເປັນຫຍັງ ເປັນນໍາເຂົາເອງ ເອີສັງຄົມອອນໄລນ໌ຫັ້ນແຫລະ ມັນກະເລີຍເຮັດໃຫ້ເຂົາບໍ່ຢາກຮຽນ ພໍ່ແມ່ຍັງເທັກແຄໃຫ້ຢູ່ ຍັງສະໜັບສະໜູນຢູ່ ຄວາມໝາຍມັນຫັ້ນ ບໍ່ແມ່ນພໍ່ແມ່ເວົ້າວ່າ ເຊົາສາຮຽນ ໄປກະບໍ່ໄດ້ເປັນນາຍດອກບໍ່ມີ ພໍ່ແມ່ທຸກຄົນກະຫວັງຢາກໃຫ້ລູກມີການສຶກສາຫັ້ນແລ້ວ ເອີສໍາຄັນການສຶກສາມັນໃຫ້ໂອກາດ ເຖິງແມ່ນວ່າ ພວກເຮົາຫັ້ນນະຊິບໍ່ໄດ້ໄປສັງກັດຢູ່ທາງໜ່ວຍລັດຖະການເພິ່ນກໍຕາມ ແຕ່ເຮົາກະຍັງມີຄວາມຄິດສໍາລັບເຮົາມີລະດັບຄວາມຮູ້ຫັ້ນ ຊິເອົາໂຕເອງລອດ.”

ສ່ວນທະນາຄານໂລກນັ້ນ ໄດ້ວິເຄາະວ່າ ໄພ​ເງິນ​ເຟີ້​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ຄອບຄົວ​ຄົນລາວ​ເກືອບຮອດ 90 ​ເປີ​ເຊັນ ໃນ​ຂະ​ນະທີ່ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ແລະ​ຄ່າ​ຈ້າງງານໃນ​ພາກ​ລັດ​ໄດ້ຫລຸດລົງ​ 27 ເປີເຊັນ ແລະ 24 ເປີເຊັນຂອງ​ມູນ​ຄ່າ​ຕົວ​ຈິງ ຕາມລໍາດັບ ​ໃນ​ໄລ​ຍະປີ 2020-2022 ຊຶ່ງບັງຄັບ​ໃຫ້​ເຂົາ​ເຈົ້າ​ຕ້ອງ​ໃຊ້​ຍຸດ​ທະ​ສາດໃນການ​ຮັບ​ມືກັບຜົນກະທົບທີ່ຕາມມາ ຊຶ່ງໃນນັ້ນຫຼາຍກວ່າສາມສ່ວນສີ່ຂອງຄົວເຮືອນທີ່ໄດ້ຮັບຜົນກະທົບທີ່ວ່ານີ້ ໄດ້ຫຼຸດຜ່ອນການບໍລິໂພກອາຫານ ຫຼື ປ່ຽນໄປໃຊ້ສິ່ງທີ່ລາຄາຖືກກວ່າ, ຜະລິດເອງ ຫຼື ຊອກພືດຜັກ ແລະສັດປ່າມາກິນ. ນອກນັ້ນ ຫຼາຍ​ກວ່າ​ເຄິ່ງ​ນຶ່ງຂອງຄອບຄົວທີ່ນອນໃນ 90 ເປີເຊັນຂອງຄົນລາວ ໄດ້​ຫຼຸດ​ຜ່ອນ​ການ​ໃຊ້​ຈ່າຍໃນ​ດ້ານ​ການ​ສຶກ​ສາ ແລະ​ສຸ​ຂະ​ພາບ. ມີ​ລາຍ​ງານ​ວ່າ ປະມານ 7 ເປີເຊັນ​ຂອງ​ເດັກນ້ອຍ​ທີ່​ມາ​ຈາກ​ຄອບຄົວ​ທີ່​ມີ​ລາຍ​ໄດ້​ຕ່ຳ​ ໄດ້​ເຊົາ​ຮຽນ​ໃນ​ປີ 2022, ຕົ້ນຕໍ​ແມ່ນ​ຍ້ອນ​ເຫດຜົນ​ດ້ານ​ການ​ເງິນ. ອີກດ້ານນຶ່ງ ທ່ານເພໂດຣ ມາຕິ້ນສ໌, ນັກເສດຖະສາດອາວຸໂສປະຈໍາຫ້ອງການທະນາຄານໂລກໃນລາວ ເວົ້າວ່າລັດຖະບານລາວໄດ້ຫລຸດງົບປະມານການສຶກສາ, ສາທາລະນະສຸກ ແລະສະຫວັດດີສັງຄົມລວມກັນຢູ່ 9 ເປີເຊັນ ຄື ຈາກປີ 2013 ທີ່ມີປະມານ 24 ເປີເຊັນ ມາເປັນພຽງແຕ່ 15 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ ຫລື GDP ໃນປີ 2022 ເຖິງແມ່ນວ່າ GDP ມີທ່າອ່ຽງເພີ້ມຂຶ້ນກໍຕາມ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG