ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເສດຖະສາດ ລາວ ຢືນຢັນວ່າ ການຟື້ນຟູເສດຖະກິດ ພາຍຫຼັງການລະບາດ COVID-19 ຈະຕ້ອງໃຊ້ເວລາ ເກີນກວ່າ 2 ປີ


ລົດບັນທຸກຂົນສິນຄ້ານຳເຂົ້າໃນ ລາວ.
ລົດບັນທຸກຂົນສິນຄ້ານຳເຂົ້າໃນ ລາວ.

ນັກເສດຖະສາດ ລາວ ຢືນຢັນວ່າ ການຟື້ນຟູເສດຖະກິດຂອງ ລາວ ພາຍຫຼັງການລະບາດຂອງພະຍາດ COVID-19 ຈະຕ້ອງໃຊ້ເວລາເກີນກວ່າ 2 ປີ ໂດຍສະເພາະການຟື້ນຟູໃນພາກບໍລິການ ແລະ ທ່ອງທ່ຽວນັ້ນ.

ທ່ານ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດຖະແຫຼງຍອມ ຮັບວ່າ ການລະບາດຂອງໄວຣັສ COVID-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງ ລາວ ຢ່າງຮຸນ ແຮງທີ່ສຸດນັບແຕ່ມີການສ້າງຕັ້ງ ສປປ ລາວ ຢ່າງເປັນທາງການໃນປີ 1975 ເປັນຕົ້ນມາ ໂດຍຜົນກະທົບທີ່ເກີດຂຶ້ນຢ່າງກວ້າງຂວາງໃນເວລານີ້ກໍຄືສະພາວະການຂາດທຶນຂອງບັນດາຫົວໜ່ວຍທຸລະກິດໃນທົ່ວປະເທດຕໍ່ເນື່ອງດ້ວຍການເລີກຈ້າງແຮງງານ ແລະ ການຕົກຕໍ່າທາງດ້ານລາຍຮັບຂອງລັດຖະບານ ລາວ ຊຶ່ງຄາດວ່າຈະຕ້ອງໃຊ້ເວລາເກີນກວ່າ 2 ປີເພື່ອການຟື້ນຟູໃຫ້ກັບຄືນສູ່ສະພາວະປົກກະຕິ ໂດຍສະເພາະການຟື້ນຟູໃນພາກທຸລະກິດບໍລິການ ແລະ ທ່ອງທ່ຽວນັ້ນຈະຕ້ອງໃຊ້ເວລາຍາວນານທີ່ສຸດດັ່ງທີ່ທ່ານ ລີເບີ ໄດ້ຢືນຢັນວ່າ

“ຜົນກະທົບຕໍ່ກັບເສດຖະກິດຂອງປະເທດພວກເຮົາແມ່ນຮ້າຍແຮງສົມຄວນ ນຶ່ງກະຄືພາກທຸລະກິດ ສອງກະຄືແຮງງານຈາກຂະແໜ່ງທຸລະກິດທີ່ບໍ່ທັນສາມາດຟື້ນຟູໄດ້ ກະບໍ່ມີວຽກງານທຳ ແລະ ອັນທີສາມກະຄືໃນເມື່ອພາກທຸລະກິດບໍ່ໄດ້ຮັບການຟື້ນຟູຜົນກະທົບໃຫຍ່ທີ່ສຸດ ກະຄືກະທົບຕໍ່ລາຍຮັບງົບປະມານ ຊຶ່ງສຳລັບລັດຖະບານຈະຕ້ອງມີນະໂຍບາຍເຮັດຈັ່ງໃດຈຶ່ງຈະຊຸກຍູ້-ສົ່ງເສີມພາກທຸລະກິດໃຫ້ໄປ ເວົ້າງ່າຍໆຄືຂະແໜງທ່ອງທ່ຽວເນາະ ທ່ອງທ່ຽວນີ້ໄລຍະປີນຶ່ງ-ສອງປີນີ້ຄືສິບໍ່ທັນສາມາດຟື້ນຟູໄດ້ ການທ່ອງທ່ຽວຈາກຕ່າງປະເທດເພາະວ່າດຽວນີ້ທ່າອຽງຍັງບໍ່ທັນດີເລີຍ.”

ທາງດ້ານທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນຢືນຢັນວ່າ ການລະບາດຂອງໄວຣັສ COVID-19 ເຮັດໃຫ້ເສດຖະກິດໃນ ລາວ ເກີດການເສຍຫາຍຄິດເປັນມູນຄ່າຫຼາຍກວ່າ 7,000 ຕື້ກີບ ນັບແຕ່ໄດ້ປະກາດຄຳສັ່ງນາຍົກລັດຖະມົນຕີເລກທີ 06 ເພື່ອສະກັດກັ້ນການລະບາດຂອງ COVID-19 ໃນເດືອນເມສາ 2020 ເປັນຕົ້ນມາ ໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວເຂົ້າມາ ລາວ ແລະ ກະທົບຕໍ່ການຄ້າ ແລະ ການຂົນສົ່ງສິນຄ້າ ລະຫວ່າງ ລາວ ກັບ ຕ່າງຊາດອີກດ້ວຍ.

ເຖິງແມ່ນວ່າລັດຖະບານ ລາວ ຈະໄດ້ອະນຸຍາດໃຫ້ຫົວໜ່ວຍທຸລະກິດສາມາດດຳເນີນກິດຈະການໄດ້ໃນຊ່ວງວັນທີ 2-30 ມິຖຸນາ 2020 ກໍຕາມ ແຕ່ຍັງຕ້ອງປະຕິບັດມາດຕະການປ້ອງກັນ COVID-19 ພາຍໃຕ້ເງື່ອນໄຂການດຳລົງຊີວິດປົກກະຕິແບບໃໝ່ຢ່າງເຄັ່ງຄັດ ກໍຄືການຮັກສາໄລຍະຫ່າງຢ່າງໜ້ອຍ 1​ ແມັດ, ການຈັດໃຫ້ມີບ່ອນລ້າງມືດ້ວຍນໍ້າສະອາດ, ສະບູ່ ຫຼື ເຈລ, ການໃສຜ້າອັດປາກ, ດັງ, ການວັດແທກອຸນຫະພູມຮ່າງກາຍ ແລະ ການອະນາໄມສະຖານທີ່ເປັນຕົ້ນ ໂດຍທີ່ຜ່ານມາຄະນະສະເພາະກິດເພື່ອຄວບຄຸມ, ປ້ອງກັນ ແລະ ແກ້ໄຂການລະບາດຂອງ COVID-19 ໃນ ລາວ ກໍໄດ້ປະສານງານກັບໂຄງການຕ່າງໆຢ່າງໃກ້ຊິດ ຊຶ່ງລວມເຖິງໂຄງການຂຸດຄົ້ນແຮ່ທາດ, ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ໂຮງງານຜະລິດສິນຄ້າຕ່າງໆທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດໃນ ລາວ ອີກດ້ວຍ.

ສ່ວນທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງຊາດ ກໍຖະແຫຼງວ່າ ທະນາຄານທຸລະ ກິດ 43 ລາຍໃນທົ່ວປະເທດ ໄດ້ລາຍງານຕໍ່ທະນາຄານແຫ່ງ ສປປ ລາວ ວ່າມີລູກໜີ້ຂອງທະນາ ຄານຈຳນວນ 4,918 ລາຍທີ່ຖືກກະທົບຈາກການລະບາດຂອງເຊື້ອໄວຣັສ ໂຄວິດ-19 ໄດ້ຂໍຜ່ອນ ຜັນ ແລະ ເລື່ອນການຊຳລະໜີ້ເງິນກູ້ ແລະ ດອກເບ້ຍຄືນໃຫ້ທະນາຄານເຈົ້າໜີ້ຕາມນະໂຍບາຍຂອງລັດຖະບານ ລາວ ໂດຍຄິດເປັນມູນໜີ້ລວມກັນເກີນກວ່າ 13,000 ຕື້ກີບ ຫຼືຫຼາຍກວ່າ 1,444 ລ້ານໂດລາ.

ສະພາອຸດສາຫະກຳແລະການຄ້າແຫ່ງຊາດປະເມີນວ່າ ພາກບໍລິການທ່ອງທ່ຽວຈະມີການເລີກຈ້າງພະນັກງານຫລາຍກວ່າ 8 ໝື່ນຄົນ ແລະ ຄາດວ່າພາກບໍລິການໃນລາວ ຈະສູນເສຍລາຍຮັບຫລາຍກວ່າ 350 ລ້ານໂດລາ ເພາະການປິດດ່ານຊາຍແດນໃນທົ່ວປະເທດ ນັບແຕ່ທ້າຍເດືອນມີນາ 2020 ເປັນຕົ້ນມາ ສ່ວນສະພາອຸດສາຫະກຳແລະການຄ້າຂອງສະຫະພາບຢູໂຣບ (EU) ໃນ ລາວ ຄາດວ່າ ເກີນກວ່າ 70 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດໃນລາວ ຕ້ອງສູນເສຍລາຍໄດ້ຫລາຍກວ່າ 50 ເປີເຊັນ ຂອງລາຍໄດ້ທັງໝົດໃນປີ 2020 ຊຶ່ງຈະເຮັດໃຫ້ຫົວໜ່ວຍທຸລະກິດເຫລົ່ານີ້ ບໍ່ມີເງິນຊຳລະໜີ້ຄືນໃຫ້ທະນາຄານ ອີກທັງຍັງຈະຕ້ອງມີການເລີກຈ້າງແຮງງານຫຼາຍກວ່າ 1 ລ້ານຄົນໂດຍທີ່ບໍ່ມີຫຼັກປະກັນທາງດ້ານສະຫວັດດີການສັງຄົມແຕ່ຢ່າງໃດ.

XS
SM
MD
LG