ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງບັນຊາການ ປາບປາມຢາເສບຕິດ ຂອງລັດຖະບານລາວ ຕ້ອງການງົບປະມານຫຼາຍຂຶ້ນສໍາລັບນໍາໃຊ້ ໃນການຍົກລະດັບປະສິດທິພາບ ການປະຕິບັດງານ


ຢາເສບຕິດທີ່ຈັບໄດ້ໃນ ສປປ ລາວ
ຢາເສບຕິດທີ່ຈັບໄດ້ໃນ ສປປ ລາວ

ກອງບັນຊາການປາບປາມຢາເສບຕິດຂອງລັດຖະບານລາວ ຕ້ອງການງົບປະມານຫຼາຍຂຶ້ນສໍາລັບນໍາໃຊ້ໃນການຍົກລະດັບປະສິດທິພາບການປະຕິບັດງານຂອງຕໍາຫຼວດປາບປາມຢາເສບຕິດໃຫ້ສູງຂຶ້ນ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ປະສານງານຕ່າງປະເທດ ດ້ານການປາບປາມການຄ້າຢາເສບຕິດ ຂອງລາວເປີດເຜີຍວ່າ ການດໍາເນີນມາດຕະການປາບປາມການຄ້າຢາເສບຕິດໃນລາວຈະມີປະສິດທິພາບສູງຂຶ້ນ ຖ້າຫາກວ່າໄດ້ຮັບການສະໜັບສະໜຸນທາງດ້ານງົບປະ ມານຢ່າງພຽງພໍກັບຄວາມຕ້ອງການໂຕຈິງ ແຕ່ວ່າລັດຖະບານລາວກໍບໍ່ສາມາດຈັດສັນງົບປະມານໃຫ້ໄດ້ຢ່າງພຽງພໍ ອັນເຮັດໃຫ້ການດໍາເນີນມາດຕະການປາບປາມບໍ່ເທົ່າທັນກັບການເຄື່ອນໄຫວຂອງຂະບວບຄ້າຢາເສບຕິດທີ່ມີເຄືອຂ່າຍຢ່າງກວ້າງ ຂວາງທັງໃນລາວ ແລະປະເທດເພື່ອນບ້ານໃນເຂດລຸ່ມແມ່ນໍ້າຂອງນໍາກັນ ໂດຍສະເພາະແມ່ນຄວາມຕ້ອງການດ້ານງົບປະມານເພື່ອນໍາໃຊ້ໃນການຍົກລະດັບຂອງການປະຕິບັດການປາບປາມການຄ້າຢາເສບຕິດໃຫ້ມີປະສິດທິພາບສູງຂຶ້ນນັ້ນ ກໍຄືພາກສ່ວນທີ່ຈະຕ້ອງໄດ້ຮັບການສະໜັບສະໜຸນດ້ານງົບປະມານຢ່າງຮີບດ່ວນທີ່ສຸດ ເພາະຍັງມີເຈົ້າໜ້າທີ່ປາບປາມການຄ້າຢາເສບຕິດຈໍານວນຫຼາຍທີ່ມີຄວາມສາມາດ ຕໍ່າໃນການປະຕິບັດງານ ແລະຮູ້ບໍ່ເທົ່າທັນກັບກົນອຸບາຍຂອງແກັ່ງຄ້າຢາເສບຕິດນັ້ນເອງ, ດັ່ງທີ່ຜູ້ປະສານງານຕ່າງປະເທດຢືນຢັນວ່າ:

“ການເຄື່ອນໄຫວເຮັດວຽກງານແກ້ໄຂບັນຫາຢາເສບຕິດນີ້ ພະນັກງານພວກເຮົາກໍມີໜ້ອຍໃນການເຄື່ອນໄຫວແກ້ໄຂ, ບາງເທື່ອກະແນ່ນອນ ການຄ່ອງແຄ້ວ ການເຮັດໜ້າທີ່ອັນນີ້ ພວກເຮົາກະຍັງບໍ່ທັນພົວພັນ ແລະການເຂົ້າເຖິງເປົ້າໝາຍກະຍັງບໍ່ທັນຫຼາຍປານໃດ ແລະການແກ້ໄຂນີ້ ພະນັກງານພວກເຮົາກະຖືກບາດເຈັບເດ້ໃນການມ້າງແກ້ໄຂຄະດີນິ, ອັນນີ້ ຂ້າພະເຈົ້າ”ພະນັກງານພວກເຮົາ ການຝຶກທັກສະວິຊາສະເພາະ ການຄ່ອງແຄ້ວໃນການເຂົ້າຫາເປົ້າໝາຍ ຫຼືການເຂົ້າຫາຊອກຄົ້ນ ກໍາເປົ້າໝາຍນີ້ເພື່ອວ່າເລັງໃສ່ຈະໄປແກ້ ຍັງບໍ່ທັນໄດ້ເທົ່າທີ່ຄວນ.”

ແຕ່ແນວໃດກໍຕາມ, ການແລກປ່ຽນຂໍ້ມູນ-ຂ່າວສານດ້ານຢາເສບຕິດຢ່າງໃກ້ຊິດລະຫວ່າງ ລາວ ກັບ ຈີນ, ມຽນມາ ແລະ ໄທ ໃນໄລຍະ 2 ປີມານີ້ ກໍໄດ້ເປັນຜົນເຮັດໃຫ້ທາງການຕໍາຫຼວດລາວສາມາດຈັບນັກຄ້າຢາເສບຕິດໄດ້ເຖິງ 13,935 ຄົນ ໃນນີ້ລວມຜູ້ຕ້ອງຫາສັນຊາດຈີນ, ມຽນມາ, ຫວຽດນາທ ແລະໄທ 2,083 ຄົນ, ສ່ວນຢາເສບຕິດ ແລະສານເຄມີທີ່ຢຶດໄດ້ຈາກການຈັບກຸມໃນໄລຍະດັ່ງກ່າວ 80 ໂຕນ ເຊັ່ນ ຢຶດຢາບ້າໄດ້ 285 ລ້ານເມັດ, ຜົງຢາບ້າ 59 ກິໂລ, ຢາໄອຊ໌ຫຼາຍກວ່າ 7,193 ກິໂລ, ເຮໂຣອີນ 507 ກິໂລ, ກັນຊາແຫ້ງຫຼາຍກວ່າ 20 ໂຕນ, ຝິ່ນ 380 ກິໂລ, ເຄຕາມິນ 2.5 ໂຕນ, ຢາອີ 20 ກິໂລ, ຄາເຟອີນ 168 ກິໂລ, ໂຄເຄນ 3 ກິໂລ, ສານເຄມີຫຼາຍກວ່າ 51 ໂຕນ, ອາວຸດປືນ-ຍານພາຫະ ນະ ແລະອຸປະກອນສື່ສານທີ່ທັນສະໄໝຫຼາຍກວ່າ 3 ໝື່ນລາຍການ, ເຊິ່ງເພີ້ມຂຶ້ນຫຼາຍກວ່າ 2 ເທົ່າທຽບໃສ່ໄລຍະດຽວກັນເມື່ອ 2 ປີກ່ອນໜ້ານີ້ ແຕ່ວ່າກໍຍັງບໍ່ສາມາດຈັບກຸມນັກຄ້າຢາເສບຕິດລາຍໃຫຍ່ໄດ້ເລີຍ ເພາະວ່າ ເປັນການຍາກທີ່ຈະເຂົ້າເຖິງໂຕພວກເຂົາເຈົ້າ ແລະສ່ວນຫຼາຍກໍມີເຄືອຂ່າຍເປັນພະນັກງານລັດທີ່ທຸຈະລິດໃນໜ້າທີ່ອີກດ້ວຍ,ດັ່ງທີ່ຕໍາຫຼວດປາບປາມຢາເສບຕິດຢືນຢັນວ່າ:

“ບັນຫານຶ່ງລະແມ່ນ ສືບຕໍ່ປັບປຸງກໍາລັງໃຫ້ມີຄວາມເຂັ້ມແຂງ ຄວາມຈົງຮັກພັກດີ ແລ້ວກໍໂປ່ງໃສຫັ້ນແຫຼະ, ຄັນວ່າເຮົາບໍ່ປັບປຸງກໍາລັງ ບໍ່ເຂັ້ມແຂງນິ ພວກເຮົາມີບັນຫາ, ທຸກມື້ນີ້ຖືວ່າບາງພາກສ່ວນນີ້ບໍ່ສົນໃຈໃນລະບຽບກົດໝາຍ ລະບຽບພັດ-ລັດນີ້ນະ, ຈັງຊັ້ນ ວຽກຕໍາຫຼວກ ກັບວຽກທະຫານ ເຮົາຕ້ອງໄດ້ເຂັ້ມແຂງກ່ອນ ລະບຽບວິໄນໃຫ້ມັນເຂັ້ມງວດ, ຕ້ອງມີຄວາມສັດຊື່ ຫ້າວຫັນຕໍ່ໜ້າທີ່, ຄັນວ່າຫ້າວຫັນແລ້ວແມ່ນໄດ້ເລື້ອງແຫຼະ ດີບບໍ່ດີກໍຕ້ອງໄດ້ໄປກ່ອນ ຢ້ານແຕ່ວ່າເວົ້າແຕ່ຢູ່ເຈ້ຍຢູ່ສໍ 5-6 ເດືອນບໍ່ເໜັງບໍ່ຕີງນິ ອັນຕະລາຍເດ້, ວຽກເຮົານີ້ແມ່ນເກີດຍາມໃດ ຕ້ອງໄດ້ແກ້ຍາມນັ້ນ ກັບຂໍໃຫ້ມີຄວາມສັດຊື່ຕື່ມ.”

ຍິ່ງ​ໄປກວ່ານັ້ນ, ການກະທໍາຜິດກ່ຽວກັບຢາເສບຕິດ ຖືເປັນຄະດີຄວາມທາງອາຍາທີ່ມີການຟ້ອງຮ້ອງຕໍ່ສານປະຊາຊົນລາວຫຼາຍທີ່ສຸດອີກດ້ວຍ ເຖິງແມ່ນວ່າຈະເກີດການລະບາດພະຍາດໄວຣັສໂຄວິດ-19 ຢ່າງຮຸນແຮງກໍຕາມ ແຕ່ກໍບໍ່ໄດ້ເຮັດໃຫ້ ການລັກລອບຂົນສົ່ງ ແລະການຄ້າຢາເສບຕິດຫຼຸດລົງແຕ່ຢ່າງໃດ ກົງກັນຂ້າມຊໍ້າພັດປາກົດວ່າມີການລັກລອບຢ່າງເປັນຂະບວນການທີ່ມີລັກສະນະຂ້າມຊາດ ແລະມີເຄືອຂ່າຍຢ່າງກວ້າງຂວາງທັງໃນ ລາວ ແລະຕ່າງປະເທດ ເຖິງແມ່ນລັດຖະບານລາວກໍໄດ້ປະກາດເປັນວາລະແຫ່ງຊາດແລ້ວວ່າ ຈະປາບປາມການຄ້າຢາເສບຕິດໃຫ້ໄດ້ຢ່າງສົມບູນໃນປີ 20 ກໍຕາມ ແຕ່ກໍຄົງຈະເປັນໄປບໍ່ໄດ້ແລ້ວ.

XS
SM
MD
LG