ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງນ​າ​ຍົກ​ລາວ ຍອມ​ຮັບ​ວ່າ ການ​ສໍ້​ໂກງ​ທີ່​ດິນ​ໂດຍ​ພະ​ນັກ​ງານ​ລັດ ເປັນ​ບັນ​​ຫາ​ໃຫຍ່


ເນື້ອ​ທີ່​ດິນ ໃນ ສ​ປ​ປ ລາວ.
ເນື້ອ​ທີ່​ດິນ ໃນ ສ​ປ​ປ ລາວ.

ຮອງນາຍົກລັດຖະມົນຕີລາວຍອມຮັບວ່າ ການຈັດທຳເອກກະສານປອມ ເພື່ອຍັກຍອກ
ເອົາທີ່ດິນ ໂດຍບັນດາພະນັກງານລັດເພື່ອຂາຍໃຫ້ນັກທຸລະກິດລາວ ແລະຊາວຕ່າງ
ຊາດໃນລາວ ຖືເປັນບັນຫາທີ່ໃຫຍ່ຂຶ້ນນັບມື້ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກ
ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ຄະ​ນະ​ສະ​ເພາະ​ກິດ ເພື່ອ​ການ​ສຶກ​ສາ​ວິ​ໄຈ ແລະ​ວິ​ເຄາະ​ບັນ​ຫາ​
ການ​ນຳ​ໃຊ້​ທີ່​ດິນ​ໃນ​ທົ່ວ​ປະ​ເທດ​ລາວເປີດ​ເຜີຍວ່າ ການ​ຈັດ​ທຳ​ເອກ​ກະ​ສານ​ປອ​ມ​ເພື່ອ​
ຍັກ​ຍອກ​ເອົ​າ​ທີ່​ດິນ​ຂອງ​ລັດ​ຖະ​ບານ ແລະ​ການ​ສໍ້​ໂກງ​ເອົາ​ທີ່​ດິນ​ຂອງ​ປະ​ຊາ​ຊົນ​ລາວ
ເພື່ອ​ນຳ​ເອົ​າ​ໄປ​ຂາຍ ​ຫຼືໃຫ້​ສຳ​ປະ​ທານ​ແກ່​ບັນ​ດາ​ບໍ​ລິ​ສັດ​ຕ່າງ​ຊາດທີ່​ລົງ​ທຶນ​ຢູ່​ໃນ​ລາວ
​ຍັງ​ຄົງ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ໂດຍ​ໃນ​ນີ້​ຍັງ​ລວມ​ເຖິງ​ການ​ປອມ​ແປງ​ໃບ​ຕາ​ດິນເພື່ອ
​ໃຊ້​ໃນ​ການ​ຄ້ຳ​ປະ​ກັນ ການ​ກູ້​ຢືມ​ເງິນ​ທັງ​ຈາກ​ທະ​ນາ​ຄານ​ລັດ ແລະ​ເອກ​ກະ​ຊົນ​ໃນ​
ລາວ​ດ້ວຍ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ຢືນ​ຢັນ​ດ້ວຍ​ວ່າ ຈາກ​ການກວ​ດ​ກາ​ໃນ​ປີ 2017-2018 ທີ່
​ຜ່ານ​ມາ​ ສາ​ມາດ​ຍຶດເອົາ​ທີ່​ດິນ​ຂອງ​ລັດ​ຖະ​ບານ​ກັບ​ຄືນ​ມາ​ໄດ້​ກວ່າ 10,000 ເຮັກ​ຕາ
ທີ່​ຖືກ​ລັກ​ລອບ​ຂາຍ​ໃຫ້​ນັກ​ທຸລະ​ກິດລາວ ແລະ​ຊາວ​ຕ່າງ​ຊາດ​ໃນ​ລາວ ສ່ວນ​ທີ່​ດິນ​ຂອງ
​ປະ​ຊາ​ຊົນທີ່​ຖືກ​ສໍ້​ໂກງ​ໄປ​ນັ້ນ ກໍ​ໄດ້​ມີ​ການ​ຟ້ອງ​ຮ້ອງ​ຕໍ່​ສານ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາ​ຍ​
ພັນ​ຄະ​ດີ ແລະ​ຄິດ​ເປັນ​ພື້ນ​ທີ່​ຂັດ​ແຍ້ງ​ຫຼາຍ​ໝື່ນ​ເຮັກ​ຕາ​ໃນ​ເວ​ລາ​ນີ້.

ທາງ​ດ້ານ​ທ່ານ​ບຸນ​ທອງ ຈິດ​ມະ​ນີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍອມ​ຮັບ​ວ່າການ​ຍັກ​ຍອກ
​ເອົາ​ທີ່​ດິນ​ຂອງ​ລັດ​ຖະ​ບານ ແລະ​ການ​ສໍ້​ໂກງ​ເອົາ​ທີ່​ດິນ​ຂອງ​ປະ​ຊາ​ຊົນ ໂດຍ​ບັນ​ດາ​ພະ​
ນັກ​ງານ​ຂອງ​ລັດ​ຖະ​ບານລາວ ​ເປັນ​ບັນ​ຫາ​ໃຫຍ່ຂຶ້ນ​ນັບ​ມື້ ແລະ​ໄດ້​ເກີດ​ຂຶ້​ນ​ຢ່າງກວ້າງ
​ຂວາງ ໃນ​ຂະ​ນະ​ທີ່​ການ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ທີ່​ດິນ​ຂອງ​ລັດ​ຖະ​ບານ ທີ່​ຖືກ​ຍັກ​ຍອກ ຫຼື​
ຈັບ​ຈອງ​ເອົາ​ຢ່າງບໍ່ຖືກ​ກົດ​ໝາຍ​ນັ້ນກໍ​ຍັງ​ບໍ່​ມີ​ປະ​ສິດ​ທິ​ພາບ ເພ​າະ​ອຳ​ນາດ​ການ​ປົກ​ຄອງ​
ໃນ​ລະ​ດັບ​ທ້ອງ​ຖິ່ນ​ບໍ່​ໃຫ້​ກາ​ນ​ຮ່ວມ​ມື​ເທົ່າ​ທີ່​ຄວນ ເຖິງ​ແມ່ນ​ວ່າ​ລັດ​ຖະ​ບານ​ຈະ​ໄດ້​ມີ​ຄຳ​
ສັ່ງ ແລ​ະ​ໃຫ້​ການ​ຊີ້​ນຳ​ໄປ​ແລ້ວ​ກໍ​ ຕ​າມ ດັ່ງ​ທີ່​ທ່ານ​ບຸນ​ທອ​ງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ປັດ​ຈຸ​ບັນລະ​ແມ່ນເລື້ອງ​ການ​ຈັບ​ຈອງ​ທີ່​ດິນ ການ​ເກັບ​ກໍ​າຂໍ້​ມູນ​ກ່ຽວກັບການຍັກ​
ຍອກ​ທີ່​ດິນ​ບໍ່​ທັນ​ໝົດ​ໃນ​ທົ່ວ​ປະ​ເທດ ໃຫ້​ແຕ່​ລະ​ແຂວງ ແຕ່​ລະ​ເມືອງ ພ້ອມ​ກັນ​ກວ​ດ​
ກາ​ສະ​ໂຕ​ນີ້ ລັດ​ຖະ​ບານ​ກະ​ໄດ້​ມີ​ການ​ຊີ້​ນຳ ຕ້ອງ​ໄດ້​ໃຫ້​ເບິ່ງ​ການ​ຈັບ​ຈອງ​ທີ່ດິນ​ທີ່
ວ່າບໍ່​ຖືກ​ຕາມ​ລະ​ບຽບ​ກົດ​ໝາຍ ກະ​ໄດ້​ມີ​ການ​ຂາຍ​ອອກ​ໄດ້​ເງິນ​ໄດ້​ຄຳ​ໄວ້ ອັນ​ນີ້​ຫລະ
ພ້ອມ​ກັນ​ກວດ​ກາ​ຄືນ​ເບິ່ງ ເພາະ​ວ່າ​ສິດ​ຂອງ​ລັດ​ຖະ​ບານ​ຕ້ອງ​ໃຫ້​ແກ້​ໂຕ​ນີ້ ​ບໍ່​ປະ​ໃຫ້​
ເປັນ​ແນວ​ນັ້ນ.”

ທັງ​ນີ້​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ມີ​ຄຳ​ສັ່ງ​ແຕ່ງ​ຕັ້ງ​ຄະ​ນະ​ສະ​ເພາະ​ກິດ
ເພື່ອ​ສຶກ​ສາ​ວິ​ໄຈ ແລະ​ວິ​ເຄາະ​ບັນ​ຫາ​ການ​ນຳ​ໃຊ້​ທີ່​ດິນ​ໃນ​ທົ່ວ​ປະ​ເທດ ນັບ​ແຕ່​ປີ 2017
ເປັນ​ຕົ້ນ​ມາ ໂດຍມອບ​ໝາຍ​ໃຫ້​ທ່ານບຸນ​ທອງ ຈິດ​ມະ​ນີ ເປັນ​ປະ​ທານ ແລະ​ມີ​ລັດ​ຖະ​
ມົນ​ຕີ​ວ່າ​ການ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລ​ະ​ສິ່ງ​ແວດ​ລ້ອມ​ເປັນ​ຫົວ​ໜ້າ​ຄະ
​ນະ​ກຳ​ມະ​ການ ຊຶ່ງ​ປະ​ກອບ​ດ້ວຍບັນ​ດາ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ທີ່​ກ່ຽວ​ຂ້ອງ​ເປັນ​ຄະ​
ນະ​ກຳ​ມະ​ການ ທັງ​ຍັງ​ມີ​ກອງ​ເລ​ຂາ​ປະ​ຈຳ​ການ​ຢູ່ທີ່ກະຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ
ແລະ​ສິ່ງ​ແວດ​ລ້ອມ​ດ້ວຍ ຊຶ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ປີ 2017-2018 ກໍ​ສາ​ມາດ​ຍຶດ
​ເອົາ​ທີ່​ດິນ​ຂອງ​ລັດ ທີ່​ຖືກ​ຍັກ​ຍອກ​ກັບ​ຄືນ​ມາ​ໄດ້​ຄິດ​ເປັນ​ເນື້ອ​ທີ່ກວ້າງກວ່າ 10,000
ເຮັກ​ຕ​າ.

ທາງ​ດ້ານ ດ​ຣ. ວາດ​ສະ​ໜາ ລະ​ອອງ​ປລິວ ນັກ​ວິ​ຊາ​ການ​ມະ​ຫາ​ວິ​ທະ​ຍາ​ໄລ ທຳ​ມະ
​ສາດ​ຂອງ​ໄທ ກໍ​ໄດ້​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ການ​ເກັບ​ຂໍ້​ມູນ​ພາກ​ສະ​ໜາມ​ຢູ່​ເຂດ​ເມືອງ​ລອງ
ແຂວງ​ຫຼວງ​ນ້ຳທາ ເມື່ອ​ບໍ່​ນານ​ມາ​ນີ້​ວ່າປະ​ຊາ​ຊົນ​ລາວ​ກຳ​ລັງ​ປະ​ເຊີນ​ກັບ​ການ​ສູນ​ເສຍ​
ທີ່​ດິນ​ພວກ​ເຂົາ​ເຈົ້າ​ໃຫ້​ກັບ​ນັກ​ທຸ​ລະ​ກິດ​ຈີນເພີ້ມ​ຂຶ້ນ​ນັບ​ມື້ ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​
ເຂົ້າ​ຮ່ວມ​ໃນ​ໂຄງ​ການກະ​ເສດ​ພັນ​ທະ ທີ່​ລັດ​ຖະ​ບານ​ລາວ​ໃຫ້​ການ​ສະ​ໜັບ​ສະ​ໜູນ ບັນ
​ດາ​ນັກ​ທຸ​ລະ​ກິດ​ຈີນ​ໃຫ້​ເຂົ້າ​ມາ​ລົງ​ທຶນ​ໃນ​ລາວ​ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ທັງ​ນີ້​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ປະ​ຊ​າ​ຊົນ​ລາວ ຕ້ອງ​ສູ​ນ​ເສຍ​ທີ່​ດິນ​ໃຫ້​ກັບ​ນັກ​ທຸ​ລະ​ກິດ
ຈີນກໍເພາະ​ວ່າ ພວກ​ເຂົາ​ເຈົ້າ​ຖືກ​ບັງ​ຄັບ​ໃຫ້​ເຂົ້າ​ຮ່ວມ​ໃນ​ໂຄງ​ການກະ​ເສດ​ພັນ​ທະ ເຊັ່ນ​
ການປູກ​ຢາງ​ພາ​ລາ ໂດຍ​ທີ່​ພວກ​ເຂົາ​ເຈົ້າ​ບໍ່​ມີ​ເງິນ​ທຶນ​ຈຶ່ງ​ຕ້ອງ​ກູ້​ຢືມ​ຈາກ​ນັກ​ທຸ​ລະ​ກິດ
ຈີນ ແລະ​ໃຊ້​ທີ່​ດິນ​ຄ້ຳ​ປະ​ກັນ ​ຄັນ​ເມື່ອ​ປາ​ກົດ​ວ່າຢາງ​ພາ​ລາ​ໃນ​ຕະ​ຫຼາດ​ລາ​ຄາ​ຕົກ​ຕ່ຳ​ລົງ​
ຢ່າງ​ຕໍ່​ເນື່ອງ ຈຶ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ​ບໍ່​ມີ​ເງິນຊຳ​ລະ​ໜີ້ ແລະ​ຜົນ​ທີ່​ຕາມ​ມາ​ກໍ​ຄື ການ​
ຖືກ​ຍຶດ​ເອົາ​ທີ່​ດິນ​ໄປ​ແລ້ວງ​ຫຼາຍ​ໝື່ນ​ເຮັກ​ຕາ ໂດຍ​ບັນ​ດາ​ນາຍ​ທຶນ​ຈີນ​ນັ້ນ​ເອງ.

XS
SM
MD
LG