ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກົມ​ພາສີ​ຂອງ​ລາວ ​​ຈະ​ລົງ​ໂທດ​ຂັ້ນສູງ​ສຸດ ຕໍ່​ພະນັກງານ​ລັດ ​ແລະ​ ໜ່ວຍ​ທຸລະ​ກິດ ທີ່​ທຳ​ການ​ທຸດຈະລິດ


ທ່ານ​ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​(ດ້ານໜ້າ) ໄດ້​ມີ​ຄຳ​ສັ່ງ​ເຖິງ​ກົມ​ພາສີ ​ແລະ ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ ກັບ​ການຈັດ​ເກັບ​ລາຍ​ຮັບ​ເຂົ້າງົບປະມານ​ຂອງ​ລັດຖະບານ​ໃນ​ທົ່ວ​ປະ​ເທດ.
ທ່ານ​ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​(ດ້ານໜ້າ) ໄດ້​ມີ​ຄຳ​ສັ່ງ​ເຖິງ​ກົມ​ພາສີ ​ແລະ ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ ກັບ​ການຈັດ​ເກັບ​ລາຍ​ຮັບ​ເຂົ້າງົບປະມານ​ຂອງ​ລັດຖະບານ​ໃນ​ທົ່ວ​ປະ​ເທດ.

ກົມ​ພາສີ​ຂອງ​ລາວ​ຈະ​ເພີ້​ມມາດ​ຕະການເຂັ້ມງວດ ​ເຂົ້າ​ໃນ​ການ
​ປ້ອງ​ກັນ​ການ​ຮົ່ວ​ໄຫລ​ຂອງ​ງົບປະມານ​ລາ​ຍຮັບ ດ້ວຍ​ການ​ລົງ​
ໂທດ​ຂັ້ນສູງ​ສຸດ ຕໍ່​ພະນັກງານ​ລັດ ​ແລະ​ໜ່ວຍ​ທຸລະ​ກິດ ທີ່​ທຳ​
ການ​ທຸດຈະລິດ​ ຄໍ​ລັບ​ຊັ້ນ ຫຼືສໍ້ລາດບັງຫລວງ.

ທ່ານ​ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ໄດ້​ມີ​ຄຳ​ສັ່ງ​ເຖິງ​ກົມ​ພາສີ ​ແລະ ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ກັບ​ການຈັດ​ເກັບ​ລາຍ​ຮັບ​ເຂົ້າງົບປະມານ​ຂອງ​ລັດຖະບານ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ໃຫ້​ເພີ້​ມຄວາມ​ເຂັ້ມງວດ ​ເຂົ້າ​ໃນ​ການ​ກວດກາ​ການ​ແຈ້ງ​ລາຄາ​ເສຍ​ພາສີ ​ແລະ​ພັນທະ​ຕ່າງໆ ຂອງ​ສິນຄ້າ​ທີ່​ຫົວໜ່ວຍ​ທຸລະ​ກິດ​ໃນ​ລາວ ​ໄດ້​ນຳ​ເຂົ້າຈາກ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ຍານພາຫະນະ ​ແລະ​ນ້ຳມັນ​ນັ້ນ ຖື​ເປັນ​ປະ​ເພດ​ສິນຄ້າ ທີ່​ຈະ​ຕ້ອງ​ກວດກາ​ຢ່າງ​ເຂັ້ມງວດ​ທີ່ສຸດ.

ທັງ​ນີ້ ກໍ​ເນື່ອງ​ຈາກ​ປາກົດ​ວ່າ ​ໄດ້​ມີ​ການ​ລັກລອບ​ນຳ​ຍວດ​ຍານພາຫະນະ ​ເຂົ້າມາ​ໃນ​ລາວ ​ໂດຍ​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ ​ແລະ ​ໄດ້​ມີ​ການ​ນຳ​ໃຊ້​ທະບຽນ​ຍານພາຫະນະ​ປອມເພີ້​ມ
ຂຶ້ນນັບ​ມື້ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ການ​ສວຍໂອ​ກາດ ນຳ​ເຂົ້ານ້ຳມັນ​ເຊື້ອ​ໄຟ​ເກີນ​ໂຄ​ວຕ້າ​ຂອງ​ບັນດາ​ໜ່ວຍ​ທຸລະ​ກິດ​ຕ່າງ​ຊາດ​ທີ່​ລົງທຶນ​ໃນ​ລາວ ປະກອບ​ກັບ​ພະນັກງານ​ພາສີ ຂອງ​ລັດ​ກໍ​ທຸດຈະລິດ ​ໃນ​ການ​ປະຕິບັດ​ໜ້າ​ທີ່ ດ້ວຍການ​ຍອມຮັບ​ສິນ​ບົນ​ຈາກ​ພາກ​ທຸລະ​ກິດ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ສູນ​ເສຍ​ລາຍ​ຮັບ​ໄປ ຢ່າງ​ຫລວງຫຼາຍ​ໃນ​ລະຍະ​ຜ່ານ​ມາ.

ຄຳ​ສັ່ງ​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ດັ່ງກ່າວ​ນີ້ ຍັງ​ໄດ້​ກຳນົດ​ມາດ​ຕະການ
​ລົງ​ໂທດ ຕໍ່ຜູ້​ກະທຳ​ຄວາມຜິດ​ໄວ້​ດ້ວຍ​ວ່າ ພະນັກງານ​ລັດ​ທີ່​ທຸດຈະລິດໃນ​ໜ້າ​ທີ່ ຈະ​ຕ້ອງ​ຖືກ​ຍ້າຍ​ອອກ​ຈາ​ກຕຳ​ແໜ່​ງ​ໃນ​ທັນ​ທີ ​ແລະ ຈະ​ຕ້ອງ​ຖືກ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ​ຕໍ່​ໄປ ສ່ວນ​ໜ່ວຍ​ທຸລະ​ກິດ ທີ່​ຫລີກ​ລ້ຽງ​ການ​ຊຳລະ​ພາສີ ​ແລະ​ ພັນທະ​ຕ່າງໆ​ຢ່າງ​ຖືກຕ້ອງ​ນັ້ນ
ກໍ​ຈະ​ຖືກ​ປັບ​ໄໝ​ໃນ​ຂັ້ນສູງ​ສຸດ​ຕາມ​ກົດ​ໝາຍ ​ແລະ ຍັງ​ຈະ​ຖືກ​ຖອນ​ໃບ​ອະນຸຍາດ ​ຢ່າງ​ຖາວອນອີກ​ດ້ວຍ ຖ້າ​ຫາກ​ວ່າການ​ກະທຳ​ຄວາມ​ຜິດ​ນັ້ນ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ໝັ້ນຄົງ​ທາງ​ເສດຖະກິດ ​ໂດຍ​ລວມຂອງ​ລາວ.

ບັນດາເຈົ້າໜ້າທີ່ ພະນັກງານພາສີ ທຳການອອກສຽງ ເລືອກຕັ້ງ.
ບັນດາເຈົ້າໜ້າທີ່ ພະນັກງານພາສີ ທຳການອອກສຽງ ເລືອກຕັ້ງ.

ທາງ​ດ້ານ​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ກະຊວງ​ການ​ເງິນຂອງ​ລາວ ​ໄດ້​ໃຫ້
ການ​ຢືນຢັນ​ວ່າ ກ່ານ​ຍົກ​ເວັ້ນພາສີ ທີ່​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ລາຍ​ຮັບ
​ພາຍ​ໃນ​ຂອງ​ລັດຖະບານ ​ແລະ ລະບົບ​ການ​ຄ້າ​ພາຍ​ໃນ​ລາວ​ຢ່າງ
​ກວ້າງຂວາງ​ທີ່​ສຸດ​ໃນ​ເວລາ​ນີ້ ກໍ​ຄື​ການ​ຍົກ​ເວັ້ນພາສີ​ອາກອນ​ໃຫ້
​ແກ່​ການ​ນຳ​ເຂົ້ານ້ຳມັນ​ເຊື້ອໄຟ ​ເນື່ອງ​ຈາກ​ການ​ກວດກາ​ ທີ່​ຂາດ
​ປະສິດທິພາບ ທີ່​ສົມທົບ​ກັບ​ການ​ປະຕິບັດ​ໜ້າ​ທີ່​ບໍ່​ສຸດຈະລິດຂອງ​
ພະນັກງານ​ພາສີ ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ໃຫ້​ບໍລິສັດ​ຕ່າງ​ຊາດ​ໃນ​
ລາວ ໄດ້ພາກັນ​ນຳ​ເຂົ້ານ້ຳມັນເກີນ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ ​
ແລະ ລັກລອບ​ຈຳ​ນ່າຍ​ໃຫ້​ແກ່ ບັນດາ​ຜູ້​ຄ້ານ້ຳມັນ​ລາຍ​ຍ່ອຍ​ໃນ​ລາວ ​ໂດຍ​ທີ່​ບໍ່​ເສຍ​ພາສີ​ອາກອນ​ແຕ່​ຢ່າງ​ໃດ ດັ່ງ​ທີ່​ເຈົ້າໜ້າ​ທີ່​ລາວ ​ໄ​ດ້​ໃຫ້ການ​ຢືນຢັນ​ວ່າ:

“​ໃນ​ເມື່ອ​ວ່າ​ນ້ຳມັນ​ດັ່ງກ່າວ​ນີ້ ​ເອົາ​ໄປ​ລົງ​ປ້ຳ​ແລ້ວ​ ມັນ​ກະ​ສ້າງ​ຄວາມ​ວຸ້ນວາຍ​ໃຫ້​ຕະຫລາດນ້ຳມັນ​ຂອງ​ພວກ​ເຮົາ ​ເພາະວ່າ​ບໍລິສັດ​ທີ່​ເຮັດ​ຖືກຕ້ອງ​ແລ້ວ ​ເອົາ​ນ້ຳມັນ​
ໄປ​ສົ່ງ​ໃຫ້​ປ້ຳຫັ້ນ ຖື​ວ່າ​ປ້ຳຫັ້ນກະຈະ​ໄດ້​ກຳ​ໄລ​ລິດ​ໜຶ່ງ 150 ກີບ ນ້ຳມັນ​ໂຄງການ
ນ້ຳມັນ​ຍົກ​ເວັ້ນພາສີ​ເພີ້​ມ​ເອົາ​ໄປ​ລົງ​ໃຫ້​ປ້ຳນີ້ ​ເພິ່ນ​ກໍ​ໃຫ້​ກຳ​ໄລ​ພໍ່ຄ້າ​ຜູ້​ບໍລິການ​ປ້ຳ
ຫັ້ນລິດ​ໜຶ່ງ 400 ຫາ 500 ຮອດ 1,100-1,200 ກີບ​ຕໍ່​ລິດ.”

​ໂດຍ​ຄາດໝາຍ​ວ່າ​ ​ໃນ​ຕະຫລອດ​ປີ 2014 ນີ້ ບັນດາ​ບໍລິສັດ​ຕ່າງ​ຊາດ​ທີ່​ລົງທຶນ​ໃນ​ລາວ​ຈະ​ນຳ​ເຂົ້ານ້ຳມັນ​ໃນ​ປະລິມານ​ລວມກັນຫຼາຍກວ່າ 230 ລ້ານ​ລິດ ຊຶ່ງ​ຖ້າ​ຫາກ​ວ່າ​ເປັນ​ການ​ນຳ​ເຂົ້ານ້ຳມັນ​ເກີນ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ ​ແລະ​ ມີການ​ລັກລອບ​ຈຳ​ນ່າຍພາຍ​ໃນ​ລາວ​ຈິງ ກໍ​ຈະ​ເຮັດ​ໃຫ້​ລັດຖະບານ​ລາວ​ຕ້ອງ​ສູນ​ເສຍ​ລາຍ​ຮັບ​ຄິດ​ເປັນ​ມູນ​ຄ່າ ບໍ່​ນ້ອຍ​ກວ່າ 1,600 ຕື້​ກີບ ທັງ​ຍັງ​ຈະ​ເຮັດ​ໃຫ້​ລາວ​ຕ້ອງ​ຂາດ​ດຸນ​ການ​ຄ້າ​ເກີນ​ກວ່າ​ແຜນການ​ທີ່​ວາງ​ໄວ້​ອີກ​ດ້ວຍ.

ທັງ​ນີ້​ລັດຖະບານ​ລາວ ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ສົ່ງ​ສິນຄ້າ​ອອກ ໃຫ້​ໄດ້​ໃນ​ມູນ​ຄ່າ​ລວມ 2,178 ລ້ານ​ດອນ​ລາ ​ແລະ ກໍ​ຈະ​ຄວບ​ຄຸມ​ການ​ນຳ​ສິນຄ້າ​ເຂົ້າຈາກ​ຕ່າງປະ​ເທດ ​ໃຫ້​ຢູ່​ໃນ​ມູນ​ຄ່າ​ບໍ່​ເກີນ 2,730 ລ້ານ​ດອນ​ລາ ​ໃນ​ຕະຫລອດ​ແຜນການ​ປີ 2013-2014 ນີ້ ຫາກ​ແຕ່​ວ່າ​ກໍ​ຄົງ​ຈະ​ເປັນ​ໄປ​ບໍ່​ໄດ້​ແລ້ວ ​ເພາະ​ຈົນ​ເຖິງ​ເວລາ​ນີ້ ລາວ​ຕ້ອງ​ປະ​ເຊີນ​ກັບ​ການ​ຂາດ​ດຸນ​ການ​ຄ້າຫຼາຍກວ່າ 1,550 ລ້ານ​ດອນ​ລາ ຫຼື ​ເກີນແຜນການ​ເຖິງ 180 ​ເປີ​ເຊັນ​ແລ້ວນັ້ນ​ເອງ.

XS
SM
MD
LG