ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຈະສາມາດຮັບມືກັບ ຄື້ນຟອງການລະບາດຮອບ 3 ຂອງໂຄວິດ-19 ໄດ້ຢູ່ ອີງຕາມຄະນະຄຸ້ມຄອງກໍລະນີໂຄວິດ-19


ບັນດາພະນັກງານຕັດຫຍິບ ຢູ່ພາຍໃນໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2021.
ບັນດາພະນັກງານຕັດຫຍິບ ຢູ່ພາຍໃນໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2021.

ຄື້ນຟອງການລະບາດຮອບ 3 ຂອງໂຄວິດ-19 ໃນລາວ ທີ່ເລີ້ມຕົ້ນ ຂຶ້ນຢູ່ໂຮງງານຕັດຫຍິບແຫ່ງນຶ່ງໃນເມືອງຈັນທະບູລີໃນວັນທີ 18 ເດືອນກັນຍາ ເປັນຕົ້ນມານັ້ນໄດ້ສ້າງຄວາມເປັນຫ່ວງແລະຜົນກະທົບຕໍ່ປະຊາຊົນຫລາຍ. ແຕ່ຢ່າງໃດກໍຕາມຜູ້ຊ່ຽວຊານບາງຄົນໃນການຟື້ນຟູໜ້າທີ່ການ ແລະມີປະສົບການຮັບມືກັບພະຍາດອັນຕະລາຍດັ່ງກ່າວໃນລາວ ກໍຍັງຄິດວ່າ ທາງການລາວຈະສາມາດເຮັດໃຫ້ມັນກັບຄືນມາຢູ່ໃນລະດັບທີ່ຄວບຄຸມໄດ້ຢູ່ ແຕ່ອາດຈະໃຊ້ເວລາແດ່. ໄຊຈະເລີນສຸກ ມີລາຍງານເລື່ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການຕິດເຊື້ອໃນຊຸມຊົນຢູ່ໃນໂຮງງານທີ່ຖືກລາຍງານທໍາອິດຢູ່ໂຮງງານຕັດຫຍິບໃນບ້ານໜອງທາເໜືອ, ນະຄອນຫລວງວຽງຈັນ ວ່າມີ 247 ກໍລະນີ ແລ້ວກຸ່ມໂຮງງານຕັດຫຍິບແລະໂຮງງານອຸດສາຫະກໍາດ້ານອື່ນ ກໍມີຄົນຕິດເຊື້ອພະຍາດ ນີ້ຕາມກັນມາ ຊຶ່ມັນໄດ້ສືບຕໍ່ເຮັດໃຫ້ຕົວເລກຜູ້ຕິດເຊື້ອໃນລາວຖີບຕົວສູງຂຶ້ນນັບ ມື້. ຕົວເລກຫຼ້າສຸດກໍຄື ໃນວັນທີ 2 ຕຸລາຜ່ານມາມີຜູ້ຕິດເຊື້ອທັງໝົດ 464 ຄົນ ແລະ ເສຍຊີວິດ 1 ຄົນ ແລະໃນນັ້ນ ມີກໍລະນີຕິດເຊື້ອ ໃນຊຸມຊົນ 437 ຄົນ. ນະຄອນຫວງວຽງຈັນຍັງສືບຕໍ່ເປັນເຂດ ທີ່ມີການລະບາດສູງສຸດຂອງປະເທດ ໂດຍມີຜູ້ຕິດເຊື້ອໃໝ່ຢູ່ຊຸມຊົນຫຼາຍເຖິງ 220 ຄົນ ແລະໄດ້ຜັກດັນໃຫ້ໂຕເລກຜູ້ຕິດເຊື້ອທົ່ວປະເທດເພີ້ມຂຶ້ນເປັນ 24,310 ຄົນ ແລະມີຜູ້ເສຍຊີວິດທັງໝົດ 20 ຄົນ. ສະຫລຸບແລ້ວພາຍໃນເວລາບໍ່ຮອດ 2 ອາທິດ ແມ່ນມີຜູ້ຕິດເຊື້ອລາຍໃໝ່ ເກືອບຮອດ 5,500 ຄົນ ຫລື ເພີ້ມຂຶ້ນ 30 ເປີເຊັນ ເຖິງແມ່ນຈະມີການປິດເມືອງຢ່າງກະທັນຫັນແລະເຄັ່ງຄັດ ມາໄດ້ 2 ອາທິດແລ້ວກໍຕາມ.

ໂຮງງານຕັດຫຍິບ ຂອງບໍລິສັດ ຊີເຄແອວ ຈຳກັດ (CKL Garment Co., Ltd.) ນຶ່ງໃນບັນດາໂຮງງານຕັດຫຍິບທີ່ຕັ້ງຢູ່ໃນນະຄອນຫຼວງວຽງຈັນ.
ໂຮງງານຕັດຫຍິບ ຂອງບໍລິສັດ ຊີເຄແອວ ຈຳກັດ (CKL Garment Co., Ltd.) ນຶ່ງໃນບັນດາໂຮງງານຕັດຫຍິບທີ່ຕັ້ງຢູ່ໃນນະຄອນຫຼວງວຽງຈັນ.

ບັນດາຜູ້ ຊ່ຽວຊານໃນການຮັບມືແລະແກ້ໄຂບັນຫາໂຄວິດ-19 ຍອມຮັບວ່າ ສະພາບການນີ້ ໜັກໜ່ວງກວ່າເກົ່າຫລາຍ ແຕ່ເນື່ອງຈາກວ່າລາວ ໄດ້ມີການກະກຽມຂອງຄະນະສະເພາະກິດ ໃນການຄວບຄຸມແລະແກ້ໄຂບັນຫາໂຄວິດ-19 ໃນລາວ ມາຕະຫລອດ ແລະມີການຊ່ວຍເຫລືອຈາກສາກົນໃນການຝຶກອົບຮົມວິ ທີປິ່ນປົວຢູ່ແລ້ວ, ພວກເພິ່ນເວົ້າວ່າ ຍັງມີທ່າທີວ່າ ລາວຈະສາມາດຮັບມືກັບ ຄື້ນຟອງການລະບາດຮອບ 3 ຂອງພະະຍາດນີ້ໄດ້ຢູ່. ຮອງສາດສະດາຈານ ດຣ. ບົວເທບ ພູມິນ, ເປັນຄະນະສະເພາະປ້ອງກັນແລະຄວບຄຸມພະຍາດໂຄວິດຂອງນະຄອນຫລວງວຽງຈັນກ່າວຕໍ່ວີໂອເອວ່າ:
“ກະບໍ່ເຖິງຂັ້ນໜັກ ກະຍັງຮັບມືໄດ້ຢູ່ ຍ້ອນວ່າເຮົາກຽມມາຕະຫລອດຫັ້ນນະ ຢູ່ໃນນະຄອນຫລວງວຽງຈັນ ເຮົາມີ 4 ເມືອງໃນ, 3 ເມືອງນອກເນາະ ແລ້ວໄປຕັ້ງຢູ່ໂຮງໝໍເມືອງຢູ່ພາກສະໜາມ ຢູ່ເຂດເມືອງເປັນແຫ່ງທໍາອິດຢູ່ນາຊາຍໄດ໋ດຽວນີ້ ຄັນເຂົາຕິດຢູ່ໂຮງງານເຮົາກະບໍ່ໃຫ້ອອກ ບໍ່ໃຫ້ເຂົ້າ ໃຫ້ເຂົາເຈົ້າຢູ່ຫັ້ນເລີຍ. ສົ່ງເຂົ້າສົ່ງນໍ້າສົ່ງປາ ກະແມ່ນໂຮງງານເຂົາເຈົ້າແຕ່ງອາຫານຢູ່ໃນຫັ້ນ ສົ່ງລ້ຽງບໍ່ໃຫ້ອອກມານອກຫັ້ນນະ ອືຄົນເປັນເກືອບພັນອອກມານອກຊິອອກມາໄດ້ຈັ່ງໃດລະ ກະບໍ່ມີບ່ອນໃດຊິຮອງຮັບເຂົາເຈົ້າໄດ້ ມັນຫລາຍ.”

ເມື່ອຖາມເຖິງເລື້ອງແພດໄປປະຈໍາຢູ່ສູນກັກກັນນັ້ນ ທ່ານນາງບອກວ່າ:

“ແຕ່ລະມື້ ຈະມີທິມແພດໄປເຮັດໄປຕາມລະບົບທີ່ເຮົາມີປະສົບການຫັ້ນລະ ກະບໍ່ໜ້າເປັນຫ່ວງດອກສໍາລັບໂຕນີ້ ໂຮງໝໍພາກສະໜາມເຮົາມີສອງຮ້ອຍຕຽງ ສອງຮ້ອຍສາມສິບຕຽງພຸ້ນເດຈັດຢູ່ໂຮງຮຽນ ໂຮງຮຽນທີ່ແມ່ນສະມາຄົມຫັ້ນນະ ສະມາຄົມຕັດຫຍິບຂອງທຣິໂອ ທີ່ແມ່ນເຈົ້າຂອງເປັນຄົນເຢຍລະມັນຫັ້ນນະ ລາວໄປສ້າງໂຮງຮຽນປະຖົມ ກັບມັດທະຍົມນີ້ໃຫ້ໄດ້ມາດຕະຖານ ກໍຊິວ່າຫັ້ນນະ ເອົາພວກທີ່ກວດແລ້ວເປັນໂພສິທິບ (positive) ໄປເຂົ້ານອນຢູ່ໃນນີ້ເລີຍ ພວກທີ່ຕິດແລ້ວ ບໍ່ໄດ້ກັບບ້ານ ເອົາມານອນປິ່ນປົວຢູ່ນີ້ເລີຍ ຄັນຊິເວົ້າແລ້ວເປັນໂຮງໝໍພາກສະໜາມຮັບສະເພາະໂຮງງານນີ້ເລີຍ ປະຊາຊົນມາເຮັດວຽກຢູ່ໂຮງງານນີ້ ມັນສາມພັນກວ່າຄົນພຸ້ນເດ.”

ບໍລິສັດ Lao Apparel Co., Ltd. (LAC) ນຶ່ງໃນບັນດາບໍລິສັດ ທີ່ມີໂຮງງານຕັດຫຍິບຕັ້ງຢູ່ໃນນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2021.
ບໍລິສັດ Lao Apparel Co., Ltd. (LAC) ນຶ່ງໃນບັນດາບໍລິສັດ ທີ່ມີໂຮງງານຕັດຫຍິບຕັ້ງຢູ່ໃນນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2021.

ນອກຈາກນັ້ນ ເພື່ອສະກັດກັ້ນການແຜ່ລະບາດແຕ່ຫົວທີ, ດຣ.ບົວເທບ ບອກວ່າ ທາງຄະນະຂອງທ່ານ ມີການກັກກັນພວກກຸ່ມສ່ຽງ ກໍຄືຜູ້ທີ່ມີການສໍາຜັດກັບພວກຕິດເຊື້ອພະຍາດນີ້ ໄວ້ 14 ວັນ ດັ່ງທີ່ທ່ານນາງອະທິບາຍວ່າ:
“ບາດໂຕນີ້ເຮົາຈຶ່ງເວົ້າວ່າ ເຮັດແນວໃດກະເຮັດເຮົາຕ້ອງເອົາພວກໂຄຣດຄອນແທ໊ກໄປລ໊ອກໄວ້ກ່ອນ ຄັນວ່າເຮົາລ໊ອກເຂົາເຈົ້າໃວ້ແລ້ວເນາະ ປົວເຂົາເຈົ້າແຕ່ຫົວທີແລ້ວ ເຂົາເຈົ້າກະຊິບໍ່ມີອາການຫຍັງຮ້າຍແຮງ ເຮົາຍັງສະແປ ຕຽງຢູ່ໂຮງໝໍໃຫຍ່ສໍາຮອງໄວ້ ເພື່ອກໍລະນີເອັມເມີເຈີນຊີ ຫລືກໍລະນີເປັນຊີຣຽດນະ ເຮົາມີບ່ອນຮອງຮັບສະເໝີ ເຮົາຈະບໍ່ລົ້ມແລ້ວໂຕນີ້ ເພາະເຮົາປູພື້ນຖານເດໂຕນີ້ແລ້ວ.”

ທ່ານນາງອະທິບາຍຕໍ່ໄປອີກວ່າ:
“ພວກສົງໄສ ທີ່ເຮົາບໍ່ຮູ້ວ່າເປັນລົບ ຫລື ເປັນບວກ ເຮົາເອົາໄປກັກໄວ້ ມັນມີສູນປະຈໍາບ້ານເຮົາ ເອີ້ນວ່າເຂົາກັກ 14 ມື້ຫັ້ນນະ ເຮົາເອົາໄປໄວ້ຫັ້ນແລ້ວເກືອບທຸກບ້ານໄດ໋ ມີທັງໝົດ 54 ບ້ານ ແຕ່ເຮົາເຮັດເປັນ 31 ສູນຢູ່ເຂດນາຊາຍນະ ມອບໃຫ້ອໍານາດການປົກຄອງບ້ານເຂົາເຈົ້າເປັນຄົນດູແລ ລະ ມີຜູ້ໃດເປັນໂຄຣດຄອນແທ໊ກນະລະ ຈະເອົາໄປໄວ້ຢູ່ສູນນີ້ ສູນນີ້ລະໃຫ້ພໍ່ແມ່ພີ່ນ້ອງມາສົ່ງເຂົ້າກັນເອງ. ມີເຈົ້າໜ້າທີ່ກອງຫລອນ ເປັນຄົນສັບພອດເອົາມາໃຫ້ກອງກະປະໄວ້ຢູ່ຮົ້ວ ຢູ່ໃນຫັ້ນເຂົາເຈົ້າກະມາເອົາເອງ ໂຕນີ້ກະໄດ້ຜົນເພາະໂຮງຮຽນປະຖົມມັນກວ້າງ.”

ເມື່ອຖາມວ່າ ສະພາບການນີ້ ຈະແກ່ຍາວໄປດົນປານໃດ, ທ່ານນາງຕອບວ່າ ຖ້າທຸກຄົນພ້ອມໃຈກັນປະຕິບັດມາດຕະການຮັກສາໄລຍະຫ່າງກັນ ຢ່າງເຂັ້ມງວດ ເຊັ່ນໂຮງງານກໍບໍ່ລັກເປີດໃຫ້ຄົນໄປເຮັດວຽກເທື່ອປະມານ 1 ເດືອນ ກໍຄົງເລີ້ມເຫັນວ່າ ມັນຈະຢູ່ໃນສະພາບທີ່ຄວບຄຸມໄດ້ແລ້ວ.

ສ່ວນລັດຖະບານສະຫະລັດນັ້ນ, ດັ່ງວີໂອເອໄດ້ສະເໜີໄປເມື່ອມໍ່ໆ ມານີ້, ນັບແຕ່ເລີ່ມມີການລະບາດຂອງພະຍາດນີ້ ແມ່ນໄດ້ໃຫ້ຄວາມຊ່ວຍເຫຼືອແກ່ລາວ ເປັນມູນຄ່າລວມ ປະມານ 10 ລ້ານໂດລາ. ແລະຍັງ “ຈະສືບຕໍ່ ຮ່ວມມືກັບ ສປປ ລາວ ເພື່ອແກ້ໄຂຜົນກະທົບ ທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ວ່າຈະເປັນຜົນກະທົບຕໍ່ສຸຂະພາບເສດຖະກິດ ຫຼືການສຶກສາຂອງປະຊາຊົນ ທັງນີ້ກໍເພື່ອຊ່ວຍໃຫ້ ສປປ ລາວ ສາມາດຟື້ນໂຕໄດ້ດີຂຶ້ນກວ່າເກົ່າ ສິ້ນສຸດການແຜ່ລະບາດຂອງພະຍາດໂຄວິດ-19,” ນັ້ນຄືຄໍາເວົ້າ ຂອງ ປ.ອ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳລາວ. ສະຫລຸບແລ້ວ ເຖິງແມ່ນວ່າ ການລະບາດຂອງໂຄວິດ-19 ໃນຮອບທີ 3 ທີ່ເພີ້ມ ຂຶ້ນຢ່າງວ່ອງໄວໃນທຸກມື້ ແຕ່ຜູ້ຊ່ຽວຊານໃນການປິ່ນປົວ ສະກັດກັ້ນການລະ ບາດຂອງພະຍາດນີ້ ກໍຍັງມີຄວາມໝັ້ນໃຈວ່າ ຈະສາມາດເຮັດໃຫ້ການລະບາດ ຫລຸດລົງໄດ້ຢູ່ ແຕ່ກໍຕ້ອງໃຊ້ເວລາແດ່.

ເຊີນຊົມວີດີໂອ ກ່ຽວກັບລາຍງານນີ້:

XS
SM
MD
LG