ລາວນໍາເຂົ້າສິນຄ້າອຸປະໂພກ ແລະບໍລິໂພກຈາກໄທ ເພີ້ມຂຶ້ນ 25.66 ເປີເຊັນໃນປີ 2022 ທຽບໃສ່ປີ 2021, ທັງຍັງມີທ່າອ່ຽງ ຈະເພີ້ມຂຶ້ນອີກ ຈຶ່ງເຮັດໃຫ້ລາວຍັງຈະຕ້ອງປະເຊີນກັບການຂາດດຸນການຄ້າຕໍ່ໄທໃນປີ 2023 ນີ້. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.
ທ່ານຈຸຣິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການຄ້າໄທຖະແຫຼງວ່າ ການຄ້າລະຫວ່າງໄທ ກັບລາວໃນປີ 2022 ທີ່ຜ່ານມາ ມີມູນຄ່າລວມ 274,498.02 ລ້ານບາດ, ໃນນີ້ ແບ່ງເປັນການນໍາເຂົ້າສິນຄ້າຈາກລາວໃນມູນຄ່າລວມ 116,999.74 ລ້ານບາດ ແລະໄທສົ່ງສິນຄ້າໄປລາວໃນມູນຄ່າລວມ 157,498.29 ລ້ານບາດ ເຊິ່ງເຮັດໃຫ້ໄທເປັນຝ່າຍທີ່ໄດ້ປຽບດຸນການຄ້າຕໍ່ລາວ ຄິດເປັນມູນຄ່າເຖິງ 40,498.55 ລ້ານບາດ ໂດຍສະເພາະແມ່ນການຄ້າຊາຍແດນ ທີ່ຖືເປັນການຄ້າຫຼັກລະຫວ່າງໄທ ແລະລາວນັ້ນ ກໍປາ ກົດວ່າລາວໄດ້ນໍາເຂົ້າສິນຄ້າຈາກໄທເພີ້ມຂຶ້ນເຖິງ 25.66 ເປີເຊັນໃນປີ 2022 ທຽບໃສ່ປີ 2021 ເຊິ່ງຍັງຈະມີທ່າອ່ຽງເພີ້ມຂຶ້ນອີກໃນປີ 2023 ນີ້ອີກດ້ວຍ, ດັ່ງທີ່ ທ່ານຈຸຣິນ ໄດ້ໃຫ້ການຢືນຢັນວ່າ:
“ລວມທັງປີ 2022 ນີ້, ການຄ້າຊາຍແດນຜ່ານການສົ່ງອອກນີ້ເປັນບວກ 13.7 ເປີເຊັນ ແລະສາມາດສ້າງເງິນໃຫ້ປະເທດ 648,030 ລ້ານບາດ ສໍາລັບ ສປປ ລາວ, ໝົດທັງປີ 2022 ບວກ 25.66 ເປີເຊັນ, ເຊິ່ງສ້າງເງິນໃຫ້ປະເທດ 156,738 ລ້ານບາດ, ສໍາລັບປີ 2023 ນີ້ ຕັ້ງເປົ້າໝາຍໄວ້ຢູ່ບວກ 1 ເປີເຊັນ ເຖິງ 2 ເປີເຊັນ, ໜ້ອຍກວ່າປີ 2022 ທີ່ກໍານົດໄວ້ບວກ 4 ເປີເຊັນ.”
ສ່ວນກະຊວງອຸດສາຫະກໍາ ແລະການຄ້າຂອງລາວລາຍງານວ່າ ການຄ້າຕ່າງ ປະເທດຂອງລາວໃນປີ 2022 ມີມູນຄ່າລວມ 12,699 ລ້ານໂດລາ (ບໍ່ລວມການສົ່ງອອກພະລັງງານໄຟຟ້າ) ໃນນີ້ ແບ່ງເປັນການສົ່ງສິນຄ້າອອກໄປຕ່າງ ປະເທດ 5,895 ລ້ານໂດລາ ແລະນໍາເຂົ້າສິນຄ້າຈາກຕ່າງປະເທດ 6,804 ລ້ານໂດລາ ຈຶ່ງເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດໃນມູນຄ່າ 909 ລ້ານໂດລາ, ແຕ່ຖ້າຫາກວ່າຄິດລວມການສົ່ງອອກພະລັງງານໄຟຟ້າໃນມູນຄ່າ 1,760 ລ້ານໂດລາເຂົ້ານໍາກັນແລ້ວ ກໍຈະເຮັດໃຫ້ລາວເປັນຝ່າຍໄດ້ປຽບດຸນການຄ້າຕ່າງປະເທດ ຄິດເປັນມູນຄ່າລວມ 851 ໂດລາ, ແຕ່ເນື່ອງຈາກວ່າ ລາຍຮັບທີ່ໄດ້ຈາກການສົ່ງອອກໄຟຟ້ານັ້ນຕ້ອງໃຊ້ຊໍາລະໜີ້ຕ່າງປະເທດ ຈຶ່ງບໍ່ມີການໂອນລາຍຮັບດັ່ງກ່າວເຂົ້າມາລາວແຕ່ຢ່າງໃດ ຈຶ່ງເຮັດລາວຍັງຕ້ອງປະເຊີນກັບບັນຫາຂາດເງິນຕາຕ່າງປະເທດເປັນຕົ້ນມາ, ໃນຂະນະທີ່ການແກ້ໄຂບັນຫາດັ່ງກ່າວນີ້ ກໍມີພຽງແຕ່ການເພີ້ມການຜະລິດສິນຄ້າເພື່ອສົ່ງອອກໄປຕ່າງປະເທດໃຫ້ຫຼາຍຂຶ້ນນັ້ນ ແຕ່ກໍປາກົດວ່າການສົ່ງເສີມການຜະລິດສິນຄ້າທີ່ມີຄຸນນະພາບໃນລາວນັ້ນຈັດຕັ້ງປະຕິບັດໄດ້ຢ່າງຈໍາກັດ ພ້ອມທັງບໍ່ມີຕະຫຼາດຮອງຮັບທັງພາຍໃນ ແລະຕ່າງປະເທດອີກດ້ວຍ, ນັກທີ່ນັກທຸລະກິດໃນສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ ຢືນຢັນວ່າ:
“ຜົນຜະລິດຂອງຜູ້ປະກອບການຂອງປະຊາຊົນພວກເຮົານີ້ ມັນບໍ່ໄດ້ຂາຍ ຍ້ອນວ່າບໍ່ສູ້ກັບຜົນຜະລິດສິນຄ້າ ທີ່ນໍາເຂົ້າຈາກປະເທດເພື່ອນບ້ານ ໂດຍສະເພາະແມ່ນເປັນຜັກ ເປັນໝາກໄມ້ ເປັນຊີ້ນ ເປັນປາຈໍານວນນຶ່ງ ຫຼືແມ້ກະທັ້ງ ເປັດ ໄກ່ ຮອດປາແດກ ກໍຍັງແມ່ນປາແດກ ຂອງປະເທດເພື່ອນບ້ານ, ອັນນີ້ຖືວ່າ ສິນຄ້າດັ່ງກ່າວມາ ຕີຜົນຜະລິດຂອງບ້ານເຮົາ, ສະນັ້ນແລ້ວ ຕໍ່ບັນຫາດັ່ງກ່າວນີ້ ເຮັດແນວໃດກໍເຮັດ ຄັນຖ້າບໍ່ສະກັດການນໍາເຂົ້າອັນນີ້ ຖືວ່າສິໃຫ້ ສິສົ່ງເສີມແນວໃດ ເຂົາເຈົ້າກໍບໍ່ຜະລິດໃຫ້ເຮົາຢູ່ດີ.”
ຍິ່ງໄປກວ່ານັ້ນ ການຕົກຕໍ່າຢ່າງຮຸນແຮງຂອງຄ່າເງິນກີບ ນັບແຕ່ເດືອນເມສາ ປີ 2022 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ນອກຈາກຈະເຮັດໃຫ້ຫົວໜ່ວຍທຸລະກິດໄດ້ພາກັນຍຸຕິກິດຈະການເພີ້ມຂຶ້ນ ຢ່າງຕໍ່ເນື່ອງແລ້ວ ຍັງໄດ້ສົ່ງຜົນກະທົບຕໍ່ສະ ພາບການເປັນຢູ່ຂອງປະຊາຊົນລາວຢ່າວກວ້າງຂວາງອີກດ້ວຍເພາະການຕົກຕໍ່າ ລົງຂອງຄ່າເງິນກີບ ໄດ້ເຮັດໃຫ້ອໍານາດການຊື້ສິນຄ້າ ແລະບໍລິການຕ່າງໆຂອງປະຊາຊົນລາວ ຫຼຸດລົງເກີນກວ່າ 58 ເປີເຊັນໃນປັດຈຸບັນ ເມື່ອທຽບໃສ່ເດືອນກຸມພາປີ 2022 ທີ່ຜ່ານມາ ແລະສະພາບການ ຍັງມີທ່າອ່ຽງທີ່ຈະສືບຕໍ່ໄປອີກ ຖ້າຫາກວ່າທາງການລາວ ຍັງບໍ່ສາມາດຈະຄວບຄຸມອັດຕາແລກປ່ຽນລະຫວ່າງເງິນກີບ ກັບເງິນຕາຕ່າງປະເທດໄດ້ຢ່າງມີປະສິດທິພາບ ໃນຂະນະທີ່ ການຜະ ລິດສິນຄ້າກໍຍັງບໍ່ສາມາດຕອບສະໜອງຄວາມຕ້ອງການພາຍໃນໄດ້ຢ່າງພຽງພໍ ຈຶ່ງຕ້ອງນໍາເຂົ້າຈາກຕ່າງປະເທດເປັນດ້ານຫຼັກ.
ທັງນີ້ ສູນສະຖິຕິແຫ່ງຊາດລາວລາຍງານວ່າ ອັດຕາເງິນເຟີ້ ໄດ້ປັບໂຕສູງຂຶ້ນເຖິງ 40.30 ເປີເຊັນ ສ່ວນດັດຊະນີລາຄາການຊົມໃຊ້ກໍເພີ້ມຂຶ້ນເຖິງ 169.93 ໃນເດືອນມັງກອນ 2023.