ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ນັກ​ທຸ​ລະ​ກິດ​ລາວ ສ້າງ​ລາຍ​ໄດ້​ສູງ​ຈາກ​ການ​ຂາຍ​ໄມ້ລາຍ​ສວຍ​ງາມ​ຢູ່ ສະ​ຫະ​ລັດ


ຊ່າງ​ໄມ້​ທ່ານ ເຈັ​ຟ​ຟ​ຣີ ໂອ ໃຊ້​ໄມ້​ຈາກຫຼາຍ​ພາກ​ສ່ວນ​ຂອງ ສະ​ຫະ​ລັດ ເພື່ອ​ເຮັດ​ທຸກ​ຢ່າງ​ນັບ​ຈາກ​ໂຕະ​ກາ​ເຟ ຫາ​ຂຽງ​ຕັດ​ເນີຍ​ແຂງ. (J.Taboh/VOA)
ຊ່າງ​ໄມ້​ທ່ານ ເຈັ​ຟ​ຟ​ຣີ ໂອ ໃຊ້​ໄມ້​ຈາກຫຼາຍ​ພາກ​ສ່ວນ​ຂອງ ສະ​ຫະ​ລັດ ເພື່ອ​ເຮັດ​ທຸກ​ຢ່າງ​ນັບ​ຈາກ​ໂຕະ​ກາ​ເຟ ຫາ​ຂຽງ​ຕັດ​ເນີຍ​ແຂງ. (J.Taboh/VOA)

ຢູ່ສະຫະລັດເຄື່ອງເຟີນິເຈີ, ເຄື່ອງໄມ້ຫັດ​ຖະ​ກຳແມ່ນມີ​ລາ​ແພງຫຼາຍ ເພາະ​ວ່າ​ໄມ້ຕ່າງໆທີ່​ນຳ​ມາ​ເຮັດ​ນັ້ນ​ແມ່ນ​ຖືກ​ນຳ​ເຂົ້າ​ມາ​ແຕ່​ຕ່າງ​ປະ​ເທດ ແລະ ​ນັກ​ທຸ​ລະ​ກິດ​ລາວກໍໄດ້​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ໄມ້ມາ​ຂາຍ​ຢູ່ ສະ​ຫະ​ລັດ ຢ່າງຫຼວງຫຼ​າຍເຊັ່ນ​ກັນ, ​ເຊິ່ງ ພຸດ​ທະ​ສອນ ມີລາຍງານ​ມາສະເໜີທ່ານໃນອັນດັບຕໍ່ໄປ.

ໄມ້ແມ່ນເປັນວັດຖຸທີ່ແຂງແກ່ນ, ທົນທານ ແລະ ບໍ່ຕ້ອງໄດ້ບົວລະບັດຫຼາຍ. ໄມ້ສ່ວນຫຼາຍທີ່ນຳເຂົ້າມາ ສະຫະລັດ ແມ່ນຈະຖືກນນຳມາເຮັດ​ເຄື່ອງເຟີນິເຈີຕ່າງໆເຊັ່ນເຮືອນຄົວ, ພື້ນເຮືອນ, ປ່ອງຢ້ຽມ, ປະຕູ, ໂຕະ, ຕັ່ງ, ຕຽງ, ເຄື່ອງ​ປະ​ດັບ ແລະ ອື່ນໆ.

ສະຫະລັດ ມັກນຳເຂົ້າໄມ້ຊະ​ນິດ​ຕ່າງໆ​ເພື່ອ​ທຳ​ການ​ແປ​ຮູບ​ເຊັ່ນ​ໄມ້ຕົ້ນໝາກມ່ວງ, ໄມ້ສັກ, ​ໄມ້ຕົ້ນຢາງ, ຕົ້ນໂອກ, ໄມ້ມະຮອກການີ ແລະ ອື່ນໆ.

ນັກ​ທຸ​ລະ​ກິດ​ລາວ​ທ່ານ ສຸ​ພົດ ມະ​ນີ​ຄົງ, ປະທານ​ບໍ​ລິ​ສັດ ເອັ​ສ ເອັມ ພີ (SMP) ​ເປັນ​ນຶ່ງ​ໃນ​ບັນ​ດາ​ນັກ​ທຸ​ລະ​ກິດ​ທີ່ໄດ້​ທຳ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ໄມ້​ມາ​ຂາຍ​ຢູ່ ສະ​ຫະ​ລັດ. ທ່ານ​ຂາຍ​ທັງ​ໄມ້ແລະ​ເສດ​ໄມ້​ຕ່າງໆ ເຊິ່ງ​ທ່ານ​ກ່າວ​ວ່າ “ຄັນ​ເວົ້າ​ໄປ​ກະ​ເປັນ​ຜູ້​ທຳ​ອິດ​ທີ່​ຟື້ນ​ຟູ​ສິ​ລະ​ປະ​ຫັດ​ຖະ​ກຳ​ໄມ້​ແບບ​ປະ​ຍຸກ​ສົ່ງ​ອອກ​ຕ່າງ​ປະ​ເທດ​ໃດ​ບໍ່​ແມ່ນ​ແຕ່​ອາ​ເມ​ຣິ​ກາ. ພວກ​ອ້າຍ​ສົ່ງ​ໄປ ຣັດ​ເຊຍ​ກະ​ຍັງ​ສົ່ງ, ເຢຍ​ຣະ​ມັນ ລະ​ກະ​ ກ​າ​ນາ​ດາ ພວກ​ອ້າຍ​ກະ​ສົ່ງ​ຄື​ກັນ​ແຕ່​ວ່າ​ຈຳ​ນວນ​ກະ​ບໍ່ຫຼາຍ​ເນາະ​ເພາະ​ວ່າ​ມາ​ອາ​ເມ​ຣິ​ການີ້​ຈຳ​ນວນຫຼາຍກວ່າ. ດຽວນີ້​ກະ​ແມ່ນ​ສົ່ງປະ​ເພດ​ເຄື່ອງ​ເສດ​ໄມ້​ມາ.”

ບໍ​ລິ​ສັດ​ຂອງ​ທ່ານ​ສຸ​ພົດ ໄດ້​ສົ່ງ​ອອກ​ໄມ້​ແປ​ຮູບ​ມາ​ຂາຍ​ຢູ່ສະ​ຫະ​ລັດ​ຕັ້ງ​ແຕ່​ປີ 1998 ແລະ ໄມ້​ທີ່​ໄດ້​ຮັບ​ຄວາ​ມ​ນິ​ຍົມ​ຈາກ​ບໍ​ລິ​ສັດ​ຂອງ​ທ່ານ​ສຸ​ພົດ​ນັ້ນ​ແມ່ນ​ໄມ້​ຂາວ​ດຳ, ເຊິ່ງ​ແມ່ນ​ຕະ​ກຸມ​ຂອງ​ໄມ້​ກະ​ລຶມ. ທ່ານ​ເວົ້າ​ວ່າ​ຍິ່ງ​ໄມ້​ມີ​ລາຍຫຼາຍ​ເທົ່າ​ໃດ​ມັນ​ຍິ່ງ​ມີ​ລາ​ຄາ​ແພງ.

ເນື່ອງ​ຈາກ​ການ​ສົ່ງ​ໄມ້​ມາ​ຂາຍ​ນັ້ນ​ໄດ້​ກໍ່​ໃຫ້​ເກີດ​ໄມ້​ເສດຫຼາຍທ່ານຈຶ່ງໄດ້​ໝູນ​ໃຊ້​ມັນ​ເຮັດ​ເປັນ​ເຄື່ອງ​ຫັດ​ຖະ​ກຳ​ໄມ້​ແບບ​ປະ​ຍຸກຂາຍ.

ສ່ວນການ​ສົ່ງ​ໄມ້​ມາ​ຂາຍ​ຢູ່ສະ​ຫະ​ລັດນັ້ນແມ່ນ​ມີຫຼາຍ​ວິ​ທີ ບໍ່​ວ່າ​ຈະ​ເປັນ​ການ​ສົ່ງ​ໃນ​ຕູ້​ຄອນ​ເທນ​ເນີທາງ​ນ້ຳ, ການ​ຂົນ​ສົ່ງທາງ​ອາ​ກາດ ຫຼື​ວ່າ​ຈະ​ເປັນ​ໄປ​ສະ​ນີ​ດ່ວນ ເຊິ່ງ​ລາ​ຄາ​ແມ່ນ​ຈະ​ແຕກ​ຕ່າງ​ກັນ​.

​ສຳ​ລັບທ່ານ ສຸ​ພົດ ນັ້ນຜະ​ລິດ​ຕະ​ພັນ​ໄມ້​ຈຳ​ນວນ​ນຶ່ງ​ແມ່ນ​ໄດ້​ສົ່ງ​ມາ​ທາງ​ໄປ​ສະ​ນີ​ເຊິ່ງ​ທ່ານໄດ້​ກ່າ​ວ​ວ່າ cເຮົາ​ສົ່ງ​ເປັນ​ຄອນ​ເທນ​ເນີບໍ່​ໄດ້ເຮົາ​ກະ​ສົ່ງ​ທາງ​ໄປ​ສະ​ນີ​ເອົາ, ທາງ DHL ບໍ່, ທາງ Fedex. ມັນ​ແພງ​ແຕ່​ວ່າ​ກະ​ຈຳ​ເປັນ​ເພາະ​ວ່າ​ມັນ​ໄວ. ມັນ​ກະ​ຄຸ້ມ​ຄ່າ​ເວ​ລາ​ລູກ​ຄ້າ​ສັ່ງ​ມາ ຕົວ​ຢ່າງວ່າ​ຂ້ອຍ​ຕ້ອງ​ການ 50 ປອນ​ເດີ ເຮົາ​ກະ​ສົ່ງ​ມາ​ໂລດ. ໂດ​ຍ​ສະ​ເພາະ​ປະ​ເພດ​ປູ​ດ​ໄມ້ນີ້​ນະ, ປະ​ເພດ​ປູດ​ໄມ້​ດູ່​ໄມ້​ຫຍັງ​ນິ ປອນ​ນຶ່ງ 70 ໂດ​ລາ​ໃດ​ຢູ່ນີ້​ໃດ. ພວກ​ເຮົາ​ຂາຍ​ທາງ Ebay ເຮົາ​ຂາຍ​ແຕ່ 50. ແຕ່​ວ່າ​ປອນ​ນຶ່ງ​ຢູ່​ພຸ້ນ​ຫັ້ນ ເຮົາ​ປຽບ​ຄື​ກັບ​ໄຂ່​ໄກ່​ກັບ​ເຄິ່ງ​ໂລ​ສະ​. ກິ​ໂລ​ນຶ່ງນີ້​ພວກ​ເຮົາ​ຊື້​ປະ​ມານ 10 ໂດ​ລາ ລະ​ກະ​ຄ່າ​ຝາກນີ້​ໄລ່​ຕື່ມ​ອີກ 10 ໂດ​ລາ. ແຕ່​ວ່າ​ຄວາມ​ຈິງ​ກະ​ບໍ່​ຮອດດອກ ເຮົາ​ຝາກຫຼາຍ. ຕົ້ນ​ທຶນ​ກະ​ຢູ່​ໃນ 20 ໂດ​ລາ ແຕ່​ວ່າ​ເຂົາ​ມາ​ຂາຍ​ຢູ່ນີ້​ກະ ປອນ​ນຶ່ງ 50. ບາດນີ້​ກິ​ໂລ​ນຶ່ງ​ເດ​ມັນ​ກະ​ຄູນ​ສອງ​ຂຶ້ນ​ໄປ​ເນາະ. ກ​ະ​ພໍ​ໄດ້​ຢູ່. ເຮົາ​ຝາກ​ມາ​ກະ​ຄັ້ງ​ລະ 50 ຫຼື 100 ກິ​ໂລ.

ທ່ານ​ສຸ​ພົນ​ກ່າວ​ວ່າ ທຸ​ລະ​ກິດ​ຂອງ​ທ່ານບໍ່​ເນັ້ນ​ແຕ່​ການ​ສ້າງ​ກຳ​ໄລ​ໃ​ຫ້​ແກ່​ບໍ​ລິ​ສັດ​ຂອງ​ທ່​ານ​ເອງ​ເທົ່າ​ນັ້ນ, ທຸ​ລະ​ກິດ​ຂອງ​ທ່ານ​ຍັງ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ປົກ​ປັກ​ຮັກ​ສາ ​ແລະ ສົ່ງ​ເສີມ​ວັດ​ທະ​ນະ​ທຳ​ລາວ​ ພ້ອ​ມ​ທັງສ້າງ​ເຮັດ​ວຽກ​ງານ​ທຳ​ໃຫ້​ປະ​ຊາ​ຊົນ​ລາວ​ໃນ​ປະ​ເທດ​ອີກ​ດ້ວຍ. ທ່ານ​ຍັງ​ໄດ້​ພະ​ຍາ​ຍາມ​ສ້າງ​ສູນ​ຝຶກ​ອົບ​ຮົມ​ຝີ​ມື​ແຮງ​ງານ​ໃຫ້​ຄົນ​ລາວ ແລະ ນຳ​ເອົາ​ຜ​ະ​ລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​ສີ​ມື​ຄົນ​ລາວ​ສົ່ງ​ອອກ​ຕ່າງ​ປະ​ເທດ​ນຳ​.

XS
SM
MD
LG