ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວ-ອາເມຣິກັນໃຫ້ຄວາມເຫັນແຕກຕ່າງກັນ ຕໍ່ການທີ່ທ່ານນາງ ແຮຣີສ ຖືກເລືອກ ເປັນຜູ້ສະໝັກຮອງປະທານາທິບໍດີ ຂອງທ່ານໄບເດັນ


ສະມາຊິກສະພາສູງ Kamala Harris ຈາກລັດຄາລິຟໍເນຍ ກ່າວຄໍາປາໄສຮັບເອົາການແຕ່ງຕັ້ງເປັນຜູ້ສະໝັກຮອງປະທານາທິບໍດີຂອງທ່ານໄບເດັນຢູ່ກອງປະຊຸມໃຫຍ່ພັກເດໂມແຄຣັດປີ 2020 ຈາກສູນກາງ Chase Center ໃນເມືອງ Wilmington ລັດເດລາແວໃນວັນທີ 19, 2020
ສະມາຊິກສະພາສູງ Kamala Harris ຈາກລັດຄາລິຟໍເນຍ ກ່າວຄໍາປາໄສຮັບເອົາການແຕ່ງຕັ້ງເປັນຜູ້ສະໝັກຮອງປະທານາທິບໍດີຂອງທ່ານໄບເດັນຢູ່ກອງປະຊຸມໃຫຍ່ພັກເດໂມແຄຣັດປີ 2020 ຈາກສູນກາງ Chase Center ໃນເມືອງ Wilmington ລັດເດລາແວໃນວັນທີ 19, 2020

ພາຍຫລັງທີ່ທ່ານໄບເດັນໄດ້ປະກາດວ່າ ທ່ານເລືອກ ໄດ້ເລືອກເອົາທ່ານນາງຄາ ມາລາ ແຮຣິສ ທີ່ມາຈາກຄອບຄົວ ຂອງຊົນເຜົ່າສ່ວນນ້ອຍເປັນຜູ້ຮ່ວມລົງ ແຂ່ງ ຂັນ ໃນນາມຜູ້ສະໝັກເອົາຕຳແໜ່ງຮອງປະທານາທິບໍດີຂອງທ່ານ ເມື່ອມໍ່ໆມານີ້ ບັນຍາກາດການເລືອກຕັ້ງປີນີ້ ກໍໄດ້ຟົດຟື້ນຂຶ້ນ. ເນື່ອງຈາກວ່າ ທ່ານນາງເປັນ ແມ່ຍິງອາເມຣິກັນ ທີ່ມີເຊື້ອສາຍເອເຊຍໃຕ້ ແລະແມ່ຍິງຜິວດຳຄົນທຳອິດທີ່ມີບົດ ບາດທາງການເມືອງສູງເຊັ່ນນັ້ນ ກໍມີຫລາຍຄົນໃນປະຊາຄົມລາວ ແລະ ປະຊາ ຄົມອື່ນໆ ຮູ້ສຶກດີໃຈຫລາຍ ທີ່ເຫັນວ່າທ່ານນາງ ໄດ້ຖືກແຕ່ງຕັ້ງໃຫ້ລົງແຂ່ງຂັນໃນລະດັບຊາດ ຕາງໜ້າພັກເດໂມແຄຣັດ ທີ່ເປັນພັກການເມືອງທີ່ສໍາຄັນພັກນຶ່ງ ຂອງສະຫະລັດ. ແຕ່ວ່າ ສໍາລັບພວກ ທີ່ສົ່ງເສີມສິດທິມະນຸດເຊັ່ນທະນາຍຄວາມ ຈັນພອນ ສິນລະປະໄຊ ແລ້ວ ກັບເຫັນວ່າປະຫວັດດ້ານເຊື້ອຊາດ ແລະຜິວພັນ ຂອງທ່ານນາງແຮຣິສ ກໍມີຄວາມສໍາຄັນຢູ່ເພາະມັນສະແດງໃຫ້ເຫັນວ່າ ສະຫະລັດໄດ້ກ້າວໜ້າໄປໄກເທົ່າໃດແລ້ວ ແຕ່ວ່າ ແມ່ຍິງລາວທີ່ເຈົ້າຂອງຮ່ວມ ກໍ່ຕັ້ງບໍ ລິສັດທີ່ປຶກສາກົດໝາຍແຫ່ງນຶ່ງ ໃນນະຄອນປອດແລນ, ລັດອໍເຣກອນຜູ້ນີ້ ກັບບອກວ່າ:

“ຄວາມເປັນຫວ່ງທີ່ໃຫຍ່ຫລວງກວ່ານັ້ນອີກຂອງຂ້ອຍ ໃນນາມທີ່ເປັນທະນາຍຄວາມດ້ານ ຄົນເຂົ້າເມືອງຜູ້ທີ່ເຮັດວຽກ ກ່ຽວກັບສິດທິມະນຸດ ກໍຄືວ່າ ໃນນາມປະເທດນຶ່ງ ພວກເຮົາຈະກ້າວໄປຂ້າງໜ້າແນວໃດ ເພື່ອປົກປ້ອງຊາວອົບພະຍົບທີ່ກໍາລັງເຂົ້າມາ ແລະຕາມທີ່ພວກເຮົາໄດ້ຍິນແລ້ວ ກໍຮູ້ສຶກວ່າ ເຂົາເຈົ້າບໍ່ໄດ້ໃຫ້ການສະໜັບສະໜຸນຕໍ່ບັນຫານັ້ນເລີຍ, ແຕ່ກໍຍັງຕ້ອງໄດ້ເບິ່ງອີກວ່າ ພວກເຮົາຈະເຮັດແນວ ໃດເພື່ອທັບມ້າງ ແລະສ້າງລະບົບຄົນເຂົ້າເມືອງ ທີ່ບໍ່ລົງໂທດຕໍ່ຄົນ ລະບົບທີ່ບໍ່ ລົງ ໂທດປະຊາຄົມຂອງພວກເຮົາຂຶ້ນມາ. ຕົວຢ່າງເຊັ່ນຊາຍອາຍຸ 90 ປີຄົນນຶ່ງ ທີ່ຖືກສັ່ງໃຫ້ເນລະເທດອອກໄປຍ້ອນວ່າລາວເຂົ້າມາໃນສະຫະລັດ ໃນຊຸມປີ 1940 ເພາະພວກເຮົາຕ້ານຄົນເອເຊຍ ອັນນັ້ນ ມັນຈະເຮັດປະໂຫຍດແກ່ ຄົນຂອງເຮົາຄືແນວໃດ? ສະນັ້ນ ທ່ານນາງຄາມາລາ ຂ້ອຍຄິດວ່າ ເພິ່ນມີຫົວ ທີ່ດີຕັ້ງຢູ່ເທິງບ່າຂອງເພິ່ນ. ຂ້ອຍຮູ້ວ່າມີປະຊາຄົມຫລາຍກຸ່ມ ຄັດຄ້ານຕໍ່ນະໂຍບາຍຂອງຫົວໜ້າພະແນກຍຸຕິທໍາຂອງທ່ານນາງ ທີ່ພາໃຫ້ຫລາຍຄົນໄດ້ຕິດ ຄຸກ…. ແຕ່ວ່າ ຂ້ອຍຄິດວ່າເພິ່ນໄດ້ເຮັດດີທີ່ສຸດແລ້ວ… ນະໂຍບາຍຂອງເພິ່ນໃນ ຕະຫລອດເວລາ 8 ປີ ທີ່ເຮັດວຽກຢູ່ໃນລັດຖະສະພາ ແມ່ນໄດ້ສະແດງໃຫ້ພວກ ເຮົາເຫັນຫລາຍທີ່ສຸດວ່າ ເພິ່ນມີທິດທາງແນວໃດ. ບໍ່ມີຜູ້ສະໝັກຄົນໃດທີ່ສົມບູນ ແບບດອກ. ສິ່ງທີ່ຄົນໃນປະຊາຄົມລາວ ຕ້ອງເຫັນນໍາກັນກໍຄືວ່ານັບແຕ່ປີ 2017 ເປັນຕົ້ນມາ ມີການທັບມ້າງສິດທິມະນຸດ ໂດຍຄະນະລັດຖະບານແລະປະທານາທິບໍດີໃນປັດຈຸບັນ ທີ່ໃນທີ່ສຸດກໍຈະເອົາສິດຂອງ ພວກເຮົາໄປໝົດ…. ສະນັ້ນ ສໍາລັບຂ້ອຍແລ້ວ ອັນນັ້ນເປັນສິ່ງທີ່ໜ້າຢ້ານກົວກວ່າ.”

ແຕ່ໃນຂະນະດຽວກັນກໍມີຄົນລາວຈໍານວນນຶ່ງທີ່ບໍ່ໄດ້ໃຫ້ຄວາມສົນໃຈຕໍ່ການທີ່ພັກ ເດໂມແຄຣັດ ຈະເລືອກເອົາໃຜມາເປັນຜູ້ຕາງໜ້າພັກ ເພື່ອລົງແຂ່ງຂັນເປັນຮອງ ປະທານາທິບໍດີເລີຍ. ທັງນີ້ກໍເພາະເຂົາເຈົ້າມັກປະທານາທິບໍດີດໍໂນລ ທຣໍາ. ທ່ານ ຮຸ່ງ ບັກຄໍາ ທີ່ເປັນຜູ້ທີ່ມີຊື່ສຽງ ແລະບົດບາດສູງ ໃນປະຊາຄົມລາວ ໃນເມືອງ ເດມອຍ, ລັດໄອໂອວາມາຕັ້ງແຕ່ປີ 1975 ກໍແມ່ນຜູ້ນຶ່ງທີ່ນອນຢູ່ໃນຈໍານວນນັ້ນ. ການທີ່ທ່ານນາງແຮຣີ ໄດ້ຖືກເລືອກໃຫ້ເປັນຜູ້ຮ່ວມລົງແຂ່ງຂັນກັບທ່ານ ໄບເດັນເພື່ອຕາງໜ້າໃຫ້ພັກເດໂມແຄຣັດໃນການເລືອກຕັ້ງປະທານາທິບໍດີຄັ້ງນີ້ ທ່ານຮຸ່ງບອກວ່າ:

ທ່ານຮຸ່ງບອກອີກວ່າທ່ານຢາກໃຫ້ທ່ານທຣໍາຖືກເລືອກຕັ້ງອີກ ເພາະທ່ານພໍໃຈ ກັບວິທີບໍລິຫານປະເທດ ຂອງທ່ານທຣໍາຫລາຍທີ່ສຸດເລີຍ ໂດຍສະເພາະແມ່ນ ເລື້ອງຮັບມືກັບການກະທໍາຂອງຈີນທີ່ເອົາປຽບສະຫະລັດມາຕະຫລອດໄດ້ຫຼາຍປີແລ້ວ.

ເມື່ອເວົ້າເຖິງຄົນເຮັດວຽກໃນລັດຖະບານນັ້ນ ທ່ານຄໍາຮຸ່ງບອກວ່າ ເພິ່ນກໍຄັດ ເອົາແຕ່ຄົນທີ່ເຮັດວຽກດີມີຄວາມສາມາດ. ເຖິງແມ່ນທ່ານທຣໍາຈະມັກປ່ຽນຄົນ ໃນຄະນະລັດຖະບານຂອງເພິ່ນເລື້ອຍໆ ຊຶ່ງພາໃຫ້ຫລາຍຄົນຄິດວ່າມັນສັບສົນ ວຸ້ນວາຍກໍຕາມ ແຕ່ສໍາລັບທ່ານຮຸ່ງແລ້ວຖືວ່າປະທານທິບໍດີທຣໍາເປັນຄົນເຮັດ ວຽກເອົາຈິງເອົາຈັງ ແລະມີລະບຽບວິໄນດີໃຫ້ສົມກັບວ່າ ທ່ານຢາກຖືກເລືອກ ຕັ້ງ ເພື່ອມາກໍາຈັດອັນທີ່ເອີ້ນວ່າ “ສິ່ງທີ່ເນົ່າເໝັນ” ໃນວໍຊິງຕັນອີ່ຫລີ ໂດຍບໍ່ ເລືອກວ່າ ຈະເປັນຄົນໃນພັກຂອງທ່ານເອງ ແລະເປັນຄົນທີ່ສະໜັບສະໜຸນ ທ່ານກໍຕາມ ຖ້າເຮັດວຽກບໍ່ດີ ທ່ານກໍປົດອອກຈາກໜ້າທີ່ໂລດ.

XS
SM
MD
LG