ລິ້ງ ສຳຫລັບເຂົ້າຫາ

ຍານາງມອນຄຳ ຈັນທະລັດ ເປັນຄົນລາວຜູ້ນຶ່ງ ທີ່ໄດ້ມີໂອກາດ ມາຢ້ຽມຢາມ ສະຫະລັດ ແລ້ວຕັດສິນໃຈ ຢູ່ຕໍ່ຈົນເຖິງປັດຈຸບັນນີ້


ຮ້ານທາເລັບ ດາຍມອນ ແນບສ໌ (Diamond Nails) ຢູ່ໃນເມືອງຮາຍແອັດສ໌ວີລ ລັດແມຣີແລນ ທີ່ຍານາງມອນຄຳ ຈັນທະລັດ ເປັນເຈົ້າຂອງ.

ທ່ານຜູ້ຟັງທີ່ເຄົາລົບໃນລາຍການຊຸມຊົນຊາວໃນທະວີບອາເມຣິກາສຳລັບຄຳຄືນນີ້ ທ່ານຈະໄດ້ຮັບຟັງເລື້ອງລາວ ການເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ຂອງຍານາງມອນຄຳ ຈັນທະລັດ ແບບທີ່ບໍ່ເໝືອນກັນກັບຊາວອົບພະຍົບລາວສ່ວນໃຫຍ່ທີ່ໄດ້ເຂົ້າມາຕັ້ງຖິ່ນຖານໃນສະຫະລັດ ໂດຍທີ່ວ່າເພິ່ນໄດ້ພັດພາກຈາກລູກນ້ອຍສີ່ຄົນອາຍຸຕັ້ງແຕ່ 10 ປີ ຮອດ 4 ປີ ທີ່ຍັງອາໄສຢູ່ໃນລາວ ຈົນເຖິງປັດຈຸບັນນີ້ ຊຶ່ງ ໄຊຈະເລີນສຸກ ຈະນຳເອົາການສຳພາດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ບໍ່ວ່າຄົນລາວຫຼືຄົນຊາດອື່ນໃດ ໂດຍສະເພາະຊາວອາເມຣິກາລາຕິນ ຈຳນວນບໍ່ໜ້ອຍ ໄດ້ພະຍາຍາມຫາທຸກວິທີທາງ ເພື່ອໃຫ້ໄດ້ເຂົ້າມາໃນສະຫະລັດດັ່ງທີ່ໄດ້ເຫັນແລະໄດ້ຍິນຢູ່ໃນຂ່າວເປັນປະຈຳ ແລະສຳລັບແມ່ຍິງລາວຄົນນຶ່ງຄື ຍານາງມອນຄຳ ຈັນທະລັດ ທີ່ເກີດຢູ່ບ້ານເພຍວັດ ເມືອງຄູນ ແຂວງຊຽງຂວາງ ໄດ້ມີໂອກາດມາຢ້ຽມຢາມນ້ອງສາວຜູ້ທີ່ໄດ້ອົບພະຍົບມາຕັ້ງຖິ່ນຖານຢູ່ໃນລັດເວີຈີເນຍຂອງສະຫະລັດຕັ້ງແຕ່ປີ 1989 ຜູ້ທີ່ໄດ້ຍື່ນເອກະສານຄໍາຮ້ອງຂໍຄໍ້າປະກັນເອົາເອື້ອຍມາຢ້ຽມຢາມ.

ຍານາງມອນຄຳ ໄດ້ເລົ່າໃຫ້ຟັງວ່າ ໃນທ້າຍປີ 2000 ເພິ່ນໄດ້ປະກອບເອກະ ສານຍື່ນໃຫ້ກົງສຸນສະຫະລັດປະຈຳນະຄອນວຽງຈັນ ເພື່ອຂໍວີຊາຢ້ຽມຢາມນ້ອງສາວ ຕໍ່ຈາກນັ້ນເພິ່ນຈຶ່ງຖືກຮຽກໂຕ ໃຫ້ເຂົ້າໄປສຳພາດ ຢູ່ທີ່ກົງສຸນສະຫະລັດພ້ອມທັງຄົນອື່ນໆຈຳນວນຫຼວງຫຼາຍ ດັ່ງທີ່ຍານາງມອນຄຳ ກ່າວໃຫ້ຟັງວ່າ:

“ນ້ອງສາວຂ້ອຍລາວມາຢູ່ພີ້ກ່ອນ ແລ້ວລາວໄດ້ເປັນຊີຕີເຊັ້ນ ແລະລາວກະເຮັດໃບປະກັນໃຫ້ຂ້ອຍ ເຂົາໃຫ້ປະກອບເອກະສານເພາະວ່າຂ້ອຍກະມີລູກແລະມີຄອບຄົວຢູ່ພຸ້ນນະ ເຮັດໃບປະກອບເອກະສານລະກະວ່າຂ້ອຍມາຢ້ຽມຢາມຫັ້ນນະ ມາຢາມນ້ອງສາວຊິນາ” ເວລາສະຖານທູດສຳພາດບໍ່ຍາກເບາະ? “ຕອນນັ້ນກະຊິບໍ່ຍາກປານໃດກະແລ້ວແຕ່ຄົນຕິເບາະ ຕອນຂ້ອຍໄປສຳພາດກະຫຼາຍຄົນຢູໃດເປັນຮ້ອຍຄົນພຸ້ນແຫລະກະໄດ້ແຕ່ມ໊ອງປະມານ 10 ປາຍຄົນນີ້ແຫລະ ເຂົາກະບໍ່ໃຫ້ຫຼາຍໃດ ແຕ່ວ່າເຂົາຖາມອີຫຍັງເຮົາກະຕອບຕາມທີ່ເຂົາຖາມຫັ້ນນາ ແລ້ວເຂົາເຈົ້າກະໃຫ້ຜ່ານ ຕອນທີ່ຂ້ອຍມາເຂົາຍັງບໍ່ທັນມີແປະໂປ້ ເຂົາໃຫ້ແຕ່ເຊັນຊື່ນີ້ນະ.”

ໃນຊ່ວງໄລຍະປີ 2000 ທາງການສະຫະລັດໄດ້ຍຸຕິການຮັບເອົາອົບພະຍົບຈາກປະເທດລາວແລ້ວ ສະນັ້ນສຳລັບຄົນລາວ ຜູ້ທີ່ຕ້ອງການຢາກຈະມາອາເມຣິກາ ກໍຕ້ອງໄດ້ຍື່ນເອກະສານຂໍວີຊາຢ້ຽມຢາມໂດຍໃຫ້ພີ່ນ້ອງຜູ້ທີ່ອົບພະຍົບໄປຢູ່ສະຫະລັດປະກັນເອົາ ແລະໂດຍສ່ວນໃຫຍ່ຜູ້ທີ່ບໍ່ມີຖານະດີຫຼືວ່າມີຄອບຄົວແລ້ວ ກໍຈະຖືກປະຕິເສດຢູ່ສະເໝີ ແຕ່ສຳລັບຍານາງມອນຄຳແລ້ວ ເພິ່ນກ່າວວ່າ ເພິ່ນກໍເປັນຜູ້ທີ່ໂຊກດີຄົນນຶ່ງທີ່ໄດ້ສຳພາດຜ່ານ ໃນຈຳນວນຮ້ອຍປາຍກວ່າຄົນທີ່ໄດ້ເຂົ້າໄປໃນມື້ນັ້ນ. ພາຍໃນປີດຽວກັນນີ້ ຍານາງໄດ້ເດີນທາງມາຫານ້ອງສາວແລະຍາດຕິພີ່ນ້ອງຢູ່ທີ່ເມືອງອາເລັກແຊນເດຣຍລັດເວີຈີເນຍ. ຍານາງກ່າວໃຫ້ຟັງວ່າ ໃນເວລາຢູ່ລາວເພິ່ນເຄີຍເຮັດເລັບມາແລ້ວຫຼາຍປີ ດັ່ງນັ້ນເພິ່ນຈຶ່ງໄດ້ເລີ້ມໄປເຮັດວຽກ ຢູ່ທີ່ຮ້ານທາເລັບຂອງພີ່ນ້ອງ ໃນເມືອງດັ່ງກ່າວ ເປັນເວລາ 7 ເດືອນ ຊຶ່ງໄດ້ກາຍກຳນົດຂອງວີຊາຢ້ຽມຢາມໄປແລ້ວ 4 ເດືອນ ເພິ່ນຈຶ່ງຕ້ອງໄດ້ຕັດສິນໃຈວ່າ ຈະກັບຄືນຫຼືບໍ່ກັບຄືນເມືອລາວ ກ່ຽວກັບເລື້ອງນີ້ ເພິ່ນໄດ້ກ່າວວ່າ:

“ເອີ້ກະຍ້ອນຢາກຫາເງິນຫັ້ນແຫລະ ເວົ້າຄວາມຈິງໂລດ ເພາະວ່າຢູ່ບ້ານເຮົາກະຫາເງິນຍາກເດ້ ຂ້ອຍກະວ່າ ບໍ່ຢາກເມືອເທື່ອຫັ້ນນະ ເພາະຂ້ອຍກະຢາກຫາເງິນເດ້ ຂ້ອຍກະເລີຍຕັດສິນໃຈຢູ່ເລີຍ.”

ເມື່ອເພິ່ນໄດ້ຕັດສິນໃຈຈະຢູ່ຕໍ່ໄປ ຈຶ່ງຕ້ອງໄດ້ຂົນຂວາຍຫາທາງຊອກຫາຜົວ ຜູ້ທີ່ມີສັນຊາດອາເມຣິກາ ໃນຂະນະດຽວກັນເພິ່ນໄດ້ຍ້າຍໄປເຮັດເລັບຢູ່ອີກຮ້ານນຶ່ງຂອງພີ່ນ້ອງຊື່ວ່າ ດາຍມອນ ແນລສ໌ (Diamond Nails) ຢູ່ໃນເມືອງຮາຍແອັດສ໌ວີລ (Hyattsville) ລັດແມຣີແລນ ແລະເປັນລັດທີ່ເພິ່ນໄດ້ພໍ້ກັບສາມີທີ່ຊື່ວ່າ ວັນ ຈັນຈອມ ແລ້ວທັງສອງຈຶ່ງໄດ້ເຮັດໜັງສືແຕ່ງງານກັນຢ່າງຖືກຕ້ອງຕາມກົດໝາຍ ດັ່ງທີ່ເພິ່ນກ່າວ.

ພາຍໃນຮ້ານທາເລັບ ດາຍມອນ ແນລສ໌ (Diamond Nails) ຢູ່ໃນເມືອງຮາຍແອັດສ໌ວີລ ລັດແມຣີແລນ ທີ່ຍານາງມອນຄຳ ຈັນທະລັດ ເປັນເຈົ້າຂອງ.
ພາຍໃນຮ້ານທາເລັບ ດາຍມອນ ແນລສ໌ (Diamond Nails) ຢູ່ໃນເມືອງຮາຍແອັດສ໌ວີລ ລັດແມຣີແລນ ທີ່ຍານາງມອນຄຳ ຈັນທະລັດ ເປັນເຈົ້າຂອງ.

ຕໍ່ຈາກນັ້ນເພິ່ນກໍໄດ້ຍື່ນເອກະສານຂໍບັດຂຽວ ຫຼື ບັດຕ່າງດ້າວຜູ້ທີ່ອາໄສຢູ່ໃນສະຫະລັດຢ່າງຖາວອນ.

ຍານາງມອນຄຳ ໄດ້ເຮັດວຽກຢູ່ທີ່ຮ້ານເລັບດັ່ງກ່າວມາໄດ້ຊາວກວ່າປີ ໃນຊ່ວງໄລຍະທີ່ເເພິ່ນເຮັດວຽກມາຕະຫຼອດຢູ່ນັ້ນ ເພິ່ນກໍຍັງໄດ້ສົ່ງເງິນໄປລ້ຽງດູລູກເຕົ້າສີ່ຄົນຂອງເພິ່ນເປັນປະຈຳ ທັງຍັງໄດ້ເກັບອອມທ້ອນເງິນໄວ້ຈຳນວນນຶ່ງ ແລະດ້ວຍການຊ່ອຍເຫຼືອຈາກຍາດຕິພີ່ນ້ອງ ເພິ່ນຈຶ່ງສາມາດຊື້ເອົາຮ້ານເລັບດັ່ງກ່າວຈາກເຈົ້າຂອງຮ້ານໃໝ່ ທີ່ເປັນຄົນຫວຽດນາມ ໃນປີ 2011 ເປັນທີ່ສຳເລັດ ແລະບໍລິຫານຮ້ານເລັບທີ່ມີພະນັກງານເກົ່າທີ່ເປັນຄົນລາວ 2 ຄົນແລະຄົນຫວຽດນາມ 2 ຄົນ ມາໄດ້ຈົນເຖິງປັດຈຸບັນນີ້.

ຍານາງກ່າວວ່າ ລູກຄ້າຂອງຮ້ານສ່ວນຫຼາຍ ຈະເປັນຊາວອາເມຣິກັນຜິວດຳ ແລະມີຊາວແມັກ ໝາຍເຖິງຊາວອາເມຣິກັນທີ່ມາຈາກປະເທດເມັກຊິໂກ ໜ້ອຍນຶ່ງ ແຕ່ບໍ່ມີແຂກເປັນຄົນຜິວຂາວເລີຍ. ຍານາງກ່າວອີກວ່າ ຢູ່ທີ່ເຂດເມືອງຮາຍແອັດສ໌ວີລ ມີແຕ່ຊາວອາເມຣິກັນຜິວດຳໂດຍສ່ວນໃຫຍ່ ແລະສະເພາະຊາວເອເຊຍຫຼືຊາວລາວແລ້ວ ບໍ່ຄ່ອຍມີຫຼາຍ ແຕ່ສ່ວນໃຫຍ່ຈະຢູ່ໃນເຂດຫົວເມືອງໃຫຍ່ເຊັ່ນບອລຕີມໍ (Baltimore) ຢູ່ຫ່າງຈາກຮາຍແອັດສ໌ວີລ ໄກສົມຄວນ ຖ້າຂັບລົດໄປໃຊ້ເວລາເກືອບຊົ່ວໂມງນຶ່ງ. ໃນເບື້ອງຕົ້ນການດຳເນີນທຸລະກິດ ກໍປະສົບກັບບັນຫາເລັກໆນ້ອຍໆຍ້ອນການເວົ້າພາສາອັງກິດຂອງຍານາງບໍ່ຄ່ອຍເກັ່ງ ບາງເທື່ອກະມີແຂກໂວວາຍເປັນບາງຄັ້ງບາງຄາວ ດັ່ງທີ່ຍານາງກ່າວໃຫ້ຟັງວ່າ:

“ເອີ້ມັນກະໂອເຄກ່ອນ ເຮົາຈະໄປເຮັດອັນອື່ນ ເພາະວ່າ ເຮົາມາຈັ່ງຊີ້ເຮົາກະບໍ່ມີຄວາມຮູ້ເດ້ ພາສາອັງກິດເຮົາກະບໍ່ເກັ່ງຊັ້ນນ່າ ຂ້ອຍກະ ຕາມຂ້ອຍຄຶດ ກະດີກວ່າໄປເຮັດວຽກອັນອື່ນຫັ້ນນ່າ ເພາະວ່າຕອນເຮົາມາເຮົາກະບໍ່ມີຄວາມຮູ້ຊີ້ນ່າ ເຮົາສິໄປເຮັດຫຍັງໄດ້.”

ຍານາງກ່າວໃຫ້ຟັງອີກວ່າ ວັດລາວທີ່ຢູ່ໃກ້ທີ່ສຸດກັບບ້ານພັກຂອງຍານາງ ແມ່ນວັດລາວພຸທທະເມຕຕາ ແລະສູນຝຶກສະມາທິ ຕັ້ງຢູ່ໃນເມືອງອັບເປີ ມາຣໂບໂຣ (Upper Marlboro) ຊຶ່ງວັດນີ້ ໃນເມື່ອກ່ອນເຄີຍມີຊື່ວ່າ ວັດລາວເວີຈີເນຍ ທີ່ເພິ່ນໄດ້ຍ້າຍອອກມາຈາກລັດເວີຈີເນຍ.

ສະຫະລັດອາເມຣິກາ ໄດ້ຖືກກ່າວຂານກັນມາວ່າ “the land of opportunity” ຊຶ່ງໝາຍຄວາມວ່າ ເປັນດິນແດນແຫ່ງໂອກາດ ທີ່ຊາວຕ່າງຊາດຈາກທົ່ວໂລກໄດ້ພາກັນຍົກຍ້າຍເຂົ້າມາຕັ້ງຖິ່ນຖານ ຕະຫຼອດໄລຍະຫຼາຍສັດຕະວັດ ແລະຊາວຕ່າງຊາດຈາກປະເທດຕ່າງໆກໍຍັງສືບຕໍ່ຫາທຸກວິທີທາງເພື່ອໃຫ້ໄດ້ເຂົ້າມາໃນສະຫະລັດ ຈົນເຖິງປັດຈຸບັນນີ້.

ໄຊຈະເລີນສຸກ ວີໂອເອ

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ແມ່ນການເຂົ້າມາຕັ້ງຖິ່ນຂອງຍານາງມອນຄຳ ຈັນທະລັດ ແບບທີ່ວ່າ ຄົນລາວແລະຊາວຕ່າງຊາດຈຳນວນຫຼວງຫຼາຍເຮັດທຸກວິທີທາງເພື່ອໄດ້ເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດ ມາພົບກັບພວກເຮົາໄດ້ອີກ ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ອາທິດໜ້າເວລາດຽວກັນນີ້.

XS
SM
MD
LG