ທ່ານແກ້ວ ແກ້ວນໍຣະສັກ ໄດ້ດຳລົງຊີວິດຢູ່ໃນເມືອງສຕັອກຕັນ (Stockton), ຊຶ່ງຕັ້ງຢູ່ໃກ້ໆກັບນະຄອນຊາຄຣາເມັນໂຕ, ເມືອງຫລວງຂອງລັດຄາລິຟໍເນຍມາຕັ້ງແຕ່ຕອນທ່ານມີອາຍຸໄດ້ 3 ປີ ຫລັງຈາກພໍ່ແມ່ຂອງທ່ານໄດ້ພາອົບພະຍົບມາຕັ້ງຖິ່ນຖານຢູ່ໃນສະຫະລັດ. ເນື່ອງຈາກວ່າພໍ່ຂອງທ່ານເປັນນາຍທະຫານຊັ້ນສູງຂອງລາດຊະອານາຈັກລາວ ສະນັ້ນ ໃນປີ 1978 ຄອບຄົວຂອງທ່ານຈຶ່ງຕ້ອງໄດ້ໜີອອກຈາກບ້ານເກີດເມືອງນອນໄປຢູ່ຈັງຫວັດກາຣະສິນ, ປະເທດໄທ ປະມານນຶ່ງປີ ກ່ອນຈະເຂົ້າໄປຢູ່ສູນອົບພະຍົບຢູ່ໄທ ແລະຍົກຍ້າຍໄປຢູ່ສູນອົບພະຍົບຢູ່ຟີລິບປິນ ເພື່ອກຽມມາຕັ້ງຖິ່ນຖານຢູ່ໃນສະຫະລັດໃນປີ 1980 ຊຶ່ງທ່ານເລົ່າເລື້ອງນີ້ສູ່ຟັງວ່າ:
"ຂ້ອຍໄດ້ປະມານສາມ ຂ້ອຍບໍ່ຮູ້ຫຍັງເລີຍ, ຂ້ອຍມີໄດ້ຍິນເລື້ອງທີ່ເພິ່ນເວົ້າວ່າ ພວກເຮົາບໍ່ຄ່ອຍມີຫບັງຫຼາຍ, ເຈົ້າຮູ້, ຂ້ອຍບໍ່ຢາກເວົ້າເລື້ອງເກົ່າຊ້ຳໆ ຊາກໆ ແຕ່ຂ້ອຍກໍຮູ້ພຽງແຕ່ວ່າ ຄອບຄົວຂ້ອຍມາຢູ່ທີ່ນີ້ ບໍ່ແມ່ນຍ້ອນວ່າເຂົາເຈົ້າຢາກ ເລືອກມາເອງ. ພວກເຂົາເຈົ້າມາຢູ່ທີ່ນີ້ກໍເພາະຖືກບັງຄັບໃຫ້ມາ ແລະໄດ້ ຜ່ານສູນອົບພະຍົບຄືຄົນທົ່ວໄປ, ຖືກບັງຄັບໃຫ້ຫລົບໜີຂ້າມຊາຍແດນ. ຂ້ອຍ ຫມາຍຄວາມວ່າ ເລື້ອງຂອງຫມົດທຸກຄົນກໍແມ່ນຄ້າຍຄືກັນຫຼາຍ. ຂ້ອຍໄດ້ ຍິນເລື້ອງຂອງຫລາຍຄົນເປັນເຊັ່ນນີ້ ແລະມັນພາໃຫ້ເສົ້າໃຈຫລາຍ.
ແຕ່ຂ້ອຍມັກຈະບອກຕົນເອງສະເຫມີວ່າ ຂ້ອຍໄດ້ຮັບການສິດສອນຈາກພໍ່ ໃນການສືບຕໍ່ຊອກຫາວິທີ ແນວໃດກໍຕ້ອງຫາວິທີເອົາຕົວຢູ່ລອດໃຫ້ໄດ້ ໃນການຢູ່ກັບຄົນລຸ້ນປັດຈຸບັນ ແລະຄົນລຸ້ນຕໍ່ໄປຂອງຕົນ. ແລະຖ້າຂ້ອຍຈື່ບໍ່ຜິດ ຂ້ອຍຫມາຍ ຄວາມວ່ານຶ່ງໃນສາເຫດຕົ້ນຕໍທີ່ພວກເຮົາສາມາດຂ້າມຊາຍ ແດນໄປປະເທດໄທໄດ້ຢ່າງງ່າຍດາຍກໍຍ້ອນແມ່ຂອງຂ້ອຍເປັນຕຄົນອີ່ສານ.”
ບໍ່ພຽງແຕ່ຕ້ອງພັດພາກຈາກບ້ານເມືອງມາດ້ວຍຄວາມຈຳໃຈຄອບຄົວເທົ່ານັ້ນ, ຄອບຄົວຂອງທ່ານແກ້ວຄອບຄົວຂອງທ່ານກໍຄືຄອບຄົວຂອງຊາວອົບພະຍົບທີ່ມາຈາກລາວ, ຫວຽດນາມ ແລະກຳປູເຈຍສ່ວນໃຫຍ່ຢູ່ໃນເມືອງນັ້ນທີ່ຂາດຄວາມຮູ້ດ້ານພາສາ, ດ້ານວິຊາການ ແລະວັດທະນະທຳ-ສັງຄົມໃນບ່ອນຕັ້ງຖິ່ນຖານໃໝ່. ສະນັ້ນຈຶ່ງປະສົບຄວາມຫຍຸ້ງຍາກໃນການປັບຕົວເຂົ້າກັບສະພາບແວດລ້ອມຂອງຊີວິດປະຈຳວັນຢູ່ທີ່ນັ້ນ ເຖິງແມ່ນວ່າຈະມີພີ່ນ້ອງຮັບປະກັນເອົາ ແລະລັດຖະບານສະຫະລັດໃຫ້ການຊ່ວຍເຫລືອເຈື້ອຈຸນ ເຊັ່ນເງິນອຸດໜຸນຄອບຄົວຢູ່ຫລາຍປີກໍຕາມ. ພໍ່ແມ່ຂອງທ່ານໃນຕອນນັ້ນ ບໍ່ມີລາຍຮັບອັນໝັ້ນຄົງມາລ້ຽງລູກ 7 ຄົນເພາະເປັນກຳມະກອນເກັບໝາກໄມ້ ແລະຜັກຕາມລະດູການ ແລະອາໄສການຊ່ວຍເຫລືອຈາກລັດຖະບານໃນເລື້ອງທີ່ຢູ່ອາໄສ ແລະເງິນຈຳນວນໜ້ອຍໆ ພໍຢູ່ໄດ້ເປັນວັນໆ ດັ່ງທີ່ທ່ານແກ້ວເລົ່າສະພາບການນັ້ນສູຟັງວ່າ:
"ເມື່ອພວກເຮົາມາຮອດໜີ້, ພໍ່ບໍ່ໄດ້ເຮັດວຽກ, ເຈົ້າຮູ້ບໍ່? ພວກເຮົາເປັນຄອບຄົວ ທີ່ມີລູກ 7 ຄົນລວມທັງ ແມ່ແລະພໍ່ແລ້ວເປັນ 9 ຄົນ. ສະນັ້ນ ເກົ້າ ເກົ້າຄົນອາ ໄສຢູ່ໃນອາພາດເມັນສອງຫ້ອງນອນ ຊຶ່ງເປັນຕຶກອາພາດເມັນຂອງລັດຖະບານ, ພວກເຮົາເລີ່ມຕົ້ນຊີວິດໄດ້ດ້ວຍສິ່ງທີ່ຄືກັບວ່າພີ່ນ້ອງຊ່ວຍຄອບຄົວພວກເຮົາໃຫ້ເລີ່ມຕົ້ນໄດ້ອີກເຊັ່ນກັນ. ຂ້ອຍໝາຍເຖິງເຂົາເຈົ້າອ້າງວ່າ ເຂົາເຈົ້າເປັນຜູ້ຮັບປະກັນພວກເຮົາ ສະນັ້ນ ຂ້ອຍບໍ່ຮູ້ວ່າພວກເຮົາໄດ້ຮັບຫຍັງແດ່ຈາກເຮັດແນວນັ້ນ. ແຕ່ຂ້ອຍຮູ້ພຽງແຕ່ວ່າ ເມື່ອພວກເຮົາ ມາຮອດໜີ້ ທຸກຄົນແມ່ນເຮັດວຽກຢູ່ຟາມ, ພວກເຮົາກໍມີແຕ່ໄປເກັບໝາກແຕງ, ໝາກເລັ່ນໃຫ້ພວກກະສິ ກອນເຮັດຟາມ ແລະຫຼັງຈາກນັ້ນພວກເຂົາເຈົາກໍເອົາໃສ່ຖັງ. ບໍ່ມີຄົນດູແລເດັກ ຂ້ອຍກໍຈະໄປກັບ ແມ່ ເອີ້ຊີວິດສ່ວນໃຫຍ່ກໍຈະເປັນແບບນັ້ນຫລະ. ສິ່ງທີ່ຂ້ອຍພໍຈະຈື່ໄດ້ໃນເວ ລານັ້ນ ເຈົ້າຈະໄດ້ເງິນປະມານ 15 ເຊັນ ຫລື 20 ເຊັນ ສໍາລັບການເກັບ ຫມາກແຕງໄດ້ນຶ່ງຖັງ."
ທ່ານແກ້ວເປັນລູກຫລ້າ ແລະຄອບຄົວຂອງທ່ານດຳລົງຊີວິດຢູ່ໃນຄວາມທຸກຍາກມາເປັນສິບກວ່າປີ ຈົນວ່າລູກໆຜູ້ກົກ ແລະຜູ້ກາງໃຫຍ່ຂຶ້ນແລ້ວສ້າງຄອບຄົວ ຂອງຕົນເອງສະຖານະພາບທາງການເງິນຂອງຄອບຄົວຈຶ່ງຄ່ອຍໆ ດີຂຶ້ນ.
ສະຫະລັດເປັນປະເທດຮັ່ງມີ ແລະມີເສດຖະກິດໃຫຍ່ທີ່ສຸດໃນໂລກ ແຕ່ສຳລັບ ລູກຂອງຊາວອົບພະຍົບທີ່ຊຸມຊົນທີ່ບໍ່ຄ່ອຍຮູ້ພາສາອັງກິດ ແລະລະບົບການສຶກສາຂອງສະຫະລັດດີ ສ່ວນຫລາຍແລ້ວມັກຈະພົບຄວາມຫຍຸ້ງຍາກໃນການຊອກຫາຄົນທີ່ໃຫ້ຄຳແນະນຳ ແລະຊຸກຍູ້ໃນດ້ານການສຶກສາທີ່ດີ. ໃນກໍລະນີຂອງທ່ານແກ້ວທີ່ເປັນລູກຫລ້າ ແລະອ້າຍຂອງທ່ານຜູ້ຖິດກັນນັ້ນແມ່ນໄດ້ຮັບການຊ່ວຍເຫລືອຈາກໝູ່ເພື່ອນທີ່ມີຄົນໃຫ້ຄຳແນະນຳດີ ຈຶ່ງຮຽນຈົບປະລິນຍາຕີ ດັ່ງທີ່ທ່ານແກ້ວເວົ້າສູ່ຟັງວ່າ:
“ສິ່ງທ້າທາຍຫຼາຍ ກໍແມ່ນການຊອກຫາການຜູ້ໃຫ້ຄຳປຶກສາ ແລະ ຊອກຫາ ຄຳແນະນຳເພື່ອໃຫ້ໄດ້ການ ສຶກສາທີ່ເໝາະສົມ. ແລະສະນັ້ນ, ເຈົ້າຮູ້ບໍ່ ນອກເໜືອຈາກນັ້ນແລ້ວ ກໍມີແຕ່ຊອກຫາເງິນເພື່ອມາເລີ້ມ ຕົ້ນໃນການສຶກສາ. ແລະ ພວກເຮົາບໍ່ມີໂຄງການໃດໆ ຫຼືພວກເຮົາບໍ່ມີການໃຫ້ຄໍາປຶກສາທີ່ເຫມາະສົມ. ສ່ວນຂ້ອຍແລ້ວ ແມ່ນໄດ້ຮັບຄໍາປຶກສາທີ່ພໍໃຊ້ໄດ້. ແຕ່ວ່າການຮັບຄໍາປຶກສາ ຂອງຂ້ອຍສ່ວນຫຼາຍ ແມ່ນມາຈາກຫມູ່ເພື່ອນຂອງພວກເຮົາ ແລະຫມູ່ເພື່ອນຂອງ ຂ້ອຍໄດ້ຮັບຄໍາປຶກສາຈາກຜູ້ໃຫ້ຄໍາປຶກສາ ທີ່ດີ ເພາະວ່າຄອບຄົວຂອງເຂົາເຈົ້າ ມີຖານະດີຂຶ້ນໄວກວ່າຂ້ອຍຫຼາຍ. ເມື່ອຂ້ອຍໄດ້ຍິນສິ່ງທີ່ເພື່ອນ ຂອງຂ້ອຍເວົ້າ ແລະຂ້ອຍກໍເຮັດຕາມລາວ. ຂ້ອຍເປັນລູກຫລ້າ. ຂ້ອຍແລະອ້າຍຜູ້ຕິດຂ້ອຍ, ພວກເຮົາ ໄດ້ຮັບປະລິນຍາຕີ. ລາວໄດ້ຮັບການໃຫ້ຄໍາປຶກສາ ແລ້ວຈາກນັ້ນ ລາວກໍຈົບມະຫາວິທະຍາໄລ ແລະ ຂ້ອຍກໍໄດ້ເຂົ້າມະຫາວິທະຍາໄລ. ຂ້ອຍຮຽນ ບໍ່ຈົບ, ຂ້ອຍເຊົາຮຽນມາເຮັດທຸລະກິດ ແລະຫຼັງຈາກນັ້ນ ຂ້ອຍຈຶ່ງກັບຄືນ ໄປເຂົ້າຮຽນອີກ ແລະຈົບມະຫາວິທະຍາໄລ.”
ເຖິງຢ່າງໃດກໍຕາມ, ສະຫະລັດອາເມຣິກາມີຊື່ສຽງວ່າເປັນດິນແດນທີ່ໃຫ້ໂອກາດແກ່ທຸກຄົນທີ່ມີຄວາມມານະອົດທົນ ແລະບໍ່ຫລົດລະຄວາມຕັ້ງໃຈ. ສະນັ້ນ ອ້າຍເອື້ອຍນ້ອງທຸກຄົນຂອງທ່ານແກ້ວ ປະສົບຜົນສຳເລັດໝົດໃນເວລາໃຫຍ່ຂຶ້ນມາ. ເອື້ອຍຂອງທ່ານໄດ້ເປັນຜູ້ກວດກາແລະຮັບປະກັນຄຸນນະພາບອຸປະກອນການແພດໃນໂຮງງານແຫ່ງນຶ່ງ, ສ່ວນອ້າຍຂອງທ່ານຜູ້ນຶ່ງກໍມີທຸລະກິດຂອງຕົນເອງ ແລະຄົນອື່ນໆກໍມີອາຊີບອັນໝັ້ນຄົງ.
ສ່ວນທ່ານແກ້ວນັ້ນ, ດຽວນີ້ມີອາຍຸ 40 ກວ່າປີ ແຕ່ງງານແລ້ວ ແລະມີລູກສາວສອງຄົນ. ທ່ານເປັນຜູ້ອຳນວຍການດ້ານການຕະຫລາດໃຫ້ແກ່ບໍລິສັດວອລທ໌-ມາດ (Walt-Mart), ບໍລິສັດຍັກໃຫຍ່ຂອງສະຫະລັດທີ່ມີຊື່ສຽງດັງລະດັບໂລກ, ຊຶ່ງຖືວ່າທ່ານມີຜົນສໍາເລັດຫລາຍສົມຄວນ ເພາະທ່ານມີລາຍຮັບຫລາຍແສນໂດລາຕໍ່ປີ ແລະສາມາດສ້າງລາຍໄດ້ຫລາຍລ້ານໂດລາໃຫ້ແກ່ບໍລິສັດຂອງທ່ານໃນແຕ່ລະປີ ຊຶ່ງທ່ານເລົ່າກ່ຽວກັບວຽກງານຂອງທ່ານສູ່ຟັງວ່າ:
"ສະນັ້ນ ສິ່ງທີ່ຂ້ອຍເຮັດກໍແມ່ນວ່າຂ້ອຍວິເຄາະ, ເຈົ້າຮູ້ບໍ່, ບໍລິຫານເງິນງົບ ປະມານຫຼາຍລ້ານໂດລາ ແລະຂ້ອຍເຮັດໃຫ້ເຂົາເຈົ້າມີລາຍໄດ້ ຫຼາຍລ້ານ ແມ່ນແລ້ວ ຂ້ອຍສ້າງ ລາຍໄດ້ ເປັນເງິນຫລວງຫຼາຍ ໃຫ້ຫລາຍໆ ຄົນ ແຕ່ວ່າ ຂ້ອຍໄດ້ເງິນບໍ່ຫຼາຍ. ຂ້ອຍມີພະນັກງານທີ່ເຮັດວຽກໃຫ້ຂ້ອຍ ກໍຄືວິສະວະກອນ 12 ຄົນ ແລະຂ້ອຍອາດຈະເວົ້າໄດ້ວ່າມີທີ່ປຶກສາດ້ານທຸລະກິດຢູ່ 8 ຄົນ."
ນອກຈາກເຮັດການແລ້ວ ຫລັງຈາກມີການລະບາດຂອງພະຍາດໂຄວິດ-19 ເກີດຂຶ້ນມາໄດ້ສອງປີກວ່ານີ້ ທ່ານກໍມີຄວາມຄິດໃນແງ່ທຸລະກິດຂຶ້ນມາ ຈຶ່ງໄດ້ເລີ້ມຕົ້ນເຮັດທຸລະກິດຂາຍສົ່ງຂອງຫວານຂອງຊາວເອເຊຍ ເຊັ່ນເຂົ້າໜຽວໝາກມ່ວງ ແລະເຄື່ອງດື່ມ ທີ່ຮັບການຈອງຂອງລູກຄ້າສະເພາະໃນວັນສຸກ, ເສົາ ແລະອາທິດ. ທ່ານກໍລັງພະຍາຍາມເຮັດໃຫ້ມີຍອດຂາຍສູງເພື່ອຈະສາມາດໃຫ້ຜູ້ສະໜອງແຫລ່ງທຶນ ເຫັນໄດ້ວ່າທຸລະກິດຂອງທ່ານຈະສຳເລັດຜົນດີ ເມື່ອທ່ານໄປຢືມເງິນມາລົງທຶນ.
ເມືອງສຕັອກຕັນເປັນເມືອງນ້ອຍໆ ຕັ້ງຢູ່ບໍ່ໄກຈາກນະຄອນຊາຄຣາເມັນໂຕ, ເມືອງຫລວງຂອງລັດຄາລິຟໍເນຍ ແລະຄົນສ່ວນໃຫຍ່ໃນນັ້ນແມ່ນຊາວອົບພະຍົບ ມາຈາກລາວ, ຫວຽດນາມ, ກຳປູເຈຍທີ່ລັດຖະບານຈັດໃຫ້ໄປຢູ່ທີ່ນັ້ນໃນເວລາທີ່ເຂົາເຈົ້າມາຕັ້ງຖິ່ນຖານຢູ່ສະຫະລັດໃໝ່ໆ ໃນຊ່ວງສອງທົດສະຫວັດທຳອິດ ຫລັງຈາກສົງຄາມອິນດູຈີນ ຫລືສົງຄາມຫວຽດນາມສິ້ນສຸດລົງ. ເມືອງດັ່ງກ່າວມີປະຊາຊົນເຜົ່າຕ່າງໆ ລວມທັງເຜົ່າມົ້ງ, ເຜົ່າຢ້າວ, ຂະມຸທີ່ມາຈາກລາວອາໄສຢູ່ ປະມານ 10 ພັນກວ່າຄົນ, ອີງຕາມທ່ານແກ້ວ. ແລະຄົນສ່ວນໃຫຍ່ໃນເມືອງນັ້ນ ໃນສາມທົດຫວັດກ່ອນປະກອບອາຊີບເປັນກຳມະກອນຮັບຈ້າງເກັບໝາກໄມ້ຕາມລະດູການ ແລະເພິ່ງພາອາໄສເງິນອຸດໜຸນຈາກລັດຖະບານ ຫລື Welfare. ຕໍ່ມາພວກເຂົາເຈົ້າ ໂດຍສະເພາະຄົນທີ່ມາຈາກຫວຽດນາມ, ກຳປູເຈຍແລະຄົນເຜົ່າມົ້ງທີ່ມາຈາກລາວຈຳນວນນຶ່ງ ກໍເປັນເຈົ້າຂອງຟາມ ແລະຄົນທີ່ມາຈາກລາວລຸ້ນໃໝ່ກໍປະກອບອາຊີບເປັນນັກວິຊາການຕ່າງໆ, ເປັນນັກທຸລະກິດທີ່ມີຜົນສຳເລັດສູງ ແລະກໍມີເຮືອນຊານເປັນຂອງຕົນເອງ ໂດຍບໍ່ໄດ້ອາໄສຢູ່ໃນອາພາດເມັນທີ່ລັດຖະບານຊ່ວຍເຫລືອນັ້ນອີກແລ້ວ.
ຄົນລາວເຖິງຈະຢູ່ໃສກໍບໍ່ໄດ້ລະໄລສາສະໜາ ແລະວັດວາ. ຢູ່ໃນເມືອງສຕອັກຕັນນັ້ນ ມີວັດລາວຢູ່ 3 ແຫ່ງ. ສ່ວນພໍ່ ແລະແມ່ຂອງທ່ານແກ້ວນັ້ນໄດ້ເສຍຊີວິດໄປແລ້ວ ແຕ່ວ່າລູກໆ ກໍຍັງສືບຕໍ່ມູນເຊື້ອອັນດີງາມຂອງເພິ່ນໃນການປະກອບສ່ວນສ້າງສາວັດວາຢູ່ ດັ່ງທີ່ທ່ານເລົ່າສູ່ຟັງວ່າ:
“ສະນັ້ນ ພວກເຮົາສືບຕໍ່ປະເພນີທີ່ແມ່ແລະພໍ່ຂອງຂ້ອຍໄດ້ເລີ່ມຊ່ວຍສ້າງວັດ Stockton, ຢູ່ Stockton ມີວັດຢູ່ຖະໜົນ New Castle, ແຕ່ຂ້ອຍບໍ່ຮູ້ຊື່ວັດ. ພວກເຮົາກໍມີແຕ່ເອີ້ນມັນວ່າວັດ New Castle. ແລະຫຼັງຈາກນັ້ນ ສໍາລັບຂ້ອຍ ແລ້ວ ບາງຄັ້ງຄູບາ ກໍຕ້ອງການຄວາມຊ່ວຍເຫຼືອ ໃນການອະທິບາຍໃຫ້ເຂົ້າໃຈ ກ່ຽວກັບເອກະສານ ແລະການເຮັດເອກະສານຕ່າງໆ. ແລ້ວ ຂ້ອຍກໍຈະໄປຊ່ວຍໃນເວລາຫວ່າງ."
ເນື່ອງຈາກເມືອງດັ່ງກ່າວມີອາກາດຂ້ອນຂ້າງແຫ້ງແລະຮ້ອນ ແຕ່ບໍ່ຮ້ອນຫລາຍໃນລະດູຮ້ອນ ແລະກໍຊຸ່ມໃນລະດູໜາວ ແຕ່ບໍ່ມີຫິມະຕົກ ຈຶ່ງເໝາະສົມແກ່ການປູກພືດອຸດສາຫະກຳ ເຊັ່ນໝາກແຊຣີ ແລະໝາກອາງຸ່ນ ເພື່ອປ້ອນໃຫ້ໂຮງງານເຮັດເຫລົ້າວາຍ ແລະສົ່ງລ້ຽງເຂດອື່ນໃນສະຫະລັດ. ສ່ວນແຫລ່ງທ່ອງທ່ຽວນັ້ນ ແມ່ນບໍ່ມີຫລາຍ. ທ່ານແກ້ວບອກວ່າ ສ່ວນຫລາຍຄົນມັກໄປເມືອງນັ້ນເພື່ອຈະໃຊ້ເວລາເຮັດກິດຈະກຳໃນປ່າ ຫລືຕາມແມ່ນ້ຳ ຮ່ວມກັນກັບຄອບຄົວ ເຊັ່ນຕຶກປາ ແລະ ອື່ນໆ ເພາະມີແມ່ນ້ຳຫລາຍສາຍ. ແຕ່ຢ່າງໃດກໍຕາມ ເມືອງດັ່ງກ່າວທີ່ຕັ້ງຢູ່ໃນເຂດໃຈກາງຂອງແຫລ່ງທ່ອງທ່ຽວທີ່ບໍ່ໄກຈາກທະເລ, ບໍ່ໄກຈາກເຂດພູຢູ່ທະເລສາບທາໂຮ ເພື່ອໄປຫລິ້ນສະກີໃນຍາມໜາມ. ພ້ອມກັນນັ້ນ ກໍໃກ້ກັບເມືອງໃຫຍ່ເຊັ່ນແຊນແຟຣນຊິສໂກ ຊຶ່ງແຕ່ລະບ່ອນຂັບລົດປະມານຊົ່ວໂມງເຄິ່ງກໍຮອດແລ້ວ ຈຶ່ງສະດວກໃນການໄປທ່ອງທ່ຽວ.
ສະຫລຸບແລ້ວ ການມາຕັ້ງຊີວິດໃໝ່ຂອງຄອບຄົວທ່ານແກ້ວ ໃນສະຫະລັດນັ້ນ ແມ່ນເປັນໄປດ້ວຍຄວາມຈຳເປັນ ແລະກໍປະສົບຄວາມຫຍຸ້ງຍາກຫລາຍໃນການ ປັບຕົວເຂົ້າກັບສະພາບແວດລ້ອມຂອງການເປັນຢູ່ໃນເບື້ອງຕົ້ນ. ແຕ່ໃນທີ່ສຸດ ທຸກຄົນໃນຄອບຄົວກໍປະສົບຜົນສຳເລັດສູງ.
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນແມ່ນເລື້ອງລາວຄວາມເປັນມາຂອງທ່ານແກ້ວ ແກ້ວນໍຣະສັກ ແລະຄອບຄົວຂອງທ່ານຫລັງຈາກພໍ່ແມ່ພາອົບພະຍົບມາຕັ້ງຖິ່ນຖານໃໝ່ຢູ່ເມືອງສຕັອກຕັນ, ລັດຄາລິຟໍເນຍ ຕັ້ງແຕ່ຕອນຕອນຍັງນ້ອຍໆ. ທ່ານຜູ້ຟັງທັງຫລາຍລາຍການຊຸມຊົນລາວໃນທະວີບອາເມຣິກາຈະກັບມາພົບກັບທ່ານອີກໃນ ອາທິດໜ້າເວລາດຽວກັນນີ້.
ເບິ່ງວີໂດິໂອການສຳພາດທ່ານແກ້ວເປັນພາສາອັງກິດ