ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສັ້ນທາງສູ່ ສະຫະລັດ ອາເມຣິກາ ທີ່ແສນລຳບາກຂອງອະດີດ ນັກບິນ T-28 ທ່ານວິຣະບຸນ ໂສການທອງ


ທ່ານວິຣະບຸນ ໂສການທອງ ອະດີດນັກບິນລົບ T-28 ຂອງພະຣາຊະອານາຈັກລາວ
ທ່ານວິຣະບຸນ ໂສການທອງ ອະດີດນັກບິນລົບ T-28 ຂອງພະຣາຊະອານາຈັກລາວ

ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ສຳລັບແລງວັນອາທິດມື້ນີ້ ພວກເຮົາຈະນຳທ່ານ ໄປພົບກັບ ທ່ານວິຣະບຸນ ໂສການທອງ ອະດີດຮ້ອຍອາກາດຕຣີ ນັກບີນລົບຂອງພະຣາຊະອານາຈັກລາວ ປະຈໍາການຢູ່ໜ່ວຍຝຸງບິນຂັບໄລ່ທີ 4 ເມືອງປາກເຊ ແຂວງເຊໂດນ ແຕ່ ປີ 1970 ຈົນເຖີງ ປີ 1975 ຊຶ່ງທ່ານໄດ້ອົບພະຍົບມາຕັ້ງຖິ່ນຖານຢູ່ໃນເມືອງກາດເດັນ ໂກຣບວ໌ ລັດຄາລີຟໍເນຍ ຈົນເຖິງປັດຈຸບັນນີ້ ຂໍເຊີນທ່ານຮັບຟັງລາຍລະອຽດຕ່າງໆກ່ຽວກັບເສັ້ນທາງຊີວິດຂອງທ່ານວິຣະບຸນ ໃນອັນດັບຕໍ່ໄປ.

ທ່ານວິຣະບຸນ ເກີດໃນປີ 1947 ຢູ່ທີ່ບ້ານແກ ຕັ້ງຢູ່ເຂດຊານເມືອງປາກເຊແຂວງຈຳປາສັກ ຕອນອາຍຸຍັງນ້ອຍຄອບຂອງເພິ່ນໄດ້ຍ້າຍໄປຢູ່ອັດຕະປື ຫຼັງຈາກໄດ້ຮຽນຈົບຊັ້ນປະຖົມ ໃນປີ 1961 ຈຶ່ງໄດ້ເສັງເຂົ້າຊັ້ນມັດທະຍົມຢູ່ປາກເຊ ເມື່ອຮຽນຈົບມັດທະຍົມແລ້ວ ທ່ານໄດ້ຕັດສິນໃຈຢາກເປັນທະຫານ ແຕ່ອາຍຸຂອງເພິ່ນຍັງບໍ່ຮອດ 20 ປີ ຈຶ່ງບໍ່ສາມາດສະໝັກເຂົ້າໄດ້ເທື່ອ ເມື່ອອາຍຸຄົບ 20 ປີແລ້ວ ທ່ານຈຶ່ງໄດ້ເດີນທາງໄປວຽງຈັນເພື່ອຍື່ນເອກະສານເຂົ້າເປັນທະຫານອາກາດ ຊຶ່ງທ່ານໄດ້ກ່າວສູ່ຟັງດັ່ງນີ້:

please wait

No media source currently available

0:00 0:00:54 0:00
ລິງໂດຍກົງ

ທ່ານໄດ້ກ່າວກ່ຽວກັບການເຂົ້າຝຶກເປັນທະຫານອີກວ່າ ໃນເບື້ອງຕົ້ນໄດ້ເລີ້ມເຂົ້າຮຽນວິຊາແບບທະຫານບົກເສຍກ່ອນ ຢູ່ແຂວງສະຫວັນນະເຂດ ເປັນເວລາ 3 ເດືອນ ຕໍ່ຈາກນັ້ນຈຶ່ງໄດ້ໄປຮຽນວິຊາການບິນຕື່ມ ຫຼັງຈາກຈົບແລ້ວຈຶ່ງໄດ້ໄປຮຽນບິນຍົນແສັດນາ ຫຼື L29 ແລ້ວໄປຮຽນຕໍ່ຢູ່ທີ່ອຸດອນ ແລະໃນ 2-3 ປີຕໍ່ມາຈຶ່ງໄດ້ຮຽນຈົບ ດັ່ງທີ່ທ່ານເວົ້າສູ່ຟັງວ່າ:

please wait

No media source currently available

0:00 0:00:29 0:00
ລິງໂດຍກົງ

ທ່ານວິຣະບຸນ ໂສການທອງ ນັກບິນລົບ T-28
ທ່ານວິຣະບຸນ ໂສການທອງ ນັກບິນລົບ T-28

ຕົກມາໃນປີ 1973 ໄດ້ມີການເຊັນສັນຍາສະຫງົບເສິກ ທ່ານວິຣະບຸນ ກໍຍັງຢາກທີ່ຈະຢູ່ໃນລາວຕໍ່ໄປ ທັງໆທີ່ບັນດາເພື່ອນນັກບິນບາງສ່ວນກໍໄດ້ໂຕນໜີໄປຝັ່ງໄທແລ້ວກໍຕາມ ຕົກມາໃນປີ 1975 ທ່ານກໍໄດ້ຖືກສົ່ງໃຫ້ໄປຮຽນການເມືອງ ໃນທີ່ສຸດກໍໄດ້ຖືກສົ່ງໄປສຳມະນາຢູ່ແຂວງຊຽງຂວາງດັ່ງກັບທະຫານເຫຼົ່າທັບອື່ນໆຂອງຣາຊະອານາຈັກລາວ ຊຶ່ງທ່ານໄດ້ກ່າວດັ່ງນີ້:

please wait

No media source currently available

0:00 0:01:58 0:00
ລິງໂດຍກົງ

ໃນຂະນະທີ່ຢູ່ໃນສູນສຳມະນານັ້ນ ທ່ານໄດ້ພະຍາຍາມຫາທາງຫລົບໜີສອງຄັ້ງ ໃນຄັ້ງທຳອິດ ທ່ານແລະເພື່ອນທະຫານຈຳນວນ 7 ຄົນວາງແຜນຫລົບໜີຈາກໂຮງໝໍພື້ນເມືອງຢູ່ບ້ານຫ້ວຍຄໍາເມືອງແປກ ແຂວງຊຽງຂວາງ ເມື່ອເວລາ 9 ໂມງແລງພວກເຂົາເຈົ້າພາກັນຍ່າງໜີອອກຈາກໂຮງໝໍ ດັ່ງທີ່ທ່ານວິຣະບຸນ ເລົ່າສູ່ຟັງວ່າ:

please wait

No media source currently available

0:00 0:04:02 0:00
ລິງໂດຍກົງ

ໃນທີ່ສຸດ ທ່ານກໍຖືກຈັບໄດ້ຢູ່ທີ່ວຽງຈັນ ແລ້ວຖືກນຳສົ່ງກັບຄືນໄປຄ້າຍສຳມະນາຢູ່ແຫ່ງເດີມໂດຍບໍ່ຮູ້ຈັກສະຕາກຳຈະເປັນຢ່າງໃດ. ທ່ານວິຣະບຸນ ກໍໄດ້ຖືກລົງໂທດ ຊຶ່ງທ່ານເລົ່າສູ່ຟັງວ່າ:

please wait

No media source currently available

0:00 0:00:40 0:00
ລິງໂດຍກົງ

ທ່ານວິຣະບຸນ ກ່າວອີກວ່າ ທ່າານກໍບໍ່ຍອມລົດລະໃນຄວາມພະຍາຍາມທີ່ຈະໜີອອກຈາກຄ້າຍສຳມະນາໃຫ້ໄດ້ ເຖິງແມ່ນວ່າ ຄັ້ງທຳອິດຈະບໍ່ສຳເລັດກໍຕາມ ແລະຄັ້ງທີສອງນັ້ນ ທ່ານໄດ້ຮັບຄວາມຊ່ອຍເຫຼືອຈາກທາງຄອບຄົວຂອງທ່ານ ແລະພວກທີ່ຫວັງດີທີ່ຊ່ອຍທ່ານເຮັດໜັງສືເດີນທາງຈາກຊຽງຂວາງລົງໄປວຽງຈັນ ຊຶ່ງທ່ານໄດ້ໃຊ້ຄຳສອງສະຫຼຶງທີ່ຄອບຄົວຝາກມາໃຫ້ເປັນຄ່າເຮັດໜັງສື.

ໃນເດືອນ 6 ປີ 1981 ທ່ານໄດ້ຂ້າມໄປຝັ່ງໄທເປັນທີ່ສຳເລັດ ແລ້ວໄດ້ເຂົ້າສູນໜອງຄາຍ ບ່ອນທີ່ທ່ານໄດ້ພົບກັບຄູ່ຮັກ ແລະໄດ້ຕັດສິນໃຈແຕ່ງງານກັນ 2 ປີຕໍ່ມາ ທ່ານໄດ້ຖືກສຳພາດໄປອາເມຣິກາ ຊຶ່ງນ້ອງສາວຂອງທ່ານເປັນຜູ້ຮັບປະກັນເອົາ ໃນຊ່ວງນີ້ ພັນລະຍາຂອງທ່ານກໍກຳລັງຖືພາ ແລ້ວໄດ້ໃຫ້ກຳເນີດລູກຊາຍຄົນທຳອິດຢູ່ທີ່ສູນອົບພະຍົບໃນຟີລິບປິນ.

ໃນເດືອນ 12 ປີ 1983 ທ່ານວິຣະບຸນພ້ອມດ້ວຍຄອບຄົວ ໄດ້ເດີນທາງໄປເຖິງລັດຄາລີຟໍເນຍຂອງສະຫະລັດ ຊຶ່ງທ່ານໄດ້ກ່າວເຖິງຄວາມຮູ້ສຶກຂອງທ່ານດັ່ງນີ້:

please wait

No media source currently available

0:00 0:00:25 0:00
ລິງໂດຍກົງ

ເມື່ອມາເຖິງສະຫະລັດແລ້ວ ນ້ອງສາວຂອງທ່ານ ໄດ້ຍື່ນເອກະສານຂໍບັດປະຈຳຕົວ ເລກປະກັນສັງຄົມ ແລ້ວຈຶ່ງຂໍເງິນຊ່ອຍເຫຼືອຈາກລັດຖະບານ ໃຫ້ທ່ານວິຣະບຸນ.ໃນເບື້ອງຕົ້ນການປັບຕົວເຂົ້າກັບຊິວິດໃໝ່ສຳລັບທ່ານວິຣະບຸນ ກໍຍາກພໍສົມຄວນຍ້ອນອາຍຸ ພ້ອມດ້ວຍພາສາ ແລະບາດແຜທາງຈິດໃຈທີ່ຝັງເລິກໃນຄວາມຊົງຈຳ ຈຶ່ງບໍ່ສາມາດຫາວຽກເຮັດງານທຳ ແຕ່ກໍໄດ້ເຮັດວຽກ ຢູ່ຮ້ານຂາຍເຄື່ອງນ້ອຍໆ ທີ່ເອີ້ນວ່າ ມີນີ້ມາກເກັດ (Mini Market) ຂອງນ້ອງສາວ ຕໍ່ມາທ່ານໄດ້ຊື້ເອົາກິດຈະການຈາກນ້ອງສາວ ຫຼາຍປີຜ່ານມາທ່ານກໍໄດ້ຂາຍຮ້ານມີນີ້ມາກເກັດ ຫຼັງຈາກນັ້ນ ທ່ານໄດ້ປະກອບອາຊີບເປັນຄົນຂັບລົດລີໂມຊີນ ຮັບສົ່ງລູກຄ້າໃຫ້ແກ່ບໍລິດສັດນຶ່ງ ດັ່ງທີີ່ກ່າວສູ່ຟັງວ່າ:

please wait

No media source currently available

0:00 0:02:11 0:00
ລິງໂດຍກົງ

ລັດຄາລີຟໍເນຍຕັ້ງຢູ່ທາງພາກຕາເວັນຕົກຕິດທະປາຊີຟິກຈາກພາກເໜືອລົງໃຕ້ຊຶ່ງມີອາກາດອົບອຸ່ນເກືອບຕະຫຼອດປີ ເພາະສະນັ້ນເປັນສະຖານທີ່ທີ່ຄົນລາວອາໄສຢູ່ເປັນຫຼາຍ ຊຶ່ງທ່ານວິຣະບຸນໄດ້ກ່າວສູ່ຟັງດັ່ງນີ້:

please wait

No media source currently available

0:00 0:02:18 0:00
ລິງໂດຍກົງ

ປັດຈຸບັນນີ້ ທ່ານວິຣະບຸນ ໄດ້ພະຍາຍາມຂຽນປຶ້ມທິ້ຊື່ວ່າ “ທະຫານຄົນສຸດທ້າຍທີ່ເສັ້ນທາງມໍລະນະເລກ 7” ເທື່ອລະເລັກລະນ້ອຍເພາະເລື້ອງລາວຕ່າງໆຢູ່ໃນປຶ້ມຫົວນີ້ໄດ້ເກີດຂຶ້ນກັບທ່ານເອງ ມັນຈຶ່ງເຮັດໃຫ້ທ່ານເຈັບແຄ້ນຕື້ນຕັນໃຈຂຶ້ນມາໃນທັນທີ ຈົນກັ້ນນ້ຳຕາໄວ້ບໍ່ໄດ້ ດັ່ງນັ້ນທ່ານບອກວ່າ ບໍ່ຮູ້ຈັກວ່າປຶ້ມຫົວນີ້ຈະຂຽນແລ້ວເສັດໃນເມື່ອໃດ.

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ເປັນການສຳພາດກັບ ທ່ານວິຣະບຸນ ໂສການທອງ ອະດີດນັກບິນລົບ T-28 ຂອງພະຣາຊະອານາຈັກລາວ ຊຶ່ງທ່ານໄດ້ຕໍ່ສູ້ຊີວິດຜ່ານຜ່າອຸປະສັກຕ່າງໆນາໆ ຈົນໃນທີ່ສຸດໄດ້ອົບພະຍົບມາຕັ້ງຖິ່ນຖານຢູ່ໃນລັດຄາລີຟໍເນຍ ຂອງສະຫະລັດອາເມຣິກາ ໃນອາທິດໜ້າມາພົບກັບພວກເຮົາໄດ້ອີກ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ເວລາດຽວກັນນີ້

XS
SM
MD
LG