ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ບັນດິດເລົ່າເຖິງ ປະຫວັດ ການໄປຕັ້ງຖິ່ນຖານ ຂອງຄົນລາວ ຢູ່ລັດອາຣີໂຊນາ ແຕ່ອະດີດ ເຖິງປັດຈຸບັນ


ທ. ບັນດິດ ພົນພິບູນ (17 ປີ) ຮັບຂອງຂວັນຈາກອະດີດສົມເດັດອົງມົງກຸດເຈົ້າວົງສະຫວ່າງຍ້ອນເປັນທີ 1 ຂອງຫ້ອງ ມ. 5 ທີ່ Lycée ຫລວງພະບາງ (ປີ 1970)
ທ. ບັນດິດ ພົນພິບູນ (17 ປີ) ຮັບຂອງຂວັນຈາກອະດີດສົມເດັດອົງມົງກຸດເຈົ້າວົງສະຫວ່າງຍ້ອນເປັນທີ 1 ຂອງຫ້ອງ ມ. 5 ທີ່ Lycée ຫລວງພະບາງ (ປີ 1970)

ໃນລາຍ​ການຊຸມຊົນລາວຢູ່ທະວີບອາເມຣິກາ ຂອງ​ວີ​ໂອ​ເອພາກ​ພາ​ສາ​ລາວ ແລງມື້ນີ້ເຮົາ​
ຈະ​ພາ​ທ່ານ​ໄປ​ຮູ້​ຈັກກັບ​ທ່ານບັນດິດ ພົນພິບູນ ທີ່ເປັນຄົນທໍາອິດມາຈາກຣາຊະອານາຈັກ
ລາວເພື່ອໄປຮໍ່າຮຽນຕໍ່ຢູ່ໃນມະຫາວິທະຍາໄລລັດອາຣີໂຊນາ ຢູ່ທາງພາກຕາເວັນຕົກສຽງ
ໃຕ້ ຂອງສະຫະລັດ ໃນປີ 1972. ໂດຍທີ່ເປັນຄົນລາວ- ອາເມຣິກັນຄົນທໍາອິດຢູ່ໃນລັດ
ນັ້ນ ແລະໄດ້ຊ່ວຍບັນດາຊາວອົບພະຍົບມາ ຈາກລາວຫລາຍຄົນທີ່ພັດພາກຈາກບ້ານ
ເມືອງມານັບແຕ່ມີການປ່ຽນແປງລະບອບການປົກຄອງໃນປີ 1975 ນັ້ນ ທ່ານບັນດິດໄດ້
ເຫັນ ແລະຈໍາໄດ້ກ່ຽວກັບການຈະເລີນເຕີບໂຕຂອງຊຸມຊົນຄົນລາວ ແລະຕົວເມືອງຕ່າງໆ
ໃນລັດອາຣີໂຊນາເປັນແຕ່ລະໄລຍະດີ. ເລື້ອງລາວເປັນມາແນວໃດນັ້ນ ຂໍເຊີນທ່ານໄປຟັງ
ການໃຫ້ສໍາພາດຂອງເພິ່ນຈາກບົວສະຫວັນໄດ້ໃນອັນດັບຕໍ່ໄປ.

ທ່ານ ບັນດິດ ພົນພິບູນ ເປັນຊາວລາວອາເມຣິກັນອາວຸໂສທ່ານນຶ່ງ ທີ່ມີຈິດໃຈຮັກຫອມພີ່
ນ້ອງຊາວລາວ ບໍ່ວ່າຈະເປັນຊົນຊາດຊົນເຜົ່າໃດກໍຕາມ ທີ່ໄດ້ໄປຕົກຢູ່ໃນລັດອາຣີໂຊນາ
ມາແຕ່ດົນນານແລ້ວ ແລະໄດ້ເຫັນການຈະເລີນ ແລະຂະຫຍາຍຕົວຂອງລັດດັ່ງກ່າວໄປ
ພ້ອມໆກັບການຍ້າຍຖິ່ນຖານຂອງຊາວລາວເຂົ້າໄປຢູ່ ໃນລັດນັ້ນຕັ້ງແຕ່ປີ 1975 ເປັນຕົ້ນ
ມາ. ທ່ານຮຽນຈົບປະລິນຍາຕີໃນປີ 1976 ຈາກມະຫາວິທະຍາໄລລັດອາຣີໂຊນາ, ຕັ້ງຢູ່
ທາງພາກຕາເວັນຕົກສຽງໃຕ້ ຂອງສະຫະລັດ. ທ່ານບັນດິດໄດ້ເຮັດວຽກເປັນທີ່ປຶກສາຂອງ
ບໍລິສັດປະກັນໄພ Travelers ຊຶ່ງເປັນບໍລິສັດສະໜອງການປະກັນໄພ ໃຫ້ແກ່ບໍລິສັດ
ໃຫຍ່ໆ ທີ່ເຮັດທຸລະກິດໃນດ້ານຕ່າງໆ ເຊັ່ນໂຄງການກໍ່ສ້າງ, ໂຮງໝໍ ແລະອື່ນໆ ນັບແຕ່
ປີ 1980 ຈົນເຖິງທຸກວັນນີ້.

ທ. ບັນດິດ ສະໄໝຍັງເປັນນັກສຶກສາ ຢືນຢູ່ເທິງພູເຂົາຫລວງ Grand Canyon, ລັດອາຣີໂຊນາ
ທ. ບັນດິດ ສະໄໝຍັງເປັນນັກສຶກສາ ຢືນຢູ່ເທິງພູເຂົາຫລວງ Grand Canyon, ລັດອາຣີໂຊນາ

ຫລັງຈາກມີການປ່ຽນແປງລະບອບການປົກຄອງຢູ່ໃນລາວໃນປີ 1975 ແລ້ວ ທ່ານໄດ້ຕັດ
ສິນໃຈຢູ່ໃນປະເທດນີ້ຕໍ່ ໃນຂະນະທີ່ເປັນນັກສຶກສາຢູ່ໃນມະຫາວິທະຍາໄລແຫ່ງນັ້ນ.
ເນື່ອງຈາກເປັນຄົນລາວຜູ້ທໍາອິດ ທີ່ໄດ້ໄປຢູ່ໃນລັດ ດັ່ງກ່າວ ແລະ ເປັນຜູ້ຮູ້ຈັກພາສາອັງ
ກິດດີແລະ ມີຄວາມຄຸ້ນ ເຄີຍກັບລະບົບ ຕ່າງໆ ທ່ານບັນດິດຜູ້ທີ່ມີຈິດໃຈເອື້ອອາລີ ກໍໄດ້
ເລີ້ມໃຫ້ການຕ້ອນຮັບ ແລະ ຊ່ວຍ ເຫລືອຊາວອົບພະຍົບທີ່ມາຈາກຫລາຍຊົນຊາດຊົນເຜົ່າ
ຂອງລາວທີ່ໄດ້ຕົກໄປຢູ່ໃນລັດ ດັ່ງກ່າວໃນຕອນທີ່ມາຮອດສະຫະລັດໃໝ່ໆ ຊຶ່ງທ່ານເລົ່າສູ່
ວີໂອເອຟັງດັ່ງນີ້:

ທ. ບັນດິດພົບກັບຜູ້ເປັນພັນລະຍາຂອງເພິ່ນ (ຄົນຍີ່ປຸ່ນ) ຢູ່ໃນງານລ້ຽງຂອງນັກສຶກສາທີ່ມະຫາວິທະຍາໄລທີ່ເພິ່ນຮຽນໃນນະຄອນທູຊານ, ລັດອາຣີໂຊນາ
ທ. ບັນດິດພົບກັບຜູ້ເປັນພັນລະຍາຂອງເພິ່ນ (ຄົນຍີ່ປຸ່ນ) ຢູ່ໃນງານລ້ຽງຂອງນັກສຶກສາທີ່ມະຫາວິທະຍາໄລທີ່ເພິ່ນຮຽນໃນນະຄອນທູຊານ, ລັດອາຣີໂຊນາ

ພາຍຫລັງທີ່ໄດ້ຮຽນຈົບ ປະລິນຍາຕີແລ້ວ ທ່ານບັນດິດ ກໍໄດ້ຍ້າຍໄປຢູ່ໃນນະ
ຄອນຟີນິກຈົນເຖິງທຸກວັນນີ້ ຍ້ອນວ່ານະຄອນດັ່ງກ່າ ເປັນເມືອງເອກຂອງລັດ
ແລະມີເສດຖະກິດທີ່ຂະ ຫຍາຍຕົວຢ່າງວ່ອງໄວຈົນກາຍເປັນນະຄອນໃຫຍ່ອັນ
ດັບ 5 ຂອງປະເທດແລ້ວໃນປັດຈຸບັນນີ້. ນະຄອນຟີນິກຖືກຂັບເຄື່ອນໄປດ້ວຍ
ທຸລະກິດ ດ້ານການປະກັນ ໄພ ແລະອຸດສາຫະກໍາຜະລິດຊິ້ນສ່ວນ ປະກອບ
ຂອງສິນຄ້າອີເລັກໂທຣນິກ ເຊັ່ນຄອມພີວເຕີແລະອື່ນໆ ຈຶ່ງເປັນທີ່ດຶດດູດເອົາ
ຄົນໃຫ້ຍ້າຍມາຈາກລັດອື່ນ ດັ່ງທີ່ທ່ານບັນດິດເລົ່າສູ່ຟັງວ່າ:

ຊອງຈົດໝາຍສົ່ງບັດຂຽວໄປໃຫ້ທ່ານບັນດິດໃນປີ 1983. ທ.ບັນດິດກາຍເປັນຄົນທີ່ບໍ່ມີປະເທດ ຕັ້ງແຕ່ປີ 1975 ຫາ 1983
ຊອງຈົດໝາຍສົ່ງບັດຂຽວໄປໃຫ້ທ່ານບັນດິດໃນປີ 1983. ທ.ບັນດິດກາຍເປັນຄົນທີ່ບໍ່ມີປະເທດ ຕັ້ງແຕ່ປີ 1975 ຫາ 1983

ໂດຍທີ່ເປັນຜູ້ນຶ່ງໄດ້ອາໄສຢູ່ໃນລັດດັ່ງກ່າວມາໄດ້ເກືອບຮອດ 5 ທົດສະວັດແລ້ວ ທ່ານກໍໄດ້ເຫັນຄວາມຈະເລີນກ້າວໜ້າຂອງປະຊາຄົມລາວ ໄປພ້ອມໆກັບການ ເຕີບໂຕຂອງນະຄອນຟີນິກ ແລະຕົວເມືອງຕ່າງໆ ຢູ່ທົ່ວລັດອາຣີໂຊນາຊຶ່ງທ່ານບັນດິດເລົ່າສູ່ຟັງວ່າ:

ທ. ບັນດິດ ເຂົ້າຮ່ວມພິທີຕັກບາດທີ່ວັດລາວທໍາມະຣາມໃນນະຄອນຟີນິກ, ລັດອາຣີໂຊນາ
ທ. ບັນດິດ ເຂົ້າຮ່ວມພິທີຕັກບາດທີ່ວັດລາວທໍາມະຣາມໃນນະຄອນຟີນິກ, ລັດອາຣີໂຊນາ

ເນື່ອງຈາກໃນຊຸມປີຜ່ານມານີ້ມີຄົນລາວຍົກຍ້າຍມາຈາກລັດຕ່າງໆໂດຍສະເພາະ ແມ່ນລັດທີ່ມີຊາຍແດນຕິດກັນ ເຊັ່ນ ຄາລິຟໍເນຍ ແລະເທັກຊັສເຂົ້າໄປຢູ່ໃນນະ ຄອນຟີນິກ ຊຶ່ງເປັນເມືອງໃຫຍ່ທີ່ສຸດຂອງລັດອາຣີໂຊນາ ນັ້ນນັບມື້ນັບຫລາຍຂຶ້ນ. ປັດຈຸບັນນີ້ກໍມີຊາວລາວປະມານ 3 ພັນແລ້ວອາໄສຢູ່ທີ່ນັ້ນ.

ທ. ບັນດິດກັບພັນລະຍາ ໃນວັນສະຫລອງຄຣິດມາສຢູ່ເຮືອນຂອງລູກຊາຍເພິ່ນ ທີ່ນະຄອນທູຊານ, ລັດອາຣີໂຊນາ
ທ. ບັນດິດກັບພັນລະຍາ ໃນວັນສະຫລອງຄຣິດມາສຢູ່ເຮືອນຂອງລູກຊາຍເພິ່ນ ທີ່ນະຄອນທູຊານ, ລັດອາຣີໂຊນາ

ເມື່ອເວົ້າເຖິງລັກສະນະສໍາຄັນຂອງລັດອາຣິໂຊນາກໍຄືເປັນລັດທີ່ເຕັມໄປດ້ວຍທະເລຊາຍ, ດິນຟ້າອາກາດຮ້ອນ ແລະແຫ້ງແລ້ງ ແລະ ດ້ານກະສິກໍາ ໃນເມື່ອ ກ່ອນແມ່ນຫຍຸ້ງຍາກຫລາຍ ແຕ່ຢູ່ຕໍ່ມາໄດ້ນຶ່ງທົດສະວັດຜ່ານມານີ້ລັດ ກໍມີການ ຂະຫາຍຕົວຮອບດ້ານພາຍຫລັງທີ່ມີນໍ້າພຽງພໍແລະມີແຫລ່ງໄຟຟ້າທີ່ໝັ້ນຄົງ ດັ່ງທີ່ທ່ານບັນດິດເລົ່າສູ່ຟັງວ່າ:

ຕົ້ນຕະບອງເພັດ Saguaro ທີ່ສູງ ແລະດູດນໍ້າໄປເກັບໄວ້ຢູ່ທາງໃນລາໍຕົ້ນ, ຢູ່ລັດອາຣີໂຊນາ
ຕົ້ນຕະບອງເພັດ Saguaro ທີ່ສູງ ແລະດູດນໍ້າໄປເກັບໄວ້ຢູ່ທາງໃນລາໍຕົ້ນ, ຢູ່ລັດອາຣີໂຊນາ

ແຕ່ຢ່າງໃດກໍດີ, ສໍາລັບຄົນທີ່ບໍ່ມັກອາກາດຮ້ອນນັ້ນ ກໍແມ່ນເຫັນວ່າລັດທີ່ມີທະເລຊາຍ Sonoran Desert ທີ່ກວ້າງ 260,000 ຕາລາງກິໂລແມັດ ກວາມເອົາເນື້ອທີ່ສ່ວນໃຫຍ່ ໃນພາກໃຕ້ຂອງລັດດັ່ງກ່າວນັ້ນ ມີອາກາດຮ້ອນຫລາຍ ຮ້າຍກວ່າຢູ່ລາວອີກດ້ວຍ ດັ່ງທີ່ທ່ານບັນດິດເລົ່າສູ່ຟັງວ່າ:

ດອກໄມ້ຕະບອງເພັດປູກຢູ່ຕໍ່ໜ້າເຮືອນຂອງທ່ານ ບັນດິ ໃນເມືອງຟີນິກ, ລັດອາຣີໂຊນາ
ດອກໄມ້ຕະບອງເພັດປູກຢູ່ຕໍ່ໜ້າເຮືອນຂອງທ່ານ ບັນດິ ໃນເມືອງຟີນິກ, ລັດອາຣີໂຊນາ

ອາຣີໂຊນາເປັນລັດທີ່ເຕັມໄປດ້ວຍພູຜາ ແລະທີວທັດທໍາມະຊາດງາມຕາ ແລະ ມີຈຸດ
ດຶງດູດນັກທ່ອງທ່ຽວຂອງໂລກຢູ່ຫລາຍແຫ່ງ ເຊັ່ນພູຫີນອັນໃຫຍ່ຫລວງ ຫລື Grand Canyon ດັ່ງທີ່ທ່ານບັນດິດເລົ່າສູຟັງວ່າ:

ອາຣີໂຊນາຍັງມີສິ່ງສໍາຄັນໃນທາງປະຫວັດສາດທັງຂອງຊາດ ແລະຂອງໂລກ ກໍຄືມີເຂື່ອນໄຟຟ້າ ນໍ້າຕົກທີ່ໃຫຍ່ທີ່ສຸດຂອງໂລກທີ່ຕິດກັບສອງລັດ ດັ່ງທີ່ທ່ານ ບັນດດິດເລົ່າສູ່ຟັງວ່າ:

ສະຫລຸບແລ້ວ ລັດອາຣີໂຊນາເປັນລັດທີ່ມີທະເລຊາຍແຫ່ງນຶ່ງຂອງສະຫະລັດທີ່ໄດ້ມີການຮັບເອົາຄົນລາວທຸກຊົນຊາດຊົນເຜົ່າໄປຕັ້ງຖິ່ນຖານຢູ່ໃນທີ່ນັ້ນ ນັບແຕ່ປີ 1975 ເປັນຕົ້ນມາ ແລະທ່ານບັນດິດ ພົນພິບູນກໍ ໄດ້ມີສ່ວນປະກອບ ອັນຫລວງຫລາຍໃນການຊ່ວຍເຫລືອແລະພັດທະນາຊຸມຊົນລາວຢູ່ໃນລັດນັ້ນ.

ທີ່ທ່ານໄດ້ຮັບຟັງໄປນັ້ນ ຄືລາຍການຊຸມຊົນລາວຢູ່ໃນລັດອາຣີໂຊນາ. ເຮົາຈະກັບມາພົບກັບທ່ານອີກໃນແລງວັນອາທິດໜ້າ ເວລາດຽວກັນນີ້ ແລະຈະເປັນຊຸມຊົນລາວຢູ່ໃນລັດໃດນັ້ນກະລຸນາຫາໂອກາດຕິດຕາມຮັບຟັງໃຫ້ໄດ້.

ອ່ານຂ່າວຫຍໍ້ກ່ຽວກັບລາຍງານນີ້ເປັນພາສາອັງກິດ

The First Laotian who Arrived in Arizona Shares his Story of Helping Laotian Refugees Settle Down in the State After the Indochina War Ended

Bandith Pholphiboun, the first Laotian who came to the U.S. to further his education in University of Arizona, Tuczon, in 1972, shares his story of helped many refugees from Laos to settle down in the state after the fall of Lao Royal Government in 1975. Throughout almost five decades of being a Phoenix’s resident who is a senior consultant for risk control at Travelers Insurance Company, he has seen the cities in the state grow and Lao community’s advancement in different periods.

XS
SM
MD
LG