ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະ​ນາ​ຄານ​ການ​ຄ້າ​ໃນ​ລາວ ​ໄດ້​ປ່ອຍ​ເງິນ​ກູ້​ໃຫ້​ການ​ຜະ​ລິດກ​ະ​ສິ​ກຳ​ໃນ​ສັດ​ສ່ວນ​ພຽງ 8 ເປີ​ເຊັນ​ຂອງ​ມູນ​ຄ່າ​ສິນ​ເຊື່ອ​ທັງ​ໝົດ


​ພະ​ນັກ​ງານ​ທະ​ນາ​ຄານ ກຳ​ລັງ​ນັບ​ເງີນ​ກີບ
​ພະ​ນັກ​ງານ​ທະ​ນາ​ຄານ ກຳ​ລັງ​ນັບ​ເງີນ​ກີບ

ທະ​ນາ​ຄານ​ການ​ຄ້າ​ໃນ​ລາວ​ໄດ້​ປ່ອຍ​ເງິນ​ກູ້​ໃຫ້​ການ​ຜະ​ລິດກ​ະ​ສິ​ກຳ​ໃນ​ສັດ​ສ່ວນ​ພຽງ 8 ເປີ​ເຊັນ​ຂອງ​ມູນ​ຄ່າ​ສິນ​ເຊື່ອ​ທັງ​ໝົດ​ໃນ​ລະ​ບົບ​ທະ​ນາ​ຄານ​ອັນ​ເຮັດ​ໃຫ້​ກະ​ສິ​ກອນ​ລາວ​ຕ້ອງ​ຂາດ​ແຄນ​ເງິ​ນ​ທຶນ​ຢ່າງກວ້າງ​ຂວາງ.

ທ່ານ ອາ​ລຸນ​ໄຊ ສູນ​ນະ​ລາດ ລັດ​ຖະ​ມົນ​ຕີ​ປະ​ຈຳ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖະ​ແຫຼງວ່າ​ການ​ສຳຫຼວດກວດ​ກາ​ລະ​ບົບ​ສິ​ນ​ເຊື່ອ​ຂອງ​ບັນ​ດາ​ທະ​ນາ​ຄານ​ການ​ຄ້າ​ໃນ ລາວ ເມື່ອ​ເດືອນ​ມັງ​ກອນ 2022 ຜ່ານ​ມາ​ພົບ​ວ່າ​ໄດ້​ມີ​ການ​ປ່ອຍ​ເງິນ​ກູ້​ຢືມ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຜະ​ລິດ​ໃນ​ພາກ​ກະ​ສິ​ກຳ​ຄິດ​ເປັນ​ສັດ​ສ່ວນ​ພຽງ​ແຕ່ 8 ເປີ​ເຊັນ​ເທົ່າ​ນັ້ນ​ຂອງ​ມູນ​ຄ່າ​ສິນ​ເຊື່ອ​ທັງ​ໝົດ​ໃນ​ລະ​ບົບ​ທະ​ນາ​ຄານ​ຊຶ່ງ​ນັບ​ເປັນ​ການ​ປ່ອຍ​ສິນ​ເຊື່ອ​ໃນ​ລະ​ດັບ​ຕ່ຳຫຼາຍ ເມື່ອ​ທຽບ​ກັບ​ລະ​ດັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ທີ່​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ຈະ​ຕ້ອງ​ນຳ​ໃຊ້​ເງິ​ນ​ທຶນ​ເຂົ້າ​ໃນ​ການ​ເພີ່ມ​ຜົນ​ຜະ​ລິດ​ສິນ​ຄ້າ​ກະ​ສິ​ກຳ​ເພື່ອ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດຫຼາຍ​ຂຶ້ນ​ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ວາ​ລະ​ແຫ່​ງ​ຊາດ​ທາງ​ດ້ານ​ເສ​ດ​ຖະ​ກິດ-ການ​ເງິນ​ທີ່​ຈະ​ຕ້ອງ​ໄດ້​ປະ​ຕິ​ບັດ​ໃຫ້​ໄດ້​ຢ່າງ​ແທ້​ຈິງ​ໃນ​ປີ 2023 ນັ້ນ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ​ທີ່​ລັດ​ຖະ​ບານລາວ​ຈະ​ຕ້ອງ​ດຳ​ເນີນ​ການ​ດັ​ດ​ແກ້​ບັນ​ດາ​ນິ​ຕິ​ກຳ​ທີ່​ເປັນ​ອຸ​ປະ​ສັກ​ຕໍ່​ການ​ປ່ອຍ​ເງິນ​ກູ້​ໃຫ້​ການ​ຜະ​ລິດ​ກະ​ສິ​ກຳ​ດັ່ງ​ກ່າວ​ດັ່ງ​ທີ່​ທ່ານ​ອາ​ລຸນ​ໄຊ ຢືນ​ຢັນ​ວ່າ

"ເດືອ​ນ​ມັງ​ກອນ​ປີ 2022 ສິນ​ເຊື່ອ​ຂອງ​ຂະ​ແໜງກ​ະ​ສິ​ກຳ​ນີ້ກວມ​ເອົາ 8 ເປີ​ເຊັນ​ຂອງຍອດ​ສິນ​ເຊື່ອ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ​ ອັນ​ນີ້​ມັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ​ຍັງ​ມີ​ບາງ​ຈຸດ​ທີ່​ພວກ​ເຮົາ​ຕ້ອງ​ໄດ້​ສຸມ​ໃສ່​ແກ້​ໄຂ​ເພື່ອ​ເຮັດ​ໃຫ້​ວາ​ລະ​ແຫ່ງ​ຊາດນີ້​ໄດ້​ຮັບ​ໝາກ​ຜົນ​ໃນ​ການ​ປະ​ຕິ​ບັດ​ຕົວ​ຈິງ​ກ່ອນ​ອື່​ນ​ໝົດ​ພວກ​ເຮົາ​ຕ້ອງ​ໄດ້​ສຸມ​ໃສ່​ແກ້​ໄຂ​ບັນ​ຫາ​ນິ​ຕິ​ກຳ​ທີ່​ເປັນ​ກົດ​ໝາຍ​ທີ່​ພວກ​ເຮົາ​ບໍ່​ສາ​ມາດ​ທີ່​ຈະ​ປັບ​ປຸງ​ເນື່ອງ​ຈາກວາ​ລະ​ແຫ່ງ​ຊາດນີ້​ໃຊ້​ເວ​ລາ​ມີ​ແຕ່ 2023 ກໍ​ຈະ​ໝົດ​ກຳ​ນົດ​ແລ້ວ ສະ​ນັ້ນ​ຕ້ອງ​ໄດ້​ປັບ​ປຸງ​ແກ້​ໄຂ​ບາງ​ນິ​ຕິ​ກຳ​ທີ່​ຈະ​ສາ​ມາດ​ປັບ​ປຸງ​ແກ້​ໄຂ​ເພື່ອ​ເຮັ​ດ​ໃຫ້​ເສດ​ຖະ​ກິດ​ພວກ​ເຮົາ​ຂະ​ຫຍາຍ​ຕົວ​ຂຶ້ນ."

ທັງ​ນີ້​ເງິນ​ກູ້​ໃນ​ລະ​ບົບ​ສິນ​ເຊື່ອ​ຂອງ​ທະ​ນາ​ຄານ​ໃນ​ລາວ​ໃນ​ປັດ​ຈຸ​ບັນ​ນີ້​ມີ​ມູນ​ຄ່າ​ລວມ 95,000 ກວ່າ​ຕື້​ກີບ​ໃນ​ນີ້​ເປັນ​ການ​ປ່ອຍ​ເງິນ​ກູ້​ໂດ​ຍ​ທະ​ນາ​ຄາ​ນ​ທຸ​ລະ​ກິດ​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ທະ​ນາ​ຄານ​ແຫ່ງ​ຊາດລາວ​ໃນ​ສັດ​ສ່ວນ 48.45 ເປີ​ເຊັນ ແລະ ທະ​ນາ​ຄານ​ຮ່ວມ​ທຶນ​ລະ​ຫວ່າງ​ລັດ​ຖະ​ບານ​ກັບ​ເອ​ກະ​ຊົນ​ໃນ​ສັດ​ສ່ວນ 10.15 ເປີ​ເຊັນ​ກັບ 41.4 ເປີ​ເຊັນ​ເປັນ​ສິນ​ເຊື່ອ​ຂອງ​ທະ​ນາ​ຄານ​ເອ​ກະ​ຊົນ​ໃນ​ລາວ ໝາຍ​ຄວາມ​ວ່າ​ທະ​ນາ​ຄານ​ທຸ​ລະ​ກິດ​ໄດ້​ປ່ອຍ​ເງິນ​ກູ້​ໃຫ້​ຫົວ​ໜ່ວຍ​ກິດ​ໃນ​ພາກ​ກະ​ສິ​ກຳ​ຄິດ​ເປັນ​ມູນ​ຄ່າ​ລວມ​ພຽງ​ແຕ່ 7,600 ຕື້​ກີບ​ເທົ່າ​ນັ້ນ ແຕ່​ດ້ວຍ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ ກໍ​ໄດ້​ສົ່ງ​ຜົນ​ກ​ະ​ທົບ​ຕໍ່​ທຸ​ລະ​ກິດ​ການ​ຄ້າ ແລະ ບໍ​ລິ​ການ​ຢ່າງ​ໜັກ​ໜ່ວງ ຊຶ່ງ​ເຮັດ​ໃຫ້​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທັງ​ຂອງ​ລັດ ແລະ ເອ​ກະ​ຊົນ​ບໍ່​ສາ​ມາດ​ຈະ​ຊຳ​ລະ​ໜີ້​ເງິນ​ກູ້ ແລະ ດອກ​ເບ້ຍ​ຄືນ​ໃຫ້​ກັບ​ທະ​ນາ​ຄານ​ໄດ້​ເລີຍ ໂດຍ​ຜົ​ນ​ທີ່​ຕິດ​ຕາມ​ມາ​ກໍ​ຄື​ໜີ້​ເສຍ (NPL) ໃນ​ລະ​ບົບ​ທະ​ນາ​ຄານ​ເພີ່ມ​ຂຶ້ນ​ເປັນ​ເກີນກວ່າ 7 ເປີ​ເຊັນ​ທັງ​ຍັງ​ມີ​ໜີ້​ເງິນ​ກູ້​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເກັບ​ກູ້​ຄືນບໍ່​ໄດ້​ອີກ​ເຖິງ 17.48 ເປີ​ເຊັນ​ຂອງ​ມູນ​ໜີ້​ທັງ​ໝົດ​ໃນ​ລະ​ບົບ​ສິນ​ເຊື່ອ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ​ໃນ​ລາວ​ໂດຍ​ສະ​ເພາະ​ລັດ​ວິ​ສາ​ຫະ​ກິດ​ນັ້ນ​ຖື​ເປັນ​ພາກ​ສ່ວນ​ທີ່​ກູ້​ຢືມ​ເງິນ​ຈາກ​ທະ​ນາ​ຄານ ແລະ ປະ​ເຊີນ​ກັບ​ສະ​ພາ​ວະ​ຂາດ​ທຶນ​ຈາກ​ການ​ດຳ​ເນີນ​ທຸ​ລະ​ກິດຫຼາຍ​ທີ່​ສຸດ​ຊຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ ລາວ​ຕ້ອງ​ເຂົ້າ​ໄປ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ວຍ​ມາດ​ຕະ​ການ​ແລະ​ລະ​ບຽບ​ກົດ​ໝາຍ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ລົ້​ມ​ລະ​ລາຍ​ທາງ​ທຸ​ລະ​ກິດ​ເປັນ​ສຳ​ຄັນ.

ທັງ​ນີ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ລັດ​ຖະ​ບານ​ລາວ​ມີ​ໜີ້​ຈາກ​ການ​ກູ້​ໃນ​ລະ​ບົບ​ສິນ​ເຊື່ອ​ຂອງ​ທະ​ນາ​ຄານ​ໃນ​ລາວ​ຄິດ​ເປັນ​ມູນ​ຄ່າ​ເກີນກວ່າ 55,670 ຕື້​ກີບ​ໃນ​ນີ້​ໄດ້​ຕົກ​ເປັນ NPL ໄປ​ແລ້ວ​ເກີນກວ່າ 3,897 ຕື້​ກີບ ແລະ ອີກ​ເກີນກວ່າ 9,731 ຕື້​ກີບ​ກໍ​ຖືກ​ຈັດ​ໃຫ້​ເປັນ​ເງິນ​ສິນ​ເຊື່ອ​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ບໍ່​ສາ​ມາດ​ຈັດ​ເກັບ​ຄືນ​ມາ​ໄດ້ ເພາະ​ຜົນ​ກະ​ທົບ​ຈາກ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ເຮັດ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ສ່ວນຫຼາຍບໍ່​ມີ​ລາຍ​ໄດ້ຫຼື​ວ່າ​ມີ​ລາຍ​ໄດ້​ບໍ່​ພຽງ​ພໍ​ສຳ​ລັບ​ການ​ຊຳ​ລະ​ໜີ້​ເງິນ​ກູ້​ດັ່ງ​ກ່າວ.

ໃນ​ປັດ​ຈຸ​ບັນ​ລັດ​ຖະ​ບານ​ລາວ​ມີ​ວິ​ສາ​ຫະ​ກິດ​ໃນ​ການ​ຄຸ້ມ​ຄອງ 187 ແຫ່ງ​ມີ​ທຶນ​ຈົດ​ທະ​ບຽນ​ລວມ​ເກີນກວ່າ 225,495 ຕື້​ກີບ​ແຕ່​ກໍ​ມີ​ພຽງ 34 ລັດ​ວິ​ສາ​ຫະ​ກິດ​ທີ່​ມີ​ຜົນ​ການ​ດຳ​ເນີນ​ທຸ​ລ​ກິດ​ໃນ​ລະ​ດັບ​ດີ ແລະ ປານ​ກາງ​ສ່ວນ​ທີ່​ເຫຼືອ​ອີກ 153 ແຫ່ງ​ກໍ​ຄື​ລັດ​ວິ​ສາ​ຫະ​ກິດ​ທີ່​ຂາ​ດ​ທຶນ ແລະ ສ້າງ​ໜີ້​ສິນ​ມະ​ຫາ​ສານ​ໃຫ້​ກັບ​ລັດ​ຖະ​ບານ​ລາວ​ໂດຍ​ສະ​ເພາະ​ລັດ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່ 9 ແຫ່ງ​ຄື​ລັດ​ວິ​ສາ​ຫະ​ກິດ​ລ້ານ​ຊ້າງ​ພັດ​ທະ​ນາ ແລະ ບໍ​ລິ​ການ​ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ສາ​ກົນ​ລາວ, ກຸ່ມ​ບໍ​ລິ​ສັດ DAFI, ລັດ​ວິ​ສາ​ຫະ​ກິດ​ວິ​ສະ​ວະ​ກຳ​ນ້ຳ​ກັບ​ສິ່ງ​ແວດ​ລ້ອມ, ທະ​ນາ​ຄານ​ພັດ​ທະ​ນາ​ລາວ ແລະ ທະ​ນາ​ຄານ​ສົ່ງ​ເສີມ​ກະ​ສິ​ກຳ​ໂດຍ​ສະ​ເພາະ​ແມ່ນ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ມີ​ໜີ້​ເງິນ​ກູ້ຫຼາຍ​ທີ່​ສຸດ​ຄື​ເກີນກວ່າ 2,000 ລ້ານ​ໂດ​ລາ.

XS
SM
MD
LG