ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາເຟໃນລາວ ປັບລາຄາສູງຂຶ້ນ ຢ່າງຕໍ່ເນື່ອງ ຍ້ອນມີການແຂ່ງຂັນ ຂອງພໍ່ຄ້າຕ່າງຊາດ


ກາເຟໃນລາວ ປັບລາຄາສູງຂຶ້ນຢ່າງຕໍ່ເນື່ອງ ໂດຍເປັນຜົນຈາກ ການແຂ່ງຂັນ ຂອງ ບັນດາພໍ່ຄ້າ ຊາວຕ່າງຊາດ ທີ່ຮັບຊື້ກາເຟຈາກກະເສດຕະກອນລາວ.
ກາເຟໃນລາວ ປັບລາຄາສູງຂຶ້ນຢ່າງຕໍ່ເນື່ອງ ໂດຍເປັນຜົນຈາກ ການແຂ່ງຂັນ ຂອງ ບັນດາພໍ່ຄ້າ ຊາວຕ່າງຊາດ ທີ່ຮັບຊື້ກາເຟຈາກກະເສດຕະກອນລາວ.

ກາເຟໃນລາວ ປັບລາຄາສູງຂຶ້ນຢ່າງຕໍ່ເນື່ອງ ໂດຍເປັນຜົນຈາກການແຂ່ງຂັນ ຂອງ
ບັນດາພໍ່ຄ້າຊາວຕ່າງຊາດ ທີ່ຮັບຊື້ກາເຟຈາກກະເສດຕະກອນລາວ ຫາກແຕ່ກໍໄດ້
ເຮັດໃຫ້ຄຸນນະພາບກາເຟລາວຕົກຕ່ຳລົງ.

ທ່ານສີວິໄລ ໄຊຍະແສງ ກຳມະການສະມາຄົມກາເຟລາວ ໃຫ້ການຢືນຢັນວ່າ ລາຄາ
ກາເຟໃນລາວ ໄດ້ມີການປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ໃນປັດຈຸບັນນີ້ ໂດຍມີສາເຫດມາ
ຈາກການແຂ່ງຂັນຂອງບັນດາພໍ່ຄ້າຊາວຕ່າງຊາດ ໂດຍສະເພາະແມ່ນ ພໍ່ຄ້າຊາວ
ຫວຽດນາມ ທີ່ໄດ້ພາກັນເຂົ້າມາແຂ່ງຂັນເພື່ອຮັບຊື້ກາເຟ ຢູ່ໃນແຂວງຈຳປາສັກ
ສາລະວັນ ເຊກອງ ແລະ ອັດຕະປື ຂອງລາວໃຫ້ໄດ້ຫລາຍທີ່ສຸດ ເພື່ອຈະໄດ້ຮັບຜົນ
ປະໂຫຍດເພີ່ມຂຶ້ນ ຈາກການທີ່ລາຄາກາເຟໃນຕະຫລາດໂລກ ໄດ້ປັບຕົວສູງຂຶ້ນ
ໃນເວລານີ້.

ທ່ານສີວິໄລ ບອກວ່າ ໂດຍປົກກະຕິແລ້ວ ລາຄາກາເຟໃນລາວ ຈະຢູ່ທີ່ລາຄາສະເລ່ຍ
17,000 ກີບຕໍ່ກິໂລກຣາມ ຫຼື 2,125 ໂດລາ ຕໍ່ໂຕນ ສຳລັບກາເຟ ອາຣາບິກາ ແລະ
15,000 ກີບຕໍ່ກິໂລກຣາມ ຫຼື 1,875 ໂດລາຕໍ່ໂຕນ ສຳລັບກາເຟ Robusta ແຕ່ວ່າ
ດ້ວຍການແຂ່ງຂັນຂອງບັນດາພໍ່ຄ້າຊາວຕ່າງຊາດດັ່ງກ່າວ ກໍໄດ້ເຮັດໃຫ້ລາຄາກາເຟ
ໃນລາວປັບຕົວສູງຂຶ້ນເປັນ 2,700 ໂດລາ ຕໍ່ໂຕນ ສຳລັບກາເຟ Arabica ແລະ
1,900 ຕໍ່ໂຕນ ສຳລັບກາເຟ Robusta ໃນຂະນະທີ່ລາຄາກາເຟໃນຕະຫຼາດໂລກ
ຢູ່ທີ່ລະດັບ 3,000 ຕໍ່ໂຕນ ສຳລັບການເຟ Arabica ແລະ 2,100 ໂດລາຕໍ່ໂຕນ
ສຳລັບກາເຟ Robusta ຕາມລຳດັບ.

ສວນປູກກາເຟ ແຫ່ງນຶ່ງ ຢູ່ແຂວງພາກໃຕ້ຂອງລາວ
ສວນປູກກາເຟ ແຫ່ງນຶ່ງ ຢູ່ແຂວງພາກໃຕ້ຂອງລາວ

ໂດຍພາຍໃຕ້ສະພາບການດັ່ງກ່າວນີ້ ກໍໄດ້ສົ່ງຜົນກະທົບເຮັດໃຫ້ຄຸນນະພາບ ຂອງ
ກາເຟລາວຕົກຕ່ຳລົງ ຢ່າງຫລີກລ່ຽງບໍ່ໄດ້ ເພາະວ່າບັນດາພໍ່ຄ້າຊາວຕ່າງຊາດ ທີ່ເຂົ້າ
ມາແຂ່ງຂັນຮັບຊື້ກາເຟຢູ່ລາວນັ້ນ ບໍ່ໄດ້ໃຫ້ຄວາມສຳຄັນ ກັບຄຸນນະພາບຂອງກາເຟ
ລາວ ທີ່ໄດ້ຮັບຊື້ໄປນັ້ນ ຫາກແຕ່ຕ້ອງການຈະຮັບຊື້ ເພື່ອສົ່ງອອກໄປຂາຍ ໃນຕ່າງ
ປະເທດໃຫ້ໄດ້ຫຼາຍທີ່ສຸດ ເພື່ອຈະໄດ້ຮັບຜົນກຳໄລ ຈາກລາຄາທີ່ແຕກຕ່າງ ລະຫວ່າງ
ລາຄາທີ່ຮັບຊື້ຈາກກະເສດຕະກອນລາວ ກັບລາຄາທີ່ສົ່ງໄປຂາຍ ໃນຕະຫລາດໂລກ
ທີ່ມີສ່ວນຕ່າງ ລະຫວ່າງ 200 ຫາ 300 ໂດລາ ຕໍ່ໂຕນນັ້ນເອງ.

ແຕ່ຢ່າງໃດກໍຕາມ ການປັບຕົວເພີ່ມຂຶ້ນຂອງລາຄາກາເຟໃນລາວດັ່ງກ່າວນີ້ ກໍເຮັດໃຫ້
ກະເສດຕະກອນ ຜູ້ປູກກາເຟໃນເຂດ 4 ແຂວງພາກໃຕ້ຂອງລາວ ໄດ້ຮັບຜົນປະໂຫຍດ
ເພີ່ມຂຶ້ນເຊັ່ນດຽວກັນ ສ່ວນໃນບັນຫາກ່ຽວກັບຄຸນນະພາບຂອງກາເຟລາວ ທີ່ຕົກຕ່ຳ
ລົງນັ້ນ ກະເສດຕະກອນຜູ້ປູກກາເຟລາວ ກໍໄດ້ຮ່ວມມືກັນ ໃນຮູບສະຫະກອນ ເພື່ອທຳ
ການສຶກສາວິໄຈ ກ່ຽວກັບການພັດທະນາຄຸນນະພາບ ຂອງກາເຟລາວ ຢູ່ເລື້ອຍມາດັ່ງທີ່
ທ່ານວິຈິດ ແກ້ວບົວພາ ເຈົ້າເມືອງປາກຊອງ ແຂວງຈຳປາສັກ ໄດ້ໃຫ້ການຢືນຢັນວ່າ:

“ສະຫະກອນ ເຂົາປຸງແຕ່ງເນາະ ນຶ່ງນີ້ ວິໄຈກາເຟ ຖືວ່າເຂົາຂົ້ວ ແລະ ເຮັດຜະລິດ
ຕະພັນກາເຟ ທຶນຂອງເຂົາ ໂຕທີ່ວ່າໃຫຍ່ແມ່ນສະຫະກອນກາເຟຢູ່ຫລັກ 25 ຂອງ
ພູພຽງ ໂຕນັ້ນຫັ້ນ ຖືວ່າ ເປັນສະຫະກອນທີ່ໃຫຍ່ ແລະໄດ້ມາດຕະຖານ ສາມາດ
ຜະລິດ ແລະ ຈຳໜ່າຍໄປຕ່າງປະເທດ ໂດຍມີຮອດ 6 ປະເທດ ທີ່ເຂົາສົ່ງກາເຟ
ນັບເຖິງກາເຟເມັດ ແລະກາເຟປຸງແຕ່ງ ສ່ວນຫຼາຍແມ່ນສົ່ງເຂົ້າຢູໂຣບ ພວກນີ້
ເຢຍຣະມັນ ຝຣັ່ງ ຣັດເຊຍ.”

ທັງນີ້ ໂດຍອີງຕາມລາຍງານຂອງກະຊວງກະສິກຳ ແລະປ່າໄມ້ ລະບຸວ່າ ການສົ່ງອອກ
ກາເຟຂອງລາວ ໄດ້ລົດລົງຢ່າງຕໍ່ເນື່ອງໃນລະຍະ 4 ປີ ທີ່ຜ່ານມາ ໂດຍໃນປີ 2013
ການສົ່ງອອກກາເຟຂອງລາວ ມີປະລິມານລວມ 30,000 ໂຕນ ຄິດເປັນມູນຄ່າ 72
ລ້ານໂດລາແລ້ວ ກໍລົດລົງເປັນ 26,000 ໂຕນ ຄິດເປັນມູນຄ່າ 60 ລ້ານໂດລາ ໃນປີ
2014 ແລະ 23,000 ໂຕນ ຄິດເປັນມູູນຄ່າ 50 ລ້ານໂດລາ ໃນປີ 2015 ສ່ວນໃນປີ
2016 ນັ້ນ ຍັງບໍ່ມີການລາຍງານສະຖິິຕິການສົ່ງອອກກາເຟລາວ ແຕ່ຢ່າງໃດ.

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະປ່າໄມ້ ໄດ້ວາງເປົ້າໝາຍການສົ່ງເສີມ
ການຜະລິດໃນພາກກະສິກຳ ແລະປ່າໄມ້ໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາ
ສະເລ່ຍ 31 ເປີເຊັນ ໃນຕະຫລອດແຜນການປະຈຳປີ 2016-2017 ນີ້ ຊຶ່ງຈະເຮັດ
ໃຫ້ຜົນຜະລິດໃນພາກກະສິກຳ ແລະປ່າໄມ້ ຄິດເປັນ 22.7 ເປີເຊັນ ຂອງຍອດຜະລິດ
ຕະພັນລວມ (GDP) ຕະຫລອດປີ ສ່ວນການຜະລິດກາເຟນັ້ນ ທາງການລາວ ກໍໄດ້ ວາງເປົ້າໝາຍທີ່ຈະເພີ່ມຜົນຜະລິດຂຶ້ນເປັນ 2 ເທົ່າ ຫຼື ຄິດເປັນປະລິມານລວມບໍ່ນ້ອຍ
ກວ່າ 99,800 ໂຕນ ເມື່ອທຽບໃສ່ ປີ 2011 ທີ່ຜ່ານມາ.

XS
SM
MD
LG